ແຜນງານບີຄວາ ສະໜັບສະໜູນກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ໃນການປັບປຸງທັກສະການສອນຂອງຄູຊັ້ນປະຖົມສຶກສາເພື່ອໃຫ້ນັກຮຽນມີຜົນການຮຽນທີ່ດີຂຶ້ນ. ແຜນງານບີຄວາ ເຮັດວຽກຮ່ວມກັບກົມສ້າງຄູ, ກົມສາມັນສຶກສາ, ວິທະຍາໄລຄູເປົ້າໝາຍ 3 ແຫ່ງ ແລະ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ເພື່ອສ້າງຄວາມອາດສາມາດໃຫ້ແກ່ຄູປະຈຳການ, ຄູຝຶກຄູ, ແລະ ຜູ້ເຮັດວຽກສຶກສານິເທດ. ໃນໄລຍະທີ 1, ແຜນງານບີຄວາ ໄດ້ສະໜັບສະໜູນ ສວສ ແລະ ກົມສ້າງຄູ ໃນການຝຶກອົບຮົມຄູປະຈຳການໃນທົ່ວປະເທດໃນການນຳໃຊ້ຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່. ນອກນັ້ນ, ແຜນງານບີຄວາຍັງໄດ້ເຮັດວຽກຮ່ວມກັບກົມສ້າງຄູ ແລະ ວິທະຍາໄລຄູ ໃນການປັບປຸງຫຼັກສູດສ້າງຄູປະຖົມສຶກສາໃນລະດັບອະນຸປະລິນຍາ ໂດຍໃຫ້ມີເນື້ອໃນສອດຄ່ອງກັບຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່. ໃນໄລຍະທີ 2, ແຜນງານບີຄວາ ຈະເຮັດວຽກຮ່ວມກັບກົມສ້າງຄູ ເພື່ອສ້າງລະບົບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ (CPD) ທີ່ເອົາໂຮງຮຽນເປັນຫຼັກ, ສອດຄ່ອງກັບຄວາມຕ້ອງການຂອງຄູ, ເປັນລະບົບ, ປັບປ່ຽນໄດ້ ແລະ ມີສ່ວນຮ່ວມຈາກຫຼາຍພາກສ່ວນໃນທຸກລະດັບ. ວິທະຍາໄລຄູຈະມີບົດບາດນໍາພາໃນລະບົບໃໝ່, ປະສານງານຢ່າງໃກ້ຊິດກັບຫ້ອງການສຶກສາທິການ ແລະ ກິລາເມືອງ. ວິທະຍາໄລຄູຈະນໍາພາການຈັດຕັ້ງປະຕິບັດທາງດ້ານຍຸດທະສາດຂອງ CPD ທີ່ເອົາໂຮງຮຽນເປັນຫຼັກ ໃນທົ່ວເຂດການບໍລິການຂອງເຂົາເຈົ້າ ໂດຍເນັ້ນໃສ່ການສ້າງຂີດຄວາມສາມາດຂອງຜູ້ເຮັດວຽກສຶກສານິເທດພາຍໃນ, ໃນຂະນະທີ່ຫ້ອງການສຶກສາທິການ ແລະ ກິລາເມືອງຈະຮັບຜິດຊອບດ້ານການປະເມີນຄວາມຕ້ອງການ, ການຄຸ້ມຄອງ ແລະ ການຮັບປະກັນຄຸນນະພາບຂອງການຮຽນຮູ້ ແລະ ການພັດທະນາວິຊາຊີບຂອງຄູ.

ວິດີໂອສໍາລັບການພັດທະນາຄູລ່າສຸດ




ໄປຊ່ອງຢູທູບວິດີໂອສຳລັບການພັດທະນາຄູ