ໃນໄລຍະການຂະຫຍາຍໄລຍະທີ 2 ຂອງແຜນງານບີຄວາ ໄດ້ສຸມໃສ່ການເສີມສ້າງຄວາມເຂັ້ມແຂງດ້ານຄວາມສະເໝີພາບຍິງ-ຊາຍ ແລະ ຄວາມກ້າວໜ້າຂອງແມ່ຍິງໃນຂະແໜງການສຶກສາ. ແຜນງານບີຄວາ ໃຫ້ການສະໜັບສະໜູນກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ເພື່ອປູກຈິດສຳນຶກກ່ຽວກັບບັນທັດຖານທາງດ້ານບົດບາດຍິງຊາຍ ແລະ ສັງຄົມ, ເສີມສ້າງການບໍລິຫານ ແລະ ພາວະການເປັນຜູ້ນໍາທີ່ຄໍານຶງເຖິງບົດບາດຍິງຊາຍ ແລະ ສົ່ງເສີມແນວທາງປະຕິບັດພາຍໃນອົງກອນທີ່ມີສ່ວນຮ່ວມຫຼາຍຂຶ້ນ.
ຄວາມສຳຄັນຂອງວຽກງານນີ້ ແມ່ນກຳລັງພັດທະນາ ແລະ ທົດລອງນຳໃຊ້ ເຄື່ອງມືການຄຸ້ມຄອງຄວາມສະເໝີພາບຍິງ-ຊາຍ (GEM) ຮ່ວມກັບ ພະແນກຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (DAWMC). ເຄື່ອງມືນີ້ຈະຊ່ວຍໃຫ້ບັນດາກົມກອງຂອງ ກະຊວງສຶກສາທິການ ແລະ ກິລາ ແລະ ຫ້ອງການຂັ້ນທ້ອງຖິ່ນ ໃນການເສີມສ້າງການຄຸ້ມຄອງທີ່ຄໍານຶງເຖິງບົດບາດຍິງຊາຍ ແລະ ການນຳພາທີ່ມີຄວາມສະເໝີພາບຫຼາຍຂຶ້ນ.
ໃນຂະນະດຽວກັນ ແຜນງານບີຄວາ ກໍ່ໃຫ້ການສະໜັບສະໜູນ ໂຄງການແມ່ຍິງໃນການເປັນຜູ້ນຳ, ເຮັດວຽກຮ່ວມກັບ DAWMC ແລະ ສະຫະພັນແມ່ຍິງລາວ ເພື່ອເສີມສ້າງຄວາມໝັ້ນໃຈ ແລະ ການສ້າງຄວາມສາມາດໃນການເປັນຜູ້ນຳໃຫ້ແກ່ແມ່ຍິງ ແລະ ຄວາມສະເໝີພາບຍິງຊາຍ. ວຽກງານນີ້ຊ່ວຍສ້າງຜູ້ຂັບເຄື່ອນທີ່ມີຄວາມຮູ້ຄວາມເຂົ້າໃຈ ແລະ ມີຄວາມມຸ່ງໝັ້ນທີ່ຈະສາມາດສະໜັບສະໜູນການປ່ຽນແປງແບບຍືນຍົງໃນທົ່ວຂະແໜງການສຶກສາ.
ແຜນງານບີຄວາ ໃຫ້ການສະໜັບສະໜູນທີ່ສຸມໃສ່:
- ການສ້າງຄວາມຮັບຮູ້ກ່ຽວກັບບັນທັດຖານທາງດ້ານບົດບາດຍິງຊາຍ ແລະ ສັງຄົມໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງໃນຂະແໜງການສຶກສາ ຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ທີ່ຈຳກັດຄວາມສາມາດຂອງແມ່ຍິງໃນການເປັນຜູ້ນຳ.
- ສ້າງຄວາມສາມາດໃຫ້ແກ່ ໂຄງການແມ່ຍິງໃນການເປັນຜູ້ນຳ.
- ໃຫ້ການສະໜັບສະໜູນ DAWMC ໃນການພັດທະນາ ແລະ ທົດລອງນຳໃຊ້ ເຄື່ອງມືການຄຸ້ມຄອງຄວາມສະເໝີພາບຍິງ-ຊາຍ ໃນຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ.
- ຝຶກອົບຮົມ ແລະ ໃຫ້ການສະໜັບສະໜູນ ກະຊວງສຶກສາທິການ ແລະ ກິລາ ຂັ້ນສູນກາງ, ວິທະຍາໄລຄູ, ພະແນກສຶກສາທິການ ແລະ ກິລາແຂວງ, ຫ້ອງການສຶກສາທິການ ແລະ ກິລາເມືອງ ໃນການນຳໃຊ້ ເຄື່ອງມືການຄຸ້ມຄອງຄວາມສະເໝີພາບຍິງ-ຊາຍ ເພື່ອທົບທວນ ແລະ ພິຈາລະນາກ່ຽວກັບວັດທະນະທຳ, ສະພາບແວດລ້ອມ ແລະ ແນວທາງປະຕິບັດໃນສະຖານທີ່ເຮັດວຽກ.
- ໃຫ້ການສະໜັບສະໜູນ DAWMC ໃນການປັບປຸງ, ອະນຸມັດ ແລະ ສົ່ງມອບ ເຄື່ອງມືການຄຸ້ມຄອງຄວາມສະເໝີພາບຍິງ-ຊາຍ ເພື່ອຂໍການຮັບຮອງໃນລະດັບຊາດ ແລະ ນຳໃຊ້ໄດ້ຢ່າງກວ້າງຂວາງກວ່າເກົ່າ.
ກິດຈະກຳຄວາມສະເໝີພາບຍິງ-ຊາຍ ແລະ ຄວາມກ້າວໜ້າຂອງແມ່ຍິງທີ່ພົ້ນເດັ່ນ


English