ວິທີການຂອງແຜນງານບີຄວາ ກ່ຽວກັບການຕິດຕາມ, ປະເມີນຜົນ ແລະ ການຖອດຖອນບົດຮຽນ (MEL) ແມ່ນວິທີການທີ່ມີການປຶກສາຫາລື ແລະ ມີສ່ວນຮ່ວມຈາກພາກສ່ວນກ່ຽວຂ້ອງ.

ຈຸດປະສົງຂອງກິດຈະກຳ MEL ຂອງແຜນງານບີຄວາ ແມ່ນເພື່ອ:

  • ສະແດງໃຫ້ຄູ່ຮ່ວມພັດທະນາ ແລະ ທຸກພາກສ່ວນກ່ຽວຂ້ອງເຫັນໄດ້ເຖິງຄວາມຮັບຜິດຊອບ ແລະ ໜ້າເຊື່ອຖື ສຳລັບການນຳໃຊ້ຊັບພະຍາກອນຕ່າງໆ ດ້ວຍການຕິດຕາມກວດກາລາຍຈ່າຍ, ຄຸນນະພາບ ແລະ ປະສິດທິພາບຂອງກິດຈະກຳ ແລະ ຜົນໄດ້ຮັບຕ່າງໆ ລວມທັງ ປະສິດທິຜົນຂອງບັນດາຜົນໄດ້ຮັບຕ່າງໆນັ້ນໃນການບັນລຸຜົນໄດ້ຮັບໄລຍະຍາວ.
  • ສືບຕໍ່ປັບປຸງການປະຕິບັດໜ້າວຽກຕ່າງໆ ດ້ວຍການຕິດຕາມການປະຕິບັດບັນດາກິດຈະກຳ ແລະ ຄວາມຄືບໜ້າໃນການບັນລຸໄດ້ຜົນໄດ້ຮັບໄລຍະຍາວ.
  • ຖອດຖອນບົດຮຽນ ແລະ ແບ່ງປັນຄວາມຮູ້ ກ່ຽວກັບສິ່ງທີ່ສາມາດປະຕິບັດສຳເລັດ ແລະ ສິ່ງທີ່ບໍ່ສາມາດ ແລະ ພາຍໃຕ້ສະຖານະການແບບໃດ. ການຖອດຖອນບົດຮຽນ ແລະ ການແບ່ງປັນຄວາມຮູ້ສາມາດປະຕິບັດໄດ້ໂດຍຜ່ານກອງປະຊຸມຢັ້ງຢືນຂໍ້ມູນ ແລະ ສະທ້ອນຄືນ ແລະ ໂດຍການເຜີຍແຜ່ຜົນໄດ້ຮັບຈາກການສຶກສາຄົ້ນຄວ້າ ແລະ ການປະເມີນຜົນ ຮ່ວມກັບພາກສ່ວນກ່ຽວຂ້ອງຕ່າງໆ.
  • ໃຫ້ຂໍ້ມູນກ່ຽວກັບວິທີການທີ່ສາມາດຈັດຕັ້ງປະຕິບັດໃນຮູບແບບດຽວກັນໃນສະຖານທີ່ຕ່າງກັນ ແລະ ຂະຫຍາຍການຈັດຕັ້ງປະຕິບັດໃນວົງກວ້າງ ໂດຍຜ່ານການຕິດຕາມກວດກາ, ປະເມີນຜົນ ແລະ ຜ່ານທາງໂຄງການທົດລອງຕ່າງໆ.
  • ເສີມສ້າງຂີດຄວາມສາມາດຂອງຄູ່ຮ່ວມງານພາກລັດ ກ່ຽວກັບວຽກງານ MEL ຜ່ານການຕິດຕາມກວດກາ ແລະ ຜ່ານການຝຶກຝົນຈາກການປະຕິບັດໜ້າວຽກ ສົມທັບກັບການສະໜັບສະໜູນເຄືອຄ່າຍ M&E ຂອງກະຊວງສຶກສາທິການ ແລະ ກິລາ. ນອກຈາກນີ້, ແຜນງານບີຄວາ ຍັງຈະໃຫ້ການສະໜັບສະໜູນກະຊວງສຶກສາທິການ ແລະ ກິລາ ໃນການທົບທວນຄືນ ແລະ ປັບປຸງການຕິດຕາມກວດກາ ແຜນການຈັດຕັ້ງປະຕິບັດສຳລັບຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ ແລະ ລະບົບ CPD ໃນບັນດາເມືອງເປົ້າໝາຍ.

ລະບົບ MEL ຂອງແຜນງານບີຄວາ ແມ່ນມີຄວາມຍືດຍຸ່ນ ແລະ ສາມາດດັດປັບໄດ້ ເພື່ອຕອບສະໜອງຕາມບຸລິມະສິດດ້ານການຈັດຕັ້ງປະຕິບັດທີ່ເກີດຂຶ້ນ ແລະ ຕາມຄວາມຫຼາກຫຼາຍຂອງກິດຈະກຳຂອງແຜນງານ. ໃນສະພາບການທີ່ເໝາະສົມ, ເຄື່ອງມື MEL ຈະນຳໃຊ້ເຕັກໂນໂລຊີທີ່ເປັນນະວັດຕະກຳໃໝ່ໆ ເພື່ອຍົກສູງຄວາມສາມາດໃນການເຂົ້າເຖິງຂໍ້ມູນ MEL ໄດ້ງ່າຍຂຶ້ນ ແລະ ເພື່ອໃຫ້ສາມາດສົ່ງຂໍ້ມູນທີ່ກ່ຽວຂ້ອງ, ຊັດເຈນ ແລະ ທັນກັບເວລາ ໃຫ້ແກ່ຜູ້ວາງແຜນ ແລະ ຜູ້ມີອຳນາດໃນການຕັດສິນໃຈ. ວຽກງານ MEL ສົ່ງເສີມການຮຽນຮູ້ຮ່ວມກັນ ແລະ ມີການປັບປຸງແບບຕໍ່ເນື່ອງ ໃນທຸກວຽກງານຂອງແຜນງານບີຄວາ ຮ່ວມກັບຄູ່ຮ່ວມງານໃນການຈັດຕັ້ງປະຕິບັດ ເພື່ອໃຫ້ມີຄວາມເຂົ້າໃຈເປັນອັນດຽວກັນກ່ຽວກັບວິທີການໃນການບັນລຸໄດ້ຜົນໄດ້ຮັບໄລຍະຍາວແບບຍືນຍົງ.

Publications

Summary of monitoring, evaluation and learning system – 2023
This document is in English version

Teacher support pack endline report – June 2023
This document is only available in English version

Continuing Professional Development (CPD) subnational mapping – February 2023
This document is in English and Lao version