31 animated audio stories help visualise the textbook and make learning more enjoyable for students
ສື່ການຮຽນການສອນໃໝ່ປະກອບມີ ສຽງບົດເລື່ອງຈາກບົດຮຽນວິຊາພາສາລາວ ຂັ້ນປ.1 ແລະ ບົດຮຽນຝຶກເວົ້າພາສາລາວ ລວມທັງໝົດ 50 ສຽງ
ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ (ສສກ), ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານໃນ ສປປ ລາວ (ແຜນງານບີຄວາ), ໄດ້ອອກຟາຍສຽງບົດເລື່ອງປະກອບພາບໃໝ່ ມີທັງໝົດ 50 ເລື່ອງ ເພື່ອສົ່ງເສີມການຮຽນການສອນ ບົດຮຽນຝຶກເວົ້າພາສາລາວ ຊັ້ນປະຖົມປິທີ 1 ທົ່ວປະເທດ. ເນື່ອງຈາກປະມານ 40% ຂອງນັກຮຽນຊັ້ນປະຖົມປີທີ 1 ຍັງບໍ່ໝັ້ນໃຈໃນການເວົ້າພາສາລາວ ເມື່ອເລີ່ມເຂົ້າໂຮງຮຽນ, ວິທີການນຳໃຊ້ສື່ການຮຽນການສອນຝຶກເວົ້າພາສາລາວ ຊ່ວຍໃຫ້ເຂົາເຈົ້າມີທັກສະການເວົ້າ ແລະ ການຟັງທີ່ຈຳເປັນສຳລັບການຮຽນຮູ້.
ທ່ານ ປອ. ວົງເພັດ ອຸດົມລິດ, ຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ), ໄດ້ກ່າວວ່າ: “ກະຊວງສຶກສາທິການ ແລະ ລັດຖະບານອົດສະຕຣາລີ ໄດ້ຮ່ວມມືກັນຢ່າງໃກ້ຊິດ ຜ່ານແຜນງານບີຄວາ ເພື່ອເສີມສ້າງການຮຽນຮູ້ພາສາລາວ ສຳລັບເດັກທີ່ເລີ່ມເຂົ້າຮຽນ ແຕ່ເວົ້າພາສາເຜົ່າຢູ່ເຮືອນ. ສື່ການຮຽນການສອນຝຶກເວົ້າພາສາລາວ ໄດ້ຖືກທົດລອງໃຊ້ໃນຫຼາຍແຂວງ ກ່ອນທີ່ຈະຜັນຂະຫຍາຍໄປທົ່ວປະເທດໃນປີຮຽນ 2024–2025. ຜົນການຈັດຕັ້ງປະຕິບັດສະແດງໃຫ້ເຫັນວ່າ ບົດຮຽນຝຶກເວົ້າພາສາລາວຊ່ວຍໃຫ້ເດັກເວົ້າພາສາລາວ ໄດ້ຢ່າງໝັ້ນໃຈ, ມີຄວາມເຂົ້າໃຈດີຂຶ້ນ ແລະ ມີສ່ວນຮ່ວມຢ່າງຫ້າວຫັນໃນການຮຽນຮູ້. ເລື່ອງລາວທີ່ມີໃນຟາຍສຽງທີ່ມີພາບປະກອບ ທີ່ອອກໃໝ່ນີ້ ແມ່ນບາດກ້າວທີ່ສຳຄັນອີກຢ່າງໜຶ່ງ ໃນການເຮັດໃຫ້ການຮຽນມີການຮຽນຮ່ວມ ແລະ ມີປະສິດທິພາບຫຼາຍຂຶ້ນສຳລັບນັກຮຽນຊົນເຜົ່າ. ປັດຈຸບັນ, ເດັກ ແລະ ຄອບຄົວ ສ່ວນຫຼາຍແມ່ນມີຄວາມສົນໃຈຕໍ່ສື່ທີ່ມີສຽງ ແລະ ຮູບພາບຫຼາຍຂຶ້ນ ກວ່າສື່ທີ່ມີຂໍ້ຄວາມພຽງຢ່າງດຽວ, ສະນັ້ນການປ່ຽນເລື່ອງໃນບົດຮຽນໃຫ້ເປັນຟາຍສຽງ ແລະ ມີພາບປະກອບ ເຮັດໃຫ້ເລື່ອງເຫຼົ່ານັ້ນ ສາມາດເຂົ້າເຖິງເດັກໄດ້ງ່າຍ ແລະ ໜ້າສົນໃຈຍິ່ງຂຶ້ນ.”
ທ່ານ ໄມໂຄ ຄາຣີ, ເລຂາເອກ ສະຖານທູດອົດສະຕຣາລີ ໄດ້ກ່າວວ່າ: “ລັດຖະບານ ອົດສະຕຣາລີ ໄດ້ໃຫ້ສະໜັບສະໜູນຢ່າງຕໍ່ເນື່ອງໃນການພັດທະນາສື່ການຮຽນການສອນ ຝຶກເວົ້າພາສາລາວ ເພາະໄດ້ຊ່ວຍສົ່ງເສີມຄວາມສະເໝີພາບຢ່າງແທ້ຈິງ ສຳລັບເດັກທີ່ເລີ່ມເຂົ້າຮຽນ ແຕ່ຍັງບໍ່ທັນເວົ້າພາສາລາວ ໃນການຮຽນການສອນ ໄດ້ດີເທື່ອ. ເມື່ອເດັກສ້າງທັກສະພາສາທີ່ເຂັ້ມແຂງແຕ່ເລີ່ມຕົ້ນ, ເຂົາເຈົ້າຈະສາມາດມີສ່ວນຮ່ວມໃນການຮຽນທຸກວິຊາ, ປະສົບຜົນສຳເລັດໃນໂຮງຮຽນ ແລະ ສ້າງອະນາຄົດໃຫ້ຕົນເອງ ແລະ ປະເທດຊາດໄດ້. ລັດຖະບານອົດສະຕຣາລີ ເຫັນເຖິງຄຸນຄ່າໃນການຮ່ວມມືກັບກະຊວງສຶກສາທິການ ແລະ ກິລາ ແລະ ມີຄວາມພູມໃຈທີ່ໄດ້ສະໜັບສະໜູນວຽກງານທີ່ສຳຄັນນີ້.”
Spoken Lao Story about time that helps students to explain what they do at particular times of the day
Spoken Lao Story about giving and putting to encourage the students to share
ບົດເລື່ອງທັງໝົດມີ 50 ເລື່ອງ ຈາກປຶ້ມແບບຮຽນວິຊາພາສາລາວ ຂັ້ນ ປ.1 (19 ເລື່ອງ) ແລະ ປຶ້ມແບບຮຽນບົດຮຽນຝຶກເວົ້າພາສາລາວ ຂັ້ນ ປ.1 (31 ເລື່ອງ). ບົດເລື່ອງເຫຼົ່ານີ້ ປະກອບມີ ເລື່ອງລາວປະຈຳວັນທີ່ກ່ຽວຂ້ອງກັບນັກຮຽນຜູ້ໜຸ່ມນ້ອຍ, ລວມທັງການເວົ້າກ່ຽວກັບຄອບຄົວ, ການຂໍຄວາມຊ່ວຍເຫຼືອ ແລະ ການເຂົ້າຮ່ວມກິດຈະກຳໃນຫ້ອງຮຽນ. ສຽງບົດເລື່ອງປະກອບພາບ ໄດ້ຜະລິດໂດຍ ພະແນກໂຄສະນາຂ່າວສານ ຮ່ວມກັບທີມງານສູນຄົ້ນຄວ້າພາສາລາວ ຂອງ ສວສ ແລະ ການສະໜັບສະໜູນດ້ານວິຊາການຈາກແຜນງານບີຄວາ. ໄດ້ມີສຽງສົດຂອງນັກຮຽນຜູ້ໜຸ່ມນ້ອຍ ແລະ ອາສາສະໝັກຜູ້ໃຫຍ່ ໄດ້ຖືກນຳໃຊ້ເພື່ອສ້າງໃຫ້ເລື່ອງລາວມີຊີວິດຊີວາ, ພ້ອມຍັງມີສຽງປະກອບຕ່າງໆ ເຊັ່ນ: ສຽງໝາເຫົ່າ, ສຽງຜິວປາກ, ສຽງຮ້ອງໄຫ້ ແລະ ສຽງຕົບມືທີ່ເຮັດໃຫ້ເລື່ອງລາວສົມຈິງ ແລະ ໜ້າສົນໃຈຫຼາຍຂຶ້ນສຳລັບເດັກ.
ສື່ການຮຽນການສອນໃໝ່ເຫຼົ່ານີ້ ສາມາດນຳໃຊ້ໃນຫ້ອງຮຽນ ຫຼື ຢູ່ເຮືອນ. ຄູສາມາດເປີດໃນລະຫວ່າງການຮຽນ ເພື່ອຍົກຕົວຢ່າງພາສາຕົວຈິງ, ໃນຂະນະທີ່ ນັກຮຽນຍັງສາມາດຟັງໄດ້ດ້ວຍຕົນເອງ ຫຼື ຟັງຮ່ວມກັບຄອບຄົວຂອງເຂົາເຈົ້ານອກໂມງໂຮງ. ການການຟັງສຽງ ແລະ ຮູບແບບການເລົ່າເລື່ອງທີ່ແຕກຕ່າງກັນ ຊ່ວຍໃຫ້ນັກຜູ້ຮຽນຂັ້ນ ປ.1 ສາມາດສ້າງທັກສະການຟັງ, ຈື່ຈຳຄຳສັບໃໝ່ ແລະ ມີຄວາມໝັ້ນໃຈຫຼາຍຂຶ້ນໃນການໃຊ້ພາສາລາວໃນການສື່ສານປະຈຳວັນ.
ທ່ານ ປອ. ວົງເພັດ ອຸດົມລິດ ໄດ້ກ່າວວ່າ: “ການສອນຫຼັກສູດໃໝ່ ແມ່ນມີຄວາມຫຍຸ້ງຍາກສະເໝີ. ເນື່ອງຈາກສາລະສຳຄັນຂອງວິທີການເວົ້າພາສາລາວ ແມ່ນກ່ຽວຂ້ອງກັບການຟັງ ແລະ ການເວົ້າພາສາລາວ, ຟາຍສຽງທີ່ມີພາບປະກອບເຫຼົ່ານີ້ ແມ່ນສື່ການສອນເສີມທີ່ເໝາະສົມ, ເປັນເຄື່ອງມືປະຕິບັດຕົວຈິງອີກຢ່າງໜຶ່ງແກ່ຄູ ເພື່ອຊ່ວຍນັກຮຽນ ແລະ ເຮັດໃຫ້ບົດຮຽນມີຄວາມຄ່ອງຕົວ, ມ່ວນຊື່ນ ແລະ ມີປະສິດທິພາບຫຼາຍຂຶ້ນ. ຈາກຄວາມສຳເລັດໃນຊັ້ນປະຖົມປີທີ 1 ປັດຈຸບັນ, ທີມສູນຄົ້ນຄ້ວາພາສາລາວ ກຳລັງພັດທະນາ ບົດຮຽນຝຶກເວົ້າພາສາລາວຊັ້ນປະຖົມປີທີ 2. ດັ່ງນັ້ນພວກເຮົາຈະສືບຕໍ່ຂະຫຍາຍບົດຮຽນ ແລະ ກະກຽມສື່ການຮຽນການສອນທີ່ເປັນສຽງເພີ່ມຕື່ມ ເພື່ອສະໜັບສະໜູນການຮຽນຮູ້ຂອງນັກຮຽນໃນຂັ້ນຕໍ່ໄປ.”
There are 19 audios stories from in the G1 Lao Language Subject used for Spoken Lao Lessons, to support students’ learning
G1 Story, mother duck and her ducklings to help students learn to communicate about their location
ໃນເດືອນພະຈິກ ປີ 2025, ກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານອົດສະຕຣາລີ ໄດ້ເລີ່ມພັດທະນາສື່ການຮຽນການສອນຝຶກເວົ້າພາສາລາວສຳລັບຊັ້ນປະຖົມປີທີ 2, ໂດຍອີງໃສ່ຄວາມສຳເລັດຂອງຊັ້ນປະຖົມປີທີ 1. ບົດຮຽນຂັ້ນ ປ.2 ໃໝ່ ຈະໄດ້ຖືກຈັດຕັ້ງປະຕິບັດທົ່ວປະເທດໃນສົກຮຽນ 2027–2028. ໃນນີ້ຈະໄດ້ມີການຈັດທຳຟາຍສຽງປະກອບການຮຽນການສອນເພີ່ມເຕີມ ເພື່ອຊ່ວຍການສອນຂອງຄູ ແລະ ການຮຽນຂອງນັກຮຽນຂັ້ນ ປ.2 ໃຫ້ສາມາດຝຶກທັກສະການເວົ້າ.
ທ່ານ ໄມໂຄ ຄາຣີ ໄດ້ກ່າວສະຫຼຸບວ່າ: “ສື່ການຮຽນການສອນຝຶກເວົ້າພາສາລາວ ສະແດງໃຫ້ເຫັນວ່າ ການຮ່ວມມືທີ່ເຂັ້ມແຂງສາມາດສົ່ງຜົນໄດ້ຮັບທີ່ແທ້ຈິງ ສຳລັບການສຶກສາຮຽນຮ່ວມ. ສື່ການຮຽນການສອນ ເລີ່ມຕົ້ນຈາກການທົດລອງ, ພິສູດຄວາມສຳຄັນທີ່ຈຳເປັນໃນຫ້ອງຮຽນ ແລະ ປັດຈຸບັນ ກຳລັງເຂົ້າເຖິງເດັກໃນທົ່ວປະເທດ. ລັດຖະບານອົດສະຕຣາລີ ມີຄວາມພູມໃຈ ທີ່ໄດ້ຮ່ວມມືກັບກະຊວງສຶກສາທິການ ແລະ ກິລາ ໃນການລິເລີ່ມນີ້ ແລະ ຈະສືບຕໍ່ສະໜັບສະໜູນການພັດທະນາໄລຍະຕໍ່ໄປ, ສຳລັບ ຂັ້ນຮຽນ ປ.2. ການສະໜັບສະໜູນຂອງການພັດທະນາອົດສະຕຣາລີສຳລັບ ສື່ການຮຽນການສອນຝຶກເວົ້າພາສາລາວ ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນທີ່ຈະສົ່ງເສີມການສຶກສາຮຽນຮ່ວມ ຢ່າງມີຄຸນນະພາບ ສຳລັບເດັກທຸກຄົນໃນ ສປປ ລາວ. ພ້ອມທັງຍັງສອດຄ່ອງກັບເປົ້າໝາຍຮ່ວມກັນ ໃນການຮັບປະກັນວ່າ ຈະບໍ່ມີເດັກຄົນໃດຖືກປະໄວ້ຂ້າງຫຼັງ, ໂດຍບໍ່ຈຳແນກ ພື້ນຖານພາສາ, ທີ່ຢູ່, ຫຼື ສະພາບຄອບຄົວ. ທັງໝົດນີ້ກໍເພື່ອຮັບປະກັນວ່າເດັກທຸກຄົນ ຈະມີໂອກາດທີ່ເທົ່າທຽມໃນການມີສ່ວນຮ່ວມ, ຮຽນຮູ້ ແລະ ປະສົບຜົນສຳເລັດ.”
ລິ້ງເພື່ອເຂົ້າຮັບຊົມສື່ການສອນບົດຮຽນຝຶກເວົ້າພາສາລາວ:
https://www.youtube.com/playlist?list=PLbHsg4ExLpE8
ລິ້ງເພື່ອເຂົ້າຮັບຊົມສື່ການສອນວິຊາພາສາລາວ:


English