ແຜນງານບີຄວາ ສະໜັບສະໜູນກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ໃນການປັບປຸງທັກສະການສອນຂອງຄູຊັ້ນປະຖົມສຶກສາ ເພື່ອໃຫ້ນັກຮຽນມີຜົນການຮຽນທີ່ດີຂຶ້ນ. ແຜນງານບີຄວາ ເຮັດວຽກຮ່ວມກັບກົມພັດທະນາຄູ ແລະ ການບໍລິຫານການສຶກສາ, ກົມສາມັນສຶກສາ, ວິທະຍາໄລຄູເປົ້າໝາຍ 3 ແຫ່ງ ແລະ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ເພື່ອສ້າງຄວາມອາດສາມາດໃຫ້ແກ່ຄູປະຈຳການ, ຄູຝຶກຄູ, ແລະ ຜູ້ເຮັດວຽກສຶກສານິເທດ.

ໃນໄລຍະທີ 1, ແຜນງານບີຄວາ ໄດ້ສະໜັບສະໜູນ ສວສ ແລະ ກົມສ້າງຄູ (ຕອນນີ້ໄດ້ປ່ຽນຊື່ເປັນ ກົມພັດທະນາຄູ ແລະ ການບໍລິຫານການສຶກສາ) ໃນການຝຶກອົບຮົມຄູປະຈຳການໃນທົ່ວປະເທດໃນການນຳໃຊ້ຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່. ນອກນັ້ນ, ແຜນງານບີຄວາຍັງໄດ້ເຮັດວຽກຮ່ວມກັບກົມສ້າງຄູ ແລະ ວິທະຍາໄລຄູ ໃນການປັບປຸງຫຼັກສູດສ້າງຄູປະຖົມສຶກສາໃນລະດັບອະນຸປະລິນຍາ ໂດຍໃຫ້ມີເນື້ອໃນສອດຄ່ອງກັບຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່.

ໃນໄລຍະທີ 2, ແຜນງານບີຄວາ ຈະເຮັດວຽກຮ່ວມກັບກົມພັດທະນາຄູ ແລະ ການບໍລິຫານການສຶກສາ ເພື່ອສ້າງລະບົບ ແລະ ຈັດຕັ້ງປະຕິບັດການພັດທະນາວິຊາຊີບຄູແບບຕໍ່ເນື່ອງ (CPD) ທີ່ເອົາໂຮງຮຽນເປັນຫຼັກ ໂດຍສະໜັບສະໜູນດ້ານວິທີການສອນຢ່າງເປັນປະຈຳ, ສອດຄ່ອງກັບຄວາມຕ້ອງການຂອງຄູ, ປັບປ່ຽນໄດ້ ແລະ ມີສ່ວນຮ່ວມຈາກຫຼາຍພາກສ່ວນໃນທຸກລະດັບ. ວິທະຍາໄລຄູ ມີບົດບາດນໍາພາໃນລະບົບໃໝ່, ປະສານງານຢ່າງໃກ້ຊິດກັບຫ້ອງການສຶກສາທິການ ແລະ ກິລາເມືອງ (ສກມ) ລວມໄປເຖິງພາກສ່ວນທີ່ກ່ຽວຂ້ອງໃນຂັ້ນໂຮງຮຽນ. ວິທະຍາໄລຄູ ຈະນໍາພາການຈັດຕັ້ງປະຕິບັດທາງດ້ານຍຸດທະສາດຂອງ CPD ໂດຍສະໜັບສະໜູນດ້ານການສອນໃຫ້ໂດຍກົງ ແລະ ສະໜັບສະໜູນຜູ້ເຮັດວຽກສຶກສານິເທດຂັ້ນ ສກມ ແລະ ຜູ້ເຮັດວຽກສຶກສານິເທດພາຍໃນ (IPS) ຂັ້ນໂຮງຮຽນ ໃນທົ່ວເຂດການບໍລິການຂອງເຂົາເຈົ້າ. ສກມ ມີໜ້າທີ່ຮັບຜິດຊອບດ້ານການວາງແຜນ, ການຄຸ້ມຄອງ ແລະ ການຮັບປະກັນຄຸນນະພາບຂອງການຮຽນຮູ້ດ້ານ CPD ເພື່ອຮັບປະກັນວ່າ ການພັດທະນາວິຊາຊີບຂອງຄູ ແມ່ນໄດ້ຕອບສະໜອງຕໍ່ກັບວິຊາຊີບຂອງເຂົາເຈົ້າ. IPS ໃຫ້ການຊ່ວຍເຫຼືອດ້ານ CPD ແກ່ຄູສອນໃນຂັ້ນໂຮງຮຽນຢ່າງເປັນປະຈໍາ ແລະ ອີງຕາມຄວາມຕ້ອງການ ເພື່ອຮັບປະກັນວ່າຄຸນນະພາບຂອງການຮຽນການສອນຂອງຄູມີການປັບປຸງຂຶ້ນຢູ່ເລື້ອຍໆ.

ໃນໄລຍະການຂະຫຍາຍໄລຍະທີ 2, ແຜນງານບີຄວາ ຈະສືບຕໍ່ສະໜັບສະໜູນຜ່ານ:

  • ການມີສ່ວນຮ່ວມດ້ານນະໂຍບາຍ ເພື່ອເສີມສ້າງ ແລະ ຂະຫຍາຍລະບົບ CPD ໃນຂັ້ນໂຮງຮຽນທົ່ວປະເທດ.
  • ການເສີມສ້າງຄວາມອາດສາມາດໃຫ້ແກ່ 3 ວິທະຍາໄລຄູເປົ້າໝາຍ ໃນດ້ານວິທີການສອນ.
  • ການສ້າງຄວາມສາມາດ CPD ໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງ ເພື່ອສະໜັບສະໜັບສະໜູນການວາງແຜນ ແລະ ການປະຕິບັດ CPD ຂັ້ນໂຮງຮຽນໃນ 30 ເມືອງເປົ້າໝາຍ.
  • ການພັດທະນາສື່ການຮຽນການສອນກ່ຽວກັບການປ່ຽນແປງດິນຟ້າອາກາດໃຫ້ແກ່ຄູ ແລະ ຜູ້ເຮັດວຽກສຶກສານິເທດ.

ວິດີໂອສໍາລັບການພັດທະນາຄູຫຼ້າສຸດ




ໄປຊ່ອງຢູທູບວິດີໂອສຳລັບການພັດທະນາຄູ