Grade 5 students prepared a dance to celebrate the completion of the primary curriculum revision

ນ້ອງຮຽນຂັ້ນ ປ.5 ກະກຽມບົດຟ້ອນເພື່ອສະເຫຼີມສະຫຼອງຜົນສຳເລັດການປັບປຸງຫຼັກສູດຊັ້ນປະຖົມສຶກສາ

ນັບແຕ່ເດືອນກັນຍາ ປີ 2023 ເປັນຕົ້ນມາ, ທຸກຂັ້ນຮຽນໃນຊັ້ນປະຖົມສຶກສາ ທົ່ວປະເທດ ໄດ້ນຳໃຊ້ວິທີການຮຽນການສອນແບບໃໝ່

ໃນວັນທີ 14 ເດືອນ ທັນວາ ທີ່ຜ່ານມາ, ພະນະທ່ານ ຮສ. ປອ. ພຸດ ສິມມາລາວົງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍ ພະນະທ່ານ ໂພລ ແຄລີ, ເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ ໄດ້ເປັນປະທານຮ່ວມກັນໃນພິທີສະເຫຼີມສະຫຼອງຜົນສຳເລັດການປັບປຸງຫຼັກສູດຊັ້ນປະຖົມສຶກສາ. ພິທີດັ່ງກ່າວໄດ້ສະແດງໃຫ້ເຫັນເຖິງຄວາມພະຍາຍາມ ແລະ ຄວາມມຸ່ງໝັ້ນຂອງທຸກພາກສ່ວນຈາກກະຊວງສຶກສາທິການ ແລະ ກິລາ ໃນຂັ້ນສູນກາງ ແລະ ທ້ອງຖິ່ນ ພ້ອມດ້ວຍ ບັນດາຄູ່ຮ່ວມພັດທະນາ ທີ່ໄດ້ປະກອບສ່ວນໃນການປັບປຸງຫຼັກສູດ ແລະ ການຈັດຕັ້ງປະຕິບັດຫຼັກສູດດັ່ງກ່າວ.

ໃນພິທີດັ່ງກ່າວ ມີແຂກເຂົ້າຮ່ວມຫຼາຍກວ່າ 110 ທ່ານ, ໃນນັ້ນ ລວມມີການເຂົ້າຮ່ວມຂອງ ທ່ານ ນາງ ມິແຊວ ເອົ້າລໍ, ອຸປະທູດ ຈາກສະຖານທູດສະຫະລັດອາເມລິກາ ປະຈໍາ ສປປ ລາວ , ພະນະທ່ານ ອີນາ ມາຈູລໍນີແຕ, ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈໍາ ສປປ ລາວ, ທ່ານ ໂຕຊິໂອ ນາກາເຊ, ຫົວໜ້າຫ້ອງການຜູ້ຕ່າງໜ້າອົງການ JICA. ພ້ອມດ້ວຍຜູ້ຕາງໜ້າຈາກກະຊວງສຶກສາທິການ ແລະ ກິລາ, ຜູ້ຕາງ ໜ້າຈາກພະແນກສຶກສາທິການ ແລະ ກິລາ ຈາກ 18 ແຂວງ. ຜູ້ຕາງໜ້າຈາກວິທະຍາໄລຄູ 8 ແຫ່ງ,ຜູ້ຕາງໜ້າຈາກບັນດາກະຊວງ, ຄູ່ຮ່ວມພັດທະນາ ແລະ ສື່ມວນຊົນຈາກຫຼາຍພາກສ່ວນ.

Minister of Education and Sports of Lao PDR with the 4 main contributors to the revison of the curriculum - Australia, USAID, European Union and JICA

ທ່ານ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ 4 ພາກສ່ວນທີ່ໃຫ້ການສະໜັບສະໜູນຫຼັກສູດສະບັບປັບປຸງໃໝ່ – ລັດຖະບານອົດສະຕຣາລີ, ອົງການ USAID, European Union ແລະ JICA

Minister of Education of Lao PDR and Australian Ambassador

ທ່ານ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຮ່ວກັບ ທ່ານເອກອັກຄະລັດຖະທູດອົດສະຕຣາລີ

ລັດຖະບານແຫ່ງ ສປປ ລາວ ຮັບຮູ້ວ່າຄຸນນະພາບຂອງການສຶກສາເປັນພື້ນຖານຂອງປະເທດຊາດທີ່ຈະເລີນຮຸ່ງເຮືອງ ແລະ ສະຫງົບສຸກ. ການຮັບປະກັນໃຫ້ໄວໜຸ່ມໄດ້ຮັບການສະໜັບສະໜູນໃນໂຮງຮຽນເພື່ອໃຫ້ເຂົາເຈົ້າພັດທະນາສັກກາຍະພາບອັນເຕັມທີ່ຂອງເຂົາເຈົ້າແມ່ນການລົງທຶນອັນສຳຄັນໃນອະນາຄົດ. ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ, ລັດຖະບານສະຫະລັດອາເມລິກາ ໂດຍຜ່ານອົງການພັດທະນາສາກົນຂອງປະເທດສະຫະລັດອາເມລິກາ, ສະຫະພາບເອີຣົບ ແລະ ລັດຖະບານຍີ່ປຸ່ນ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ໄດ້ລິເລີ່ມການປັບປຸງຫຼັກສູດຊັ້ນປະຖົມແຫ່ງຊາດ ໃນປີ 2017 ເຊິ່ງເປັນຍຸດທະສາດທີ່ສຳຄັນເພື່ອບັນລຸເປົ້າໝາຍດັ່ງກ່າວ. ຫຼັກສູດໃໝ່ ພ້ອມດ້ວຍສື່ການຮຽນການສອນທີ່ໄດ້ຮັບການປັບປຸງໃຫ້ດີຂຶ້ນ ໄດ້ຮັບການພັດທະນາ ຄຽງຄູ່ໄປກັບການຝຶກອົບຮົມໃຫ້ແກ່ຄູປະຈຳການຢ່າງຮອບດ້ານ. ຫຼັກສູດທີ່ທັນກັບສະພາບຕົວຈິງ ແລະ ສື່ການຮຽນການສອນໃໝ່ຈະປະກອບສ່ວນສຳຄັນເຂົ້າໃນການປັບປຸງຜົນການຮຽນຂອງເດັກນ້ອຍທຸກຄົນ ແລະ ຈະສ້າງກຳລັງແຮງງານທີ່ມີທັກສະ ແລະ ສາມາດແຂ່ງຂັນໃນຕະຫຼາດແຮງງານໄດ້.

ຫຼັກສູດສະບັບປັບປຸງໃໝ່ສຳລັບຂັ້ນ ປ.1 ໄດ້ເລີ່ມນຳໃຊ້ໃນເດືອນກັນຍາ ປີ 2019 ແລະ ມາຮອດປັດຈຸບັນການປັບປຸງຫຼັກສູດໃໝ່ໄດ້ສໍາເລັດແລ້ວ. ວິທີການຮຽນການສອນຂອງຂັ້ນ ປ.5 ໄດ້ຖືກນໍາໃຊ້ໃນຫ້ອງຮຽນນັບແຕ່ເດືອນ ກັນຍາ ປີ 2023 ເປັນຕົ້ນມາ.

Guests were invited to participate in the different learning activities

ຜູ້ເຂົ້າຮ່ວມໄດ້ຮັບເຊີນໃຫ້ປະຕິບັດກິດຈະກຳການຮຽນຮູ້ນຳກັນ

Students demonstrating a role play activity during story telling time

ນັກຮຽນສາທິດກິດຈະກຳບົດບາດສົມມຸດໃນຊົ່ວໂມງອ່ານນິທານ

ພະນະທ່ານ ຮສ. ປອ. ພຸດ ສິມມາລາວົງ ໄດ້ກ່າວວ່າ: “ການປັບປຸງຫຼັກສູດເປັນໜ້າວຽກໃຫຍ່ ແລະ ບໍ່ໄດ້ສາມາດຢຸດພັກໄດ້ເຖິງແມ່ນວ່າຈະຢູ່ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ 19 ແລະ ການຈຳກັດການເດີນທາງສອງຄັ້ງກໍ່ຕາມ. ການປະຕິບັດຫຼັກສູດສະບັບປັບປຸງໃໝ່ໃນທົ່ວປະເທດແມ່ນຜົນສຳເລັດອັນສຳຄັນ ເພື່ອແນໃສ່ຍົກສູງຄຸນນະພາບການສຶກສາ ຢູ່ໃນ ສປປ ລາວ ແລະ ເປັນບຸລິມະສິດຂອງແຜນພັດທະນາຂະແໜງການສຶກສາທິການ ແລະ ກິລາ ຄັ້ງທີ 8 ແລະ ຄັ້ງທີ 9. ການປັບປຸງຫຼັກສູດຊັ້ນປະຖົມສຶກສາຂອງ ສປປ ລາວ ໃຫ້ທັນກັບສະພາບການ ເປັນສິ່ງຈຳເປັນຂັ້ນພື້ນຖານໃນການປັບປຸງຄຸນນະພາບການສຶກສາ, ເຊິ່ງໄດ້ສົ່ງຜົນກະທົບອັນດີຕໍ່ການປັບປຸງຫຼັກສູດສ້າງຄູປະຖົມ ແລະ ມາດຕະຖານການສອນແຫ່ງຊາດ. ການສະໜັບສະໜູນທີ່ແທດເໝາະກັບບົດບາດໜ້າທີ່ຂອງຄູແມ່ນບາດກ້າວສຳຄັນໃນການສ້າງກຳລັງແຮງງານທີ່ມີຄວາມສາມາດ ໂດຍຜ່ານລະບົບການສຶກສາທີ່ມີປະສິດທິພາບ. ປະຊາກອນທີ່ມີຄວາມຮູ້ຄວາມສາມາດແມ່ນມີຄວາມສໍາຄັນໃນການປະກອບສ່ວນເພື່ອບັນລຸເປົ້າໝາຍໃນການຫຼຸດພົ້ນອອກຈາກການເປັນປະເທດດ້ອຍພັດທະນາ ຂອງ ສປປ ລາວ ແລະ ບັນລຸເປົ້າໝາຍໃນການພັດທະນາເສດຖະກິດໃຫ້ຮຸ່ງເຮືອງໃນໄລຍະຍາວ.”

ທ່ານ ໂພລ ແຄລີ ໄດ້ກ່າວວ່າ “ການສຶກສາແມ່ນບຸລິມະສິດສູງສຸດຂອງລັດຖະບານອົດສະຕຣາລີ ໃນ ສປປ ລາວ ແລະ ເປັນການລົງທຶນອັນສຳຄັນໃນການພັດທະນາຊັບພະຍາກອນມະນຸດຂອງ ສປປ ລາວ ໄປສູ່ການເຕີບໂຕທາງດ້ານເສດຖະກິດຢ່າງເທົ່າທຽມ. ເປົ້າໝາຍຂອງພວກເຮົາແມ່ນເພື່ອໃຫ້ເດັກນ້ອຍໃນເກນອາຍຸເຂົ້າຮຽນຊັ້ນປະຖົມ ໃນ ສປປ ລາວ, ໂດຍສະເພາະແມ່ນຜູ້ທີ່ດ້ອຍໂອກາດ, ມີຄວາມຫ້າວຫັນປະກອບສ່ວນໃນການຮຽນຫຼາຍຂຶ້ນ ແລະ ມີຜົນການຮຽນທີ່ດີຂຶ້ນ ໂດຍການຮ່ວມມືກັບລັດຖະບານ ແຫ່ງ ສປປ ລາວ ແລະ ຄູ່ຮ່ວມພັດທະນາອື່ນໆ.”

ນັບຕັ້ງແຕ່ເດືອນກັນຍາປີນີ້ ຫຼັກສູດ ຂັ້ນ ປ.5 ໄດ້ສຳເລັດການປັບປຸງ, ໂຮງຮຽນຊັ້ນປະຖົມສຶກສາທັງໝົດທົ່ວປະເທດ ໄດ້ນຳໃຊ້ຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ ພ້ອມທັງປຶ້ມແບບຮຽນ ແລະ ສື່ການຮຽນການສອນທີ່ປັບປຸງໃໝ່. ຫຼັກສູດສະບັບປັບປຸງໃໝ່ໄດ້ຮັບຮອງເອົາວິທີການສອນແບບໃໝ່ ທີ່ອຳນວຍຄວາມສະດວກໃຫ້ນັກຮຽນມີສ່ວນຮ່ວມໃນການຮຽນຫຼາຍຂຶ້ນ. ນັກຮຽນໄດ້ຮຽນຮູ້ໂດຍການປະກອບສ່ວນໃນກິດຈະກຳການຮຽນໃນຫ້ອງຮຽນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ມີສ່ວນຮ່ວມນຳໃຊ້ອຸປະກອນການຮຽນ, ແລະ ການທົດລອງໂດຍຜ່ານກິດຈະກໍາ. ຄູໄດ້ນຳໃຊ້ວິທີການສອນແບບໃໝ່ທີ່ ເນັ້ນໃສ່ເອົານັກຮຽນເປັນໃຈກາງ ໂດຍເນັ້ນໃສ່ການຮຽນຮູ້ດ້ວຍການປະຕິບັດຕົວຈິງ ເພື່ອໄດ້ປະສົບການຕົວຈິງ ແລະ ນຳໃຊ້ຄວາມຮູ້ໃນຊີວິດປະຈຳວັນ.

ທ່ານ ໂພລ ແຄລີ ໄດ້ກ່າວຕື່ມວ່າ “ຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ ແມ່ນໄດ້ເລີ່ມສົ່ງຜົນປະກອບສ່ວນໃສ່ການປັບປຸງຜົນການຮຽນຂອງນັກຮຽນ. ໄດ້ມີການສຶກສາຄົ້ນຄວ້າໃນໄລຍະບໍ່ດົນມານີ້ ໂດຍສະພາຄົ້ນຄວ້າການສຶກສາຂອງອົດສະຕຣາລີ ໄດ້ພົບວ່າ, 3 ປີ ຫຼັງການເລີ່ມປະຕິບັດຫຼັກສູດວິຊາພາສາລາວ ຂັ້ນ ປ.1 ສະບັບປັບປຸງໃໝ່, ຄູ ໄດ້ສະແດງໃຫ້ເຫັນວ່າພວກເຂົາມີຄວາມຄວາມຮູ້ ແລະ ຄວາມໝັ້ນໃຈຫຼາຍຂຶ້ນກວ່າເກົ່າ ແລະ ນັກຮຽນໄດ້ມີສ່ວນຮ່ວມໃນກິດຈະກຳການຮຽນໃນຫ້ອງຮຽນຫຼາຍຂຶ້ນ, ເຮັດໃຫ້ມີການພັດທະນາດ້ານການຮູ້ໜັງສືຂອງນັກຮຽນທີ່ດີຂຶ້ນ.”

Panel discussion on the curriculum development and implementation

ການສົນທະນາກ່ຽວກັບການພັດທະນາ ແລະ ການຈັດຕັ້ງປະຕິບັດຫຼັກສູດ

ທ່ານ ຮສ.ປອ ພຸດ ສິມມາລາວົງ ໄດ້ເນັ້ນໜັກວ່າ “ຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ ແມ່ນສະແດງໃຫ້ເຫັນເຖິງການປ່ຽນແປງອັນໃຫຍ່ຫຼວງ ແລະ ຜົນສຳເລັດຂອງການປະຕິບັດຫຼັກສູດໃໝ່ນີ້ ຮຽກຮ້ອງໃຫ້ຕ້ອງມີຄວາມເອົາໃຈໃສ່ ແລະ ການສະໜັບສະໜູນຈາກທຸກພາກສ່ວນ ຕັ້ງແຕ່ລະດັບສູນກາງຈົນເຖິງລະດັບໂຮງຮຽນ. ສະນັ້ນ, ວຽກທີ່ສຳຄັນທີ່ສຸດແມ່ນຫາກໍ່ໄດ້ເລີ່ມຕົ້ນຂຶ້ນ. ຄອບຄົວ ແລະ ຊຸມຊົນກໍ່ມີບົດບາດສໍາຄັນໃນວຽກງານດັ່ງກ່າວນີ້.”

ຄູຕ້ອງການການສະໜັບສະໜູນຢ່າງຕໍ່ເນື່ອງເພື່ອປັບຕົວໃຫ້ລຶ້ງເຄີຍກັບວິທີການຮຽນການສອນແບບໃໝ່ຢ່າງຄົບຖ້ວນ. ລັດຖະບານອົດສະຕຣາລີ ແລະ ອົງການ USAID ຈະສືບຕໍ່ໃຫ້ການສະໜັບສະໜູນກະຊວງສຶກສາທິການ ແລະ ກິລາ ໂດຍຜ່ານແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ) ໄລຍະທີ 2.

ທ່ານ ໂພລ ແຄລີ ໄດ້ເນັ້ນໜັກວ່າ “ຈຸດສຸມຂອງພວກເຮົາໃນໄລຍະທີສອງຂອງແຜນງານບີຄວາ ແມ່ນເນັ້ນໜັກກ່ຽວກັບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ແລະ ການເຊື່ອມສານບັນດາຫຼັກການດ້ານການສຶກສາຮຽນຮ່ວມເຂົ້າໃນວຽກງານດັ່ງກ່າວ. ການສະໜອງການຝຶກອົບຮົມທີ່ມີຄຸນນະພາບໃຫ້ແກ່ຄູ ແລະ ການສະໜັບສະໜູນວິຊາຊີບຄູແບບຕໍ່ເນື່ອງ ແມ່ນເປັນສິ່ງຈຳເປັນເພື່ອຮັບປະກັນໃຫ້ຄູສາມາດປະຕິບັດຫຼັກສູດ ແລະ ນຳມາສອນໃນຫ້ອງຮຽນຢ່າງປະສົບຜົນສຳເລັດ. ທັງ ໝົດທັງມວນແລ້ວ ການຮຽນຄວນໃຫ້ມີຄວາມມ່ວນຊື່ນ.”

ໃນໂອກາດດັ່ງກ່າວນີ້, ກອງປະຊຸມຍັງໄດ້ຮັບຟັງຄຳເຫັນຈາກຄະນະຜູ້ຊ່ຽວຊານກ່ຽວກັບ ວິທີການພັດທະນາ ແລະ ການຈັດຕັ້ງປະຕິບັດຫຼັກສູດ. ຄູ 3 ທ່ານ ໄດ້ແບ່ງປັນຄຳຄິດເຫັນກ່ຽວກັບການນຳໃຊ້ຫຼັກສູດໃໝ່ ພ້ອມທັງມີການສາທິດການຮຽນການສອນດ້ວຍຫຼັກສູດໃໝ່.

ໃນວາລະສຸດທ້າຍຂອງກອງປະຊຸມ, ບັນດາແຂກທີ່ເຂົ້າຮ່ວມໄດ້ຢ້ຽມຢາມການວາງສະແດງສື່ການຮຽນການສອນທີ່ໄດ້ພັດທະນາໃນຫຼັກສູດສະບັບປັບປຸງໃໝ່.

ກົດເບິ່ງວິດີໂອໄດ້ບ່ອນນີ້