ໄລຍະທີ 2 ຂອງແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສຳລັບການສຶກສາຂັ້ນພື້ນຖານໃນ ສປປ ລາວ (ແຜນງານບີຄວາ) ສືບຕໍ່ຜົນສຳເລັດຂອງສາຍພົວພັນການຮ່ວມມື ລະຫວ່າງລັດຖະບານອົດສະຕຣາລີ ແລະ ລັດຖະບານ ສປປ ລາວ ໃນໄລຍະທີ 1 ຂອງແຜນງານ ເຊິ່ງມີເປົ້າໝາຍເພື່ອ “ສົ່ງເສີມໃຫ້ເດັກນ້ອຍໃນເກນອາຍຸເຂົ້າຮຽນຊັ້ນປະຖົມໃນ ສປປ ລາວ, ໂດຍສະເພາະຜູ້ທີ່ດ້ອຍໂອກາດ, ມີຄວາມຫ້າວຫັນປະກອບສ່ວນໃນການຮຽນຫຼາຍຂຶ້ນ ແລະ ມີຜົນການຮຽນທີ່ດີຂຶ້ນ”.

ແຜນງານບີຄວາ ໄລຍະ 2 ຈະສືບຕໍ່ໃຫ້ການສະໜັບສະໜູນໂດຍກົງຕໍ່ບັນດາບຸລິມະສິດທາງດ້ານການສຶກສາຂອງລັດຖະບານລາວ ທີ່ລະບຸໄວ້ໃນແຜນພັດທະນາຂະແໜງການສຶກສາ ແລະ ກິລາ ທີ່ວາງອອກໂດຍທາງກະຊວງສຶກສາທິການ ແລະ ກິລາ ແລະ ມີຄວາມສອດຄ່ອງກັບທິດທາງຍຸດທະສາດ ທີ່ກຳນົດໄວ້ຢູ່ໃນ ນະໂຍບາຍການພັດທະນາສາກົນຂອງປະເທດອົດສະຕຣາລີ.

ແຜນງານບີຄວາ ໄລຍະທີ 1 (2015-2022) ໄດ້ສຸມໃສ່ການສະໜັບສະໜູນກະຊວງສຶກສາທິການ ແລະ ກິລາ ໃນການປັບປຸງຫຼັກສູດຊັ້ນປະຖົມສຶກສາແຫ່ງຊາດ ເພື່ອເຊື່ອມສານເອົາວິທີການສອນທີ່ຖືເອົານັກຮຽນເປັນໃຈກາງ ເຊິ່ງໃນນັ້ນ ການປະກອບສ່ວນໃນການຮຽນຢ່າງກຫ້າວຫັນ ແລະ ການຮຽນຮູ້ຂອງນັກຮຽນ ໄດ້ຖືກສົ່ງເສີມໂດຍຜ່ານກິດຈະກຳການຮຽນ, ລົງມືປະຕິບັດຕົວຈິງ ແລະ ນຳໄປໃຊ້ໄດ້ໃນຊີວິດຈິງ. ດ້ວຍການສະໜັບສະໜູນຈາກແຜນງານບີຄວາ, ກະຊວງສຶກສາທິການ ແລະ ກິລາ ໄດ້ພັດທະນາສື່ການຮຽນການສອນ ສຳລັບຄູ ແລະ ນັກຮຽນ ແລະ ໄດ້ສະໜອງການຝຶກອົບຮົມກ່ຽວກັບຫຼັກສູດໃໝ່ໃຫ້ແກ່ຄູປະຈຳການໃນທົ່ວປະເທດ. ການປັບປຸງຫຼັກສູດຊັ້ນປະຖົມສຶກສາສຳເລັດລົງໃນສົກຮຽນ 2023-2024 ແລະ ດັ່ງນັ້ນ ແຜນງານບີຄວາ ໄລຍະທີ 2 ຈະຫັນຈຸດສຸມໄປສູ່ການສ້າງລະບົບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ (CPD) ທີ່ເອົາໂຮງຮຽນເປັນຫຼັກ ແລະ ຕອບສະໜອງຄວາມຕ້ອງການຂອງທ້ອງຖິ່ນ. ວິທະຍາໄລຄູ 3 ແຫ່ງ ແລະ 30 ເມືອງໃນເຂດບໍລິການຂອງວິທະຍາໄລຄູ ຈະໄດ້ຮັບການສະໜັບສະໜູນໃນການອອກແບບ ແລະ ຈັດຕັ້ງປະຕິບັດລະບົບ CPD ໃໝ່ ທີ່ສອດຄ່ອງກັບດຳລັດຂອງກະຊວງສຶກສາທິການ ແລະ ກິລາ ເລກທີ 3342. ແຜນງານບີຄວາ ຍັງຈະສືບຕໍ່ສຸມໃສ່ການຮັບປະກັນຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ສົ່ງເສີມການສຶກສາຮຽນຮ່ວມໃນທຸກໆກິດຈະກໍາຂອງແຜນງານ.

ແຜນງານບີຄວາ ໄລຍະທີ 2 ໄດ້ເລີ່ມຈັດຕັ້ງປະຕິບັດໃນວັນທີ 1 ກໍລະກົດ ປີ 2022, ໄລຍະເວລາຂອງແຜນງານໃນເບື້ອງຕົ້ນແມ່ນຈະສິ້ນສຸດໃນເດືອນມິຖຸນາ ປີ 2026, ໂດຍມີຄວາມເປັນໄປໄດ້ໃນການຂະຫຍາຍເວລາຕື່ມອີກ 4 ປີ. ການປະກອບສ່ວນທັງໝົດຂອງລັດຖະບານອົດສະຕຣາລີ ເຂົ້າໃນແຜນງານບີຄວາ ໄລຍະທີ 2 ແມ່ນ 30 ລ້ານໂດລາອົດສະຕຣາລີ ສຳລັບໄລຍະເວລານັບແຕ່ວັນທີ 1 ກໍລະກົດ ປີ 2022 ເຖິງວັນທີ 30 ມິຖຸນາ ປີ 2026 ໃນເດືອນມິຖຸນາ ປີ 2023, ໄດ້ມີການເຊັນບົດບັນທຶກການຮ່ວມມືລະຫວ່າງລັດຖະບານອົດສະຕຣາລີ ແລະ ລັດຖະບານສະຫະລັດອາເມລິກາ ເພື່ອຂະຫຍາຍການຈັດຕັ້ງປະຕິບັດແຜນງານບີຄວາ ໄລຍະທີ 2. ອົງການພັດທະນາສາກົນຂອງປະເທດສະຫະລັດອາເມລິກາ (USAID) ຈະປະກອບສ່ວນ 3,5 ລ້ານໂດລາສະຫະລັດ ສໍາລັບໄລຍະເວລາ ນັບແຕ່ ວັນທີ 9 ມິຖຸນາ ປີ 2023 ຫາ 30 ມິຖຸນາ ປີ 2026.

ໂຄງສ້າງທາງດ້ານຫຼັກການຂອງແຜນງານບີຄວາ

ກົດເພື່ອດາວໂຫລດ

ເຂດບໍລິການວິທະຍາໄລຄູ ແລະ ເມືອງເປົ້າໝາຍ ໃນແຜນງານບີຄວາ ໄລຍະ 2

ກົດເພື່ອດາວໂຫລດ