ຊຸດອຸປະກອນຊ່ວຍເຫຼືອຄູ ຈະຊ່ວຍໃຫ້ຄູຊັ້ນປະຖົມ ນຳເອົາຄວາມຮູ້ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການຫຼຸດຜ່ອນຄວາມສ່ຽງຈາກໄພພິບັດ ເຂົ້າມາໃຫ້ໄດ້ຮຽນຮູ້ໃນບົດຮຽນປະຈຳວັນ
ກະຊວງສຶກສາທິການ ແລະ ກິລາ (ສສກ), ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ, ໄດ້ຈັດກອງປະຊຸມເປັນເວລາ 3 ວັນ, ວັນທີ 13 ຫາ 15 ພຶດສະພາ 2026 ເພື່ອພັດທະນາຊຸດອຸປະກອນຊ່ວຍເຫຼືອຄູ ໂມດູນທີ່ 15 ຫົວຂໍ້ການປ່ຽນແປງດິນຟ້າອາກາດ. ກອງປະຊຸມໄດ້ມີຜູ້ເຂົ້າຮ່ວມຈາກກົມສ້າງຄູ, ທີມງານຫຼັກດ້ານການພັດທະນາແຫຼ່ງການຮຽນຮູ້ ຈາກວິທະຍາໄລຄູຄັງໄຂ ແລະ ທີມງານແຜນງານບີຄວາ ໄດ້ຮ່ວມປະຊຸມເພື່ອທົບທວນເນື້ອໃນບົດຮຽນ, ປັບປຸງກິດຈະກຳຕົວຢ່າງ ແລະ ຫັນປ່ຽນການວາງແຜນຫຼັກສູດທີ່ໄດ້ພັດທະນາຜ່ານມາ ແລະ ການຮຽນຮູ້ນອກຫ້ອງຮຽນໃຫ້ກາຍເປັນສື່ການຮຽນການສອນທີ່ສາມາດໃຊ້ໄດ້ຈິງສຳລັບຄູຊັ້ນປະຖົມ.
ທ່ານ ເພັດມະນີ ສີລັດມີນາ, ຮອງຫົວໜ້າກົມສ້າງຄູ ໄດ້ກ່າວກ່ຽວກັບຈຸດປະສົງຂອງຊຸດອຸປະກອນຊ່ວຍເຫຼືອຄູໂມດູນໃໝ່ວ່າ: “ການພັດທະນາຊຸດອຸປະກອນນີ້ ມີຈຸດປະສົງເພື່ອຊ່ວຍຄູຊັ້ນປະຖົມໃນ ສປປ ລາວ ເຊື່ອມໂຍງການປ່ຽນແປງດິນຟ້າອາກາດ ແລະ ການຫຼຸດຜ່ອນຄວາມສ່ຽງຈາກໄພພິບັດ ເຂົ້າໃນບົດຮຽນປະຈຳວັນ ເຊິ່ງເປັນຄວາມຮູ້ທີ່ເປັນປະໂຫຍດ, ມີຄວາມໝາຍ ແລະ ເຊື່ອມໂຍງຫຼາຍຂຶ້ນກັບ ຫຼັກສູດຊັ້ນປະຖົມສຶກສາແຫ່ງຊາດ. ການປ່ຽນແປງດິນຟ້າອາກາດ ບໍ່ພຽງແຕ່ເປັນຫົວຂໍ້ທາງວິທະຍາສາດເທົ່ານັ້ນ ແຕ່ຍັງເປັນບັນຫາທາງສັງຄົມ ທີ່ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່, ສະຫວັດດີພາບ ແລະ ຄວາມປອດໄພຂອງນັກຮຽນທຸກຄົນ. ໂມດູນໃນຊຸດອຸຜະກອນຊ່ວຍເຫຼືອຄູ ຈະຍົກໃຫ້ຫັນຄວາມຮູ້ ແລະ ການປະຕິບັດໃນຂັ້ນໃນໂຮງຮຽນ.”
ໃນການໃຫ້ສຳພາດປະກອບຄຳເຫັນກ່ຽວກັບງານນີ້, ທ່ານ ໄມໂຄ ຄາຣີ, ເລຂາເອກ, ສະຖານທູດອົດສະຕຣາລີ ໄດ້ກ່າວວ່າ: “ລັດຖະບານອົດສະຕຣາລີ ມີຄວາມຍິນດີ ທີ່ຈະສະໜັບສະໜູນກະຊວງສຶກສາທິການ ແລະ ກິລາ ໃນວຽກງານທີ່ສຳຄັນນີ້ ຜ່ານ ແຜນງານບີຄວາ. ໂດຍການສົ່ງເສີມການສຶກສາຂັ້ນພື້ນຖານ, ພວກເຮົາກຳລັງຊ່ວຍນັກຮຽນໃຫ້ມີຄວາມຮູ້ ແລະ ທັກສະພື້ນຖານທີ່ເຂົາເຈົ້າຕ້ອງການ ເພື່ອປະເຊີນກັບສິ່ງທ້າທາຍປະຈຸບັນໃຫ້ມີຄວາມພ້ອມ. ການປ່ຽນແປງດິນຟ້າອາກາດ ບໍ່ພຽງແຕ່ເປັນບັນຫາສິ່ງແວດລ້ອມເທົ່ານັ້ນ, ແຕ່ຍັງເປັນບັນຫາທາງສັງຄົມ, ເສດຖະກິດ ແລະ ຄວາມປອດໄພ ທີ່ສົ່ງຜົນກະທົບຕໍ່ພວກເຮົາທຸກຄົນ.”
ການພັດທະນາຊຸດອຸປະກອນຊ່ວຍເຫຼືອຄູ ໂມດູນ 15 ໄດ້ເລີ່ມຕົ້ນດ້ວຍການຈັດກອງປະຊຸມຂັ້ນເບື້ອງຕົ້ນຫຼາຍຄັ້ງ ໃນເດືອນກຸມພາ ແລະ ມີນາ 2026 ທີ່ຜ່ານມາ, ທີມງານຫຼັກດ້ານພັດທະນາແຫຼ່ງການຮຽນຮູ້ ແລະ ກົມສ້າງຄູ ໄດ້ທົບທວນຄືນຫຼັກສູດວິຊາວິທະຍາສາດ ແລະ ສິ່ງແວດລ້ອມ ແລະ ວິຊາພາສາລາວ ສຳລັບຊັ້ນປະຖົມ ຂັ້ນ ປ.1-ປ.5 ເຊິ່ງໄດ້ພັດທະນາຂຶ້ນດ້ວຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ. ທີມງານໄດ້ ສຶກສາເນື້ອໃນກ່ຽວກັບການປ່ຽນແປງດິນຟ້າອາກາດທີ່ມີຢູ່ໃນບົດຮຽນແລ້ວ ແລະ ຈຸດທີ່ສາມາດປັບປຸງຕື່ມໄດ້. ທີມງານຍັງໄດ້ວາງແຜນດ້ານເນື້ອໃນຫຼັກສູດ ໃຫ້ມີຫົວຂໍ້ກ່ຽວກັບການປ່ຽນແປງດິນຟ້າອາກາດ ແລະ ໄດ້ມີການເຮັດການທົດລອງກິດຈະກຳໃນຫ້ອງຮຽນ ທີ່ສະແດງໃຫ້ເຫັນວ່າ ບັນຫາສະພາບອາກາດສາມາດແກ້ໄຂໄດ້ຄືແນວໃດ ໃນບົດຮຽນປະຈຳວັນໃນທຸກວິຊາ ແລະ ທຸກຂັ້ນຮຽນ. ການວາງແຜນຫຼັກສູດນີ້ ໃນປັດຈຸບັນແມ່ນມີຄວາມສຳຄັນດ້ານເນື້ອໃນສຳລັບ ຊຸດອຸປະກອນຊ່ວຍເຫຼືອ ໂມດູນ 15, ທີ່ຈະຮັບປະກັນວ່າທຸກໆກິດຈະກຳ ແລະ ຕົວຢ່າງທີ່ແນະນຳແມ່ນອີງໃສ່ສິ່ງທີ່ຄູຄາດວ່າຈະໄດ້ມີການສອນຢູ່ໃນຫ້ອງຮຽນ.
ໃນຕົ້ນເດືອນເມສາ ທີ່ຜ່ານມາ, ທີມງານໄດ້ເດີນທາງໄປທີ່ແຂວງຫຼວງພະບາງ ເພື່ອທັດສະນະສຶກສາວຽກງານທີ່ເຊື່ອມໂຍງກັບໂຄງການໂຮງຮຽນປອດໄພໃນລາວ ແລະ ໂຄງການໂຮງຮຽນສີຂຽວ. ໃນໄລຍະເວລາຫ້າວັນ, ໄດ້ພົບກັບພະແນກສຶກສາທິການ ແລະ ກິລາ ແຂວງ ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງ ພ້ອມທັງ ໄດ້ໄປຢ້ຽມຢາມໂຮງຮຽນປະຖົມໃນເມືອງຫຼວງພະບາງ ແລະ ເມືອງນານ ເພື່ອສັງເກດເບິ່ງວ່າ ໂຮງຮຽນກຳລັງປະຕິບັດຄືແນວໃດ ກ່ຽວກັບການຫຼຸດຜ່ອນຄວາມສ່ຽງຈາກໄພພິບັດ, ການປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການຄຸ້ມຄອງໂຮງຮຽນໃຫ້ປອດໄພ. ທີມງານໄດ້ຮຽນຮູ້ກ່ຽວກັບກິດຈະກຳທີ່ປະສົບຜົນສຳເລັດ, ເປັນປະໂຫຍດ, ສິ່ງທ້າທາຍ, ແລະ ບົດບາດຂອງຄູ, ນັກຮຽນ, ຊຸມຊົນ ແລະ ອຳນາດການປົກຄອງທ້ອງຖິ່ນໃນການຮັກສາຄວາມປອດໄພຂອງໂຮງຮຽນ. ບັນດາກິດຈະກຳຕົວຈິງທີ່ເກີດຂຶ້ນໃນປະຈຸບັດ, ລວມທັງກິດຈະກຳທີ່ນຳພາໂດຍໄວໜຸ່ມ, ການສ້າງແຜນປ້ອງກັນຄວາມອັນຕະລາຍ ແລະ ການວາງແຜນຄວາມປອດໄພຂອງໂຮງຮຽນ, ຈະຖືກນຳມາໃຊ້ໂດຍກົງໃນດ້ານຄຳແນະນຳ ແລະ ເຄື່ອງມືປະຕິບັດທີ່ ຊຸດອຸປະກອນຊ່ວຍເຫຼືອຄູ ໂມດູນ 15 ຈະນຳສະເໜີໃຫ້ແກ່ຄູ.
ທ່ານ ນາງ ນ້ອຍ ພິມມີແສງ, ພະນັກງານວິຊາການຈາກສູນພັດທະນາຄູ, ກົມສ້າງຄູ ໄດ້ອະທິບາຍວ່າ: “ໃນລະຫວ່າງກອງປະຊຸມ 3 ວັນ, ທີມງານຫຼັກຈະເລີ່ມຫັນປ່ຽນແຜນວາດຫຼັກສູດ ແລະ ຄວາມເຂົ້າໃຈຈາກການທັດສະນະສຶກສາ ໃຫ້ກາຍເປັນອົງປະກອບດ້ານເນື້ອໃນຂອງ ຊຸດອຸປະກອນຊ່ວຍເຫຼືອຄູ 15. ທີມງານຈະເລືອກ ແລະ ປັບປຸງຕົວຢ່າງກິດຈະກຳການສອນ ແລະ ການຮຽນຮູ້, ລວມເອົາກໍລະນີສຶກສາ ແລະ ບົດຮຽນທີ່ໄດ້ຮຽນຮູ້ຈາກການທັດສະນະສຶກສາ, ແລະ ຕົກລົງກັນເປັນເອກະພາບກ່ຽວກັບໂຄງຮ່າງ ແລະ ຂໍ້ຄວາມສຳຄັນຂອງຊຸດເອກະສານ, ລວມທັງຄຳແນະນຳກ່ຽວກັບຄວາມປອດໄພຂອງໂຮງຮຽນ ແລະ ຄວາມຢືດຢຸ່ນ. ນີ້ເປັນບາດກ້າວທີ່ສຳຄັນ ເມື່ອການຮຽນຮູ້ຈາກພາກສະໜາມເລີ່ມມີການຈັດຕັ້ງເປັນຮູບປະທຳ, ກ້າວຈາກແນວຄວາມຄິດ ແລະ ການສັງເກດການ ໄປສູ່ການຮ່າງເອກະສານທີ່ຊ່ວຍຄູໃນທົ່ວປະເທດ ໃຫ້ໄດ້ນຳໃຊ້.”
ຂັ້ນຕອນການພັດທະນາ ຊຸດອຸປະກອນຊ່ວຍເຫຼືອຄູ ໂມດູນ 15 ຈະສືບຕໍ່ດຳເນີນໄປໃນຫຼາຍເດືອນຕໍ່ໄປຕື່ມອີກ, ໂດຍມີກອງປະຊຸມຝຶກອົບຮົມ ແລະ ກອງປະຊຸມສະໜັບສະໜູນເພີ່ມຕື່ມ ເພື່ອໃຫ້ສຳເລັດສະບັບສົມບູນພາຍໃນເດືອນພະຈິກນີ້. ໃນຂະນະທີ່ວຽກງານດຳເນີນນັ້ນ, ຜູ້ຊ່ຽວຊານຈາກພາຍນອກໃນຂະແໜງການຕ່າງໆເຊັ່ນ: ວິທະຍາສາດ-ສິ່ງແວດລ້ອມ, ແນວໂນ້ມສະພາບອາກາດ ສປປ ລາວ, ການຫຼຸດຜ່ອນຄວາມສ່ຽງຈາກໄພພິບັດ ແລະ ຜູ້ນຳພາຈາກໂຮງຮຽນ ທີ່ຢູ່ໃນເຂດພື້ນທີ່ສ່ຽງຕໍ່ການປ່ຽນແປງດິນຟ້າອາກາດ ຈະຖືກເຊີນມາຮ່ວມເພື່ອປະກອບຄຳເຫັນ. ຜູ້ຊ່ຽວຊານຈະປະກອບຄຳເຫັນດ້ານສະພາບຕົວຈິງ, ຂໍ້ມູນຄວາມສ່ຽງດ້ານສະພາບອາກາດໃນທ້ອງຖິ່ນ ແລະ ວິທີການປະຕິບັດຕົວຈິງ ເພື່ອການປັບຕົວ ແລະ ມີຄວາມຢືດຢຸ່ນ, ຊ່ວຍເພີ່ມຄຸນນະພາບດ້ານວິຊາການ ແລະ ຄວາມສອດຄ່ອງໃນຂັ້ນທ້ອງຖິ່ນຂອງເອກະສານ. ການໃຫ້ຂໍ້ມູນຈະຊ່ວຍສົ່ງເສີມຈຸດສຳຄັນໃນຫ້ອງຮຽນທີ່ທີມງານຫຼັກໄດ້ສຶກສາ ແລະ ແລະ ການຮຽນຮູ້ໃນພາກສະໜາມ, ຈະຊ່ວຍຮັບປະກັນວ່າ ຊຸດອຸປະກອນຊ່ວຍເຫຼືອຄູ ໂມດູນ 15 ຈະໃຫ້ຄວາມຮູ້ດ້ານພື້ນຖານວິທະຍາສາດທີ່ລະອຽດ ແລະ ຄຳແນະນຳທີ່ໃຊ້ໄດ້ຈິງ ແລະ ໃຊ້ໄດ້ງ່າຍສຳລັບຄູ, ຜູ້ເຮັດວຽກສຶກສານິເທດ, ຜູ້ອຳນວຍການ ແລະ ຜູ້ນຳດ້ານການສຶກສາ.
ທ່ານ ໄມໂຄ ຄາຣີ ໄດ້ກ່າວສະຫຼຸບໃນຕອນທ້າຍວ່າ: “ພວກເຮົາຫວັງວ່າ ຈະໄດ້ເຫັນເອກະສານເຫຼົ່ານີ້ປະກອບສ່ວນເຂົ້າໃນການປ່ຽນແປງໄດ້ຈິງໃນໂຮງຮຽນ, ເປັນບ່ອນທີ່ຄູຮູ້ສຶກໝັ້ນໃຈໃນການສອນກ່ຽວກັບການປ່ຽນແປງດິນຟ້າອາກາດ ແລະ ນັກຮຽນມີຄວາມພ້ອມຫຼາຍຂຶ້ນ ເພື່ອປັບຕົວເຂົ້າກັບສະພາບອາກາດ ແລະ ໂລກທີ່ມີການປ່ຽນແປງ. ນີ້ແມ່ນພື້ນຖານທີ່ຊ່ວຍໃຫ້ໄວໜຸ່ມເຕີບໃຫຍ່ ເປັນຜູ້ປະກອບສ່ວນທີ່ປັບຕົວໄດ້ທັນກັບສະພາບ ແລະ ມີຄວາມສາມາດໃນການສ້າງອະນາຄົດຂອງ ສປປ ລາວ.”


English