
ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີແລະ ອົງການ USAID ໂດຍຜ່ານແຜນງານບີຄວາ ໄດ້ເປີດກອງປະຊຸມຝຶກອົບຮົມຄູຝຶກຫຼັກແຫຼ່ງສໍາລັບໂຄງການຝຶກເວົ້າພາສາລາວ ເພື່ອຊ່ວຍເຫຼືອຄູຮູ້ທັກ ສະທີ່ຈະສາມາດສອນ ນັກຮຽນທີ່ເຂົ້າຮຽນຊັ້ນປະຖົມສຶກສາແຕ່ຍັງບໍ່ທັນສາມາດເວົ້າພາສາລາວໄດ້ດີເທື່ອ ໃຫ້ມີທັກສະຮູ້ໜັງສືພາສາ ລາວໄດ້ດີຂຶ້ນ
ເລີ່ມແຕ່ເດືອນ ກັນຍາ ປີ2023 ເປັນຕົ້ນໄປ, ໂຄງການຝຶກເວົ້າພາສາລາວທີ່ບົດຮຽນໄດ້ປັບປຸງໃໝ່ ຈະໄດ້ຖືກນໍາໄປທົດລອງສອນ ໃນໂຮງຮຽນຂອງ 21 ເມືອງທີ່ຖືກຄັດເລືອກໃນຢູ່ໃນ 10 ແຂວງ

ກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານອົດສະຕຣາລີ ໄດ້ເປີດກອງປະຊຸມຝຶກອົບຮົມຫຼັກສູດຊັ້ນປະຖົມສຶກສາ ປີທີ 5 ສະບັບປັບປຸງໃໝ່ ໃຫ້ແກ່ຄູຝຶກຫຼັກແຫຼ່ງ ຢ່າງເປັນທາງການ
ການຝຶກອົບຮົມຄູຝຶກຫຼັກແຫຼ່ງ ແມ່ນເປັນຂີດໝາຍເລີ່ມຕົ້ນຂອງການຝຶກອົບຮົມ ໃນລັກສະນາການຝຶກໃຫ້ແກ່ຄູຝຶກຫຼັກແຫຼ່ງກ່ອນ ຈາກນັ້ນພວກເຂົາຈະໄປຝຶກຕໍ່ໃຫ້ແກ່ຄູຂັ້ນ ປ.5 ຈຳນວນ 13.268 ຄົນ, ຜູ້ອຳນວຍການໂຮງຮຽນ ແລະ ຜູ້ເຮັດວຽກສຶກສານິເທດ ເພື່ອກຽມພ້ອມໃນການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາ ປີທີ 5 ສະບັບປັບປຸງ ໃໝ່ໃນຂອບເຂດທົ່ວປະເທດ ໃນເດືອນກັນຍາທີ່ຈະມາເຖິງນີ້

ລັດຖະບານອົດສະຕຣາລີຢັ້ງຢືນຄືນຄຳໝັ້ນສັນຍາໃນການຊ່ວຍໃຫ້ເດັກທຸກຄົນ ໃນ ສປປ ລາວ ໄດ້ຮັບການສຶກສາຊັ້ນປະຖົມທີ່ມີຄຸນນະພາບ
ພະນະທ່ານ ນາງ ເພັນນີ ວອງ, ລັດຖະມົນຕີການຕ່າງປະເທດ ແຫ່ງ ອົດສະຕຣາລີ, ທັງເປັນສະມາຊິກວຸດທິສະພາຂອງລັດຖະສະພາອົດສະຕຣາລີ ພ້ອມດ້ວຍ ພະນະທ່ານ ປອ ນາງ ສີສຸກ ວົງວິຈິດ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ໄດ້ລົງຢ້ຽມຢາມການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາແຫ່ງຊາດສະບັບປັບປຸງໃໝ່

ກະຊວງສຶກສາທິການ ແລະ ກິລາ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໄດ້ສົ່ງເສີມຄວາມສຳຄັນຂອງການປະດິດສື່ການຮຽນ-ການສອນຈາກວັດສະດຸທີ່ຫາໄດ້ໃນທ້ອງຖິ່ນ ເຊິ່ງເປັນແນວທາງໜຶ່ງໃນຫຼັກສູດການຮຽນ-ການສອນດ້ວຍການປະຕິບັດຕົວຈິງ
ຫົວຂໍ້ການປະດິດສື່ການຮຽນ-ການສອນຈາກຊັບພະຍາກອນທີ່ຫາໄດ້ຈາກທ້ອງຖິ່ນ ແມ່ນເປັນຫົວຂໍ້ຂອງຕອນໃໝ່ຂອງສາລະຄະດີຄູຕົວແບບ ທີ່ໄດ້ອອກອາກາດທາງຊ່ອງໂທລະພາບສຶກສາ, ວິທະຍຸສຶກສາ ແລະ ຜ່ານທາງຊ່ອງທາງຢູທູບ

ກະຊວງສຶກສາທິການ ແລະ ກິລາ ສປປ ລາວ, ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ, ໄດ້ຈັດກອງປະຊຸມຮັບຮອງສື່ການຮຽນ-ການສອນໂຄງການຝຶກເວົ້າພາສາລາວສະບັບປັບປຸງ ເພື່ອຊ່ວຍນັກຮຽນຂັ້ນ ປ.1 ທີ່ບໍ່ສາມາດເວົ້າພາສາລາວ ຢູ່ໂຮງຮຽນປະຖົມເຂດຫ່າງໄກ
ສື່ການຮຽນການສອນສະບັບປັບປຸງແມ່ນຈະນຳໃຊ້ເຂົ້າໃນໂຄງການທົດລອງ ເຊິ່ງໄດ້ຂະຫຍາຍໄປຍັງ 21 ເມືອງໃນ 10 ແຂວງ