ເປີດກອງປະຊຸມຝຶກອົບຮົມຄູຝຶກຫຼັກແຫຼ່ງສໍາລັບໂຄງການຝຶກເວົ້າພາສາລາວ

ເລີ່ມແຕ່ເດືອນ ກັນຍາ ປີ2023 ເປັນຕົ້ນໄປ, ໂຄງການຝຶກເວົ້າພາສາລາວທີ່ບົດຮຽນໄດ້ປັບປຸງໃໝ່ ຈະໄດ້ຖືກນໍາໄປທົດລອງສອນ ໃນໂຮງຮຽນຂອງ 21 ເມືອງທີ່ຖືກຄັດເລືອກໃນຢູ່ໃນ 10 ແຂວງ

ປະເທດລາວເປັນປະເທດທີ່ອຸດົມສົມບູນທາງດ້ານວັດທະນະທໍາ ແລະ ພາສາຊົນເຜົ່າ, ມີ4 ກຸ່ມໝວດພາສາຫຼັກ ແລະ ມີຫຼາຍກວ່າ 50 ພາສາເວົ້າ. ເມື່ອເດັກເລີ່ມເຂົ້າໂຮງຮຽນ, ເຂົາເຈົ້າເວົ້າພາສາຊົນເຜົ່າຂອງເຂົາເຈົ້າໄດ້ຢ່າງຄ່ອງແຄ້ວ, ແຕ່ຍັງເຫັນວ່າ ມີເຖິງ 40% ຂອງນັກຮຽນຂັ້ນ ປ.1 ທີ່ຍັງບໍ່ທັນມີຄວາມໝັ້ນໃຈໃນການເວົ້າພາສາລາວ. ສິ່ງດັ່ງກ່າວສ້າງຄວາມທ້າທາຍໃຫ້ແກ່ນັກຮຽນ ແລະ ຄູ ສອນ ເນື່ອງຈາກເດັກນ້ອຍຕ້ອງຮຽນຮູ້ການອ່ານ ແລະ ຂຽນເປັນພາສາລາວ ແລະ ຍັງຕ້ອງຮຽນຮູ້ເນື້ອໃນຫຼັກສູດຂອງວິຊາຕ່າງໆ ເປັນພາສາລາວ.

ທ່ານ ຄໍາຈັນ ລັດທະຍອດ, ຮອງຜູ້ອໍານວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ແລະ ທ່ານ ບອັບ ແມັກລາລິນ , ຫົວຫນ້າຮັບຜິດຊອບວຽກງານນະໂຍບາຍ, ຍຸດທະສາດ ແລະ ການບໍລິຫານ ຂອງແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍ ໂອກາດເຂົ້າຮຽນການສຶກສາຂັ້ນພື້ນຖານ ຢູ່ ສປປ ລາວ (ແຜນງານບີຄວາ) ໄດ້ເປີດກອງປະຊຸມຝຶກອົບຮົມຄູຝຶກຫຼັກແຫຼ່ງ ຈໍານວນ 14 ທ່ານ ສໍາລັບໂຄງການຝຶກເວົ້າພາສາລາວ ໂດຍໄດ້ມີຄູຝຶກຫຼັກແຫຼ່ງຈາກ ສວສ , ວິທະຍາໄລຄູດົງຄໍາຊ້າງ, ໂຮງຮຽນປະຖົມສົມບູນສາທິດດົງຄໍາຊ້າງ ແລະ ໂຮງຮຽນປະຖົມທົ່ງກາງ ໄດ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ເຊິ່ງກອງປະຊຸມຈະດໍາເນີນເປັນເວລາ 1 ອາທິດ.

ການຝຶກອົບຮົມຈະເນັ້ນໃສ່ເນື້ອໃນຂອງເອກະສານຝຶກອົບຮົມ ຂອງໂຄງການຝຶກເວົ້າພາສາລາວສະບັບປັບປຸງ ແລະ ເຕັກນິກທີ່ມີປະສິດທິພາບໃນການພັດທະນາທັກສະການເວົ້າພາສາລາວຂອງນັກຮຽນ. ຜູ້ເຂົ້າຮ່ວມຍັງຈະໄດ້ກະກຽມການຝຶກອົບຮົມຄູກ່ຽວກັບການປັບຕົວໃຫ້ກຽມພ້ອມສໍາລັບກິດຈະກໍາຕ່າງໆທີ່ແທດເໝາະກັບລະດັບພາສາຂອງນັກຮຽນ, ນໍາໃຊ້ເກມເພື່ອສ້າງບັນຍາກາດການຮຽນໃຫ້ມ່ວນຊື່ນໃນການຮຽນພາສາ, ແລະ ນໍາໃຊ້ພາສາແມ່ຂອງນັກຮຽນເພື່ອສະໜັບສະໜູນການຮຽນພາສາລາວ. ການປະຕິບັດ ໄລຍະໃໝ່ຂອງໂຄງການຝຶກເວົ້າພາສາລາວນີ້ ແມ່ນໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ແລະ ອົງການ USAID ຜ່ານແຜນງານບີຄວາ.

ທ່ານ ຄໍາຈັນ ໄດ້ໃຫ້ຄໍາເຫັນວ່າ: “ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ແມ່ນເພື່ອໃຫ້ຄູຝຶກຫຼັກແຫຼ່ງມີຄວາມເຂົ້າໃຈດີກ່ຽວກັບ ປຶ້ມແບບຮຽນ ແລະ ຄູ່ມືຄູ ສະບັບປັບປຸງໃໝ່ ແລະ ມີຄວາມໝັ້ນໃຈໃນການຖ່າຍທອດຄວາມຮູ້ໃຫ້ແກ່ຄູສອນຂັ້ນ ປ.1 ທີ່ຈະຈັດຕັ້ງ ປະຕິບັດໂຄງການຝຶກເວົ້າພາສາລາວຕັ້ງແຕ່ເດືອນກັນຍາ 2023. ພວກເຮົາຂໍຂອບໃຈມາຍັງລັດຖະບານອົດສະຕຣາລີ ແລະ ລັດຖະບານສະຫະລັດອາເມລິກາ ທີ່ໃຫ້ການຊ່ວຍເຫຼືອກະຊວງສຶກສາທິການ ແລະ ກິລາ ເພື່ອບັນລຸເປົ້າໝາຍການມອບການສຶກສາ ທີ່ມີຄຸນນະພາບໃຫ້ແກ່ເດັກນ້ອຍທຸກຄົນໃນລາວ”.

ສື່ການຮຽນການສອນ ແລະ ອຸປະກອນຝຶກອົບຮົມສຳລັບໂຄງການຝຶກເວົ້າພາສາລາວສະບັບປັບປຸງໃໝ່

ຊົ່ວໂມງຝຶກເວົ້າພາສາລາວໃນໂຮງຮຽນທົດລອງແຫ່ງໜຶ່ງ

ທ່ານ ບອັບ ແມັກລາລິນ ໄດ້ກ່າວວ່າ: “ຖ້ານັກຮຽນຫາກຍັງບໍ່ເກັ່ງດ້ານພາສາ ໂດຍສະເພາະພາສາທີ່ນໍາໃຊ້ໃນການຮຽນການສອນ,  ມັນຈະເປັນສິ່ງທີ່ທ້າທາຍທີ່ສຸດສໍາລັບພວກເຂົາທີ່ເຂົ້າໃຈຄໍາເວົ້າຂອງຄູ, ການຮ່ວມກິດຈະກໍາ ແລະ ການຮຽນໃຫ້ໄດ້ຜົນການຮຽນ ຕາມຄາດໝາຍ. ລັດຖະບານອົດສະຕຣາລີ ແລະ ອົງການ USAID, ໂດຍຜ່ານແຜນງານບີຄວາ, ແມ່ນຮູ້ສຶກເປັນກຽດຢ່າງຍິ່ງທີ່ໄດ້ ໃຫ້ການຊ່ວຍເຫຼືອຊຸກຍູ້ຄວາມພະຍາຍາມຂອງຂອງກະຊວງສຶກສາທິການ ແລະ ກິລາ ເພື່ອນໍາສະເໜີການປັບປຸງຊ່ວຍເຫຼືອໃຫ້ແກ່ ນັກຮຽນເມື່ອເລີ່ມເຂົ້າຮຽນແຕ່ຍັງບໍ່ທັນເກັ່ງເວົ້າພາສາລາວ. ພວກເຮົາຈົ່ງມືຮ່ວມກັນ ໃຫ້ສາມາດຍາດມາໄດ້ຜົນສໍາເລັດການມີ ລະບົບການສຶກສາຮຽນຮ່ວມໃນ ສປປ ລາວ ທີ່ດີຂຶ້ນ ແລະ ເໝາະສົມສໍາລັບເດັກທຸກຄົນ”.

ນາງ ພອນສິຣິ ອຸໄທວັນ, ສູນຄົ້ນຄ້ວາພາສາລາວ ສະຖາບັນຄົ້ນຄ້ວາວິທະຍາສາດການສຶກສາ ໄດ້ອະທິບາຍວ່າ: “ໃນປີ2019,  ສສກ ໂດຍການສະໜັບສະໜູນຂອງລັດຖະບານອົດສະຕຣາລີໄດ້ລິເລີ່ມໂຄງການຝຶກເວົ້າພາສາລາວໄລຍະທົດລອງ. ໃນໄລຍະທົດ ລອງ ແມ່ນໄດ້ເພີ່ມຊົ່ວໂມງຮຽນວິຊາພາສາລາວຕື່ມຈາກຊົ່ວໂມງຮຽນປົກກະຕິອີກ 5 ຊົ່ວໂມງໃນແຕ່ລະອາທິດ ເພື່ອປັບປຸງທັກສະການ ເວົ້າ ແລະ ການຟັງຂອງນັກຮຽນຂັ້ນ ປ.1. ໂຄງການຝຶກເວົ້າພາສາລາວ ຜ່ານມາໄດ້ທົດລອງປະຕິບັດຢູ່ໃນ 7 ເມືອງເປົ້າໝາຍ ທີ່ມີ ນັກຮຽນຊົນເຜົ່າທີ່ບໍ່ເວົ້າພາສາລາວເປັນພາສາຫຼັກໃນຄອບຄົວຈໍານວນຫຼາຍ ໃນແຂວງ ແຂວງຜົ້ງສາລີ, ແຂວງບໍລິຄໍາໄຊ, ແຂວງຄໍາ ມ່ວນ ແລະ ແຂວງສາລະວັນໃນລະຫວ່າງປີ2019 ຫາ 2021”.

ຜົນໄດ້ຮັບຈາກການຖອດຖອນບົດຮຽນ ແລະ ການປະກອບຄໍາຄິດຄໍາເຫັນຈາກຄູສອນທີ່ໄດ້ເຂົ້າຮ່ວມໂຄງການຝຶກເວົ້າພາສາລາວ  ໄດ້ໃຫ້ຮູ້ວ່າ, ບັນດາສື່ການຮຽນການສອນ ແລະ ວິທີການສອນ ຂອງໂຄງການຝຶກເວົ້າພາສາລາວ ແມ່ນໄດ້ຮັບການປັບປຸງ ແລະ ຄູ ໄດ້ນໍາໃຊ້ເຕັກນິກຕ່າງໆເພີ່ມຂຶ້ນໂດຍການສອນໃນຫ້ອງຮຽນຂອງເຂົາເຈົ້າ. ພະແນກຄົ້ນຄວ້າພາສາລາວຂອງພວກເຮົາໄດ້ຖືກ ສ້າງຕັ້ງຂຶ້ນເພື່ອນໍາພາການພັດທະນາວຽກງານນີ້ແລະ ໂຄງການທົດລອງໃນມື້ນີ້ແມ່ນໄດ້ຖືກຍົກລະດັບເປັນໂຄງການສົມບູນ.  ເອກະສານສະບັບປັບປຸງໄດ້ຖືກອະນຸມັດຢ່າງເປັນທາງການໃນເດືອນ ເມສາ 2023 ໂດຍຄະນະກໍາມະການອະນຸມັດຫຼັກສູດ ແລະ ສື່ ການຮຽນການສອນ. ການຂະຫຍາຍການທົດລອງນໍາໃຊ້ອຸປະກອນສື່ການຮຽນການສອນໃໝ່ຂອງໂຄງການຝຶກເວົ້າພາສາລາວ ຈະ ດໍາເນີນຢູ່ 21 ເມືອງ ໃນ 10 ແຂວງໃນສົກຮຽນ 2023 – 2024.

ຄູຝຶກຫຼັກແຫຼ່ງສໍາລັບໂຄງການຝຶກເວົ້າພາສາລາວລະຫວ່າງການຝຶກອົບຮົມຂອງພວກເຂົາເຈົ້າ

ນັກຮຽນຫຼາກຫຼາຍຊົນເຜົ່າກຳລັງເຮັດກິດຈະກຳຮ່ວມກັນ

ໃນເດືອນກໍລະກົດນີ້, ຄູຝຶກຫຼັກແຫຼ່ງຈະດໍາເນີນການຝຶກອົບຮົມເນື້ອໃນບົດຮຽນ ແລະ ວິທີການສອນຂອງໂຄງການຝຶກເວົ້າພາສາ ລາວໃຫ້ແກ່ຄູ ແລະ ຜູ້ເຮັດວຽກສຶກສານິເທດຢູ່ 10 ແຂວງໃນລາວ. ຄູຈະໄດ້ຝຶກປະຕິບັດຕົວຈິງ ເພື່ອໃຫ້ຮູ້ວ່າຈະສອນດ້ວຍຫຼັກສູດ ໃໝ່ແບບໃດເພື່ອໃຫ້ໄດ້ປະສິດທິພາບ ແລະ ຈະສາມາດຊ່ວຍເຫຼືອນັກຮຽນແບບໃດເພື່ອໃຫ້ຍົກລະດັບພາສາລາວໃຫ້ດີຂື້ນ. ການຝຶກ ອົບຮົມແມ່ນຍັງເປັນໂອກາດອັນດີສໍາລັບຄູ ແລະ ຜູ້ເຮັດວຽກສຶກສານິເທດຢູ່ໃນແຕ່ລະແຂວງ ເພື່ອມີການປະສານງານ, ບອກເລົ່າ ປະສົບການ ແລະ ສ້າງໃຫ້ມີການຊ່ວຍເຫຼືອດ້ານວິຊາການເຖິງຊຸມຊົນໄດ້ຢ່າງຕໍ່ເນື່ອງ.

ປະຈຸບັນ, ນອກຈາກໂຄງການຝຶກເວົ້າພາສາລາວແລ້ວ, ສສກ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ, ກໍາລັງ ສ້າງສາລະຄະດີຄູຕົວແບບຕອນໃໝ່, ທີ່ຄູສອນແມ່ນເປັນຄູສອນທີ່ຢູ່ເຂດຫ່າງໄກທີ່ແຂວງຜົ້ງສາລີ ເຊິ່ງຄູທ່ານນີ້ໄດ້ບອກເລົ່າປະສົບ ການຂອງລາວກ່ຽວກັບການສອນນັກຮຽນຊົນເຜົ່າຜູ້ທີ່ບໍ່ໄດ້ເວົ້າສາລາວເປັນພາສາຫຼັກຢູ່ໃນເຮືອນ. ສາລະຄະດີຕອນນີ້ຈະຖືກອອກ ອາກາດໄວໆນີ້. ຄູສາມາດຮັບຊົມວິດີໂອເພື່ອເບິ່ງເຕັກນິກການຊ່ວຍເຫຼືອນັກຮຽນຊົນເຜົ່າ ໄດ້ທາງຊ່ອງຢູທູບ ວິດີໂອສໍາລັບການ ພັດທະນາຄູ Development Videos.

ທ່ານ ຄໍາຈັນ ໄດ້ກ່າວສະຫຼຸບໃນຕອນທ້າຍວ່າ: “ພວກເຮົາແມ່ນລໍຖ້າເບິ່ງຜົນສໍາເລັດຂອງຫຼັກສູດຂອງໂຄງການຝຶກເວົ້າສະບັບ ປັບປຸງໃໝ່ ແລະ ການໃຫ້ການສະໜັບສະໜູນຄູຢ່າງຕໍ່ເນື່ອງ ເພື່ອປັບປຸງຜົນການຮຽນຂອງນັກຮຽນທີ່ເວົ້າພາສາອື່ນທີ່ບໍ່ແມ່ນພາສາ ລາວຢູ່ໃນຄອບຄົວ”.

ນັກຮຽນຫຼາກຫຼາຍຊົນເຜົ່າກຳລັງເຮັດກິດຈະກຳຮ່ວມກັນ

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *