ແຜນງານບີຄວາ ນຳໃຊ້ວິທີການແບບຄວບຄູ່ (ມີການເຊື່ອມສານວຽກງານສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການສຶກສາຮຽນຮ່ວມ ເຂົ້າໃນກິດຈະກຳທົ່ວໄປຂອງແຜນງານ ແລະ ມີກິດຈະກຳສະເພາະເພື່ອສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການສຶກສາຮຽນຮ່ວມ) ເພື່ອປັບປຸງຂົງເຂດວຽກງານກ່ຽວກັບການສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການສຶກສາຮຽນຮ່ວມ (GE&IE), ໂດຍມີການຮ່ວມມືກັນຢ່າງໃກ້ຊິດກັບກະຊວງສຶກສາທິການ ແລະ ກິລາ ລວມທັງ ພະແນກສົ່ງເສີມຄວາມຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ແລະ ສູນສົ່ງເສີມການສຶກສາຮຽນຮ່ວມ.

ວຽກງານສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ ໄດ້ຮັບການເຊື່ອມສານເຂົ້າໃນທົ່ວແຜນງານ. ທຸກກິດຈະກຳມີການເຊື່ອມສານວຽກງານສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ, ຄວາມພິການ ແລະ ການມີສ່ວນຮ່ວມໃນສັງຄົມ ແລະ ບໍ່ມີການຈຳແນກ. ຍົກຕົວຢ່າງ: ສື່ການຮຽນການສອນສຳລັບຫຼັກສູດຊັ້ນປະຖົມ, ສື່ຕ່າງໆສຳລັບວຽກງານສື່ສານ ແລະ ສື່ຕ່າງໆສຳລັບການຝຶກອົບຮົມຄູປະຈຳການ ໄດ້ເຊື່ອມສານບັນດາຫຼັກການ GE&IE ເຂົ້າໃນເນື້ອໃນ ແລະ ຮູບພາບຕ່າງໆ. ປຶ້ມຄູ່ມືຄູ ປະກອບມີຄຳແນະນຳທີ່ສາມາດປະຕິບັດໄດ້ ແລະ ລາຍລະອຽດຂັ້ນຕອນຕ່າງໆ ສຳລັບຄູສອນ ກ່ຽວກັບວິທີການສ້າງໃຫ້ຫ້ອງຮຽນເປັນບ່ອນທີ່ມີຄວາມສະເໝີພາບ ແລະ ເໝາະສົມສຳລັບເດັກທຸກຄົນ. ສື່ຕ່າງໆສຳລັບການຝຶກອົບຮົມຄູປະຈຳການ ປະກອບມີໂມດູນບົດສອນ ກ່ຽວກັບການຮຽນຮູ້ດ້ວຍຕົນເອງ ສຳລັບຄູ ເຊິ່ງລວມມີບັນດາຫຼັກການ ແລະ ວິທີການດ້ານການສຶກສາຮຽນຮ່ວມ ຢູ່ໃນຫ້ອງຮຽນ.

ແຜນງານບີຄວາ ໄດ້ເຮັດວຽກຢ່າງໃກ້ຊິດກັບພະແນກສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ເພື່ອສ້າງ ແລະ ຝຶກຄູຝຶກສຳລັບວຽກງານສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ ຈຳນວນ 30 ຄົນ ເຊິ່ງຈະເປັນຜູ້ທີ່ຮັບຜິດຊອບສະໜອງການຝຶກອົບຮົມໃນຂັ້ນແຂວງ ແລະ ຂັ້ນເມືອງ. ນອກຈາກນັ້ນ, ແຜນງານບີຄວາຍັງໄດ້ໃຫ້ການສະໜັບສະໜູນພະແນກດັ່ງກ່າວໃນການພັດທະນາປຶ້ມຝຶກຫັດສຳລັບການຝຶກອົບຮົມກ່ຽວກັບການເຊື່ອມສານວຽກງານສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍເຂົ້າໃນກິດຈະກຳທົ່ວໄປ ແລະ ວຽກງານການປ້ອງກັນຄວາມຮຸນແຮງບົນພື້ນຖານດ້ານເພດໃນໂຮງຮຽນ.

ກິດຈະກຳສະເພາະ ໄດ້ຮັບການອອກແບບເພື່ອປະຕິຮູບສາຍພົວພັນທາງສັງຄົມ ແລະ ສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ, ການມີສ່ວນຮ່ວມຂອງຜູ້ທີ່ມີຄວາມພິການ ແລະ ການມີສ່ວນຮ່ວມຂອງທຸກຊົນເຜົ່າ. ຍົກຕົວຢ່າງ: ໂຄງການຝຶກເວົ້າພາສາລາວ ກຳລັງຖືກຈັດຕັ້ງປະຕິບັດ ຢູ່ໃນໂຮງຮຽນເປົ້າໝາຍ ໃນ 21 ເມືອງ ເພື່ອທົດສອບປະສິດທິພາບຂອງການຊ່ວຍເຫຼືອເພີ່ມຕື່ມ ກ່ຽວກັບການຮຽນເວົ້າພາສາລາວ ສຳລັບນັກຮຽນທີ່ມາຈາກພື້ນຖານທີ່ບໍ່ເວົ້າພາສາລາວ ເປັນພາສາຫຼັກໃນຄອບຄົວ ແນໃສ່ຊ່ວຍເຫຼືອເດັກນ້ອຍເຫຼົ່ານັ້ນ ໃນການພັດທະນາທັກສະດ້ານພາສາ ທີ່ຈຳເປັນສຳລັບການຮຽນໃນອະນາຄົດຂອງພວກເຂົາ. ການໂຄສະນາສື່ສານ ແລະ ງານພິທີຕ່າງໆ ໄດ້ຖືກອອກແບບສະເພາະເພື່ອສົ່ງເສີມວຽກງານຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການມີສ່ວນຮ່ວມຂອງຜູ້ທີ່ມີຄວາມພິການ ແລະ ທຸກຄົນໃນສັງຄົມ.

Featured Gender Equity and Inclusive Education Activities

ພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ 2024

ພິທີສະເຫຼີມສະຫຼອງວັນຄົນພິການສາກົນ 2023

ພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ 2023

ພິທີສະເຫຼີມສະຫຼອງວັນຄົນພິການສາກົນ 2020

ສາລະຄະດີຄູຕົວແບບການສຶກສາຮຽນຮ່ວມ