ແຜນງານບີຄວາ ມີນະໂຍບາຍທີ່ເຄັ່ງຄັດທີ່ສຸດຕໍ່ການຫາຜົນປະໂຫຍດຈາກເດັກ ແລະ ການລ່ວງລະເມີດເດັກ, ເຊິ່ງສອດຄ່ອງກັບນະໂຍບາຍການປົກປ້ອງເດັກຂອງກະຊວງການຕ່າງປະເທດ ແລະ ການຄ້າຂອງລັດຖະບານອົດສະຕຣາລີ. ກິດຈະກໍາຂອງແຜນງານທັງໝົດແມ່ນໄດ້ຖືກປະເມີນຄວາມສ່ຽງຕໍ່ການຫາຜົນປະໂຫຍດຈາກເດັກ ແລະ ການລ່ວງລະເມີດເດັກ ເພື່ອໃຫ້ມີມາດຕະການຕ່າງໆ ເພື່ອຄຸ້ມຄອງ ຫຼື ຫຼຸດຜ່ອນຄວາມສ່ຽງເຫຼົ່ານັ້ນ. ການປົກປ້ອງເດັກເປັນຄວາມຮັບຜິດຊອບຮ່ວມກັນຂອງທີມງານທັງໝົດ ແລະ ແຜນງານບີຄວາສະໜັບສະໜູນຄູ່ຮ່ວມງານຈາກກະຊວງສຶກສາທິການ ແລະ ກິລາ, ຜູ້ຮັບເໝົາລາຍຍ່ອຍ ແລະ ຄູ່ຮ່ວມງານອື່ນໆເພື່ອໃຫ້ຮັບຮອງ ແລະ ນຳໃຊ້ນະໂຍບາຍທີ່ເປັນການປະຕິບັດທີ່ດີທີ່ສຸດສຳລັບການປົກປ້ອງເດັກ. ມາດຕະການທີ່ສໍາຄັນເພື່ອຮັບປະກັນວ່າກິດຈະກໍາທີ່ສະໜັບສະໜູນໂດຍແຜນງານບີຄວາ ຈະບໍ່ສ້າງອັນຕະລາຍໃດໆບໍ່ວ່າທາງກົງ ຫຼື ທາງອ້ອມ ປະກອບມີ:

  • ຂັ້ນຕອນການຮັບສະໝັກພະນັກງານລວມມີການກຳນົດເງື່ອນໄຂທີ່ພະນັກງານທຸກຄົນຕ້ອງສາມາດສະແດງຄວາມຮູ້ກ່ຽວກັບການປົກປ້ອງເດັກ.
  • ມີການຝຶກອົບຮົມປະຈຳປີກ່ຽວກັບການປົກປ້ອງເດັກໃຫ້ແກ່ພະນັກງານທຸກຄົນ.
  • ຜູ້ຮັບເໝົາຍ່ອຍທັງໝົດຕ້ອງສະໜອງການຝຶກອົບຮົມກ່ຽວກັບການປົກປ້ອງເດັກໃຫ້ແກ່ພະນັກງານຂອງເຂົາເຈົ້າ.
  • ຕ້ອງໄດ້ຮັບການຍິນຍອມເຫັນດີໂດຍຜູ້ປົກຄອງຂອງເດັກ ສຳລັບທຸກວຽກງານສື່ສານ ແລະ ການຕິດຕາມກວດກາ, ປະເມີນຜົນ ແລະ ການຖອດຖອນບົດຮຽນ ທີ່ກ່ຽວຂ້ອງກັບເດັກນ້ອຍ.
  • ຄູ່ຮ່ວມງານຈາກກະຊວງສຶກສາທິການ ແລະ ກິລາ ໃນທຸກລະດັບຂອງລະບົບການສຶກສາທີ່ພົວພັນກັບເດັກຜ່ານກິດຈະກຳການຕິດຕາມກວດກາ, ປະເມີນຜົນ ແລະ ການຖອດຖອນບົດຮຽນ ແລະ ວຽກງານສື່ສານ ຈະໄດ້ຮັບການຝຶກອົບຮົມກ່ຽວກັບການປົກປ້ອງເດັກ.