ພະນັກງານວິຊາການຂອງແຜນງານໄດ້ຖືກຈັດສັນເຂົ້າໃນຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ເພື່ອຊ່ວຍກະຊວງສຶກສາທິການ ແລະ ກິລາໃນການຈັດຕັ້ງປະຕິບັດແຜນງານ ໂດຍມີຈຸດສຸມໃນການພັດທະນາຫຼັກສູດຊັ້ນປະຖົມສຶກສາ, ການພັດທະນາວິຊາຊີບຄູ, ການຄຸ້ມຄອງຄູ ແລະ ການສະໜັບສະໜູນຄູ ແລະ ລວມໄປເຖິງການເຊື່ອມສານບັນດາຫຼັກການ ແລະ ການປະຕິບັດທີ່ສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການສຶກສາຮຽນຮ່ວມ.

ກະຊວງສຶກສາທິການ ແລະ ກິລາ

 

ກະຊວງສຶກສາທິການ ແລະ ກິລາ ຂອງ ສປປ ລາວ ແມ່ນໜ່ວຍງານພາກລັດທີ່ຊີ້ນຳແຜນງານບີຄວາ. ວິໄສທັດດ້ານການສຶກສາຂອງກະຊວງ ເຖິງປີ 2030 ແມ່ນເພື່ອ “ສ້າງໂອກາດໃຫ້ແກ່ພົນລະເມືອງລາວໝົດທຸກຄົນ ເພື່ອໃຫ້ສາມາດເຂົ້າເຖິງການສຶກສາໄດ້ຢ່າງສະເໝີພາບ ໂດຍມີຈຸດສຸມໃນການພັດທະນາຄຸນນະພາບການສຶກສາ”.

ລັດຖະບານອົດສະຕຣາລີ

 

ລັດຖະບານອົດສະຕຣາລີ ແມ່ນຜູ້ໃຫ້ທຶນສອງຝ່າຍຫຼາຍທີ່ສຸດເຂົ້າໃນການສຶກສາຂັ້ນພື້ນຖານ ໃນ ສປປ ລາວ. ແຜນງານບີຄວາ ແມ່ນແຜນງານທີ່ສຳຄັນຂອງອົດສະຕຣາລີ ໃນ ສປປ ລາວ ດ້ວຍງົບປະມານລວມ 80 ລ້ານໂດລາອົດສະຕຣາລີ ສຳລັບແຜນງານໄລຍະທີ 1 ຈາກເດືອນພຶດສະພາ ປີ 2015 ເຖິງເດືອນມິຖຸນາ ປີ 2022 ແລະ ງົບປະມານເພີ່ມຕື່ມອີກ 30 ລ້ານໂດລາອົດສະຕຣາລີ ສຳລັບແຜນງານໄລຍະທີ 2 ຈາກເດືອນກໍລະກົດ ປີ 2022 ເຖິງເດືອນມິຖຸນາ ປີ 2026.

ອົງການ USAID

 

ຈຸດປະສົງຂອງການຮ່ວມມືຂອງລັດຖະບານສະຫະລັດອາເມລິກາ ກັບລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ໄລຍະທີ 2 ແມ່ນເພື່ອຂະຫຍາຍການສະໜັບສະໜູນຂອງອົງການ USAID ສຳລັບການສອນຫ້ອງຄວບ, ການສຶກສາຮຽນຮ່ວມ ແລະ ພັດທະນາການດ້ານການຮຽນຮູ້ພາສາລາວໃນຊັ້ນປະຖົມຕອນຕົ້ນ ໂດຍເນັ້ນໃສ່ນັກຮຽນທີ່ບໍ່ເວົ້າພາສາລາວ-ໄຕ ເປັນພາສາຫຼັກໃນຄອບຄົວ. ນອກຈາກນີ້, ອົງການ USAID ຍັງຈະຊ່ວຍສະໜັບສະໜູນດ້ານອຸປະກອນ ICT ຢ່າງເໝາະສົມ ຢູ່ໃນຂັ້ນເມືອງ ແລະ ວິທະຍາໄລຄູເປົ້າໝາຍຂອງແຜນງານບີຄວາ ໄລຍະທີ 2. ອົງການ USAID ແມ່ນຜູ້ໃຫ້ທຶນຮ່ວມ ໃນແຜນງານບີຄວາ ໂດຍໄດ້ປະກອບທຶນປະມານ 2,7 ລ້ານໂດລາອົດສະຕຣາລີ ສຳລັບແຜນງານໄລຍະທີ 1 ຈາກເດືອນກັນຍາ ປີ 2017 ເຖິງເດືອນກັນຍາ ປີ 2019 ແລະ ປະມານ 3,5 ລ້ານໂດລາອົດສະຕຣາລີ ສຳລັບແຜນງານ ໄລຍະທີ 2 ຈາກເດືອນມິຖຸນາ ປີ 2023 ເຖິງເດືອນມິຖຸນາ ປີ 2026.

ສະຫະພາບເອີຣົບໄດ້ປະກອບສ່ວນງົບປະມານເຂົ້າໃນກິດຈະກໍາທັງໝົດຂອງແຜນງານ ໄລຍະທີ 1 ຈົນເຖິງເດືອນສິງຫາ ປີ 2020.

ຈົນເຖິງປີ 2018, ແຜນງານບີຄວາໄດ້ຮ່ວມມືກັບອົງການແພລນສາກົນ (Plan International), ອົງການສຸພະນິມິດສາກົນ (World Vision), ອົງການຊ່ວຍເຫຼືອເດັກສາກົນ (Save the Children) ແລະ ອົງການຊາຍຟັນ (ChildFund) ຜ່ານໂຄງການຂອງກຸ່ມອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານຂອງແຜນງານບີຄວາ (BEQUAL NGO Consortium) ເພື່ອເພີ່ມການມີສ່ວນຮ່ວມໃນການຮຽນຂອງນັກຮຽນ ແລະ ຄູສອນ ໂດຍສະເພາະແມ່ນເດັກນ້ອຍທີ່ມີຄວາມພິການ.