ກິດຈະກຳການສື່ສານ ແລະ ການຜະລິດວິດີໂອຕ່ງໆ ຂອງແຜນງານແມ່ນແນໃສ່ຍົກສູງຈິດສຳນຶກ, ຄວາມຮູ້ ແລະ ຄວາມເຂົ້າໃຈ ກ່ຽວກັບຈຸດປະສົງຂອງແຜນງານບີຄວາ, ໂຄສະນາບັນດາຜົນສຳເລັດຂອງແຜນງານ, ໂຄສະນາສົ່ງເສີມບັນດາຫຼັກການດ້ານການສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການສຶກສາຮຽນຮ່ວມ ແລະ ເນັ້ນໃຫ້ເຫັນການປະກອບສ່ວນຕ່າງໆຂອງຄູ່ຮ່ວມພັດທະນາຕໍ່ຂະແໜງການສຶກສາຂອງລາວ.

ນັບແຕ່ເດືອນມິຖຸນາ ປີ 2018, ການສື່ສານຂອງແຜນງານບີຄວາ ໄດ້ວິວັດທະນາກາຍເປັນເຄື່ອງມືການຄຸ້ມຄອງການປ່ຽນແປງ ແລະ ສະໜັບສະໜູນການຈັດຕັ້ງປະຕິບັດ ເພື່ອແນໃສ່ປູກຈິດສໍານຶກ ແລະ ຄວາມເປັນເຈົ້າການກ່ຽວກັບຈຸດປະສົງ ແລະ ຂະບວນການປັບປຸງຫຼັກສູດຊັ້ນປະຖົມສຶກສາ ແລະ ຊຸກຍູ້ການສະໜັບສະໜູນການປ່ຽນແປງລະບົບການສອນ ແລະ ການຮຽນໃນຊັ້ນປະຖົມສຶກສາ. ກິດຈະກໍາການສື່ສານໄດ້ຖືກອອກແບບຢ່າງເອົາໃຈໃສ່ ເພື່ອຮັບປະກັນວ່າພາກສ່ວນກ່ຽວຂ້ອງຈະໄດ້ຮັບຂ່າວສານທີ່ເໝາະສົມເພື່ອສະໜັບສະໜູນການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່, ການພັດທະນາວິຊາຊີບແບບຕໍ່ເນື່ອງ ແລະ ການປະຕິບັດການສອນທີ່ດີ ຢ່າງມີປະສິດທິພາບ.

ທີມງານສື່ສານ ແລະ ຜະລິດວິດີໂອ ໄດ້ສ້າງສາຍພົວພັນການເຮັດວຽກຢ່າງໃກ້ຊິດກັບທີມງານຂະແໜງສື່ເອເລັກໂຕຼນິກ ແລະ ການສຶກສາທາງໄກ, ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ແລະ ວິທະຍາໄລຄູເປົ້າໝາຍ ເພື່ອກຳນົດໂອກາດ ແລະ ຄວາມຕ້ອງການດ້ານສື່ສານໂຄສະນາ, ຜະລິດສື່ໂຄສະນາທີ່ເໝາະສົມ ແລະ ເຜີຍແຜ່ໃນກຸ່ມເປົ້າໝາຍ. ກິດຈະກຳການສື່ສານໂຄສະນາລວມມີການພັດທະນາຂີດຄວາມສາມາດ ໃຫ້ແກ່ບຸກຄະລາກອນທີ່ກ່ຽວຂ້ອງຂອງກະຊວງສຶກສາທິການໂດຍຜ່ານກອງປະຊຸມ, ການຝຶກອົບຮົມ ແລະ ການຝຶກຕົວຈິງຢູ່ພາກສະໜາມ. ນອກຈາກນີ້, ທີມງານສື່ສານ ຍັງໄດ້ປະສານສົມທົບກັບກົມແຜນການ, ກົມສ້າງຄູ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ຫ້ອງການກະຊວງ ແລະ ກົມອື່ນໆ ຕາມໜ້າວຽກທີ່ກ່ຽວຂ້ອງ.

ທີມງານສື່ສານ ນຳໃຊ້ ແລະ ພັດທະນາເຄື່ອງມື ແລະ ຊ່ອງທາງການສື່ສານທີ່ຫຼາກຫຼາຍຢ່າງຕໍ່ເນື່ອງ ເຊິ່ງປະກອບດ້ວຍ: ແຜ່ນພັບ, ບົດຂ່າວ ແລະ ບົດເລື່ອງ, ໂປສະເຕີ ແລະ ປ້າຍໂຄສະນາ, ເວັບໄຊ, ການເຜີຍແຜ່ຂ່າວທາງໜັງສືພິມ ແລະ ສື່ສັງຄົມອອນລາຍ, ງານພິທີການໂຄສະນາສື່ສານ, ວິດີໂອສຳລັບການພັດທະນາຄູ, ສາລະຄະດີ, ລາຍການໂທລະພາບ ແລະ ລາຍການວິທະຍຸ.

Featured Communication Materials

ລາຍການຄູຕົວແບບ


ບົດຂ່າວໂທລະພາບ (Launch of curriculum)


ວິດີໂອສຳລັບການພັດທະນາຄູ


ບົດສຳພາດ


ບົດຂ່າວ ກົດເພື່ອດາວໂຫລດ

ແຜ່ນພັບ ກົດເພື່ອດາວໂຫລດ