ແຜນງານບີຄວາ ໃຫ້ການສະໜັັບສະໜູນກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ, ໂດຍສະເພາະໃນຂັ້ນທ້ອງຖິ່ນ ເພື່ອປັບປຸງນະໂຍບາຍ, ການວາງແຜນ ແລະ ການປະສານງານກ່ຽວກັບບັນດາກິດຈະກໍາທີ່ສົ່ງຜົນໂດຍກົງຕໍ່ຄຸນນະພາບການສອນ.

ໃນໄລຍະທີ 2, ແຜນງານບີຄວາ ຈະເຮັດວຽກຮ່ວມກັບກົມສ້າງຄູ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ວິທະຍາໄລຄູເປົ້າໝາຍ 3 ແຫ່ງ ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງ ໃນ 30 ເມືອງ ໃນເຂດບໍລິການຂອງວິທະຍາໄລຄູດັ່ງກ່າວ ເພື່ອວາງແຜນ, ຄຸ້ມຄອງ ແລະ ຕິດຕາມການຈັດຕັ້ງປະຕິບັດການພັດທະນາວິຊາຊີບຄູແບບເນື່ອງ ເຊິ່ງເປັນລະບົບທີ່ມີສ່ວນຮ່ວມຈາກທຸກພາກສ່ວນກ່ຽວຂ້ອງ ແລະ ເອົາໂຮງຮຽນເປັນຫຼັກ. ໃນສ່ວນໜຶ່ງຂອງວິທີການນີ້, ແຜນງານບີຄວາ ຈະສະໜັບສະໜູນກົມສ້າງຄູ ໃນການກຳນົດບົດບາດຂອງຜູ້ອໍານວຍການໂຮງຮຽນໃນລະບົບ CPD ດັ່ງກ່າວ ແລະ ຊອກຫາໂອກາດເພື່ອສ້າງຄວາມເຂັ້ມແຂງທັກສະດ້ານການນໍາພາໃຫ້ແກ່ຜູ້ອໍານວຍການໂຮງຮຽນ. ໃນລະດັບນະໂຍບາຍ ແຜນງານບີຄວາຈະສະໜັບສະໜູນກົມສ້າງຄູ ເພື່ອກໍານົດໂອກາດໃນການເຊື່ອມໂຍງນະໂຍບາຍການຄຸ້ມຄອງຄູທີ່ກ່ຽວຂ້ອງ ກັບມາດຕະຖານການສອນຂອງຄູຊັ້ນປະຖົມແຫ່ງຊາດ.

Featured Teacher Management and Support activities

ທຶນສະໜັບສະໜູນການສຶກສາ (ESG)

ກົດອ່ານ

ມາດຕະຖານການສອນຊັ້ນປະຖົມສຶກສາໃນ ສປປ ລາວ

ກົດອ່ານ