
ທີມງານນັກເກັບກຳຂໍ້ມູນຈາກ ສວສ ແລະ ວຄ ດົງຄຳຊ້າງ
ການປະເມີນຜົນ ໄດ້ປະຕິບັດຕາມໄລຍະການຮຽນຮູ້ຂອງກຸ່ມນັກຮຽນເປົ້າໝາຍໃນໄລຍະສາມປີ ເພື່ອກໍານົດແນວທາງການສອນທີ່ມີຄຸນນະພາບ ເພື່ອສະໜັບສະຫນູນການພັດທະນາການຮູ້ໜັງສືໃນລະດັບຂັ້ນພຶ້ນຖານ
ໃນລະຫວ່າງ ເດືອນ ມີນາ ແລະ ເດືອນ ເມສາ 2025 ນີ້, ທີມງານເກັບກຳຂໍ້ມູນຈາກກະຊວງສຶກສາທິການ ແລະ ກິລາ (ສສກ) ໂດຍໄດ້ຮັບການຊ່ວຍເຫຼືອດ້ານວິຊາການ ແລະ ງົບປະມານ ຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານໃນ ສປປ ລາວ (ແຜນງານບີຄວາ), ກຳລັງດຳເນີນການສຶກສາປະເມີນລະດັບພາສາລາວຂັ້ນພື້ນຖານ ທີ່ເປັນສ່ວນໜຶ່ງຂອງ “ການຮຽນການສອນແບບມີສ່ວນຮ່ວມ”.
ການສຶກສາຄົ້ນຄວ້ານີ້ ແມ່ນຈະດຳເນີນເປັນເວລາ 3 ປີ, ນັບແຕ່ ປີ 2024-2026. ກຸ່ມຕົວຢ່າງເປັນນັກຮຽນຈາກ 120 ໂຮງຮຽນ ໃນ 30 ເມືອງເປົ້າໝາຍ ຢູ່ໃນ 7 ແຂວງ ຄື: ຜົ້ງສາລີ, ຫຼວງນໍ້າທາ, ບໍ່ແກ້ວ, ຫົວພັນ, ຊຽງຂວາງ, ຄຳມ່ວນ ແລະ ສະຫວັນນະເຂດ ແມ່ນໄດ້ເຂົ້າຮ່ວມໃນການສຶກສາຄັ້ງນີ້. ໃນປີທີ່ຜ່ານມາ, ມີນັກຮຽນ 883 ຄົນ ໄດ້ເຂົ້າຮ່ວມການປະເມີນລະດັບພາສາລາວໃນຂັ້ນ ປ.1. ໃນປີ້ນີ້. ນັກຮຽນກຸ່ມດັ່ງກ່າວແມ່ນຈະໄດ້ເຂົ້າຮ່ວມການປະເມີນລະດັບພາສາລາວໃນຂັ້ນ.ປ 2 ແລະ ໃນປີໜ້າ, ເຂົາເຈົ້າຈະເຂົ້າຮ່ວມການປະເມີນໃນຂັ້ນ ປ.3.
ນັກຮຽນທີ່ຖຶກຂັດເລືອກເຂົ້າຮ່ວມການສຶກສາຄົ້ນຄວ້ານີ້ແມ່ນເວົ້າພາສາເຜົ່າ ທີ່ບໍ່ແມ່ນພາສາລາວຢູ່ເຮືອນ, ດຳລົງຊີວິດທີ່ມີຄວາມພິການ ຫຼື ມີອັດຕາມາໂຮງຮຽນຕໍ່າ. ການປະເມີນຜົນການຮຽນຂອງນັກຮຽນລະດັບປະເທດທີ່ຜ່ານມາ ໄດ້ລະບຸໃຫ້ຮູ້ວ່າ ປັດໃຈເຫຼົ່ານີ້ ແມ່ນມີຜົນຕໍ່ຜົນການສອບເສັງທີ່ມີຄະແນນຕໍ່າ. ການປະເມີນລະດັບພາສາລາວຂັ້ນພື້ນຖານ ແມ່ນໄດ້ຖືກອອກແບບສະເພາະ ເພື່ອຊອກຮູ້ວ່າ ວິທີການສອນແບບໃດທີ່ຈະມີປະສິທິພາບທີ່ສຸດສຳລັບນັກຮຽນ ຜູ້ທີ່ມີຜົນການຮຽນກະທົບໂດຍບັນດາປັດໃຈເຫຼົ່ານັ້ນ. ສິ່ງນີ້ຈະຊ່ວຍໃຫ້ສາມາດອອກແບບວິທີການທີ່ເປັນປະໂຫຍດຕໍ່ການສຶກສາໃຫ້ກົງກັບຄວາມຕ້ອງການຕົວຈິງ.

ນັກເກັບກຳຂໍ້ມູນກຳລັງທົບທວນຄືນຄຳແນະນຳສຳລັບການປົກປ້ອງເດັກກ່ອນເດີນທາງໄປໂຮງຮຽນ

ນັກຮຽນຫ້ອງ ປ.2 ຢູ່ເຂດບ້ານຫ່າງໄກໄດ້ຮ່ວມການທົດສອບລະດັບພາສາລາວ
ທ່ານ ນາງ ມະໂນລິ ດົງວັນ, ຮອງຜູ້ອຳນວຍການ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ໄດ້ກ່າວວ່າ: “ຈຸດປະສົງຂອງການສຶກສາຄົ້ນຄວ້າທີ່ເປັນໄລຍະຍາວແບບຕໍ່ເນື່ອງນີ້ ແມ່ນເພື່ອເຂົ້າໃຈວ່າກຸ່ມນັກຮຽນເປົ້າໝາຍມີຄວາມຄືບໜ້າໃນການຮຽນປີຕໍ່ປີຄືແນວໃດ ຫຼັງຈາກທີ່ຄູໄດ້ຮັບການຊ່ວຍເຫຼືອ ແລະ ການຝຶກອົບຮົມ. ສິ່ງນີ້ຈະຊ່ວຍໃຫ້ພວກເຮົາສາມາກຮູ້ໄດ້ວ່າ ວິທີການສອນແບບໃດທີ່ໄດ້ຜົນດີເພື່ອຊ່ວຍການຮຽນຮູ້ຂອງນັກຮຽນທຸກຄົນ, ໂດຍສະເພາະນັກຮຽນທີ່ປະສົບກັບຄວາມດ້ອຍໂອກາດ ເຊິ່ງການສອນທີ່ມີຄຸນນະພາບແມ່ນຈະສາມາດຊ່ວຍໃຫ້ເຂົາເຈົ້າຂ້າມຜ່ານຂໍ້ຫຍຸ້ງຍາກນີ້ໄດ້”.
ທ່ານ ນາງ ວາເນັດຊ້າ ເຮັກກາທີ້, ເລຂາເອກ, ສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ ໄດ້ກ່າວວ່າ: “ຂໍ້ພົບເຫັນຈະໃຫ້ຂໍ້ມູນລວງເລິກທີ່ເປັນປະໂຫຍດ, ສະມາດໃຫ້ຮູ້ໄດ້ເຖິງນະໂຍບາຍດ້ານການສຶກສາ ແລະ ການຈັດຕັ້ງປະຕິບັດ, ທີ່ຈະສາມາດປະກອບສ່ວນໃນການພັດທະນາລະບົບການສຶກສາ. ໃນທີ່ສຸດ, ເປົ້າໝາຍສົ່ງເສີມການປັບປຸງຜົນການຮຽນຂອງນັກຮຽນທຸກຄົນ, ກໍ່ແມ່ນການສົ່ງເສີມໃຫ້ເຂົາເຈົ້າໄດ້ຮັບການຊ່ວຍເຫຼືອທີ່ຈຳເປັນ ເພື່ອໃຫ້ສຳເລັດດ້ານການຮຽນ ແລະ ດ້ານສັງຄົມ”.
ນັບແຕ່ວັນທີ 18-21 ມີນາ 2025, ນັກເກັບກຳຂໍ້ມູນ 26 ທ່ານ ຈາກ ສວສ ແລະ ວິທະຍາໄລຄູ ດົງຄຳຊ້າງ ໄດ້ເຂົ້າຮ່ວມ ການຝຶກອົບຮົມ 4 ວັນ ດ້ານການປະເມີນລະດັບພາສາລາວຂັ້ນພື້ນຖານຂອງຂັ້ນ ປ.2. ໂດຍເລີ່ມຕົ້ນນັບແຕ່ວັນທີ 12 ມີນາ, ເຂົາເຈົ້າໄດ້ເລີ່ມດຳເນີນການປະເມີນທີ່ບັນດາໂຮງຮຽນ ໂດຍມີວິຊາການຈາກພະແນກສຶກສາທິການ ແລະ ກິລາ ແຂວງ ແລະ ຫ້ອງການສຶກສາທິການ ແລະ ກິລາ ເມືອງ ຮ່ວມຕິດຕາມໄປນຳ. ຂໍ້ມູນທີ່ເກັບກັບໄດ້ຈະຖຶກນຳໄປຄົ້ນຄວ້າໂດຍ ສະພາຄົ້ນຄວ້າການສຶກສາຂອງອົດສະຕຣາລີ ແລະ ແຜນງານບີຄວາໃນເດືອນ ພຶດສະພາ ແລະ ມີຖຸນາ, ຜົນໄດ້ຮັບການການຄົ້ນຄວ້າແມ່ນຄາດວ່າຈຳສຳເລັດໃນເດືອນ ກັນຍາ ນີ້.

ນັກຮຽນຫ້ອງ ປ.2 ຢູ່ເຂດບ້ານຫ່າງໄກໄດ້ຮ່ວມການທົດສອບລະດັບພາສາລາວ

ນັກເກັບກຳຂໍ້ມູນຮ່ວມການຝຶກອົບຮົມ4ວັນໃນການປະເມີນລະດັບພາສາລາວນັກຮຽນຂັ້ນ ປ.2
ທ່ານ ນາງ ມະໂນລິ ດົງວັນ ໄດ້ກ່າວຕື່ມອີກວ່າ: “ການສຶກສາສະແດງໃຫ້ວ່າ ກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານອົດສະຕຣາລີ ໄດ້ສືບຕໍ່ຄຳໝັ້ນສັນຍາທີ່ຈະສ້າງໂຮງຮຽນໃຫ້ເປັນບ່ອນທີ່ນັກຮຽນມີຄວາມຮູ້ສຶກຜູກພັນ ແລະ ຢາກຈະມີສ່ວນຮ່ວມຢ່າງຫ້າວຫັນໃນຂະບວນການຮຽນ-ທີ່ຈະນຳໄປສູ່ຜົນການຮຽນຂອງນັກຮຽນທີ່ດີຂຶ້ນ”.
ທ່ານ ນາງ ວາເນັດຊ້າ ເຮັກກາທີ້ ໄດ້ກ່າວໃນຕອນທ້າຍວ່າ: “ຂ້າພະເຈົ້າລໍຖ້າທີ່ຈະໄດ້ຮູ້ຜົນການສຶກສາຄັ້ງນີ້. ລັດຖະບານອົດສະຕຣາລີ ແມ່ນໄດ້ໃຫ້ຄຳໝັ້ນສັນຍາທີ່ຈະສົ່ງເສີມການຮ່ວມມືກັບ ກະຊວງສຶກສາທິການ ແລະ ກິລາ ເພື່ອໃຫ້ສາມາດລະບຸ ແລະ ສົ່ງເສີມ ວິທີການສອນ ທີ່ຊຸກຍູ້ສະພາບແວດລ້ອມການຮຽນຮ່ວມສຳລັບນັກຮຽນທຸກຄົນ”.