The team of lecturers developing training materials for teachers
ກອງປະຊຸມສຳມະນາຄັ້ງທີສອງ ຊ່ວຍໃຫ້ຄູຝຶກສາມາດສ້າງສື່ການຝຶກອົບຮົມ ທີ່ເໝາະສົມກັບສະພາບທ້ອງຖິ່ນ ເພື່ອສະໜັບສະໜູນຄູ
ຄູມີບົດບາດສຳຄັນຫຼາຍຕໍ່ການຮຽນຮູ້ຂອງເດັກ ແລະ ຕໍ່ອະນາຄົດຂອງ ສປປ ລາວ; ເຂົາເຈົ້າເປັນຫົວໃຈຫຼັກຂອງລະບົບການສຶກສາ. ເຖິງຢ່າງໃດກໍຕາມ, ຄູຫຼາຍທ່ານໄດ້ປະຕິບັດໜ້າທີ່ຢູ່ເຂດຫ່າງໄກ ແລະ ພົບສິ່ງທ້າຍໃນວຽກງານ. ຄູຈຳນວນໜຶ່ງຕ້ອງສອນນັກຮຽນທີ່ຢູ່ໃນລະດັບຂັ້ນຮຽນຕ່າງກັນ ໃນຫ້ອງຮຽນດຽວກັນ, ໃນຂະນະທີ່ບາງຄົນ ຕ້ອງສອນເດັກທີ່ເວົ້າພາສາເຜົ່າຕ່າງກັນຢູ່ໃນຄອບຄົວ ແລະ ອາດຈະຍັງບໍ່ທັນສາມາດເວົ້າພາສາລາວໄດ້ດີເທື່ອ ເຊິ່ງເປັນພາສາຫຼັກທີ່ໃຊ້ໃນການຮຽນການສອນ. ດັ່ງນັ້ນ, ຄູຈຶ່ງຕ້ອງການການສະໜັບສະໜູນ ທີ່ສາມາດນຳໄປປະຕິບັດໄດ້ຈິງ ເພື່ອຊ່ວຍໃຫ້ນັກຮຽນທຸກຄົນສາມາດມີສ່ວນຮ່ວມ ແລະ ໄດ້ຮຽນຮູ້ຢ່າງທົ່ວເຖິງ.
ເພື່ອໃຫ້ການສະໜັບສະໜູນຄູມີປະສິດທິພາບ, ຈະຕ້ອງມີການສະທ້ອນ ໃຫ້ເຫັນເຖິງສະພາບຄວາມເປັນຈິງໃນຊີວິດປະຈຳວັນ ແລະ ສະເໜີແນວຄວາມຄິດ ທີ່ສາມາດນຳໄປປະຕິບັດໄດ້ຈິງໃນຫ້ອງຮຽນຂອງຄູ. ນີ້ຄືເຫດຜົນທີ່ວ່າ ຍ້ອນຫຍັງການສະໜັບສະໜູນຄູໂດຍມີການນຳພາຈາກຂັ້ນທ້ອງຖິ່ນ ຈິ່ງມີຄວາມສຳຄັນ. ຜູ້ຊ່ຽວຊານດ້ານການສຶກສາ ທີ່ເຮັດວຽກຢ່າງໃກ້ຊິດກັບຄູ ແລະ ໂຮງຮຽນໃນເຂດຕ່າງໆຂອງ ສປປ ລາວ ລ້ວນແຕ່ເຂົ້າໃຈເຖິງຄວາມຕ້ອງການຂອງຂັ້ນທ້ອງຖິ່ນ. ເຂົາເຈົ້າສາມາດຊ່ວຍຮັບປະກັນໄດ້ວ່າ ການພັດທະນາວິຊາຊີບຄູ ແລະ ການສະໜັບສະໜູນຄູນັ້ນ ມີຄວາມສອດຄ່ອງກັບສະພາບການຕົວຈິງຂອງແຕ່ລະທ້ອງຖິ່ນ, ສາມາດນຳໄປປະຕິບັດໄດ້ ແລະ ເຊື່ອມໂຍງເຂົ້າກັບການສອນປະຈຳວັນຂອງຄູ.
ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ (ສສກ), ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ, ໄດ້ຈັດກອງປະຊຸມສຳມະນາຄັ້ງທີ 2 ກ່ຽວກັບ “ການຂຽນເອກະສານການຊ່ວຍເຫຼືອຄູ” ຂຶ້ນໃນລະຫວ່າງວັນທີ 19-23 ຕຸລາ 2026. ກອງປະຊຸມດັ່ງກ່າວ ຈະຊ່ວຍໃຫ້ຜູ້ຝຶກອົບຮົມຄູ ສາມາດພັດທະນາເອກະສານທີ່ນຳໄປໃຊ້ໄດ້ຈິງ ເພື່ອສະໜັບສະໜູນຄູ, ພ້ອມທັງ ສົ່ງເສີມຄວາມສາມາດຂອງເຂົາເຈົ້າໃນການສ້າງ ແລະ ປັບປຸງເອກະສານເຫຼົ່ານັ້ນໃນອະນາຄົດ.
ລະບົບສະໜັບສະໜູນຄູແບບໃໝ່ທີ່ສ້າງຂຶ້ນໂດຍ ກະຊວງສຶກສາທິການ ແລະ ກິລາ (ສສກ) ໂດຍໄດ້ຮັບການສະໜັບສະໜູນຈາກແຜນງານບີຄວາ, ຊ່ວຍໃຫ້ຄູສາມາດປັບປຸງວິທີການສອນຂອງຕົນ ຜ່ານຄຳແນະນຳຢ່າງຕໍ່ເນື່ອງຈາກຄູທີ່ມີປະສົບການ ແລະ ຜູ້ອຳນວຍການໂຮງຮຽນ. ຜູ້ໃຫ້ຄຳແນະນຳ ຈະຊ່ວຍເຫຼືອຄູ ຜ່ານການສັງເກດການສອນ, ໃຫ້ຄຳແນະນຳກ່ຽວກັບການແຕ່ງບົດສອນ, ການສອນເປັນຄູ່ ແລະ ການໃຫ້ຄຳຄິດເຫັນເພື່ອການປັບປຸງ. ນອກຈາກນີ້, ເຂົາເຈົ້າຍັງຊ່ວຍໃຫ້ຄູໄດ້ແລກປ່ຽນແນວຄວາມຄິດ ແລະ ຮ່ວມມືກັນແກ້ໄຂສິ່ງທ້າທາຍຕ່າງໆທີ່ພົບໃນຫ້ອງຮຽນ. ການຊ່ວຍເຫຼືອຄູໃນການປັບປຸງວິທີການສອນນີ້ ຖືເປັນການປະກອບສ່ວນສຳຄັນໃນການສ້າງປະສົບການການຮຽນຮູ້ທີ່ດີຂຶ້ນໃຫ້ແກ່ນັກຮຽນ.
Dr. Lamphoune Laungxay, Director General of DTEAD and Mr. Jeff Pilgram
Lecturers are developping materials for teacher support
ບັນດາສະຖາບັນຝຶກອົບຮົມຄູ ມີບົດບາດສຳຄັນໃນການສະໜັບສະໜູນລະບົບນີ້. ທີມງານຂອງສະຖາບັນເຫຼົ່ານີ້ ຊ່ວຍກະກຽມ ແລະ ຈັດການຝຶກອົບຮົມໃຫ້ແກ່ຄູຜູ້ໃຫ້ຄຳແນະນຳ (ຜູ້ເຮັດວຽກສຶກສານິເທດພາຍໃນ), ຮ່ວມມືກັບອົງການຈັດຕັ້ງດ້ານການສຶກສາ ແລະ ໃຫ້ຄຳແນະນຳທາງດ້ານວິຊາການ ເພື່ອເສີມສ້າງການສະໜັບສະໜູນທີ່ມີໃຫ້ແກ່ຄູ. ນອກຈາກນັ້ນ, ເຂົາເຈົ້າຍັງນຳເອົາປະສົບການດ້ານການຝຶກອົບຮົມຄູ ແລະ ຄວາມເຂົ້າໃຈກ່ຽວກັບບໍລິບົດຂອງການສຶກສາໃນລາວມາປະກອບສ່ວນເຂົ້າໃນວຽກງານດັ່ງກ່າວ.
ທ່ານ ປອ ລຳພູນ ຫຼວງໄຊ, ຫົວໜ້າກົມພັດທະນາຄູ ແລະ ການບໍລິຫານການສຶກສາ ໄດ້ອະທິບາຍວ່າ: “ເອກະສານຝຶກອົບຮົມ ຈະມີປະໂຫຍດສູງສຸດກໍຕໍ່ເມື່ອມີຄວາມຊັດເຈນ, ສາມາດນຳໄປປະຕິບັດໄດ້ຈິງ ແລະ ສອດຄ່ອງກັບສະພາບຄວາມເປັນຈິງຂອງຄູ ແລະ ໂຮງຮຽນຕ່າງໆໃນ ສປປ ລາວ. ຜ່ານກອງປະຊຸມສຳມະນານີ້, ສະຖາບັນສ້າງຄູ ກຳລັງມີບົດບາດເປັນເຈົ້າການຫຼາຍຂຶ້ນໃນການຈັດເຮັດເນື້ອໃນສຳລັບການຝຶກອົບຮົມ ແລະ ການສະໜັບສະໜູນຄູ. ເຂົາເຈົ້າກຳລັງນຳໃຊ້ຄວາມຮູ້ທາງດ້ານວິຊາການ, ປະສົບການຈາກການຈັດກອງປະຊຸມຝຶກອົບຮົມທີ່ຜ່ານມາ ແລະ ຄວາມເຂົ້າໃຈກ່ຽວກັບຄວາມຕ້ອງການໃນການສະໜັບສະໜູນຄູໃນທ້ອງຖິ່ນ ເພື່ອພັດທະນາ ແລະ ປັບປຸງເອກະສານດັ່ງກ່າວໃຫ້ດີຂຶ້ນ. ນີ້ຖືເປັນບາດກ້າວທີ່ສຳຄັນ ທີ່ຈະກ້າວໄປສູ່ລະບົບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ (CPD) ທີ່ມີຄວາມຍືນຍົງ, ພ້ອມທັງເປັນການສົ່ງເສີມບົດບາດໄລຍະຍາວຂອງສະຖາບັນສ້າງຄູ ໃນຖານະຄູ່ຮ່ວມງານທາງດ້ານວິຊາການ ເພື່ອຮັບປະກັນຄຸນນະພາບການຮຽນການສອນ.”
ໃນລະຫວ່າງກອງປະຊຸມ 5 ວັນ, ບັນດາຄູຝຶກໄດ້ເອົາໃຈໃສ່ ພັດທະນາເນື້ອໃນສຳລັບການຝຶກອົບຮົມເພື່ອສະໜັບສະໜູນຄູໃນອະນາຄົດ ເຊິ່ງຈະຈັດຂຶ້ນໃນເດືອນມັງກອນ ປີ 2027. ການຝຶກອົບຮົມດັ່ງກ່າວຈະເນັ້ນໃສ່ 2 ຂົງເຂດບຸລິມະສິດ ຄື: ການສອນແບບຄວບຫ້ອງ ແລະ ການພັດທະນາທັກສະດ້ານພາສາລາວ ແລະ ການອ່ານການຂຽນ. ຫົວຂໍ້ເຫຼົ່ານີ້ ແມ່ນຕອບສະໜອງຕໍ່ສະພາບຄວາມເປັນຈິງໃນຫ້ອງຮຽນປະຈຳວັນ, ລວມທັງການສອນນັກຮຽນທີ່ຢູ່ລະດັບຂັ້ນຮຽນທີ່ແຕກຕ່າງກັນ ແລະ ການຊ່ວຍເຫຼືອເດັກໃນການພັດທະນາທັກສະພາສາລາວ ທີ່ຈຳເປັນສຳລັບການມີສ່ວນຮ່ວມໃນຫ້ອງຮຽນ.
Ms. Sophouphieng explaining the role of all educators to support students learning
Mr. Thepboauly working with his colleagues on multigrade teaching techniques
ທ່ານ ສີລຳພອນ ເທບບູລີ, ອາຈານສອນຈາກ ມະຫາວິທະຍາໄລສ້າງຄູແຫ່ງຊາດ, ວິທະຍາເຂດສະຫວັນນະເຂດ ໄດ້ກ່າວວ່າ: “ພວກເຮົາໄດ້ນຳເອົາ ສະຖານະການຕົວຈິງໃນຫ້ອງຮຽນ ມາພັດທະນາເອກະສານຝຶກອົບຮົມ. ຕົວຢ່າງເຊັ່ນ: ພວກເຮົາກຳລັງປຶກສາກ່ຽວກັບວິທີການສະໜັບສະໜູນນັກຮຽນທີ່ບໍ່ໄດ້ເວົ້າພາສາລາວເປັນຫຼັກຢູ່ໃນຄອບຄົວ ແລະ ວິທີການແນະນຳຄູທີ່ຕ້ອງສອນນັກຮຽນ 3 ຂັ້ນຮຽນໃນຫ້ອງຮຽນດຽວ. ຕົວຢ່າງເຫຼົ່ານີ້ ຈະຊ່ວຍໃຫ້ການຝຶກອົບຮົມມີລັກສະນະປະຕິບັດໄດ້ຈິງ ແລະ ເໝາະສົມກັບການສອນຂອງຄູ.”
ກອງປະຊຸມດັ່ງກ່າວເນັ້ນໃສ່ການປະຕິບັດຕົວຈິງເປັນຫຼັກ. ຜູ້ເຂົ້າຮ່ວມກອງປະຊຸມໄດ້ນຳໃຊ້ປະສົບການຂອງຕົນ ໃນການສະໜັບສະໜູນຄູ, ຄັດເລືອກເອົາຂໍ້ມູນທີ່ເປັນປະໂຫຍດ ແລະ ປ່ຽນຂໍ້ມູນເຫຼົ່ານັ້ນໃຫ້ເປັນຫຼັກສູດຝຶກອົບຮົມ ທີ່ທີມງານສະໜັບສະໜູນຄູສາມາດນຳໄປໃຊ້ໃນສະພາບຕົວຈິງຢູ່ໂຮງຮຽນໄດ້. ເຂົາເຈົ້າກຳລັງອອກແບບກິດຈະກຳທີ່ເນັ້ນການມີສ່ວນຮ່ວມ, ກະກຽມຕົວຢ່າງ ແລະ ຝຶກຊ້ອມວິທີການດຳເນີນການຝຶກອົບຮົມໃນແຕ່ລະຫົວຂໍ້.
ທ່ານ ນາງ ສາຍສຸລີ ສໍພູພຽງ, ອາຈານສອນຈາກ ມະຫາວິທະຍາໄລສ້າງຄູແຫ່ງຊາດ, ວິທະຍາເຂດ ຄັງໄຂ ໄດ້ໃຫ້ຄຳເຫັນວ່າ: “ກອງປະຊຸມນີ້ ມີຄວາມສຳຄັນຫຼາຍ ເພາະມັນເປີດໂອກາດໃຫ້ຄູ ຈາກ 3 ສະຖາບັນໄດ້ເຮັດວຽກຮ່ວມກັນ ແລະ ແລກປ່ຽນປະສົບການ. ພວກເຮົາບໍ່ພຽງແຕ່ກະກຽມເອກະສານເທົ່ານັ້ນ, ແຕ່ຍັງໄດ້ທົດລອງກິດຈະກຳຕ່າງໆ ແລະ ປຶກສາຫາລືກ່ຽວກັບວິທີທີ່ທີມງານສະໜັບສະໜູນຄູ ຈະນຳເອົາກິດຈະກຳເຫຼົ່ານັ້ນ ໄປໃຊ້ເພື່ອຊ່ວຍເຫຼືອຄູໃນໂຮງຮຽນ. ສິ່ງເຫຼົ່ານີ້ ຈະຊ່ວຍໃຫ້ພວກເຮົາສາມາດຈັດການຝຶກອົບຮົມສະໜັບສະໜູນຄູທີ່ຈະມາເຖິງນີ້ ໃຫ້ມີລັກສະນະປະຕິບັດຕົວຈິງ ແລະ ຕອບສະໜອງຕໍ່ຄວາມຕ້ອງການຂອງຄູໄດ້ດີຂຶ້ນ.”
ທ່ານ ໄມໂຄ ຄາຣີ, ເລຂາເອກ ສະຖານທູດອົດສະຕຣາລີ ໄດ້ກ່າວວ່າ: “ການສະໜັບສະໜູນທີມງານຝຶກອົບຮົມຄູ ໃຫ້ສາມາດພັດທະນາເອກະສານຝຶກອົບຮົມດ້ວຍຕົນເອງນັ້ນ ຖືເປັນການລົງທຶນທີ່ຍືນຍົງ ເພື່ອອະນາຄົດຂອງຄູ ແລະ ນັກຮຽນທົ່ວປະເທດລາວ. ເມື່ອເອກະສານເຫຼົ່ານີ້ ຖືກພັດທະນາໂດຍຜູ້ຊ່ຽວຊານດ້ານການສຶກສາ ທີ່ມີຄວາມເຂົ້າໃຈກ່ຽວກັບໂຮງຮຽນ ແລະ ຊຸມຊົນໃນທ້ອງຖິ່ນ, ເອກະສານຈະມີຄວາມສອດຄ່ອງ ກັບປະສົບການປະຈຳວັນຂອງຄູຫຼາຍຂຶ້ນ ແລະ ໃຫ້ແນວຄວາມຄິດທີ່ສາມາດນຳໄປປະຕິບັດຕົວຈິງໃນຫ້ອງຮຽນໄດ້. ການສ້າງຄວາມຊ່ຽວຊານ ແລະ ຄວາມເປັນເຈົ້າການໃນທ້ອງຖິ່ນຄືດັ່ງກ່າວ ຈະຊ່ວຍຮັບປະກັນວ່າຄູຈະໄດ້ຮັບການສະໜັບສະໜູນທີ່ຈຳເປັນຢ່າງຕໍ່ເນື່ອງ ໃນຂະນະທີ່ບຸລິມະສິດດ້ານການສຶກສາມີການປ່ຽນແປງ.”
ວຽກງານນີ້ຖື ເປັນບາດກ້າວສຳຄັນໄປສູ່ລະບົບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ທີ່ຍືນຍົງ ແລະ ມີການນຳພາໂດຍບຸກຄະລາກອນໃນທ້ອງຖິ່ນຫຼາຍຂຶ້ນ. ຜ່ານການຮ່ວມມືລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບລັດຖະບານອົດສະຕຣາລີ ໂດຍໄດ້ຮັບການສະໜັບສະໜູນຈາກ ແຜນງານບີຄວາ, ບັນດາສະຖາບັນສ້າງຄູ ກຳລັງເສີມສ້າງບົດບາດຂອງຕົນ ໃນຖານະຄູ່ຮ່ວມງານດ້ານວິຊາການ ເພື່ອຊ່ວຍໃຫ້ຄູສາມາດປັບປຸງການຮຽນການສອນໃຫ້ແກ່ນັກຮຽນທົ່ວປະເທດ.
Teacher encouraging students with disabilities to participate in classroom activities
Teachers are at the heart of students’ learning


