Participants who joined the meeting to discuss CPD Guideline

ບັນດາພາກສ່ວນທີ່ມີສ່ວນຮ່ວມສຳຄັນ ໄດ້ຮ່ວມເພື່ອປຶກສາຫາລືຕໍ່ຮ່າງຄຳແນະນຳການພັດທະນາວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນຊັ້ນປະຖົມ

ກະຊວງສຶກສາທິການ ແລະ ກິລາ (ສສກ) ໂດຍຮ່ວມມືກັບລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ ໄດ້ຈັດ ກອງປະຊຸມປຶກສາຫາລືກ່ຽວກັບຮ່າງຄຳແນະນຳການພັດທະນາວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນຊັ້ນປະຖົມສຶກສາ ທີ່ນະຄອນຫຼວງວຽງຈັນ ແລະ ທີ່ວິທະຍາໄລຄູ 3 ແຫ່ງ (ຫຼວງນໍ້າທາ, ຄັງໄຂ ແລະ ສະຫວັນນະເຂດ) ໃນວັນທີ 3-4 ມີຖຸນາ 2025. ກອງປະຊຸມສຳມະນາ 2 ວັນນີ້ ໄດ້ເຊີນບັນດາພາກສ່ວນທີ່ມີສ່ວນຮ່ວມສຳຄັນໃນຂະແໜງການສຶກສາ ເພື່ອທົບທວນຄືນ ແລະ ປັບປຸງຄຳແນະນຳດັ່ງກ່າວ, ເພື່ອຮັບປະກັນໃຫ້ການພັດທະນາວິຊາຊີບມີຄວາມເຂັ້ມແຂງ ເພື່ອຄູທຸກຄົນໃນທົ່ວປະເທດ.

ໃຫ້ກຽດກ່າວເປີດກອງປະຊຸມໃນຄັ້ງນີ້ໂດຍ ທ່ານ ປອ ນາງ ດາລາວອນ ກິດຕິພັນ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ເຊິ່ງທ່ານໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ເພື່ອສົ່ງເສີມຄຸນນະພາບການສຶກສາ:

“ກອງປະຊຸມປຶກສາຫາລືກ່ຽວກັບຮ່າງຄຳແນະນຳການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ມີຄວາມສໍາຄັນໃນການຊຸກຍູ້ຄວາມພະຍາຍາມຂອງພວກເຮົາເພື່ອປັບປຸງຄຸນນະພາບການຮຽນການສອນ. ຄູແມ່ນຫົວໃຈຂອງການສຶກສາ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ການສອນເປັນບູລິມະສິດອັນດັບຕົ້ນຂອງກະຊວງສຶກສາທິການ ແລະ ກິລາ. ຂ້າພະເຈົ້າຂໍສະແດງຄວາມຂອບໃຈຢ່າງຍິ່ງມາຍັງລັດຖະບານ ແລະ ປະຊາຊົນອົດສະຕຣາລີ ທີ່ໄດ້ໃຫ້ການສະໜັບສະໜູນໃນການປັບປຸງຄຸນນະພາບການສອນເປັນເວລາຍາວນານ. ພ້ອມທັງ ສົ່ງເສີມການສຶກສາຮຽນເພື່ອຮັບປະກັນວ່າທຸກຄົນສາມາດເຂົ້າເຖິງໂອກາດໃນການຮຽນຮູ້ຢ່າງເທົ່າທຽມກັນ”.

ຄຳແນະນຳການພັດທະນາວິຊາຊີບຄູແບບຕໍ່ເນື່ອງໄດ້ຖືກພັດທະນາຂຶ້ນໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ ເຊິ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມຂອງ ສສກ ເພື່ອເສີມຂະຫຍາຍການສ້າງລະບົບການພັດທະນາວິຊາຊີບຄູແບບຕໍ່ເນື່ອງໃນຂັ້ນທົ່ວປະເທດສຳລັບຄູສອນໃນຂັ້ນໂຮງຮຽນ. ຄຳແນະນຳໄດ້ໃຫ້ຂໍ້ມູນເພື່ອຂັບເຄື່ອນລະບົບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ, ໃນນີ້ລວມມີ: ພາລະບົດບາດ ແລະ ຄວາມຮັບຜິດຊອບ ຂອງແຕ່ລະພາກສ່ວນທີ່ເປັນຜູ້ມີສ່ວນຮ່ວມທີ່ສຳຄັນ.

ໃນໄລຍະຫຼາຍປີຜ່ານມາ, ສສກ, ກົມສ້າງຄູ ໄດ້ມີຄວາມກ້າວໜ້າທີ່ໂດດເດັ່ນໃນການສ້າງ ແລະ ປະຕິບັດລະບົບການພັດທະນາວິຊາຊີບຄູແບບຕໍ່ເນື່ອງໃນຂັ້ນໂຮງຮຽນ. ກອງປະຊຸມຄັ້ງນີ້ ຈະໄດ້ຮັບຟັງຄຳຄິດເຫັນ ເພື່ອປັບປຸງຄຳແນະນຳໃຫ້ເໝາະສົມກັບຈຸດປະສົງ, ເພື່ອໃຫ້ການສະໜັບສະໜູນແກ່ຜູ້ທີ່ມີສ່ວນຮ່ວມໃນລະບົບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ໃຫ້ຈັດຕັ້ງປະຕິບັດຢ່າງມີປະສິດທິພາບ ແລະ ມີຄວາມຮັບຜິດຊອບຕາມພາລະບົດບາດຂອງຕົນຢ່າງເປັນລະບົບ.

Participants who joined the meeting to discuss CPD Guideline

Teachers have access to a range of CPD tools, including development videos and support packs

ທ່ານ ປອ ນາງ ດາລາວອນ ໄດ້ກ່າວເຖິງຈຸດປະສົງຂອງກອງປະຊຸມ ແລະ ຊຸກຍູ້ໃຫ້ຜູ້ເຂົ້າຮ່ວມທັງໝົດ ໂດຍທ່ານໄດ້ກ່າວວ່າ: “ຜ່ານມາກະຊວງສຶກສາທິການ ແລະ ກິລາໄດ້ມີນິຕິກຳທີ່ກ່ຽວຂ້ອງກັບການພັດທະນາວິຊາຊີບຄູແບບຕໍ່ເນື່ອງຫຼາຍສະບັບ, ເຊິ່ງໄລຍະ 2 ວັນນີ້, ພວກທ່ານຈະເຮັດວຽກຮ່ວມກັນເພື່ອທົບທວນ ຄຳແນະນຳການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ທີ່ພັດທະນາຂຶ້ນໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີຜ່ານແຜນງານບີຄວາ. ຈຸດປະສົງເພື່ອໃຫ້ມີຄວາມເປັນເອກະພາບໃນການປັບປຸງຄຳແນະນຳໃຫ້ສົມບູນຂຶ້ນ ເພື່ອສົ່ງເສີມຄຸນນະພາບການສອນ ແລະ ການຝຶກອົບຮົມຄູ. ເຊິ່ງກົມສ້າງ​ຄູ​​ຈະ​ນຳ​ພາການຈັດຕັ້ງປະຕິບັດຄຳ​ແນະ​ນຳສະບັບ​ນີ້.”

ກອງປະຊຸມມີຜູ້ເຂົ້າຮ່ວມປະມານ 50 ທ່ານ ເຊິ່ງມາຈາກບັນດາກົມທີ່ກ່ຽວຂ້ອງຂອງ ສສກ, 7 ພະແນກສຶກສາທິການ ແລະ ກິລາແຂວງ, 8 ວິທະຍາໄລຄູ, 3 ຫ້ອງການສຶກສາທິການ ແລະ ກິລາເມືອງ, ພ້ອມທັງມີຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນທີ່ບໍ່ຂຶ້ນກັບລັດຖະບານ ທີ່ກ່ຽວຂ້ອງ.

ທ່ານ ປອ ນາງ ດາລາວອນ ໄດ້ກ່າວອີກວ່າ: “ກົມສ້າງຄູຈະເຮັດວຽກຢ່າງໃກ້ຊິດຮ່ວມກັບແຜນງານບີຄວາ ເພື່ອທົດລອງລະບົບໃໝ່ການພັດທະນາວິຊາຊີບຄູແບບຕົວເນື່ອງ ຢູ່ໃນ 30 ເມືອງເປົ້າໝາຍ, ໂດຍມີຈຸດປະສົງເພື່ອສະໜອງການຊ່ວຍເຫຼືອຄູທີ່ເຂັ້ມແຂງ ແລະ ຍືນຍົງໃນຂັ້ນໂຮງຮຽນ. ພວກເຮົາຈະມີການຕິດຕາມຜົນໄດ້ຮັບ, ສຶກສາຄົ້ນຄວ້າຜົນໄດ້ຮັບ ແລະ ຈາກນັ້ນກໍ່ຂະຫຍາຍລະບົບໄປຫາເຂດອື່ນໆໃນທົ່ວປະເທດ. ນີ້ເປັນເຫດຜົນທີ່ພວກເຮົາໄດ້ເຊີນຄູ່ຮ່ວມພັດທະນາມາຮ່ວມນຳໃນກອງປະຊຸມນີ້. ຂ້າພະເຈົ້າຂໍຮຽກຮ້ອງໃຫ້ທຸກທ່ານຈົ່ງຊ່ວຍກັນ ປະກອບສ່ວນຢ່າງຕັ້ງໜ້າ, ປະກອບຄຳເຫັນດ້ານວິຊາການ ແລະ ກຽມຄວາມພ້ອມເພື່ອການຈັດຕັ້ງປະຕິບັດວຽກດັ່ງກ່າວໃຫ້ປາກົດຜົນເປັນຈິງ”.

Quality teaching forms the foundation of a strong education system

CPD guidelines clearly outline the roles and responsibilities of all education stakeholders

ໃນລະຫວ່າງກອງປະຊຸມ ກົມສ້າງຄູໄດ້ນໍາສະເຫນີຜົນໄດ້ຮັບ ແລະ ຜົນສໍາເລັດຂອງການຈັດຕັ້ງປະຕິບັດການພັດທະນາຊີບຄູແບບຕໍ່ເນື່ອງ ຢູ່ໃນຂັ້ນໂຮງຮຽນມາຮອດປະຈຸບັນ ແລະ ໄດ້ນຳສະເໜີພາບລວມຂອງຄຳແນະນຳການພັດທະນາວິຊາຊີບຄູແບບຕໍ່ເນື່ອງ, ໂຄງຮ່າງ ແລະ ຈຸດປະສົງຂອງການນໍາໃຊ້. ຜູ້ເຂົ້າຮ່ວມໄດ້ມີສ່ວນຮ່ວມຢ່າງຫ້າວຫັນໃນການສົນທະນາເປັນກຸ່ມແບບເຊິ່ງໜ້າ ເພື່ອອອກຄໍາຄິດເຫັນກ່ຽວກັບແນວທາງ ແລະ ວິທີການທົດລອງໃນ 30 ເມືອງເປົ້າໝາຍ. ຜູ້ເຂົ້າຮ່ວມຍັງໄດ້ຮັບການແຈ້ງໃຫ້ຊາບກ່ຽວກັບຂັ້ນຕອນການພັດທະນາໃນຂັ້ນຕໍ່ໄປ ແລະ ປັບປຸງຄໍາແນະນໍາຂັ້ນສຸດທ້າຍ, ລວມມີທັງ ການປຶກສາຫາລືແບບກຸ່ມຍ່ອຍກັບຜູ້ມີສ່ວນຮ່ວມໃນລະບົບການພັດທະນາວິຊາຊີບຄູແບບຕໍ່ເນື່ອງໃນຂັ້ນແຂວງ ແລະ ຂັ້ນເມືອງ. ມື້ທີ 2 ຂອງກອງປະຊຸມໄດ້ສຸມໃສ່ການເກັບກຳຄຳຄິດເຫັນຂອງພາກສ່ວນທີ່ກ່ຽວຂ້ອງ ແລະ ເຫັນດີເປັນເອກະພາບຕໍ່ບັນດາການດັດແກ້ທີ່ສຳຄັນທີ່ຈະນຳມາສະເໜີຕໍ່ຮ່າງຄຳແນະນຳ.

ທ່ານ ນາງ ວາເນັດຊ້າ ເຮັກກາທີ້, ເລຂາເອກ, ສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ ໄດ້ໃຫ້ສຳພາດເຖິງ ການຢືນຢັນອີກຄັ້ງ ເຖິງຄວາມມຸ້ງໝັ້ນຂອງລັດຖະບານອົດສະຕຣາລີ ເພື່ອສະໜັບສະໜູນການພັດທະນາຄູໃນລາວວ່າ: “ຄຸນນະພາບການສອນແມ່ນ               ໝາກຫົວໃຈຂອງລະບົບການສຶກສາທີ່ເຂັ້ມແຂງ. ພວກເຮົາພູມໃຈທີ່ໄດ້ໃຫ້ການສະໜັບສະໜູນການສ້າງຄວາມເຂັ້ມແຂງໃຫ້ແກ່ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ເພື່ອເປີດໂອກາດໃຫ້ຄູໄດ້ຮຽນຮູ້ຜ່ານ ຄຳແນະນຳການພັດທະນາວິຊາຊີບຄູແບບຕໍ່ເນື່ອງ. ຄຳແນະນຳເຫຼົ່ານັ້ນ ແມ່ນເປັນຄາດໝາຍສຳລັບການພັດທະນາຄູ”. ທ່ານຍັງໄດ້ຍົກໃຫ້ເຫັນຄວາມຮີບດ່ວນຂອງການສ້າງຄວາມເຂັ້ມແຂງໃຫ້ແກ່ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ໃນທາມກາງສະພາບການທີ່ທ້າທາຍໃນຂະແໜງການສຶກສາ, ທ່ານໄດ້ກ່າວວ່າ: “ຂະແໜງການສຶກສາແມ່ນກຳລັງປະເຊີນກັບຄວາມທ້າທາຍທີ່ສຳຄັນຄືການຂາດແຄນຄູສອນ,  ເຮັດໃຫ້ການພັດທະນາວິຊາຊີບຄູແບບຕໍ່ເນື່ອງມີຄວາມສຳຄັນກວ່າເກົ່າ. ດ້ວຍການສ້າງຄວາມເຂັ້ມແຂງໃຫ້ແກ່ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ, ພວກເຮົາໄດ້ຮັບປະກັນວ່າ ຄູໃນປະຈຸບັນໄດ້ຮັບການຊ່ວຍເຫຼືອທີ່ເຂົາເຈົ້າຕ້ອງການ ເພື່ອມີປະສິດທິພາບໃນການສອນໃນຫ້ອງຮຽນ. ນີ້ແມ່ນເຫດຜົນທີ່ລັດຖະບານອົດສະຕຣາລີ ຍັງຄົງມີຄວາມມຸງໝັ້ນທີ່ຈະລົງທຶນໃນການພັດທະນາຄູ ທີ່ເປັນຍຸດທະສາດທີ່ສຳຄັນເພື່ອພັດທະນາຂະແໜງການສຶກສາໃຫ້ມີຄຸນນະພາບໃນລາວ”.

ຄຳແນະນຳການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ສະບັບປັບປຸງ, ແມ່ນໝາກຜົນການຮ່ວມມືຂອງບັນດາພາກສ່ວນທີ່ມີສ່ວນກ່ຽວຂ້ອງ, ຈະເປັນເອກະສານສະບັບສົມບູນ ເພື່ອຂໍອະນຸມັດ ແລະ ນຳໃຊ້ໃນຂອບເຂດທົ່ວປະເທດພາຍໃນ ເດືອນ ທັນວາ 2025, ເປັນເອກະສານທີ່ຈະໃຫ້ຂໍ້ມູນແກ່ບັນດາພາກສ່ວນທີ່ມີຄວາມກ່ຽວຂ້ອງໃນລະບົບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ໄດ້ມີຂໍ້ມູນທີ່ສຳຄັນ ແລະ ມີຄຳແນະນຳ ທີ່ເຂົາເຈົ້າຕ້ອງການເພື່ອການຈັດຕັ້ງປະຕິບັດໃຫ້ປະສົບຜົນສຳເລັດ”.

ທ່ານ ປອ ນາງ ດາລາວອນ ໄດ້ກ່າວສະຫຼຸບໃນຕອນທ້າຍວ່າ: “ພວກເຮົາຈະກ້າວໄປໃນໂລກທີ່ມີການປ່ຽນແປງຢ່າງຕໍ່ເນື່ອງໄດ້ຄືແນວໃດ? ນັ້ນໝາຍຄວາມວ່າ ພວກເຮົາຕ້ອງປັບຕົວເຊັ່ນກັນ, ດັ່ງນັ້ນຜູ້ເຮັດວຽກໃນຂະແໜງການສຶກສາບໍ່ສາມາດຢຸດການຮຽນຮູ້ເພື່ອພັດທະນາຕົນເອງໄດ້. ຖ້າພວກເຮົາຢຸດການຮຽນຮູ້, ຖ້າພວກເຮົາຢຸດພັດທະນາຕົນເອງ, ພວກເຮົາກໍ່ຈະຢຸດການເຕີບໃຫຍ່ຂະຫຍາຍຕົວເຊັ່ນກັນ.”