ກອງປະຊຸມດັ່ງກ່າວ ໄດ້ເຊີນຜູ້ເຂົ້າຮ່ວມຫຼາຍກວ່າ 60 ທ່ານ ຈາກຂັ້ນສູນກາງ ແລະ ທ້ອງຖິ່ນ

ຄວາມພະຍາຍາມໃນການຮ່ວມມື ເພື່ອເກັບກຳການຈັດຕັ້ງປະຕິບັດວຽກງານການສົ່ງເສີມຄວາມສະເໝີພາບຍິງ-ຊາຍ ໃນລະບົບການສຶກສາຂອງ ສ.ປ.ປ ລາວ

ກະຊວງສຶກສາທິການ ແລະ ກິລາ ຂອງ ສປປ ລາວ (ສສກ), ໂດຍໄດ້ຮັບການສະໜັບສະໜູນຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ, ໄດ້ເລິ່ມຕົ້ນການພັດທະນາ ເຄື່ອງມືການຄຸ້ມຄອງຄວາມສະເໝີພາບຍິງ-ຊາຍ (GEM) ເພື່ອຊ່ວຍໃຫ້ສະຖານທີ່ເຮັດວຽກໃນຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ສາມາດ ປະເມີນ ແລະ ເສີມສ້າງ ການປະຕິບັດການຄຸ້ມຄອງຄວາມສະເໝີພາບຍິງ-ຊາຍ.

ໃນອາທິດນີ້, ທ່ານ ພິມມະສອນ ສີສະອາດ, ຮອງຫົວໜ້າຫ້ອງການ, ກະຊວງສຶກສາທິການ ແລະ ກິລາ, ໄດ້ເປັນປະທານກອງປະຊຸມດ້ານວິຊາການຄັ້ງທຳອິດຂອງທັງໝົດສາມກອງປະຊຸມ ເພື່ອອອກແບບເຄື່ອງມື GEM ທີ່ນຳພາໂດຍພະແນກຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ. ກອງປະຊຸມດັ່ງກ່າວ ໄດ້ເຊີນຜູ້ເຂົ້າຮ່ວມຫຼາຍກວ່າ 60 ທ່ານ ຈາກຂັ້ນສູນກາງ ແລະ ທ້ອງຖິ່ນ ລວມມີຜູ້ຕາງໜ້າຈາກ ຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ກະຊວງສຶກສາທິການ ແລະ ກິລາ (ຄກມດ ສສກ), ພະແນກສຶກສາທິການ ແລະ ກິລາແຂວງ (ສກຂ), ຫ້ອງການສຶກສາທິການ ແລະ ກິລາເມືອງ (ສກມ), ມະຫາວິທະຍາໄລແຫ່ງຊາດ, ວິທະຍາໄລຄູ ແລະ ຜູ້ຊ່ຽວຊານແຜນງານບີຄວາ

ທ່ານ ພິມມະສອນ ສີສະອາດ ໄດ້ອະທິບາຍເຖິງຈຸດປະສົງຂອງເຄື່ອງມືດັ່ງກ່າວວ່າ: “ພະແນກຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ໄດ້ກຳນົດຄວາມຕ້ອງການເຄື່ອງມືທີ່ໃຊ້ໄດ້ງ່າຍ ແລະ ໃຊ້ໄດ້ຈິງ ເພື່ອຫັນປ່ຽນວັດທະນະທຳໃນບ່ອນເຮັດວຽກຂອງຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ. ເຄື່ອງມື GEM ຈະຊ່ວຍໃຫ້ພະແນກການຍ່ອຍຕ່າງໆ ຂອງ ສສກ, ວິທະຍາໄລຄູ, ສກຂ ແລະ ສກມ ປະເມີນການປະຕິບັດໜ້າວຽກຂອງຕົນ, ພັດທະນາແຜນປະຕິບັດງານ ແລະ ແກ້ໄຂຂໍ້ຫຍຸ້ງຍາກ ເພື່ອສົ່ງເສີມການມີສ່ວນຮ່ວມຂອງແມ່ຍິງ ໃນການເປັນຜູ້ນຳ. ຂ້າພະເຈົ້າ ຂໍຂອບໃຈມາຍັງລັດຖະບານອົດສະຕຣາລີ ທີ່ໄດ້ສະໜັບສະໜູນວຽກງານນີ້ ແລະ ຂ້າພະເຈົ້າ ຍິນດີຮັບຟັງການປະກອບສ່ວນຂອງທຸກໆຄົນ ທີ່ເຂົ້າຮ່ວມ ເພື່ອຊ່ວຍກັນເລີ່ມຕົ້ນສ້າງ ເຄື່ອງມືທີ່ໃຊ້ໄດ້ຈິງ ແລະ ເໝາະສົມກັບສະພາບຕົວຈິງຂອງປະເທດລາວ ເພື່ອນຳພາການປ່ຽນແປງດ້ານວັດທະນະທຳໃນບ່ອນເຮັດວຽກ ໃນທົ່ວຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ.”

ທ່ານ ໄມໂຄ ຄາຣີ, ເລຂາເອກ ສະຖານທູດອົດສະຕຣາລີ ໄດ້ໃຫ້ສຳພາດກ່ຽວກັບກອງປະຊຸມຄັ້ງນີ້, ເຊິ່ງທ່ານໄດ້ກ່າວເຖິງວິໄສທັດຮ່ວມກັນໃນການຮ່ວມມືຂອງລັດຖະບານອົດສະຕຣາລີ ແລະ ໝາກຜົນທີ່ຄາດວ່າຈະໄດ້ຮັບຄື: “ຄວາມສະເໝີພາບຍິງ-ຊາຍ ແມ່ນຈຸດໃຈກາງຂອງລັດຖະບານອົດສະຕຣາລີ ແລະ ເປັນພື້ນຖານໃຫ້ແກ່ວິທີການສົ່ງເສີມຄວາມສະ  ເໝີພາບຍິງ-ຊາຍໃນລະດັບສາກົນຂອງພວກເຮົາ. ວຽກດັ່ງກ່າວ ຍັງໄດ້ຊຸກຍູ້ໃຫ້ມີຄວາມເທົ່າທຽມກວ່າເກົ່າ ແລະ ຄວາມກ້າວໜ້າທີ່ດີຂຶ້ນສຳລັບທຸກຄົນ. ການມີສ່ວນຮ່ວມທາງດ້ານການເມືອງ ແລະ ເສດຖະກິດທີ່ຫຼາຍຂຶ້ນຂອງແມ່ຍິງ ເຮັດໃຫ້ສັງຄົມມີຄວາມຈະເລີນຮຸ່ງເຮືອງ ແລະ ສັນຕິພາບຫຼາຍຂຶ້ນ. ນັ້ນແມ່ນເຫດຜົນ ທີ່ພວກເຮົາພູມໃຈ ທີ່ໄດ້ສະໜັບສະໜູນກະຊວງສຶກສາທິການ ແລະ ກິລາ ໃນການພັດທະນາເຄື່ອງມື GEM: ເພື່ອເພີ່ມຄວາມຮັບຮູ້ກ່ຽວກັບ ມາດຕະຖານດ້ານເພດ ແລະ ສັງຄົມ ທີ່ສ້າງວັດທະນະທຳໃນບ່ອນເຮັດວຽກໃນຂະແໜງການສຶກສາ ແລະ ເພື່ອແກ້ໄຂອຸປະສັກ ເຮັດໃຫ້ແມ່ຍິງສາມາດກ້າວໄປສູ່ບົດບາດຜູ້ນຳຫຼາຍຂຶ້ນ. ພວກເຮົາມີຄຳໝັ້ນສັນຍາຮ່ວມກັນ ເພື່ອສົ່ງເສີມຄວາມສະເໝີພາບຍິງ-ຊາຍໃນທຸກລະດັບ.”

ໃນໄລຍະເວລາ 5 ວັນ, ຜູ້ເຂົ້າຮ່ວມ ໄດ້ມີສ່ວນຮ່ວມໃນກິດຈະກຳຕ່າງໆ ທີ່ຖືກອອກແບບມາເພື່ອສ້າງຄວາມເຂົ້າໃຈດ້ານເພດ ແລະ ມາດຕະຖານທາງສັງຄົມ ພ້ອມທັງເສີມສ້າງຄວາມຮູ້ນັ້ນ ໃຫ້ເປັນເຄື່ອງມືທີ່ໃຊ້ໄດ້ຈິງ. ກອງປະຊຸມໄດ້ເປີດຂຶ້ນດ້ວຍການວິເຄາະຂໍ້ມູນທີ່ເກັບກຳຈາກຜູ້ເຮັດວຽກສຶກສານິເທດພາຍໃນ. ທີມງານໄດ້ທົບທວນໂປສະເຕີຂໍ້ມູນ, ສົນທະນາຮູບແບບຕ່າງໆໃນກຸ່ມຍ່ອຍ ແລະ ສະທ້ອນຄືນເຖິງສິ່ງທີ່ການຄົ້ນພົບ ທີ່ເຮັດໃຫ້ຮູ້ກ່ຽວກັບຄວາມເຊື່ອ ແລະ ພຶດຕິກຳໃນບ່ອນເຮັດວຽກ. ຫຼັງຈາກນັ້ນ, ກໍ່ມີກິດຈະກຳ “ກະຕຸ້ນການມີສ່ວນຮ່ວມ” ໄດ້ເຊື່ອມໂຍງພຶດຕິກຳທີ່ເບິ່ງເຫັນໄດ້, ສິ່ງທີ່ຄົນເວົ້າ ແລະ ສິ່ງທີ່ປະຕິບັດ, ກັບທັດສະນະຄະຕິທີ່ເລິກເຊິ່ງກວ່າເກົ່າ, ມາດຕະຖານທາງສັງຄົມ ແລະ ສົມມຸດຕິຖານທີ່ຂັບເຄື່ອນປັດໄຈດັ່ງກ່າວ.

ທ່ານ ພິມມະສອນ ສີສະອາດ, ຮອງຫົວໜ້າຫ້ອງການ, ເປັນປະທານ ກອງປະຊຸມຄັ້ງທຳອິກ ຂອງທັງໝົດ 3 ກອງປະຊຸມ ເພື່ອອກແບບເຄື່ອງມືຄຸ້ມຄອງຄວາມສະເໝີພາບຍິງ-ຊາຍ

ທ່ານ ປອ ນາງ ວັນມະນີ ວັນນະສີ, ຫົວໜ້າພະແນກຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ, ເປັນພະແນກການທີ່ນຳພາການພັດທະນາເຄື່ອງມືຄຸ້ມຄອງຄວາມສະເໝີພາບຍິງ-ຊາຍ

ທ່ານ ປອ ນາງ ວັນມະນີ ວັນນະສີ, ຫົວໜ້າພະແນກຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ໄດ້ໃຫ້ຄຳເຫັນວ່າ: “ຂັ້ນຕໍ່ໄປ, ກຸ່ມເຮັດວຽກດ້ານວິຊາການ ຈະປັບປຸງໂຄງຮ່າງຮ່ວມກັນ ແລະ ຈະປະຊຸມອີກຄັ້ງ. ເຊິ່ງແມ່ນກອງປະຊຸມຄັ້ງທີສອງຈະຈັດຂຶ້ນໃນທ້າຍເດືອນ ມິຖຸນາ ນີ້ ເພື່ອປັບປຸງຮ່າງສະບັບເຕັມສະບັບທຳອິດຂອງເຄື່ອງມື GEM. ແຜນງານບີຄວາແລະ ຫົວໜ້າພະແນກຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ຈະສືບຕໍ່ອຳນວຍຄວາມສະດວກໃຫ້ແກ່ກອງປະຊຸມ, ການຝຶກອົບຮົມ ແລະ ໄລຍະທົດລອງ, ໂດຍມີຈຸດປະສົງ ເພື່ອໃຫ້ເຄື່ອງມືສຳເລັດ ແລະ ໄດ້ທົດລອງນຳໃຊ້ພາຍໃນເດືອນທັນວາ 2026. ຫຼັງຈາກການທົດລອງໃຊ້ແລ້ວ, ເຄື່ອງມືດັ່ງກ່າວຈະຖືກປັບປຸງໃຫ້ ນຳໃຊ້ກວ້າງຂຶ້ນໃນທົ່ວພະແນກການຂອງກະຊວງສຶກສາທິການ ແລະ ກິລາ ແລະ ຫ້ອງການໃນຂັ້ນທ້ອງຖິ່ນ.”

ທ່ານ ພິມມະສອນ ສີສະອາດ ໄດ້ກ່າວສະຫຼຸບໃນຕອນທ້າຍຂອງການປະກອບຄຳເຫັນວ່າ: “ໃນກອງປະຊຸມນີ້, ຂ້າພະເຈົ້າຂໍຮຽກຮ້ອງໃຫ້ທຸກທ່ານ ຈົ່ງຊ່ວຍກັນ ປະກອບຄຳເຫັນຢ່າງກົງໄປກົງມາ, ມີສ່ວນຮ່ວມຢ່າງເອົາໃຈໃສ່ ແລະ ຮັບຟັງຢ່າງລະອຽດ. ພວກເຮົາຈະຮ່ວມກັນສຶກສາວ່າ ເພດ ແລະ ມາດຕະຖານທາງສັງຄົມ ມີອິດທິພົນຕໍ່ໂຮງຮຽນ ແລະ ສະຖານທີ່ເຮັດວຽກຂອງພວກເຮົາຄືແນວໃດ, ທົດສອບສົມມຸດຖານ ແລະ ສ້າງຂັ້ນຕອນການປະຕິບັດຕົວຈິງເພື່ອສົ່ງເສີມການປ່ຽນແປງ. ໂດຍການເຮັດວຽກຮ່ວມກັນ, ຂ້າພະເຈົ້າໝັ້ນໃຈວ່າ ພວກເຮົາສາມາດສ້າງເຄື່ອງມືທີ່ເສີມສ້າງຄວາມເປັນຜູ້ນຳ, ສະໜັບສະໜູນຄູ ແລະ ປັບປຸງການຮຽນຮູ້ທີ່ເໝາະສົມສຳລັບນັກຮຽນທຸກຄົນໃນອະນາຄົດ.”

ທ່ານ ໄມໂຄ ຄາຣີ ໄດ້ຢໍ້າຄືນເຖິງຄວາມຄາດຫວັງຂອງລັດຖະບານອົດສະຕຣາລີ ຕໍ່ໝາກຜົນຂອງວຽກງານດັ່ງກ່າວວ່າ: “ພວກເຮົາຫວັງວ່າເຄື່ອງມື GEM ຈະຂັບເຄື່ອນການປ່ຽນແປງໄດ້ຢ່າງແທ້ຈິງ: ວັດທະນະທໍາໃນບ່ອນເຮັດວຽກທີ່ມີຄວາມຫຼາກຫຼາຍ ຫຼາຍຂຶ້ນ, ການມີຕົວແທນຂອງແມ່ຍິງ ໃນການເປັນຜູ້ນໍາທີ່ຫຼາຍຂຶ້ນ, ແລະ ການປະຕິບັດຕົວຈິງທີ່ປິດຊ່ອງຫວ່າງລະຫວ່າງນະໂຍບາຍ ແລະ ການປະຕິບັດ. ຜ່ານການຮ່ວມມືກັບ ສສກ, ພວກເຮົາຫວັງວ່າເຄື່ອງມືດັ່ງກ່າວຈະຖືກຂະຫຍາຍໄປທົ່ວລະບົບ ແລະ ນໍາໄປສູ່ໂອກາດ ແລະ ຜົນການຮຽນທີ່ດີຂຶ້ນສໍາລັບເດັກທຸກຄົນ.”

ຜູ້ເຂົ້າຮ່ວມໄດ້ສ້າງແຜນວາດ, ຄວາມຮັບຜິດຊອບ ແລະ ໄລຍະເວລາ ເພື່ອສ້າງເຄື່ອງມືຄຸ້ມຄອງຄວາມສະເໝີພາບຍິງ-ຊາຍ

ຜູ້ເຂົ້າຮ່ວມໄດ້ສະທ້ອນຄືນກ່ຽວກັບພຶດຕິກຳ ແລະ ມາດຕະຖານທາງສັງຄົມໃນສະຖາບັນການສຶກສາ ແລະ ສະຖານທີ່ເຮັດວຽກ