ໜ້າຫຼັກ / ກ່ຽວກັບແຜນງານບີຄວາ / ພື້ນທີ່ເປົ້າໝາຍ
ລະບົບຂັ້ນສູນກາງ, ການແກ້ໄຂບັນຫາໃນຂັ້ນທ້ອງຖິ່ນ

ແຜນງານບີຄວາ ໃຫ້ການສະໜັບສະໜູນການພັດທະນານະໂຍບາຍທີ່ຄອບຄຸມທົ່ວຂະແໜງການ, ການເສີມສ້າງລະບົບ ແລະ ການນຳໃຊ້ຫຼັກສູດປະຖົມສຶກສາ ແລະ ບົດຮຽນຝຶກເວົ້າພາສາລາວ ໃນທົ່ວປະເທດ.
ແຜນງານບີຄວາ ໃຫ້ການສະໜັບສະໜູນແບບເຂັ້ມແຂງຫຼາຍຂຶ້ນ ໃຫ້ແກ່ວິທະຍາໄລຄູ, ພະແນກສຶກສາທິການ ແລະ ກິລາແຂວງ, ພ້ອມຄະນະຊີ້ນຳ ແລະ ວິຊາການຂອງຫ້ອງການສຶກສາທິການ ແລະ ກິລາເມືອງ ເພື່ອປະຕິບັດລະບົບນະໂຍບາຍຂັ້ນສູນກາງ ໃຫ້ເໝາະສົມກັບສະພາບການ ແລະ ສອດຄ່ອງກັບຂັ້ນທ້ອງຖິ່ນ.