Minister of Education and Sports and the Australian Ambassador gave the opening remarks

ທ່ານລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານເອກອັກຄະລັດຖະທູດຂອງປະເທດອົດສະຕຣາລີ

ເນື່ອງໃນໂອກາດວັນຄົນພິການສາກົນ, ກະຊວງສຶກສາທິການ ແລະ ກິລາ ແລະ ສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ ໄດ້ຈັດກອງປະຊຸມສຳມະນາຂື້ນ 2 ວັນ ພາຍໃຕ້ຫົວຂໍ້: ຄວາມເຂົ້າໃຈກ່ຽວກັບວຽກງານຄົນພິການ, ການປົກປ້ອງ ແລະ ການປະຕິບັດທີ່ດີທີ່ສຳລັບການຮັກສາຄວາມປອດໄພສຳລັບເດັກໃຫ້ແກ່ພະນັກງານຂັ້ນກະຊວງສຶກສາທິການ ແລະ ກິລາ

ວັນຄົນພິການສາກົນ (IDPwD) ເປັນວັນລະນຶກງານໜື່ງທີ່ມີຄວາມສໍາຄັນຂອງສະຫະປະຊາຊາດ, ເຊີ່ງໄດ້ຈັດຂຶ້ນໃນວັນທີ 3 ທັນວາ ຂອງທຸກໆປີ. ງານລະນຶກວັນຄົນພິການສາກົນນີ້ ມີຈຸດປະສົງເພື່ອສ້າງຄວາມເຂົ້າໃຈໃຫ້ກັບສັງຄົມ ແລະ ສົ່ງເສີມການຮັບຮູ້ ແລະ ຍອມຮັບຄົນພິການ. ພ້ອມດຽວກັນນີ້, ກໍ່ຍັງເປັນການເຊີດຊູຜົນສໍາເລັດ ແລະ ການປະກອບສ່ວນເຂົ້າໃນຂະບວນການພັດທະນາປະເທດຊາດຂອງເຂົາເຈົ້າ.

ສໍາລັບຄໍາຂັວນໃນວັນຄົນພິການສາກົນປະຈໍາ ປີ 2023 ນີ້ ແມ່ນ: ‘ຮ່ວມກັນປະຕິບັດເພື່ອຊ່ວຍເຫຼືອ ແລະ ບັນລຸເປົ້າໝາຍ SDGs ຮ່ວມກັນກັບ ແລະ ໂດຍຄົນພິການເອງ’.

ອີງຕາມການສໍາຫຼວດຕົວຊີ້ບອກສັງຄົມຂອງລາວ ປີ 2017, ຊີ້ໃຫ້ເຫັນວ່າ 2% ຂອງເດັກອາຍຸ 2 ຫາ 4 ປີ ມີຄວາມຫຍຸ້ງຍາກດ້ານໜ້າທີ່ການທາງຮ່າງກາຍ ຢ່າງໜ້ອຍໜຶ່ງໜ້າທີ່ການຄື: ການເບິ່ງເຫັນ, ການໄດ້ຍິນ, ການຍ່າງ, ການເຄື່ອນຍ້າຍ, ການສື່ສານ, ການຮຽນຮູ້, ການຫຼິ້ນ, ການຄວບຄຸມພຶດຕິກໍາ. ອັດຕາໃນສ່ວນນີ້ ເພີ່ມຂຶ້ນເນື່ອງຈາກຄວາມຫ່າງໄກສອກຫຼີກ ແລະ ຄວາມທຸກຍາກ. ເດັກນ້ອຍທີ່ມີຄວາມພິການຮ້າຍແຮງມັກຈະຖືກຮັກສາໄວ້ຢູ່ເຮືອນ ແລະ ມັກຈະຖືກຕັດຂາດຈາກໂລກພາຍນອກ, ຖືກຈໍາແນກ, ແລະ ບໍ່ໄດ້ຮັບການເຄົາລົບເທົ່າທີ່ຄວນ. ນອກຈາກນີ້, ບັນດາປັດໄຈຕ່າງໆ ເຊັ່ນ: ເພດ, ຊົນເຜົ່າ, ຄວາມທຸກຍາກ, ໄລຍະທາງໄປໂຮງຮຽນ, ລວມທັງການເຂົ້າເຖິງຫ້ອງຮຽນ ແລະ ຫ້ອງນ້ຳ ກໍ່ຍັງຖືວ່າເປັນອຸປະສັກຕໍ່ກັບການສຶກສາຂອງເດັກພິການ.

ນອກຈາກນັ້ນ, ການແຜ່ລະບາດຂອງພະຍາດໂຄວິດ 19 (COVID-19) ໄດ້ທຳລາຍຜົນປະໂຫຍດດ້ານການສຶກສາ ແລະ ການພັດທະນາໃນທົ່ວພາກພື້ນ. ໃນສະຖານະການເຫຼົ່ານີ້, ຜູ້ທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດ ແມ່ນກຸ່ມທີ່ມີຄວາມສ່ຽງສູງ ໂດຍສະເພາະແມ່ຍິງ ແລະ ເດັກຍິງ, ຄົນພິການ ຜູ້ທີ່ຢູ່ໃນເຂດຊົນນະບົດ ແລະ ຫ່າງໄກສອກຫຼີກ.

ໂດຍການຮັບຮູ້ສິ່ງທ້າທາຍເຫຼົ່ານີ້ ແລະ ເຫັນໄດ້ເຖິງຄວາມສຳຄັນຂອງການສົ່ງເສີມການສຶກສາທີ່ມີຄຸນນະພາບ, ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ລັດຖະບານອົດສະຕຣາລີ, ໂດຍຜ່ານໂຄງການ BEQUAL ໄດ້ຈັດກອງປະຊຸມສໍາມະນາຂື້ນ ເປັນເວລາ 2 ວັນ ໃນວັນທີ 5-6 ທັນວາ 2023 ທີ່ຫ້ອງປະຊຸມສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ກະຊວງສຶກສາທິການ ແລະ ກິລາ ໂດຍການເປັນກຽດເຂົ້າຮ່ວມຂອງ ພະນະທ່ານ ຮສ.ປອ. ພຸດ ສິມມາລາວົງ , ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ພະນະທ່ານ ໂພລ ເເຄລລີ, ເອກອັກຄະລັດຖະທູດອົດສະຕຣາລີປະຈຳ ສປປ ລາວ.

Trainees with the Minister of Education and Sports and the Australian Ambassador

ທ່ານລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານເອກອັກຄະລັດຖະທູດຂອງປະເທດອົດສະຕຣາລີຮ່ວມກັບນັກສຳມະນາກອນ

Understanding disabilities - presented by the Director of Disability Services Center

ຄວາມເຂົ້າໃຈກ່ຽວກັບຄວາມພິການ – ນຳສະເໜີໂດຍຜູ້ອໍານວຍການຈາກສູນບໍລິການຄົນພິການ

“ງານນີ້ໄດ້ຈັດຂື້ນເພື່ອລະນຶກວັນຄົນພິການສາກົນ ແລະ ສະແດງຄວາມມຸ່ງໝັ້ນ ແລະ ການຮ່ວມມືກັນ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານ ອົດສະຕາລີ ເພື່ອສືບຕໍ່ແກ້ໄຂ ແລະ ປັບປຸງການເຂົ້າເຖິງການສຶກສາທີ່ມີຄຸນນະພາບຂອງເດັກພິການ” ພະນະທ່ານ ຮສ.ປອ. ພຸດ ສິມມາລາວົງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວໄວ້ ໃນພິທີເປີດກອງປະຊຸມ.

ພະນະທ່ານ ໂພລ ເເຄລລີ ກ່າວຕື່ມວ່າ “ການສຶກສາຮຽນຮ່ວມທີ່ລວມເອົາຄົນພິການແມ່ນບູລິມະສິດຫຼັກສໍາລັບລັດຖະບານອົດສະຕຣາລີ ແລະ ບັນຫາຂ້າມຜ່ານໃນໂຄງການຊ່ວຍເຫຼືອຂອງພວກເຮົາ. ອົດສະຕຣາລີ ໃຫ້ຄຳໝັ້ນສັນຍາຈະສະໜັບສະໜູນ ກະຊວງສຶກສາ ແລະ ກິລາ ໂດຍຜ່ານແຜນງານບີຄວາ (BEQUAL), ເພື່ອສະໜອງການສຶກສາຊັ້ນປະຖົມທີ່ມີຄຸນນະພາບໃຫ້ແກ່ເດັກນ້ອຍທຸກຄົນໃນລາວ, ໂດຍບໍ່ຈຳກັດດ້ານຄວາມສາມາດ ຫຼື ທາງດ້ານເພດຂອງເຂົາເຈົ້າ.”

ກອງປະຊຸມສໍາມະນາ ເປັນເວລາ 2 ວັນນີ້ ແມ່ນເພື່ອຍົກລະດັບຄວາມເຂົ້າໃຈ, ຄວາມຮູ້ ແລະ ຄວາມສາມາດ ທາງດ້ານການສຶກສາຮຽນຮ່ວມໃຫ້ແກ່ທີມງານຄູຝຶກບົດບາດຍິງຊາຍຂອງກະຊວງສຶກສາທິການ ແລະ ກິລາ ຈຳນວນ 35 ທ່ານທີ່ມາຈາກ 16 ກົມ ແລະ 2 ສູນ ພາຍໃນກະຊວງສຶກສາທິການ ແລະ ກີລາ. ນອກຈາກນັ້ນ, ຍັງມີບັນດາຄູ່ຮ່ວມງານຈາກອົງການຈັດຕັ້ງທາງສັງຄົມ, ອົງການຈັດຕັ້ງສາກົນບັນດາພະແນກການຂອງກະຊວງ ກໍ່ຄືບັນດາຄູ່ຮ່ວມພັດທະນາທີ່ກ່ຽວຂ້ອງ ແລະ ຜູ້ຕາງໜ້າຈາກອົງການຈັດຕັ້ງຄົນພິການ ກໍ່ໄດ້ເຂົ້າຮ່ວມງານດັ່ງກ່າວເພື່ອແລກປ່ຽນປະສົບການໃນການໃຫ້ການສະໜັບສະໜຸນເດັກທີ່ມີຂໍ້ຫຍຸ້ງຍາກໃນການຮຽນ ກໍ່ຄືເດັກທີ່ມີຄວາມບົກຜ່ອງທາງດ້ານຮ່າງກາຍ ເພື່ອຮັບຮູ້ວິທີທີ່ເດັກພິການສາມາດໄດ້ຮັບການສະຫນັບສະຫນຸນໃຫ້ຈະເລີນເຕີບໂຕໃນລະບົບການສຶກສາ.

ພາຍຫຼັງການກ່າວຄໍາປາໄສຂອງ ພະນະທ່ານ ຮສ.ປອ. ພຸດ ສິມມາລາວົງ ແລະ ພະນະທ່ານ ໂພລ ເເຄລລີ ແລ້ວ, ຜູ້ເຂົ້າຮ່ວມໃນງານ ກໍ່ໄດ້ທ່ຽວຊົມການວາງສະແດງສື່ການຮຽນ-ການສອນທີ່ຜະລິດໂດຍການຊ່ວຍເຫຼືອຂອງແຜນງານບີຄວາ, ຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງຂອງຄົນພິການ. ຫຼັງຈາກຊົມການວາງສະແດງແລ້ວ ກໍ່ໄດ້ສືບຕໍ່ວາລະທາງວິຊາການ ເພື່ອຊຸກຍູ້ໃຫ້ທີມງານຄູຝຶກບົດບາດຍິງຊາຍ ສາມາດຜັນຂະຫຍາຍນະໂຍບາຍສູ່ພາກປະຕິບັດຕົວຈິງ. ກິດຈະກຳສຸດທ້າຍຂອງງານແມ່ນ ການສົນທະນາວິຊາການ ໂດຍນັກສຳມະນາກອນທີ່ມີປະສົບການໃນການຊ່ວຍເຫຼືອນັກຮຽນພິການ.

ອີກໜຶ່ງຈຸດປະສົງຂອງກອງປະຊຸມສໍາມະນາແມ່ນເພື່ອຮັບປະກັນໃຫ້ພະນັກງານທີ່ກ່ຽວຂ້ອງຈາກຂັ້ນກະຊວງມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບສິ່ງທ້າທາຍຂອງເດັກພິການໃນລະບົບການສຶກສາ, ແລະ ການຮັບປະກັນການປົກປ້ອງເດັກ ແລະ ຮັກສາຄວາມປອດໄພສຳລັບເດັກທຸກຄົນໃນໂຮງຮຽນ.

ກອງປະຊຸມດັ່ງກ່າວ ຍັງສະໜັບສະໜູນໃຫ້ທີມຄູຝຶກບົດບາດຍິງຊາຍຂອງກະຊວງ ສ້າງເຄືອຂ່າຍຜູ້ຊ່ຽວຊານ ແລະ ຮ່ວມມືກັບອົງການຈັດຕັ້ງທີ່ເຂົາເຈົ້າສາມາດຮັບເອົາຄຳປຶກສາຫາລືກ່ຽວກັບວຽກງານຄົນພິການ.

Special school introduced the braille curriculum to the Minister of Education and Sports

ໂຮງຮຽນພິເສດໄດ້ນຳສະເໜີຫຼັກສູດອັກສອນນູນ (Braille) ໃຫ້ແກ່ທ່ານລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາ

Example of teaching materials for sign language and braille curriculum

ສື່ການຮຽນການສອນຕົວຢ່າງສຳລັບພາສາມື ແລະ ອັກນສອນນູນ (Braille)

ພະນະທ່ານ ຮສ.ປອ. ພຸດ ສິມມາລາວົງ ກ່າວວ່າ “ຄູອາຈານ ແມ່ນມີບົດບາດສຳຄັນຢ່າງຍິ່ງໃນການສົ່ງເສີມແນວຄວາມຄິດ “ບໍ່ປະໃຜ້ໄວ້ທາງຫຼັງ”. ໜ້າທີ່ຂອງພວກເຮົາ ແມ່ນເພື່ອຮັບປະກັນການຜັກດັນການນໍາເອົານະໂຍບາຍໄປປະຕິບັດຕົວຈິງ ແລະ ເນັ້ນໃຫ້ຄູໄດ້ຮັບການສະຫນັບສະຫນູນຢ່າງພຽງພໍສໍາລັບການພັດທະນາທັກສະ ແລະ ສະໜອງຄວາມຕ້ອງການທີ່ຫຼາກຫຼາຍຂອງຜູ້ຮຽນຢ່າງເໝາະສົມ ໂດຍບໍ່ຈຳແນກບົດບາດຍິງຊາຍ, ຊົນເຜົ່າ, ແລະ ຄວາມສາມາດ.”

ພະນະທ່ານ ພໍລ ເຄວລີ (Paul Kelly) ກ່າວວ່າ “ຄວາມພິການຖືວ່າເປັນບັນຫາຫຼັກໃນທົ່ວໂລກທີ່ກີດກັນການເຂົ້າເຖີງການສຶກສາ. ການສຶກສາຮຽນຮ່ວມຖືວ່າເປັນອີກທິດທາງໜຶ່ງທີ່ສຳຄັນຢ່າງຍິ່ງ ເພື່ອປ່ຽນແປງສັງຄົມ. ພວກເຮົາເຊື່ອວ່າອຳນວຍການ ແລະ ຄູອາຈານທີ່ມີປະສິດທິຜົນແລະການມີສ່ວນຮ່ວມຂອງຊຸມຊົນເປັນກະແຈເພື່ອຮັບປະກັນບົດຮຽນ ແລະ ໂຮງຮຽນແມ່ນແທດເໝາະສໍາລັບເດັກທຸກຄົນ, ໂດຍບໍ່ຈຳແນກຄວາມສາມາດ , ເພດ ຫຼື ຊົນເຜົ່າຂອງເຂົາເຈົ້າ.”

ນັກຮຽນໃນແຕ່ລະຫ້ອງຮຽນ ລ້ວນແລ້ວແຕ່ມີເອກະລັກຂອງໃຜລາວ, ເຊີ່ງຄູສອນຈະໄດ້ພົບກັບນັກຮຽນທີ່ມີ ພື້ນຖານດ້ານທັກສະ ທີ່ແຕກຕ່າງກັນ, ແລະ ມີເປົ້າໝາຍທີ່ຕ່າງກັນ. ການເປັນຄູທີ່ດີ ແມ່ນໝາຍເຖີງຄວາມອາດສາມາດໃນການປັບວິທີການສອນ ໃຫ້ສອດຄ່ອງກັບຄວາມຕ້ອງການທີ່ຫຼາກຫຼາຍຂອງຜູ້ຮຽນ. ຄວາມພິການ ແມ່ນເປັນພຽງອີກໜ້າວຽກໜຶ່ງ ທີ່ຄູ-ອາຈານຈະຕ້ອງໄດ້ເຂົ້າໃຈ ແລະ ສາມາດປັບວິທີການສອນ ເພື່ອຮັບປະກັນວ່ານັກຮຽນທຸກຄົນ ຈະໄດ້ມີສ່ວນຮ່ວມໃນການຮຽນຢ່າງເຕັມທີ່ ແລະ ຮູ້ສຶກຖືກຕ້ອນຮັບໃນຫ້ອງຮຽນ.

ພະນະທ່ານ ຮສ.ປອ. ພຸດ ສິມມາລາວົງ ຍັງໄດ້ກ່າວຕື່ມວ່າ: “ຂ້າພະເຈົ້າຫວັງຢ່າງຍິ່ງວ່າ ຈະມີຫ້ອງຮຽນຮ່ວມຫຼາຍຂຶ້ນ ເພື່ອຮອງຮັບກຸ່ມຜູ້ຮຽນຜູ້ທີ່ມີຂໍ້ຫຍຸ້ງຍາກ ຫຼື ບົກຜ່ອງດ້ານໜ້າທີ່ການໃດໜຶ່ງ ແລະ ເພື່ອສົ່ງເສີມໃຫ້ເຂົາເຈົ້າໄດ້ສະແດງສັກກະຍາພາບ ຫຼື ທ່າແຮງຂອງເຂົາເຈົ້າອອກມາ, ລວມເຖິງການໄດ້ຮັບໂອກາດໃນການເຂົ້າເຖິງການສຶກສາທີ່ມີຄຸນນະພາບ ໂດຍຜ່ານຄູສອນທີ່ມີທັກສະທີ່ຫຼາກຫຼາຍ”.