ຄະນະຜູ້ແທນຂອງກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ສະຖານທູດອົດສະຕຣາລີ ໄດ້ໄປຢ້ຽມຢາມແຂວງຊຽງຂວາງ ເພື່ອສັງເກດຄວາມກ້າວໜ້າຂອງການປັບປຸງຄຸນນະພາບການສິດສອນ ແລະ ການສົ່ງເສີມການສຶກສາຮຽນຮ່ວມ

ຄະນະຜູ້ແທນໄດ້ເຂົ້າພົບຄະນະນຳໃນຂະແໜງການສຶກສາຂັ້ນທ້ອງຖິ່ນ ແລະ ທີມງານຄູສອນ ເພື່ອສຶກສາກ່ຽວກັບບັນດາກິດຈະກຳການພັດທະນາວິຊາຊີບຄູແບບຕໍ່ເນື່ອງໃນຂັ້ນໂຮງຮຽນ ແລະ ການສອນບົດຮຽນຝຶກເວົ້າພາສາລາວ ໃນຫ້ອງຮຽນຕົວຈິງ

Read More
Example of teaching materials for sign language and braille curriculum

ກະຊວງສຶກສາທິການ ແລະ ກິລາ (ສປປ ລາວ) ແລະ ລັດຖະບານອົດສະຕຣາລີ ຮ່ວມກັນຈັດງານລະນຶກວັນຄົນພິການສາກົນ ປີ 2023 ແລະ ກອງປະຊຸມສໍາມະນາເພື່ອເສີມສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈກ່ຽວກັບວຽກງານຄົນພິການ, ການປົກປ້ອງ ແລະ ການປະຕິບັດທີ່ດີທີ່ສຸດສຳລັບການຮັກສາຄວາມປອດໄພສຳລັບເດັກ

ເນື່ອງໃນໂອກາດວັນຄົນພິການສາກົນ, ກະຊວງສຶກສາທິການ ແລະ ກິລາ ແລະ ສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ ໄດ້ຈັດກອງປະຊຸມສຳມະນາຂື້ນ 2 ວັນ ພາຍໃຕ້ຫົວຂໍ້: ຄວາມເຂົ້າໃຈກ່ຽວກັບວຽກງານຄົນພິການ, ການປົກປ້ອງ ແລະ ການປະຕິບັດທີ່ດີທີ່ສຳລັບການຮັກສາຄວາມປອດໄພສຳລັບເດັກໃຫ້ແກ່ພະນັກງານຂັ້ນກະຊວງສຶກສາທິການ ແລະ ກິລາ

Read more