ທ່ານ ເອກອັກຄະລັດຖະທູດ ຈອນສ ແລະ ທ່ານ ຮສ. ປອ. ພຸດ ໄດ້ຮັບການຕ້ອນຮັບໂດຍນັກຮຽນຊັ້ນປະຖົມສຶກສາໃນມື້ທຳອິດໃນການຢ້ຽມຢາມໂຮງຮຽນຂອງທ່ານເອກອັກຄະລັດຖະທູດໃໝ່

ທ່ານ ເອກອັກຄະລັດຖະທູດອົດສະຕຣາລີ ແລະ ທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມສັງເກດການສອນໃນຫ້ອງຮຽນໃນການນຳໃຊ້ຫຼັກສູດຊັ້ນປະຖົມສຶກສາແຫ່ງຊາດສະບັບປັບປຸງໃໝ່

ໃນວັນທີ 22 ມີນາ ປີ 2024, ທ່ານ ຮສ. ປອ. ພຸດ ສິມມາລາວົງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ທ່ານ ນາງ ເມແກນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ ໄດ້ລົງຢ້ຽມຢາມໂຮງຮຽນປະຖົມແຫ່ງໜຶ່ງຢູ່ເມືອງຄຳ ແຂວງຊຽງຂວາງ ເພື່ອສັງເກດການສອນຫຼັກສູດຊັ້ນປະຖົມສຶກສາແຫ່ງຊາດສະບັບປັບປຸງໃໝ່. ໃນວັນດຽວກັນນີ້, ທ່ານທູດຈອນສ ຍັງໄດ້ເຂົ້າຮ່ວມເປັນເຈົ້າພາບການຈັດສຳມະນາເພື່ອໃຫ້ຂໍ້ມູນກ່ຽວກັບທຶນການສຶກສາຂອງລັດຖະບານອົດສະຕຣາລີ ໃຫ້ແກ່ຜູ້ທີ່ສົນໃຈຢາກຍື່ນສະໝັກເອົາທຶນໄປສຶກສາຕໍ່ທີ່ປະເທດອົດສະຕຣາລີ.

ໃນລະຫວ່າງການຢ້ຽມຢາມໂຮງຮຽນ, ທ່ານ ຮສ. ປອ. ພຸດ ໄດ້ກ່າວວ່າ “ລັດຖະບານ ສປປ ລາວ ຮັບຮູ້ວ່າ ການສຶກສາຂັ້ນພື້ນຖານທີ່ມີຄຸນນະພາບ ເປັນພື້ນຖານຂອງປະເທດຊາດທີ່ຈະເລີນຮຸ່ງເຮືອງ ແລະ ສະຫງົບສຸກ. ດ້ວຍການສະໜັບສະໜູນຂອງລັດຖະບານອົດສະຕຣາລີ, ພວກເຮົາໄດ້ປັບປຸງຫຼັກສູດຊັ້ນປະຖົມສຶກສາແຫ່ງຊາດ ເພື່ອປະສົມປະສານວິທີການສິດສອນແບບໃໝ່ ເຊິ່ງສົ່ງເສີມການມີສ່ວນຮ່ວມ ແລະ ການຮຽນຮູ້ຂອງນັກຮຽນຜ່ານກິດຈະກຳການຮຽນການສອນ, ການປະຕິບັດຕົວຈິງ ແລະ ການນຳໃຊ້ໃນຊີວິດຕົວຈິງ. ຂ້າພະເຈົ້າດີໃຈທີ່ໄດ້ມາຮ່ວມກັບທ່ານເອກອັກຄະລັດຖະທູດ ຈອນສ ໃນມື້ນີ້ ເພື່ອສັງເກດວິທີການສອນ ແລະ ການຮຽນແບບໃໝ່ທີ່ເປັນທິດທາງໃນການພັດທະນາຊັບພະຍາກອນມະນຸດຢູ່ ສປປ ລາວ ໃນອະນາຄົດ.”

ທ່ານ ເອກອັກຄະລັດຖະທູດ ຈອນສ ແລະ ທ່ານ ຮສ. ປອ. ພຸດ ສັງເກດນັກຮຽນຂັ້ນ ປ.5 ຮຽນວິຊາພາສາອັງກິດກ່ຽວກັບການບອກເວລາ

ທ່ານ ເອກອັກຄະລັດຖະທູດ ຈອນສ ແລະ ທ່ານ ຮສ. ປອ. ພຸດ ສັງເກດນັກຮຽນຂັ້ນ ປ.4 ທຳການທົດລອງກັບແມ່ເຫຼັກ

ທ່ານເອກອັກຄະລັດຖະທູດ ຈອນສ ໄດ້ໃຫ້ຄຳເຫັນວ່າ: “ລັດຖະບານອົດສະຕຣາລີ ມີການຮ່ວມມືອັນຍາວນານກັບລັດຖະບານລາວ ໃນດ້ານການສຶກສາ. ເປົ້າໝາຍຂອງພວກເຮົາ, ໂດຍການຮ່ວມມືກັບກະຊວງສຶກສາທິການ ແລະ ກິລາ, ແມ່ນເພື່ອຊ່ວຍໃຫ້ເດັກນ້ອຍໃນເກນເຂົ້າຮຽນຊັ້ນປະຖົມສຶກສາ ໃນ ສປປ ລາວ, ໂດຍສະເພາະແມ່ນ ຜູ້ທີ່ດ້ອຍໂອກາດ, ມີຄວາມຫ້າວຫັນປະກອບສ່ວນໃນການຮຽນຫຼາຍຂຶ້ນ ແລະ ມີຜົນການຮຽນທີ່ດີຂຶ້ນ. ພວກເຮົາຮູ້ສຶກເປັນກຽດຢ່າງຍິ່ງທີ່ລັດຖະບານ ແຫ່ງ ສປປ ລາວ ມອບໃຫ້ອົດສະຕຣາລີ ໂດຍຜ່ານແຜນງານປັບປຸງການສຶກສາຂັ້ນພື້ນຖານ (ບີຄວາ) ເປັນຜູ້ສະໜັບສະໜູນການປັບປຸງການສຶກສາຊັ້ນປະຖົມ ແລະ ການປັບປຸງຫຼັກສູດຊັ້ນປະຖົມສຶກສາແຫ່ງຊາດ. ວຽກງານດັ່ງກ່າວແມ່ນຄວາມພະຍາຍາມອັນໃຫຍ່ຫຼວງ ແລະ ຂ້າພະເຈົ້າດີໃຈທີ່ໄດ້ມາທີ່ໂຮງຮຽນປະຖົມທີ່ມີສະພາບແວກລ້ອມເອື້ອອຳນວຍແກ່ການຮຽນການສອນແຫ່ງນີ້ ໂດຍມີ ທ່ານ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ມາຮ່ວມນຳ ເພື່ອໃຫ້ເຫັນປະຈັກຕາຕໍ່ໝາກຜົນຂອງຄວາມພະຍາຍາມຮ່ວມກັນຂອງພວກເຮົາ.

ນັກຮຽນຂັ້ນ ປ.3 ຝຶກຄິດໄລ່ພື້ນທີ່ສວນຜັກໃນໂຮງຮຽນ

ທ່ານ ເອກອັກຄະລັດຖະທູດ ຈອນສ ແລະ ທ່ານ ຮສ. ປອ. ພຸດ ໄດ້ຮ່ວມສັງເກດການຮຽນການສອນວິຊາພາສາລາວ, ວິຊາວິທະຍາສາດ ແລະ ສິ່ງແວດລ້ອມ ແລະ ວິຊາພາສາອັງກິດ ໂດຍໄດ້ນຳໃຊ້ຫຼັກສູດສະບັບປັບປຸງໃໝ່ ພ້ອມດ້ວຍສື່ການຮຽນການສອນ ທີ່ພັດທະນາໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ. ທັງສອງທ່ານດີໃຈທີ່ໄດ້ເຫັນນັກຮຽນຮ່ວມມືຊ່ວຍເຫຼືອກັນໃນການຮຽນ, ມີສ່ວນຮ່ວມກັບສື່ການຮຽນການສອນ, ຮຽນຮູ້ໂດຍຜ່ານການທົດລອງ ແລະ ການທົບທວນຄືນໃນສິ່ງທີ່ເຂົາເຈົ້າກໍາລັງເຮັດ. ທັງສອງທ່ານຍັງໄດ້ຊົມເຊີຍທ່ານຜູ້ອໍານວຍການໂຮງຮຽນ ແລະ ຄູທຸກທ່ານ ພ້ອມທັງເນັ້ນໜັກເຖິງບົດບາດສໍາຄັນຂອງຄູທີ່ຈະນໍາເອົາຫຼັກສູດສະບັບປັບປຸງໃໝ່ໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.

ທ່ານ ເອກອັກຄະລັດຖະທູດ ຈອນສ ຍັງໄດ້ກ່າວຕື່ມອີກວ່າ: ກະຊວງສຶກສາທິການ ແລະ ກິລາ, ໂດຍການສະໜັບສະໜູນຂອງລັດຖະບານອົດສະຕາລີ, ໄດ້ປະຕິຮູບການສຶກສາຊັ້ນປະຖົມຜ່ານການປັບປຸງຫຼັກສູດຊັ້ນປະຖົມສຶກສາ. ການປ່ຽນແປງອັນສຳຄັນ ແມ່ນການເລີ່ມນຳໃຊ້ວິທີການຮຽນທີ່ເນັ້ນໃສ່ນັກຮຽນເປັນໃຈກາງ ແລະ ເນັ້ນການປະຕິບັດຕົວຈິງ, ໄດ້ຫັນຈາກການຮຽນຮູ້ແບບເກົ່າ ໄປສູ່ການຊ່ວຍໃຫ້ນັກຮຽນໄດ້ຮຽນຮູ້ທັກສະທີ່ຈຳເປັນສຳລັບສັດຕະວັດທີ 21. ພວກເຮົາຮັບຮູ້ວ່າຄູຈະຕ້ອງໄດ້ສືບຕໍ່ຝຶກອົບຮົມ ແລະ ສ້າງຄວາມເຂັ້ມແຂງຢ່າງຕໍ່ເນື່ອງເພື່ອຮັບປະກັນວ່າເຂົາເຈົ້າສາມາດປະຕິບັດການຮຽນການສອນແບບໃໝ່ຢ່າງຄົບຖ້ວນ. ລັດຖະບານອົດສະຕຣາລີ ຈະສືບຕໍ່ຮ່ວມມືກັບກະຊວງສຶກສາທິການ ແລະ ກິລາ ໂດຍຜ່ານແຜນງານບີຄວາ ແລະ ຈະສຸມໃສ່ການພັດທະນາວິຊາຊີບຄູໃຫ້ເຂັ້ມແຂງຂຶ້ນກວ່າເກົ່າ”.

ແຜນງານບີຄວາ ແມ່ນແຜນງານທີ່ນຳພາໂດຍ ລັດຖະບານແຫ່ງ ສປປ ລາວ, ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ແລະ ອົງການ USAID. ແຜນງານບີຄວາເນັ້ນໃສ່ການປັບປຸງຜົນການຮຽນສຳລັບໄວໜຸ່ມ ແລະ ຜູ້ທີ່ດ້ອຍໂອກາດ ໃນ ສປປ ລາວ. ນອກນັ້ນ, ແຜນງານບີຄວາ ຍັງຈະສືບຕໍ່ເອົາໃຈໃສ່ການຮັບປະກັນດ້ານຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ສົ່ງເສີມການສຶກສາຮຽນຮ່ວມສຳລັບທຸກຄົນໃນທຸກກິດຈະກໍາຂອງແຜນງານ.

ໃນຊ່ວງພັກຜ່ອນນັກຮຽນມ່ວນຊື່ນກັບການອ່ານປຶ້ມນິທານ

ທ່ານ ເອກອັກຄະລັດຖະທູດ ຈອນສ ແລະ ທ່ານ ຮສ. ປອ. ພຸດ ໃນງານບາສີສູ່ຂວັນ

ສະຖານທູດອົດສະຕຣາລີມອບປຶ້ມນິທານ, ຊຸດອຸປະກອນກິລາ ແລະ ອຸປະກອນການຮຽນໃຫ້ແກ່ໂຮງຮຽນ

ສະຖານທູດອົດສະຕຣາລີມອບປຶ້ມນິທານ, ຊຸດອຸປະກອນກິລາ ແລະ ອຸປະກອນການຮຽນໃຫ້ແກ່ໂຮງຮຽນ