ກຸ່ມຫຼັກຂອງ ສະມາຊິກຄະນະບໍລິຫານງານສະຫະພັນແມ່ຍິງລາວ 19 ທ່ານ ຂອງ ສສກ ຈະເຂົ້າຮ່ວມໃນກິດຈະກຳຕ່າງໆຂອງສາມອົງປະກອບ ການສ້າງຄວາມສາມາດໃນການເປັນຜູ້ນຳ, ການເຊື່ອມໂຍງ ຄວາມສະເໝີພາບຍິງ-ຊາຍ, ຄວາມພິການ ແລະ ການສຶກສາຮຽນຮ່ວມ ໃນບ່ອນເຮັດວຽກ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ສະຖາບັນຂອງ ກະຊວງສຶກສາທິການ ແລະ ກິລາ
ໂຄງການຈະໃຫ້ການສະໜັບສະໜູນການຝຶກອົບຮົມ ແລະ ການພັດທະນາວິຊາຊີບສຳລັບແມ່ຍິງໃນຕຳແໜ່ງຜູ້ນຳ ແລະ ສະມາຊິກອົງການຈັດຕັ້ງມະຫາຊົນ
ໃນວັນທີ່ 18-20 ພຶດສະພາ 2026 ທີ່ ຫ້ອງປະຊຸມນາປາກກວາງ, ເມືອງທຸລະຄົມ ແຂວງວຽງຈັນ ກະຊວງສຶກສາທິການ ແລະ ກິລາ ສປປ ລາວ (ສສກ) ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ, ໄດ້ຈັດກອງປະຊຸມ ເພື່ອເລີ່ມຕົ້ນໂຄງການແມ່ຍິງໃນການເປັນຜູ້ນຳ ໂດຍການເປັນປະທານຂອງ ທ່ານ ປອ ຕຸລາວັນ ໜໍ່ເມືອງເສດ, ຫົວໜ້າກົມຈັດຕັ້ງ ແລະ ມີຜູ້ເຂົ້າຮ່ວມ ລວມ 30 ທ່ານ.
ໂຄງການແມ່ຍິງໃນການເປັນຜູ້ນຳ ຖືກສ້າງຂຶ້ນໂດຍມີ ສາມອົງປະກອບທີ່ສົ່ງເສີມ ແລະ ສະໜັບສະໜູນ ການປ່ຽນແປງຂອງບຸກຄົນ ແລະ ສະຖາບັນຄື:
ອົງປະກອບທີ່ໜຶ່ງ ແມ່ນການສ້າງຄວາມສາມາດໃນການເປັນຜູ້ນຳ, ເຊິ່ງຊ່ວຍໃຫ້ຜູ້ເຂົ້າຮ່ວມຮຽນຮູ້ດ້ວຍຕົນເອງ ວິທີການສົ່ງເສີມການພັດທະນາຄວາມເປັນຜູ້ນຳ, ການເຂົ້າໃຈຄວາມສະເໝີພາບຍິງ-ຊາຍ, ເຄື່ອງມືສຳລັບການຂັບເຄື່ອນການປ່ຽນແປງທີ່ສົ່ງເສີມສະເໝີພາບ, ການສື່ສານ, ການຮຽນຮູ້ຕະຫຼອດຊີວິດ ແລະ ທັກສະທີ່ສ່ວນບຸກຄົນ. ອົງປະກອບນີ້ມີຈຸດປະສົງບໍ່ພຽງແຕ່ເພື່ອເສີມສ້າງທັກສະດ້ານວິຊາການ ແລະ ການພົວພັນລະຫວ່າງບຸກຄົນເທົ່ານັ້ນ, ແຕ່ຍັງສ້າງພື້ນທີ່ສຳລັບການສະທ້ອນຄືນ, ການຮຽນຮູ້ຈາກເພື່ອນຮ່ວມງານ, ການຝຶກສອນ, ແລະ ການພັດທະນາແຜນປະຕິບັດ ເພື່ອສົ່ງເສີມຄວາມສະເໝີພາບຍິງ-ຊາຍ, ຄວາມຈຳກັດທາງຮ່າງກາຍ ແລະ ການສຶກສາຮຽນຮ່ວມ.
ອົງປະກອບທີ່ສອງຂອງໂຄງການແມ່ຍິງໃນການເປັນຜູ້ນຳ ແມ່ນສະໜັບສະໜູນການເຊື່ອມໂຍງ ຄວາມສະເໝີພາບຍິງ-ຊາຍ, ຄວາມພິການ ແລະ ການສຶກສາຮຽນຮ່ວມ ໃນບ່ອນເຮັດວຽກ ຜ່ານວິທີການຝຶກອົບຮົມໃຫ້ແກ່ຄູຝຶກ. ຜູ້ເຂົ້າຮ່ວມໂຄງການ ຈະເປັນຜູ້ອຳນວຍຄວາມສະດວກຮ່ວມ, ດຳເນີນວາລະນຳສະເໜີຂໍ້ມູນ ແລະ ຈັດກອງປະຊຸມຝຶກອົບຮົມຮ່ວມກັບຜູ້ນຳອາວຸໂສ ແລະ ພະນັກງານໃນກະຊວງສຶກສາທິການ ແລະ ກິລາ ເພື່ອສົ່ງເສີມການປະຕິບັດ ຄວາມສະເໝີພາບຍິງ-ຊາຍ, ຄວາມພິການ ແລະ ການສຶກສາຮຽນຮ່ວມ ໃນວຽກງານຕົວຈິງ.
ອົງປະກອບທີສາມຂອງໂຄງການ ແມ່ນການສ້າງຄວາມເຂັ້ມແຂງໃຫ້ແກ່ສະຖາບັນຂອງ ກະຊວງສຶກສາທິການ ແລະ ກິລາ, ໂດຍເນັ້ນໜັກການຫັນປ່ຽນການຮຽນຮູ້ໄປສູ່ການປະຕິບັດຕົວຈິງ ໃນສະຖານທີ່ເຮັດວຽກ. ຜູ້ເຂົ້າຮ່ວມຈະທົດລອງນຳໃຊ້ເຄື່ອງມືປະເມີນຕົນເອງ ດ້ານການຄຸ້ມຄອງ ຄວາມສະເໝີພາບຍິງ-ຊາຍ (GEM) ໃນບ່ອນເຮັດວຽກທີ່ຕົນເອງສັງກັດຢູ່ ພ້ອມທັງພັດທະນາ ແລະ ຈັດຕັ້ງປະຕິບັດການສົ່ງເສີມຄວາມສະເໝີພາບຍິງ-ຊາຍ, ຄວາມພິການ ແລະ ການສຶກສາຮຽນຮ່ວມ. ດ້ວຍການນຳໃຊ້ເຄື່ອງມື GEM, ຜູ້ເຂົ້າຮ່ວມຈະສາມາດລະບຸໄດ້ວ່າ ດ້ານໃດຂອງລະບົບໃນບ່ອນເຮັດວຽກ, ນະໂຍບາຍ ແລະ ການປະຕິບັດ ທີ່ຈຳເປັນຕ້ອງໄດ້ປັບປຸງເພື່ອສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ຄວາມກ້າວໜ້າຂອງແມ່ຍິງ.
ທ່ານ ປອ ຕຸລາວັນ ໜໍ່ເມືອງເສດ, ຫົວໜ້າກົມຈັດຕັ້ງ ເປັນປະທານເປີດກອງປະຊຸມຄັ້ງທຳອິດຂອງໂຄງການແມ່ຍິງໃນການເປັນຜູ້ນຳຂອງ ສສກ
ທ່ານ ນາງ ສຸດສາຍໃຈ ດວງສະຫວັນ, ປະທານໂຄງການແມ່ຍິງໃນການເປັນຜູ້ນຳ, ສສກ ໄດ້ອະທິບາຍເຖິງ ໂຄງການແມ່ຍິງໃນການເປັນຜູ້ນຳເປີດໂອກາດໃຫ້ ສະມາຊິກຄະນະບໍລິຫານງານສະຫະພັນແມ່ຍິງລາວ ຂອງກະຊວງສຶກສາທິການ ແລະ ກິລາ ໄດ້ພັດທະນາທັກສະການເປັນຜູ້ນຳ
ກຸ່ມຫຼັກຂອງ ສະມາຊິກຄະນະບໍລິຫານງານສະຫະພັນແມ່ຍິງລາວ 19 ທ່ານ ຂອງກະຊວງສຶກສາທິການ ແລະ ກິລາ ຈະເຂົ້າຮ່ວມໃນກິດຈະກຳຕ່າງໆຂອງສາມອົງປະກອບ. ສະມາຊິກ ອີກ 75 ທ່ານ ຈະສະໜັບສະໜູນການພັດທະນາວິຊາຊີບຂອງກຸ່ມຫຼັກນີ້ ແລະ ເຂົ້າຮ່ວມໃນກິດຈະກຳສ້າງຈິດສຳນຶກ ແລະ ຝຶກອົບຮົມກ່ຽວກັບຄວາມສະເໝີພາບຍິງ-ຊາຍທີ່ກ່ຽວຂ້ອງ.
ທ່ານ ປອ. ຕຸລາວັນ ໜໍ່ເມືອງເສດ ໄດ້ອະທິບາຍວ່າ: ໂຄງການແມ່ຍິງໃນການເປັນຜູ້ນຳ ຈະເປັນເສັ້ນທາງໃຫ້ແກ່ແມ່ຍິງໃນການເຕີບໃຫຍ່ເປັນຜູ້ນຳພ້ອມທັງປະກອບສ່ວນເຂົ້າໃນສະຖາບັນທີ່ມີຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການມີສ່ວນຮ່ວມຫຼາຍຂຶ້ນ ພາຍໃນກະຊວງສຶກສາທິການ ແລະ ກິລາ.
ທ່ານ ນາງ ສຸດສາຍໃຈ ດວງສະຫວັນ, ຜູ້ອຳນວຍການສູນພັດທະນາຜູ້ປະກອບການລາວ-ອິນເດຍ ແລະ ປະທານ ໂຄງການແມ່ຍິງໃນການເປັນຜູ້ນຳ, ກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວວ່າ: “ໂຄງການແມ່ຍິງໃນການເປັນຜູ້ນຳເປີດໂອກາດໃຫ້ ສະມາຊິກຄະນະບໍລິຫານງານສະຫະພັນແມ່ຍິງລາວ ຂອງກະຊວງສຶກສາທິການ ແລະ ກິລາ ໄດ້ພັດທະນາທັກສະການເປັນຜູ້ນຳສະມາຊິກ ແລະ ຮຽນຮູ້ເຊິ່ງກັນແລະກັນ. ເມື່ອຜູ້ຊາຍ ແລະ ຜູ້ຍິງໄດ້ຮັບການສະໜັບສະໜູນຢ່າງເທົ່າທຽມກັນ ເພື່ອບັນລຸເປົ້າໝາຍດ້ານວິຊາສະເພາະ, ທຸກຄົນຈະໄດ້ຮັບຜົນປະໂຫຍດຜ່ານການເຮັດວຽກເປັນທີມທີ່ດີຂຶ້ນ, ມີໝາກຜົນເພີ່ມຂຶ້ນ ແລະ ມີສະພາບແວດລ້ອມການເຮັດວຽກໃນທາງບວກຫຼາຍຂຶ້ນ.”


English