ຈຸດປະສົງ ຈຸດປະສົງຂອງຍຸດທະສາດກ່ຽວກັບພະຍາດໂຄວິດ-19 ຂອງແຜນງານບີຄວາ ໄລຍະທີ 2 ແມ່ນເພື່ອ:

  1. ປະກອບສ່ວນເຂົ້າໃນຜົນສຳເລັດຂອງ ແຜນຕອບໂຕ້ພະຍາດໂຄວິດ-19 ໃນ ສປປ ລາວ ຂອງລັດຖະບານອົດສະຕຣາລີ ແລະ ຈຸດປະສົງແມ່ນເພື່ອຮັບປະກັນໃຫ້ນັກຮຽນ, ໂດຍສະເພາະເດັກຍິງ ແລະ ເດັກທີ່ດ້ອຍໂອກາດ ຮູ້ໜັງສື ແລະ ສາມາດນັບເລກພື້ນຖານໄດ້ ແລະ ມີທັກສະຊີວິດ ເພື່ອປະກອບສ່ວນເຂົ້າໃນກຳລັງແຮງງານ ທີ່ມີປະສິດທິຜົນສູງຂຶ້ນ, ແລະ
  2. ນຳໃຊ້ມາດຕະການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19 ຢ່າງມີປະສິດທິພາບ ຕະຫຼອດໄລຍະເວລາຂອງການຈັດຕັ້ງປະຕິບັດແຜນງານໃນໄລຍະທີ 2:
  • ຮັບປະກັນສະຫວັດດີການຂອງທີມງານແຜນງານບີຄວາ, ຜູ້ມີສ່ວນຮ່ວມຂອງແຜນງານ ແລະ ຄູ່ຮ່ວມຈັດຕັ້ງປະຕິບັດ,
  • ສືບຕໍ່ການຈັດຕັ້ງປະຕິບັດແຜນງານຢ່າງປອດໄພ ເພື່ອໃຫ້ບັນລຸໄດ້ຕາມຜົນໄດ້ຮັບໄລຍະຍາວທີ່ຕັ້ງເປົ້າໄວ້,
  • ມີຄວາມສອດຄ່ອງກັບບັນດານະໂຍບາຍ, ນິຕິກຳ ແລະ ບຸລິມະສິດດ້ານການພັດທະນາຂະແໜງການສຶກສາ ຂອງລັດຖະບານອົດສະຕຣາລີ ແລະ ລັດຖະບານແຫ່ງ ສປປ ລາວ.

ບັນດາຫຼັກການຊີ້ນຳ ຫ້າຫຼັກການທີ່ສອດຄ່ອງກັບ ແຜນຕອບໂຕ້ພະຍາດໂຄວິດ-19 ໃນ ສປປ ລາວ ຂອງລັດຖະບານອົດສະຕຣາລີ ຈະເປັນຫຼັກການຊີ້ນຳຕະຫຼອດໄລຍະການຈັດຕັ້ງປະຕິບັດແຜນງານບີຄວາ ໄລຍະທີ 2 ທີ່ກ່ຽວພັນກັບການປ້ອງກັນການລະບາດພະຍາດໂຄວິດ-19, ການຫຼຸດຜ່ອນ ແລະ ການປັບຕົວຂອງແຜນງານໃນການວາງແຜນ ແລະ ການຕັດສິນໃຈຕ່າງໆ.

  1. ໃຫ້ບຸລິມະສິດກຸ່ມທີ່ດ້ອຍໂອກາດກ່ອນ. ການໂຕ້ຕອບການລະບາດຂອງພະຍາດໂຄວິດ-19 ຂອງແຜນງານບີຄວາ ໄລຍະທີ 2 ແມ່ນຈະພິຈາລະນາການຈັດບຸລິມະສິດໃຫ້ແກ່ຄວາມຕ້ອງການ, ຂີດຄວາມສາມາດ ແລະ ສະພາບການຂອງກຸ່ມທີ່ດ້ອຍໂອກາດທີ່ສຸດ. ບັນດານະໂຍບາຍ ແລະ ຂັ້ນຕອນດຳເນີນງານ ກ່ຽວພັນກັບບັນດາກິດຈະກຳຂອງແຜນງານບີຄວາ ຈະຮັບປະກັນວ່າ ກຸ່ມຜູ້ມີສ່ວນຮ່ວມທີ່ດ້ອຍໂອກາດ ຈະໄດ້ຮັບການປົກປ້ອງ. ການວາງແຜນ ແລະ ການຈັດສັນງົບປະມານ ຈະແກ້ໄຂຄວາມຕ້ອງການດ້ານການຊ່ວຍເຫຼືອເພີ່ມເຕີມທີ່ຈຳເປັນ ເພື່ອຫຼຸດຜ່ອນຄວາມແຕກໂຕນລະຫວ່າງກຸ່ມຜູ້ດ້ອຍໂອກາດ ແລະ ກຸ່ມຜູ້ທີ່ມີໂອກາດດີກວ່າ. ການອອກແບບ ແລະ ການຈັດຕັ້ງປະຕິບັດກິດຈະກຳຂອງແຜນງານ ຈະອີງຕາມຄວາມເໝາະສົມທາງດ້ານສະພາບການ ແລະ ຄວາມສາມາດຂອງຜູ້ທີ່ມີສ່ວນຮ່ວມ ແລະ ຈະບໍ່ປະປ່ອຍໃຜໄວ້ທາງຫຼັງ.
  2. ໃຫ້ບຸລິມະສິດແກ່ວິທີການແກ້ໄຂທີ່ມີຄວາມເໝາະສົມ ແລະ ຍືນຍົງ. ດັ່ງທີ່ກ່າວໄວ້ຂ້າງເທິງ, ແຜນງານບີຄວາ ຈະນຳໃຊ້ບັນດາມາດຕະການຕອບໂຕ້ການລະບາດຂອງພະຍາດໂຄວິດ-19 ທີ່ສາມາດໃຊ້ໄດ້ໃນໄລຍະຍາວ ເທົ່ານັ້ນ. ກິດຈະກຳຂອງແຜນງານຈະມີຄວາມເໝາະສົມກັບຈຸດປະສົງເປົ້າໝາຍຂອງແຜນງານ ແລະ ການອອກແບບແມ່ນອີງໃສ່ສະພາບຕົວຈິງຂອງການຈັດຕັ້ງປະຕິບັດວຽກງານຢູ່ໃນທ້ອງຖິ່ນ.
  3. ປະສານສົມທົບກັນ ເພື່ອກໍ່ໃຫ້ເກີດຜົນໄດ້ຮັບສູງສຸດ. ແຜນງານບີຄວາ ຈະປະສານງານກັບບັນດາກົມຂອງກະຊວງສຶກສາທິການ ແລະ ກິລາ, ລະຫວ່າງຜູ້ທີ່ມີສ່ວນຮ່ວມໃນຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ແລະ ກັບຄູ່ຮ່ວມພັດທະນາ ເພື່ອແບ່ງປັນວິທີການທີ່ປະສົບຜົນສຳເລັດ ແລະ ບົດຮຽນທີ່ຖອດຖອນໄດ້, ຂະຫຍາຍການເຂົ້າເຖິງກຸ່ມເປົ້າໝາຍ ແລະ ຜົນກະທົບຂອງການຊ່ວຍເຫຼືອທີ່ໄດ້ຮັບຜົນດີ ແລະ ບັນລຸການໃຊ້ງົບປະມານຢ່າງກຸ້ມຄ່າ ໂດຍຜ່ານການໃຊ້ຊັບພະຍາກອນຮ່ວມກັນ.
  4. ນຳໃຊ້ບົດຮຽນໃນອະດີດ ເພື່ອພັດທະນາວິທີການແກ້ໄຂໃນອະນາຄົດ. ມາດຕະການຄວບຄຸມ ແລະ ປ້ອງກັນການລະບາດຂອງພະຍາດໂຄວິດ-19 ຂອງແຜນງານ ໃນໄລຍະທີ 2 ແມ່ນຈະນຳໃຊ້ບົດຮຽນ ແລະ ປະສົບການຈາກແຜນງານ ໃນໄລຍະທີ 1 ລວມທັງປະສົບການ ແລະ ບົດຮຽນທີ່ຖອດຖອນໄດ້ຂອງາພາກສ່ວນອື່ນ.
  5. ຕົວແບບການດຳເນີນງານທີ່ດີ. ບັນດານະໂຍບາຍ, ສະຖານທີ່ເຮັດວຽກ, ແຜນຈັດຕັ້ງປະຕິບັດ ແລະ ການປະຕິບັດງານຂອງພະນັກງານແຜນງານບີຄວາ ຈະຮັກສາມາດຕະຖານສູງກ່ຽວກັບຄວາມປອດໄພ ແລະ ຄວາມພ້ອມໃນການຕອບໂຕ້ພະຍາດ.

Featured COVID-19 Response Activities

New TV teaching-learning program to support primary students during the COVID-19 crisis

MoES, Australia and EU discuss the impact of COVID-19 for the G2

Champasak excels in demonstrating COVID-19 prevention best practice during the teacher training workshops

MoES and Australia launching an innovative blended learning pilot

MoES and Australia finding solutions to continue the production of teacher training videos amidst covid-19 lockdown

MoES and Australia congratulate educational staff for their ongoing efforts to ensure successful implementation of the new primary curriculum despite covid-19 challenges