ແຜນງານບີຄວາ ໄດ້ໃຫ້ການສະໜັບສະໜູນກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ໃນການພັດທະນາ ແລະ ປັບປຸງຫຼັກສູດຊັ້ນປະຖົມສຶກສາແຫ່ງຊາດ ພ້ອມກັບການປັບປຸງສື່ການຮຽນການສອນ ທີ່ສົ່ງເສີມຄວາມສະເໝີພາບຍິງຊາຍ ແລະ ການສຶກສາຮຽນຮ່ວມ. ຫຼັກສູດສະບັບປັບປຸງໃໝ່ ແມ່ນອີງໃສ່ວິທີການສອນທີ່ຖືເອົານັກຮຽນເປັນໃຈກາງ ແລະ ປະສົມປະສານການຮຽນຮູ້ດ້ວຍການປະຕິບັດຕົວຈິງ – ການມີສ່ວນຮ່ວມຂອງນັກຮຽນຜ່ານກິດຈະກຳການຮຽນ, ຮຽນຈາກປະສົບການຕົວຈິງ ແລະ ນຳໃຊ້ໄດ້ໃນຊິວິດຈິງ. ການປັບປຸງຫຼັກສູດ ແລະ ການພັດທະນາປຶ້ມແບບຮຽນ ແລະ ຄູ່ມືຄູ ທີ່ກ່ຽວຂ້ອງ ແມ່ນນຳພາໂດຍສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ໂດຍການຊ່ວຍເຫຼືອດ້ານວິຊາການຈາກແຜນງານບີຄວາ. ການຈັດຕັ້ງປະຕິບັດຫຼັກສູດໃໝ່ໃນໂຮງຮຽນຊັ້ນປະຖົມສຶກສາ ໄດ້ເລີ່ມຕົ້ນຈາກຂັ້ນ ປ.1 ໃນເດືອນກັນຍາ ປີ 2019 ແລະ ດຳເນີນໄປປີລະຂັ້ນຮຽນ. ການປັບປຸງຫຼັກສູດຂັ້ນ ປ.5 ສຳເລັດລົງ ເຊີ່ງຖືເປັນການສະຫຼຸບຂະບວນການປັບປຸງຫຼັກສູດ ໂດຍສື່ການຮຽນການສອນຂັ້ນ ປ.5 ໄດ້ຖືກນຳໃຊ້ໃນທຸກໂຮງຮຽນທົ່ວປະເທດ ນັບແຕ່ເດືອນກັນຍາ ປີ 2023.

ໃນໄລຍະການຂະຫຍາຍໄລຍະທີ 2, ແຜນງານບີຄວາ ຍັງສືບຕໍ່ເຮັດວຽກຮ່ວມກັບ ສວສ ຜ່ານ:

  • ການຄົ້ນຄວ້າ ແລະ ການຮຽນຮູ້ ເພື່ອກຳນົດ ແລະ ໃຫ້ຂໍ້ມູນຍຸດທະສາດ ແລະ ວິທີການທີ່ມີປະສິດທິຜົນ ເພື່ອພັດທະນາດ້ານພາສາ ແລະ ການຮູ້ໜັງສືໃຫ້ແກ່ຫ້ອງຮຽນໃນ ສປປ ລາວ.
  • ການພັດທະນາສື່ການຮຽນການສອນ ເພື່ອສະໜັບສະໜູນຄູທີ່ສອນຫ້ອງຄວບ.
  • ການພັດທະນາ ແລະ ຈັດຕັ້ງປະຕິບັດບົດຮຽນຝຶກເວົ້າພາສາລາວໃນທົ່ວປະເທດ ເພື່ອສະໜັບສະໜູນດ້ານການຮຽນຮູ້ພາສາລາວໃຫ້ແກ່ນັກຮຽນທີ່ເລີ່ມຮຽນຊັ້ນປະຖົມສຶກສາ ທີ່ຍັງບໍ່ທັນສາມາດເວົ້າພາສາລາວໄດ້.
  • ນະໂຍບາຍການມີສ່ວນຮ່ວມໃນການປະເມີນນັກຮຽນ ເພື່ອປູກຈິດສຳນຶກເຖິງຄວາມຈຳເປັນໃນການຈັດຫາສິ່ງອຳນວຍຄວາມສະດວກຢ່າງເໝາະສົມ ອີງຕາມຄວາມຕ້ອງການ ການຮຽນຮູ້ທີ່ຫຼາກຫຼາຍຂອງນັກຮຽນ.
  • ດໍາເນີນການທົບທວນ ຫຼັກສູດຊັ້ນປະຖົມສຶກສາ ເພື່ອສັງລວມເນື້ອໃນກ່ຽວກັບການປ່ຽນແປງດິນຟ້າອາກາດ ເພື່ອປັບປຸງການຮຽນການສອນກ່ຽວກັບຂົງເຂດດັ່ງກ່າວໃຫ້ດີຂຶ້ນ.

ວິດີໂອແນະນຳ

ວິດີໂອສຽງປະກອບພາບ ວິຊາພາສາອັງກິດ ຂັ້ນ ປ.4


ສາລະຄະດີຄູຕົວແບບ ທີ 1 – ຂ້ອຍຮັກອາຊີບຄູ


ລາຍການທີ່ໃຫ້ທັງຄວາມຮູ້ ແລະ ຄວາມບັນເທີງ ສຳລັບນັກຮຽນ ຂັ້ນ ປ.1


ໂຄສະນາຫຼັກສູດສະບັບປັບປຸງໃໝ່ ຊັ້ນປະຖົມສຶກສາ ປີທີ 1


ໂຄສະນາວິທີການຮັກສາປຶ້ມແບບຮຽນ


ໂຄສະນາການສົ່ງຄືນປຶ້ມແບບຮຽນ