
The representatives from MoES and Lao Women’s Union, who attended the event
ກະຊວງສຶກສາທິການ ແລະ ກິລາ ໄດ້ອອກຄຳແນະນຳການປົກປ້ອງ ແລະ ການຮັກສາຄວາມປອດໄພສຳລັບເດັກ ຢ່າງເປັນທາງການສະບັບໃໝ່ ສຳລັບຂະແໜງການສຶກສາ ແລະ ກິລາ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ
ໃນວັນທີ 16 ກໍລະກົດ 2024 ທີ່ຜ່ານມາ, ທ່ານ ສົມສີ ສຸດທິວົງ, ຮອງຫົວໜ້າຫ້ອງການ, ຜູ້ປະຈໍາການ ຄະນະກໍາມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ກະຊວງສຶກສາທິການ ແລະ ກິລາ (ສສກ), ແລະ ທ່ານ ນາງ ວາເນັດຊ້າ ເຮັກກາທີ້ , ເລຂາເອກດ້ານຂະແໜງສາທາລະນະສຸກ ແລະ ຂະແໜງການສຶກສາ, ສະຖານທູດອົດສະຕຣາລີປະຈຳລາວ, ໄດ້ເປັນກຽດເປີດພິທີການນຳໃຊ້ເອກະສານແນະນຳ ການປົກປ້ອງ ແລະ ຮັກສາຄວາມປອດໄພສຳລັບເດັກ ຂອງຂະແໜງການສຶກສາ ແລະ ກິລາ ຢ່າງເປັນທາງການ. ພິທີດັ່ງກ່າວໄດ້ຈັດຂຶ້ນເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 69 ປີ (20 ກໍລະກົດ 1955 – 20 ກໍລະກົດ 2024) ຄຽງຄູກັນນີ້ກໍ່ໄດ້ມີການຈັດການຝຶກອົບຮົມເປັນເວລາ 3 ວັນໃນຫົວຂໍ້ການປົກປ້ອງເດັກເຊີງນຳພາໂດຍຄູຝຶກຈາກກະຊວງສຶກສາທິການ ແລະ ກິລາ, ນັກສຳມະນາກອນແມ່ນບັນດາຄູສອນຈາກ ຈາກ ວິທະຍາໄລຄູດົງຄຳຊ້າງ. ໃນພິທີສະເຫຼີມສະຫຼອງ, ຄະນະປະທານກອງປະຊຸມ ໄດ້ຍົກໃຫ້ເຫັນຄວາມສຳຄັນຂອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ແລະ ບົດບາດສຳຄັນທີ່ສະຫະພັນແມ່ຍິງລາວ ປະກອບສ່ວນຊຸກຍູ້ວຽກງານການປົກປ້ອງ ແລະ ການຮັກສາຄວາມປອດໄພສຳລັບເດັກ.
ທ່ານ ສົມສີ ສຸດທິວົງ ໄດ້ກ່າວວ່າ “ການປົກປ້ອງ ແລະ ການຮັກສາຄວາມປອດໄພສຳລັບເດັກ ແມ່ນວຽກງານບຸລິມະສິດຂອງລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານອົດສະຕຣາລີ. ຄູມີບົດບາດສຳຄັນໃນການປົກປ້ອງເດັກໂດຍການມີສ່ວນຮ່ວມ, ໄດ້ຮັບການສະໜັບສະໜູນ ແລະ ມີຄວາມຮູ້ກ່ຽວກັບການປົກປ້ອງເດັກ. ວິທີການປະຕິບັດຂອງຄູ ສາມາດສ້າງຄວາມແຕກຕ່າງດ້ານສະພາບແວດລ້ອມທີ່ດີກວ່າເກົ່າ ເພື່ອການຮຽນຮູ້ທີ່ປອດໄພ. ເອກະສານແນະນໍາກ່ຽວກັບການປົກປ້ອງ ແລະ ຮັກສາຄວາມປອດໄພສຳລັບເດັກສະບັບນີ້ ໄດ້ຖືກສ້າງຂື້ນເພື່ອສະຫນັບສະຫນູນຄູໃຫ້ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບການປົກປ້ອງເດັກ ແລະ ໃຫ້ເຂົ້າເຖິງຂໍ້ມູນກ່ຽວກັບການໃຫ້ຄຳປຶກສາ ແລະ ລະບົບການລາຍງານ. ດັ່ງທີ່ທຸກທ່ານຮູ້ແລ້ວວ່າ, ຄູບໍ່ພຽງແຕ່ຖ່າຍທອດຄວາມຮູ້ໃຫ້ແກ່ນັກຮຽນເທົ່ານັ້ນ ແຕ່ຍັງສ້າງພື້ນທີ່ປອດໄພໃຫ້ເດັກນ້ອຍໄດ້ຮຽນຮູ້ ແລະ ຈະເລີນເຕີບໂຕທາງກາຍ ແລະ ຈິດໃຈອີກດ້ວຍ. ເມື່ອນັກຮຽນຮູ້ສຶກປອດໄພ, ເຂົາເຈົ້າຈະຮຽນຮູ້ໄດ້ດີຢູ່ໂຮງຮຽນ.”
ທ່ານ ນາງ ວາເນັດຊ້າ ເຮັກກາທີ້ ໄດ້ກ່າວວ່າ: “ໃນປະເທດອົດສະຕຣາລີ, ເປັນທີ່ຮູ້ກັນດີວ່າ ທຸກຄົນທີ່ເຮັດວຽກຮ່ວມກັບເດັກນ້ອຍມີຄວາມຮັບຜິດຊອບ ເພື່ອຮັບປະກັນຄວາມປອດໄພທາງດ້ານຮ່າງກາຍ ແລະ ຈິດໃຈຂອງເຂົາ. ລັດຖະບານອົດສະຕຣາລີ ມີຄວາມພູມໃຈທີ່ໄດ້ຮ່ວມມືກັບກະຊວງສຶກສາທິການ ແລະ ກິລາ ໂດຍຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າເຖິງການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ) ໃນການພັດທະນາ ແລະ ເຜີຍແຜ່ເອກະສານແນະນຳສຳລັບການປົກປ້ອງ ແລະ ຮັກສາຄວາມປອດໄພສຳລັບເດັກຢ່າງເປັນທາງການສະບັບ ຂອງຂະແໜງການສຶກສາ ແລະ ກິລາ ໃນການເສີມສ້າງຂີດຄວາມສາມາດໃນຫົວຂໍ້ທີ່ສຳຄັນນີ້. ຄູ່ມືການປົກປ້ອງເດັກທີ່ນໍາມາສະເໜີໃນມື້ນີ້ ອະທິບາຍເຖິງການປະຕິບັດຕົວຈິງທີ່ທຸກຄົນຄວນປະຕິບັດ ເມື່ອໄດ້ເຮັດວຽກຕິດພັນກັນເດັກ. ການປົກປ້ອງ ແລະ ຮັກສາຄວາມປອດໄພສຳລັບເດັກ ແມ່ນຄວາມຮັບຜິດຊອບຂອງທຸກຄົນ. ຂໍໃຫ້ທຸກຄົນເປັນແບບຢ່າງ ແລະ ເຮັດວຽກຮ່ວມກັນເພື່ອຮັບປະກັນສະພາບແວດລ້ອມການຮຽນຮູ້ທີ່ປອດໄພສຳລັບລູກຫຼານຂອງພວກເຮົາ”.

Mr. Somsy Southivong, Deputy Permanent Secretary MoES and Ms. Vanessa Hegarty, First Secretary, Australian Embassy chaired the event

The new official Child Protection and Safeguarding Guidance for Educators, developed with the support of Australia
ພິທີດັ່ງກ່າວມີຜູ້ເຂົ້າຮ່ວມປະມານ 360 ທ່ານ ຈາກບັນດາກົມຂອງກະຊວງສຶກສາທິການ ແລະ ກິລາ, ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ຄູອາຈານ ແລະ ນັກສຶກສາຈາກວິທະຍາໄລຄູດົງຄຳຊ້າງ ແລະ ຜູ້ຕາງໜ້າຈາກສະຫະພັນແມ່ຍິງລາວ, ອ້ອມຂ້າງສະຖາບັນ ໄດ້ເຂົ້າຮ່ວມພິທີດັ່ງກ່າວ. ຄູຝຶກທີ່ຖຶກຄັດເລືອກຈາກ ສສກ ຈະໄດ້ເຂົ້າຮ່ວມການຝຶກອົບຮົມເປັນເວລາສາມວັນ. ການຝຶກອົບຮົມໄດ້ໃຊ້ວິທີການ ຖືເອົາຜູ້ຮຽນເປັນໃຈກາງ ໂດຍມີຫຼາຍກິດຈະກຳທີ່ໄດ້ມີການປະຕິບັດຕົວຈິງ ແລະ ຮຽກຮ້ອງໃຫ້ຜູ້ມີສ່ວນຮ່ວມປະກອບສ່ວນໃນກິດຈະກຳ. ໃນໄລຍະ 1 ວັນເຄິ່ງ, ພະແນກສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ແລະ ທີມຄູຝຶກວຽກງານບົດບາດຍິງ-ຊາຍ ຈາກ ສສກ ໄດ້ຝຶກອົບຮົມຄູຝຶກໃຫ້ແກ່ ວິທະຍາໄລຄູດົງຄຳຊ້າງ ຈຳນວນ 40 ທ່ານ ເພື່ອເປັນຄູຝຶກວຽກງານປົກປ້ອງເດັກໃນອະນາຄົດ. ຜູ້ເຂົ້າຮ່ວມໄດ້ປຶກສາຫາລືກ່ຽວກັບພຶດຕິກຳທີ່ຍອມຮັບໄດ້ ແລະ ຍອມຮັບບໍ່ໄດ້ ໃນດ້ານການປົກປ້ອງເດັກໃນສະພາບແວດລ້ອມຂອງໂຮງຮຽນເຊັ່ນ: ການຂູດຮີດທາງເພດ, ການລ່ວງລະເມີດ ແລະ ການຂົ່ມເຫັງ, ການເຄົາລົບສິດ ແລະ ການຄຳນຶງງເຖິງເດັກໂດຍບໍ່ມີການຈຳແນກ, ການຄຸ້ມຄອງພຶດຕິກຳຂອງເດັກ, ການຕິດຕໍ່ສື່ສານກັບເດັກ, ການຖ່າຍຮູບ ຫຼື ການຖ່າຍພາບເດັກ ແລະ ການເສບສິ່ງມຶ່ນເມົາ ແລະ ການໃຊ້ຢາເສບຕິດ. ຈາກນັ້ນເຂົາເຈົ້າ ໄດ້ທົບທວນຄືນຫຼັກການການຮຽນຮູ້ຂອງຜູ້ໃຫຍ່ ແລະ ທິດສະດີການສອນເພື່ອກະກຽມໃຫ້ເຂົາເຈົ້າເປັນຄູຝຶກທີ່ມີປະສິດທິພາບ. ໃນມື້ທີສອງ, ຄູຈາກວິທະຍາໄລຄູ 40 ທ່ານ ໄດ້ສືບຕໍ່ຝຶກອົບຮົມວຽກງານປ້ອງກັນເດັກໃຫ້ແກ່ຄູສອນ ແລະ ນັກຮຽນສາຍຄູ ທີ່ວິທະຍາໄລຄູ ຈຳນວນ 300 ຄົນ. ມື້ສຸດທ້າຍຂອງວາລະຝຶກອົບຮົມ ໄດ້ນຳສະເຫນີຄໍາແນະນໍາດ້ານການປົກປ້ອງ ແລະ ການຮັກສາຄວາມປອດໄພສໍາລັບເດັກໃນຂະແໜງການສຶກສາ ແລະ ກິລາໃຫ້ແກ່ທີມງານ.

Lecturers, in-service teachers taking upgrading courses and pre-service teachers at Dongkhamxang TTC, who attended the event
ທ່ານ ສົມສີ ສຸດທິວົງ ໄດ້ກ່າວໃນຕອນທ້າຍວ່າ: “ພວກເຮົາຫວັງວ່າ ຄູ່ມືແນະນການປົກປ້ອງ ແລະ ຮັກສາຄວາມປອດໄພສຳລັບເດັກສະບັບນີ້ ຈະເປັນປະໂຫຍດຕໍ່ຄູສອນເພື່ອສ້າງສະພາບແວດລ້ອມທີ່ປອດໄພສຳລັບນັກຮຽນ. ຂ້າພະເຈົ້າຮຽກຮ້ອງໃຫ້ຄູທຸກທ່ານຈົ່ງເອົາໃຈໃສ່ຢ່າງຕັ້ງໜ້າໃນການປົກປ້ອງເດັກ ແລະ ສະໜັບສະໜູນການຮັກສາຄວາມປອດໄພຂອງເດັກໃນໂຮງຮຽນ.”
ທ່ານ ນາງ ວາເນັດຊ້າ ເຮັກກາທີ້ ໄດ້ກ່າວໃນຕອນທ້າຍວ່າ: “ຄູສອນມີບົດບາດສໍາຄັນໃນການປົກປ້ອງນັກຮຽນ. ການຮັບປະກັນໃຫ້ນັກຮຽນຮູ້ສຶກປອດໄພຢູ່ໂຮງຮຽນ, ຊ່ວຍໃຫ້ພວກເຂົາໃຫ້ມີຄວາມກ້າວໜ້າໃນເສັ້ນທາງການຮຽນຮູ້. ການຈັດໃຫ້ຄູມີເຄື່ອງມື ແລະ ທັກສະທີ່ຈຳເປັນ ຈະຮັບປະກັນໃຫ້ເຂົາເຈົ້າສາມາດຊຸກຍູ້ ແລະ ປະຕິບັດການປົກປ້ອງ ແລະ ຮັກສາຄວາມປອດໄພໃຫ້ເດັກຢູ່ທັງໃນ ແລະ ນອກຫ້ອງຮຽນ”.
ແຜນງານບີຄວາ ເປັນແຜນງານທີ່ນຳພາໂດຍລັດຖະບານລາວ ໂດຍການສະໜັບສະໜູນຈາກ ລັດຖະບານອົດສະຕຣາລີ ແລະ ອົງການພັດທະນາສາກົນຂອງປະເທດສະຫະລັດອາເມລິກາ (USAID). ໂຄງການໄດ້ສຸມໃສ່ເສີມຂະຫຍາຍຜົນການສຶກສາຂອງໄວໜຸ່ມທົ່ວປະເທດ, ໂດຍສະເພາະແມ່ນຜູ້ທີ່ຕ້ອງການຄວາມຊ່ວຍເຫຼືອ ແລະ ຜູ້ທີ່ດ້ອຍໂອກາດ. ແຜນງານບີຄວາ ແມ່ນສົ່ງເສີມການຮັບປະກັນດ້ານຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການສຶກສາຮຽນຮ່ວມໃນທຸກກິດຈະກໍາໃຫ້ມີຄວາມເທົ່າທຽມ ແລະ ຢືນຢົງ.

Exhibition on Gender by the Division for the Advancement of Women
