ກິດຈະກຳການສື່ສານ ແລະ ການຜະລິດວິດີໂອຕ່ງໆ ຂອງແຜນງານບີຄວາ ໄດ້ຮັບການອອກແບບມາຢ່າງຕັ້ງໃຈ ເພື່ອຊ່ວຍໃຫ້ບັນລຸຈຸດປະສົງຫຼາຍຢ່າງໄປພ້ອມກັນ.

ກ່ອນອື່ນ ແມ່ນສົ່ງເສີມພາບລັກ ແລະ ສ້າງຄວາມເຂົ້າໃຈ ໃນການຮ່ວມມືລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ. ນອກນັ້ນຍັງຊ່ວຍສື່ສານຂໍ້ຄວາມຍຸດທະສາດທີ່ສຳຄັນ ແລະ ປະຕິຮູບວາລະ ໂດຍການຫັນເອົານະໂຍບາຍ ແລະ ການປະຕິບັດຕົວຈິງດ້ານການສຶກສາ ມາເປັນແນວທາງປະຕິບັດທີ່ຊັດເຈນ ແລະ ເຂົ້າໃຈໄດ້ງ່າຍ ສໍາລັບຜູ້ທີ່ມີອຳນາດໃນການຕັດສິນໃຈ, ຄູ່ຮ່ວມງານໃນຂະແໜງການສຶກສາ, ຄູ, ຜູ້ປົກຄອງ ແລະ ຊຸມຊົນໃນວົງກ້ວາງຍຸດທະສາດຈຸດສຳຄັນທີສອງຂອງວຽກງານສື່ສານ ແມ່ນການປ່ຽນແປງພຶດຕິກຳ. ຜົນຜະລິດ ແລະ ກິດຈະກຳຂອງວຽກງານສື່ສານ ຖືກອອກແບບຢ່າງເອົາໃຈໃສ່ ເພື່ອປູກຈິດສຳນຶກ, ສ້າງຄວາມເປັນເຈົ້າການ, ສົ່ງເສີມໃຫ້ນຳໃຊ້ ແລະ ສະໜັບສະໜູນການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່, ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ແລະ ປັບປຸງແນວທາງປະຕິບັດຂອງການຮຽນການສອນ ຜ່ານວິດີໂອການສອນ, ສາລະຄະດີ, ໂຄສະນາທາງໂທລະພາບ ແລະ ວິທະຍຸ, ສື່ສິ່ງພິມ, ບົດຂ່າວ ແລະ ສື່ສັງຄົມອອນລາຍ, ພິທີການ ແລະ ເນື້ອຫາຂອງເວັບໄຊ. ວຽກງານສື່ສານຂອງແຜນງານບີຄວາ ຍັງຊ່ວຍເລື່ອງການປະຕິຮູບວຽກງານສຶກສາທີ່ຊັບຊ້ອນໃຫ້ສາມາດເຂົ້າໃຈ ແລະ ສາມາດນຳໄປປະຕິບັດໄດ້ຈິງ.

ການສ້າງຄວາມສາມາດ ແມ່ນວຽກງານໜຶ່ງທີ່ສຳຄັນ. ທີມງານຝ່າຍສື່ສານ ແລະ ຜະລິດວິດີໂອ ເຮັດວຽກຢ່າງໃກ້ຊິດກັບທີມງານສື່ຂອງ ກະຊວງສຶກສາທິການ ແລະ ກິລາ ແລະ ວິທະຍາໄລຄູເປົ້າໝາຍ ເພື່ອກຳນົດໂອກາດ ແລະ ຄວາມຕ້ອງການດ້ານສື່ສານໂຄສະນາ, ຜະລິດສື່ໂຄສະນາທີ່ເໝາະສົມ ແລະ ເຜີຍແຜ່ໃນກຸ່ມເປົ້າໝາຍ. ກິດຈະກຳການສື່ສານໂຄສະນາລວມມີການພັດທະນາຂີດຄວາມສາມາດ ໃຫ້ແກ່ບຸກຄະລາກອນທີ່ກ່ຽວຂ້ອງຂອງກະຊວງສຶກສາທິການ ແລະ ກິລາ ໂດຍຜ່ານກອງປະຊຸມ, ການຝຶກອົບຮົມ ແລະ ການຝຶກຕົວຈິງຢູ່ພາກສະໜາມ, ຊ່ວຍເສີມສ້າງຄວາມເປັນເຈົ້າການ ແລະ ຄວາມຍືນຍົງພາຍໃນລັດຖະບານ.

ທີມງານສື່ສານ ເຮັດວຽກຢ່າງໃກ້ຊິດກັບຫ້ອງການກະຊວງສຶກສາທິການ ແລະ ກິລາ, ກົມແຜນການ ແລະ ການເງິນ, ກົມສາມັນສຶກສາ, ພະແນກຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ, ສະຫະພັນແມ່ຍິງລາວ ກະຊວງສຶກສາທິການ ແລະ ກິລາ ແລະ ສື່ມວນຊົນອີງຕາມຄວາມເໝາະສົມ.

ທີມງານສື່ສານຂອງແຜນງານບີຄວາ ມີບົດບາດສຳຄັນໃນການສົ່ງເສີມຄວາມສະເໝີພາບຍິງຊາຍ, ການສຶກສາແບບຮຽນຮ່ວມ ແລະ ການປົກປ້ອງເດັກ. ຫຼັກການຂອງຄວາມສະເໝີພາບຍິງຊາຍ, ການມີສ່ວນຮ່ວມຂອງຄົນທີ່ມີຄວາມພິການ ແລະ ລວມທຸກຄົນໃນສັງຄົມ (GEDSI) ຖືກປະສົມປະສານເຂົ້າໃນຜົນຜະລິດ ແລະ ກິດຈະກໍາຂອງວຽກງານສື່ສານໃນທຸກດ້ານ ໂດຍມີຄວາມຄືບໜ້າ ແລະ ຂໍ້ຄວາມທີ່ມີສ່ວນຮ່ວມ ລວມໄປເທິງການນຳສະເໜີທີ່ສົ່ງເສີມຄວາມສະເໝີພາບຍິງຊາຍ, ການມີສ່ວນຮ່ວມຂອງຄົນທີ່ມີຄວາມພິການ ແລະ ການສ້າງສະພາບແວດລ້ອມທີ່ປອດໄພສຳລັບເດັກທຸກຄົນ.

ສື່ຂອງວຽກງານສື່ສານທີ່ພົ້ນເດັ່ນ

ລາຍການຄູຕົວແບບ


ບົດຂ່າວ (ຄວາມສະເໝີພາບຍິງ-ຊາຍໃນຫ້ອງຮຽນ)


ວິດີໂອສຳລັບການພັດທະນາຄູ


ບົດສຳພາດ


ບົດຂ່າວ ກົດເພື່ອດາວໂຫລດ

ແຜ່ນພັບ ກົດເພື່ອດາວໂຫລດ