ໜ້າຫຼັກ /
ສປປ ລາວ ໂດຍໄດ້ຮັບການສະໜັບສະໜູນ ຈາກປະເທດອົດສະຕຣາລີ, ນຳສະເໜີຜົນສຳເລັດຂອງສື່ການຮຽນ-ການສອນພາສາລາວ ທີ່ ມະຫາວິທະຍາໄລ ອອກສະຟອດ, ສະຫະລາຊະອານາຈັກອັງກິດ
ການນຳສະເໜີດັ່ງກ່າວໄດ້ເນັ້ນໃຫ້ເຫັນວ່າ ຂໍ້ມູນຫຼັກຖານ, ການຄົ້ນຄວ້າຈາກຫ້ອງຮຽນ ແລະ ການຮ່ວມມືກັນ ໄດ້ຊ່ວຍເສີມສ້າງພື້ນຖານດ້ານພາສາ ແລະ ການອ່ານ-ການຂຽນພາສາລາວ ໃຫ້ແກ່ນັກຮຽນຂັ້ນ ປ.1 ຢ່າງເຂັ້ມແຂງ, ໂດຍສະເພາະແມ່ນເດັກທີ່ບໍ່ເວົ້າພາສາລາວເປັນຫຼັກຢູ່ໃນຄອບຄົວ
ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບລັດຖະບານອົດສະຕຣາລີ ໄດ້ອອກວິດີໂອໃໝ່ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ເຮັດວຽກໃນຂະແໜງການສຶກສາ ໃນການສະໜັບສະໜູນນັກຮຽນພິການໃຫ້ດີຂຶ້ນ
ວິດີໂອສຳລັບການພັດທະນາຄູ ຕອນໃໝ່ ຕອນທີ 29 ຊ່ວຍໃຫ້ຄູສາມາດລະບຸຄວາມຕ້ອງການໃນການຮຽນຂອງນັກຮຽນ ເພື່ອໃຫ້ ສາມາດດັດປັບການຮຽນການສອນໃຫ້ເໝາະສົມກັບນັກຮຽນທຸກຄົນ
ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບລັດຖະບານອົດສະຕຣາລີ ໄດ້ນຳສະເໜີເຄື່ອງມືປະເມີນຕົນເອງສຳລັບຄູຊັ້ນປະຖົມສຶກສາ ເພື່ອສົ່ງເສີມຄຸນນະພາບການສອນ
ເຄື່ອງມືປະເມີນຕົນເອງສຳລັບຄູ ຊັ້ນປະຖົມສຶກສາ ຈະຊ່ວຍໃຫ້ຄູສະທ້ອນຄືນການປະຕິບັດໜ້າທີຂອງຕົນເອງ, ກຳນົດຄວາມຕ້ອງການການຮຽນຮູ້ເພີ່ເຕີມທາງດ້ານວິຊາຊີບ ແລະ ປັບປຸງການສອນໃນຫ້ອງຮຽນ
ກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານອົດສະຕຣາລີ ໄດ້ຢືນຢັນເຖິງການຮ່ວມມືໄລຍະຍາວ ເພື່ອສົ່ງເສີມການຮຽນຂັ້ນພື້ນຖານໃນ ສປປ ລາວ
ແຜນງານບີຄວາ ໄດ້ຂະຫຍາຍເວລາໄປເຖິງ ເດືອນ ມິຖຸນາ 2028 ໂດຍມີໜ້າວຽກຫຼັກ ເພື່ອສົ່ງເສີມການຮຽນຮ່ວມ, ຄວາມເປັນຜູ້ນຳຂອງແມ່ຍິງ, ການສຶກສາຮຽນຮ່ວມ ແລະ ຄວາມຍືນຍົງຂອງລະບົບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ
ສສກ ແລະ ອົດສະຕຣາລີ ເລີ່ມຖ່າຍທຳວິດີໂອພັດທະນາຄູຕອນໃໝ່ ເນັ້ນການຊ່ວຍເຫຼືອນັກຮຽນພິການໃຫ້ເຂົ້າເຖິງການສຶກສາຢ່າງເທົ່າທຽມ
ກະຊວງສຶກສາທິການ ແລະ ກິລາ (ສສກ) ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສຳລັບການສຶກສາຂັ້ນພື້ນຖານໃນ ສປປ ລາວ (ແຜນງານບີຄວາ) ໄດ້ເລີ່ມຕົ້ນການຜະລິດວິດີໂອສຳລັບການພັດທະນາຄູ ຕອນທີ 29 (TDV 29)


English