ລັດຖະບານອົດສະຕຣາລີ ແລະ ລັດຖະບານຍີ່ປຸ່ນ ມອບສື່ການຮຽນການສອນ ແລະ ອຸປະກອນກິລາ ໃຫ້ແກ່ໂຮງຮຽນປະຖົມທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຢູ່ພາກເໜືອຂອງ ສປປ ລາວ

ໂຮງຮຽນປະຖົມ ທີ່ໄດ້ຮັບຜົນກະທົບຈາກໄພພິບັດ ທີ່ແຂວງຫຼວງນ້ຳທາ ແລະ ອຸດົມໄຊ ຈະໄດ້ຮັບປຶ້ມແບບຮຽນ ແລະ ອຸປະກອນການຮຽນການສອນ ເພື່ອຊ່ວຍໃຫ້ຄູ ແລະ ນັກຮຽນສາມາດສືບຕໍ່ການຮຽນການສອນໄດ້

ໃນລະຫວ່າງວັນທີ 29 ຫາ 30 ສິງຫາ 2026 ໄດ້ກໍ່ໃຫ້ເກີດນ້ຳຖ້ວມຢ່າງໄວ ແລະ ຮຸນແຮງໃນຫຼາຍເຂດລຸ່ມແມ່ນ້ຳຂອງທາງພາກ  ເໜືອຂອງ ສປປ ລາວ, ໂດຍສະເພາະແມ່ນຢູ່ແຂວງຫຼວງນ້ຳທາ ແລະ ແຂວງອຸດົມໄຊ. ເຫດການນ້ຳຖ້ວມດັ່ງກ່າວ ໄດ້ສົ່ງຜົນກະທົບຕໍ່ສະຖານການສຶກສາ, ເຮັດໃຫ້ບໍລິເວນໂຮງຮຽນມີດິນເຊາະເຈື່ອນ ແລະ ສ້າງຄວາມເສຍຫາຍໃຫ້ແກ່ປຶ້ມແບບຮຽນ, ຄູ່ມືຄູ ແລະ ອຸປະກອນຮັບໃຊ້ການຮຽນການສອນ ທີ່ຄູ ແລະ ນັກຮຽນຈຳເປັນຕ້ອງໄດ້ນໍາໃຊ້ໃນການຮຽນການສອນ.

ມີສະຖານການສຶກສາທັງໝົດ 40 ກວ່າແຫ່ງໃນສອງແຂວງໄດ້ຮັບຜົນກະທົບ, ໂດຍໂຮງຮຽນປະຖົມ ກວມຈໍານວນຫຼາຍກວ່າເຄິ່ງໜຶ່ງຂອງຈຳນວນສະຖານການສຶກສາທີ່ເສຍຫາຍ ປະກອບມີ ປຶ້ມແບບຮຽນ, ຄູ່ມືຄູ ແລະ ອຸປະກອນການຮຽນການສອນ ທີ່ຕ້ອງໄດ້ນໍາໃຊ້ເພື່ອໃຫ້ນັກຮຽນໄດ້ສືບຕໍ່ຮຽນ. ນອກຈາກນີ້ ຍັງມີອາຄານຮຽນ, ໂຕະຕັ່ງນັກຮຽນ ແລະ ຄູ ແລະ ລະບົບໄຟຟ້າ ກໍໄດ້ຮັບຄວາມເສຍຫາຍເຊັ່ນດຽວກັນ.

ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມປຶກສາຫາລື ຮ່ວມກັນໃນການຕອບໂຕ້ຕໍ່ສະຖານະການສຸກເສີນ ເພື່ອຊ່ວຍເຫຼືອໂຮງຮຽນທີ່ໄດ້ຮັບຜົນກະທົບດັ່ງກ່າວ ໂດຍຜ່ານການລາຍງານຜົນເສຍຫາຍຈາກ 2 ແຂວງ. ສໍາລັບລັດຖະບານ ອົດສະຕຣາລີ ໂດຍຜ່ານ ແຜນງານບີຄວາ ແລະ ລັດຖະບານຍີ່ປຸ່ນ ໂດຍຜ່ານອົງການຮ່ວມມືສາກົນຍີ່ປຸ່ນ (ອົງການ JICA),  ໄດ້ຕອບສະໜອງຕໍ່ຄວາມຕ້ອງການຢ່າງຮີບດ່ວນຂອງກະຊວງ ໃນການຈັດຫາປຶ້ມແບບຮຽນຊັ້ນປະຖົມ ແລະ ອຸປະກອນການຮຽນການສອນທີ່ເສຍຫາຍ ເພື່ອມາທົດແທນຄືນໃໝ່ ເພື່ອໃຫ້ໂຮງຮຽນທີ່ໄດ້ຮັບຜົນເສຍຫາຍສືບຕໍ່ການຮຽນການສອນ.

ການຊ່ວຍເຫຼືອຈາກລັດຖະບານອົດສະຕຣາລີ ລວມມີປຶ້ມແບບຮຽນຈຳນວນ 3,651 ຫົວ ສຳລັບນັກຮຽນຕັ້ງແຕ່ຂັ້ນ ປ.1 ຫາ ປ.5. ປຶ້ມແບບຮຽນເຫຼົ່ານີ້ ລວມມີວິຊາຫຼັກ ເຊັ່ນ: ພາສາລາວ, ວິທະຍາສາດ ແລະ ສິ່ງແວດລ້ອມ ແລະ ພາສາອັງກິດ. ນອກຈາກນີ້, ລັດຖະບານອົດສະຕຣາລີ ຍັງໄດ້ສະໜອງອຸປະກອນການສຶກສາ ແລະ ອຸປະກອນກິລາຫຼາກຫຼາຍຊະນິດ ເຊັ່ນ: ປຶ້ມຂຽນຈຳນວນ 6,550 ຫົວ ສຳລັບນັກຮຽນ ແລະ ຄູ, ສໍດຳ 6,330 ກ້ານ, ປຶ້ມນິທານ ແລະ ປຶ້ມແບບຝຶກຫັດເກືອບ 900 ຫົວ, ໂປສະເຕີເພື່ອການສຶກສາຫຼາຍກວ່າ 500 ແຜ່ນ ແລະ ອຸປະກອນກິລາຫຼາຍຊະນິດ ເຊັ່ນ: ໝາກກະຕໍ້, ບານເຕະ, ບານສົ່ງ ແລະ ຊຸດອຸປະກອນກິລາແບດມິນຕັນ. ທາງດ້ານ ອົງການຮ່ວມມືສາກົນຍີ່ປຸ່ນ (JICA) ກໍໄດ້ເຂົ້າຮ່ວມໃນການສະໜັບສະໜູນຄັ້ງນີ້ ໂດຍການມອບປຶ້ມແບບຮຽນວິຊາຄະນິດສາດຊັ້ນປະຖົມສຶກສາ ຈຳນວນທັງໝົດ 2,692 ຫົວ ສຳລັບນັກຮຽນປະຖົມທຸກຄົນ ຕັ້ງແຕ່ຂັ້ນ ປ.1 ຫາ ປ.5.

ພິທີມອບ – ຮັບ ໄດ້ຈັດຂຶ້ນໃນວັນທີ 13 ຕຸລາ 2026 ທີ່ ໂດຍການກ່າວມອບ ຂອງ ທ່ານ ໄມໂຄ ຄາຣີ, ຮອງເອກອັກເລຂາເອກ ສະຖານທູດສະຕຣາລີ ປະຈຳລາວ ແລະທ່ານ ໂຄເບ ໂນບູຢູກິ, ຮອງຫົວໜ້າອົງການຮ່ວມມືສາກົນຍີ່ປຸ່ນ (JICA) ປະຈໍາລາວ ແລະ ໃຫ້ກຽດຮັບໂດຍ ທ່ານ ວິໄລພອນ ພົມມະຫາໄຊ, ຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກິລາ.

ການມອບ-ຮັບດັ່ງກ່າວມີຫຼາຍພາກສ່ວນທີ່ເຂົ້າຮ່ວມ ເຊັ່ນ: ຜູ້ຕາງໜ້າຈາກຫ້ອງການກະຊວງສຶກສາທິການ ແລະ ກິລາ, ກົມການສຶກສາກ່ອນໄວຮຽນ, ກົມສາມັນສຶກສາ, ສະຖານທູດອົດສະຕຣາລີ, ອົງການຮ່ວມມືສາກົນຍີ່ປຸ່ນ JICA.

ທ່ານຮອງຜູ້ອຳນວຍການໂຮງພິມສຶກສາ ນໍາພາຢ້ຽມຊົມສະຖານທີ່ໂຮງພິມ

ຄະນະຜູ້ແທນເຂົ້າສັງເກດການພິມປຶ້ມແບບຮຽນພາສາອັງກິດຊັ້ນປະຖົມ ສຳລັບໂຮງຮຽນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ

ຄໍາເຫັນຂອງທ່ານ ວິໄລພອນ ພົມມະຫາໄຊ ໄດ້ກ່າວວ່າ: “ຂ້າພະເຈົ້າໄດ້ຮັບການມອບໝາຍຈາກຄະນະນໍາກະຊວງ, ຮູ້ສຶກເປັນກຽດຢ່າງຍິ່ງ ທີ່ໄດ້ຕາງໜ້າກະຊວງສຶກສາທິການ ແລະ ກິລາ ພ້ອມທັງຕາງໜ້າໃຫ້ແກ່ພະແນກສຶກສາທິການ ແລະ ກິລາແຂວງຫຼວງນໍ້າທາ ແລະ ແຂວງອຸດົມໄຊ ທີ່ມາໃນພິທີ ມອບ – ຮັບ ເຄື່ອງຊ່ວຍເຫຼືອແກ່ 2​ແຂວງ. ຂ້າພະເຂົ້າຂໍລາຍງານສະພາບລວມໂດຍຫຍໍ້ ພາຍຫຼັງ ນໍ້າລົດ ບັນດາສະຖານການສຶກສາ ທີ່ໄດ້ຮັບຜົນກະທົບກໍ່ໄດ້ມີການອານາໄມ, ສ້ອມແປງ ໃຫ້ນັກຮຽນສາມາດກັບມາຮຽນໄດ້ ແຕ່ປາດສະຈາກບໍ່ໄດ້ ອາຄານຮຽນບາງຫຼັງທີ່ໄດ້ຖືກນໍ້າເຊາະເຈື່ອນຕ້ອງໄດ້ໃຊ້ເວລາໃນການສ້ອມແປງ ແລະ ກໍ່ສ້າງຄືນໃໝ່ ເຊິ່ງພະແນກສຶກສາທິການ ແລະ ກິລາແຂວງ ທັງສອງແຂວງກໍ່ໄດ້ສົມທົບກັບຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ປະເມີນຜົນເສຍຫາຍທີ່ກະທົບ ແລະ ສ້າງແຜນພື້ນຟູຫຼັງໄພພິບັດ ໄດ້ສະ ເໜີອົງການປົກຄອງຂັ້ນແຂວງ ບັນຈຸເຂົ້າໃນແຜນຟຶ້ນຟູ ຂອງອົງການປົກຄອງທ້ອງຖີ່ນ ແລະ ເບື້ອງກະຊວງສຶກສາທິການ ແລະ ກິລາ ກໍໄດ້ມີການອ່ວຍທຶນ ການປຸກສ້າງ ໃນບ້ວງສຸກເສີນ ກອງທຶນຮ່ວມສາກົນເພື່ອການສຶກສາ ໄລຍະ 3 (GPE3) ມາກໍ່ສ້າງອາຄານຮຽນ ປະຖົມ ນາເຕີຍ ເມືອງນໍ້າທາ, ແຂວງຫຼວງນໍ້າທາ.​ ຂ້າພະເຈົ້າໃນນາມຕາງໜ້າໃຫ້ແກ່ການນໍາ, ໃນນາມສ່ວນຕົວ ຂໍສະແດງຄວາມຂອບໃຈມາຍັງລັດຖະບານອົດສະຕຣາລີ ແລະ ອົງການຮ່ວມມືສາກົນຍີ່ປຸ່ນ JICA  ສໍາລັບການສະໜັບສະໜູນວຽກງານການສຶກສາຢ່າງຕໍ່ເນື່ອງ, ລວມທັງໃນຊ່ວງເວລາທີ່ພວກເຮົາປະເຊີນກັບຄວາມຫຍຸ້ງຍາກນີ້. ເຖິງແມ່ນວ່າ ຈະມີຄວາມຫຍຸ້ງຍາກທີ່ເກີດຈາກໄພພິບັດທາງທຳມະຊາດກໍ່ຕາມ ແຕ່ການສຶກສາກໍ໋ຈະຕ້ອງສືບຕໍ່ດຳເນີນຕໍ່ໄປ.”

ທ່ານ ໄມໂຄ ຄາຣີ ໄດ້ກ່າວວ່າ: “ລັດຖະບານອົດສະຕຣາລີ ມີຄວາມຍິນດີທີ່ຈະສະໜັບສະໜູນວຽກງານການຕອບສະໜອງຕໍ່ສະຖານະການສຸກເສີນ ຂອງກະຊວງສຶກສາທິການ ແລະ ກິລາ ໂດຍການສະໜອງອຸປະກອນການຮຽນທີ່ຈຳເປັນໃຫ້ແກ່ໂຮງຮຽນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ. ການຊ່ວຍເຫຼືອນີ້ ສະທ້ອນໃຫ້ເຫັນເຖິງການຮ່ວມມືອັນແໜ້ນແຟ້ນລະຫວ່າງ ລັດຖະບານອົດສະຕຣາລີ ແລະ ສປປ ລາວ ແລະ ເປັນສ່ວນໜຶ່ງຂອງການຮ່ວມມືໃນວົງກວ້າງຂອງພວກເຮົາ ເພື່ອເສີມສ້າງການເຂົ້າເຖິງການສຶກສາຂັ້ນພື້ນຖານທີ່ມີຄຸນນະພາບ. ໂດຍການຊ່ວຍເຫຼືອໂຮງຮຽນໃນການຈັດຫາອຸປະກອນການຮຽນທີ່ຈຳເປັນມາທົດແທນອຸປະກອນທີ່ເສຍຫາຍຈາກໄພນໍ້າຖ້ວມ, ພວກເຮົາຕັ້ງເປົ້າໝາຍທີ່ຈະຫຼຸດຜ່ອນຜົນກະທົບຕໍ່ການຮຽນການສອນ, ສະໜັບສະໜູນຄູ ແລະ ສ້າງເງື່ອນໄຂທີ່ດີຂຶ້ນໃຫ້ແກ່ນັກຮຽນ ເພື່ອໃຫ້ເຂົາເຈົ້າສາມາດສືບຕໍ່ການຮຽນໄດ້ໃນໄລຍະການຟື້ນຟູ.”

ທ່ານ ໂຄເບ ໂນບູຢູກິ, ຮອງຫົວໜ້າອົງການຮ່ວມມືສາກົນຍີ່ປຸ່ນ ໄດ້ກ່າວວ່າ: “ມີຄວາມຍິນດີທີ່ຈະສະໜັບສະໜູນຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ໃນການຮັບມືກັບໄພນໍ້າຖ້ວມ ໂດຍໄດ້ສະໜອງປຶ້ມແບບຮຽນວິຊາຄະນິດສາດຊັ້ນປະຖົມສຶກສາ ໃນທຸກຂັ້ນຮຽນ ໃຫ້ແກ່ໂຮງຮຽນທີ່ໄດ້ຮັບຜົນກະທົບ ເພື່ອນຳມາທົດແທນປຶ້ມທີ່ເສຍຫາຍຈາກໄພນໍ້າຖ້ວມ, ຊ່ວຍໃຫ້ຄູສາມາດຈັດການຮຽນການສອນໄດ້.”

ທ່ານ ວິໄລພອນ ພົມມະຫາໄຊ ມອບໃບຍ້ອງຍໍໃຫ້ແກ່ລັດຖະບານອົດສະຕຣາລີ ແລະ ອົງການຮ່ວມມືສາກົນຍີ່ປຸ່ນ JICA