ແຜນງານບີຄວາ ໃຫ້ການສະໜັັບສະໜູນກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ໂດຍສະເພາະໃນຂັ້ນທ້ອງຖິ່ນ ເພື່ອປັບປຸງນະໂຍບາຍ, ການວາງແຜນ ແລະ ການປະສານງານກ່ຽວກັບບັນດາກິດຈະກໍາທີ່ສົ່ງຜົນໂດຍກົງຕໍ່ຄຸນນະພາບການສອນ.

ໃນໄລຍະທີ 2, ແຜນງານບີຄວາ ຈະເຮັດວຽກຮ່ວມກັບ ກົມພັດທະນາຄູ ແລະ ການບໍລິຫານການສຶກສາ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ຫ້ອງການສຶກສາທິການ ແລະ ກິລາເມືອງ (ສກມ) ໃນ 30 ເມືອງ ເພື່ອວາງແຜນ, ຄຸ້ມຄອງ ແລະ ຕິດຕາມການຈັດຕັ້ງປະຕິບັດການພັດທະນາວິຊາຊີບຄູແບບເນື່ອງ (CPD) ເຊິ່ງເປັນລະບົບທີ່ມີສ່ວນຮ່ວມຈາກທຸກພາກສ່ວນກ່ຽວຂ້ອງ ແລະ ເອົາໂຮງຮຽນເປັນຫຼັກ. ລວມໄປເຖິງການສະໜັບສະໜູນຜູ້ເຮັດວຽກສຶກສານິເທດພາຍໃນ ແລະ ຜູ້ອຳນວຍການໂຮງຮຽນ ເພື່ອຮັບປະກັນວ່າ CPD ໄດ້ຖືກວາງແຜນ ແລະ ຈັດຕັ້ງປະຕິບັດໃຫ້ແກ່ຄູຢ່າງສະໝ່ຳສະເໝີ.

ໃນໄລຍະການຂະຫຍາຍໄລຍະທີ 2, ແຜນງານບີຄວາ ຈະສືບຕໍ່ສະໜັບສະໜູນ ທີ່ສຸມໃສ່:

  • ການເສີມສ້າງຄວາມເຂັ້ມແຂງໃຫ້ແກ່ ສກມ ເປົ້າໝາຍ ເພື່ອສະໜັບສະໜູນພາວະການເປັນຜູ້ນຳໃນໂຮງຮຽນ ແລະ ສ້າງສະພາບແວດລ້ອມສຳລັບ CPD ໃນຂັ້ນໂຮງຮຽນ.
  • ການສ້າງຄວາມສາມາດໃຫ້ແກ່ ສກມ ເປົ້າໝາຍ ເພື່ອວາງແຜນ, ຄຸ້ມຄອງ ແລະ ຕິດຕາມການຈັດຕັ້ງປະຕິບັດວຽກງານ CPD ທີ່ເນັ້ນໃສ່ຄວາມຍືນຍົງຂອງລະບົບ.
  • ການຈັດນະໂຍບາຍໃຫ້ສອດຄ່ອງດ້ານຜົນການປະຕິບັດງານ ແລະ ການປະເມີນຄວາມຕ້ອງການການພັດທະນາວິຊາຊີບຄູສອນໃນຊັ້ນປະຖົມສຶກສາໃຫ້ສອດຄ່ອງກັບມາດຕະຖານການສອນຊັ້ນປະຖົມສຶກສາ.

ກິດຈະກຳການຄຸ້ມຄອງ ແລະ ການສະໜັບສະໜູນຄູທີ່ພົ້ນເດັ່ນ

ທຶນສະໜັບສະໜູນການສຶກສາ (ESG)

ກົດອ່ານ

ມາດຕະຖານການສອນຊັ້ນປະຖົມສຶກສາໃນ ສປປ ລາວ

ກົດອ່ານ