ທ່ານ ປອ ນາງ ສີສຸກ ວົງວິຈິດ ແລະ ທ່ານ ນາງ ວາເນັດຊ້າ ເຮັກກາທີ ໃຫ້ກຽດເປັນຄະນະປະທານກອງປະຊຸມເພື່ອສະເຫຼີມສະຫຼອງວັນແມ່ຍິງສາກົນໃນປີ 2024

ເນື່ອງໃນໂອກາດວັນແມ່ຍິງສາກົນ, ຄູ-ອາຈານ ແລະ ນັກສຶກສາຈາກວິທະຍາໄລສ້າງຄູດົງຄຳຊ້າງ ຈັດຕັ້ງການສົນທະນາວິຊາການ ກ່ຽວກັບໂອກາດເພື່ອຊຸກຍູ້ການສ້າງຄວາມເຂັ້ມແຂງຂອງແມ່ຍິງໃນຂະແໜງການສຶກສາ

ເພື່ອສະເຫຼີມສະຫຼອງວັນແມ່ຍິງສາກົນ, ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ, ໂດຍການສະໜັບສະໜູນຂອງລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ, ແຜນງານບີຄວາ (BEQUAL) ໄດ້ຈັດກອງປະຊຸມເປັນເວລາເຄິ່ງວັນ ຢູ່ທີ່ ວິທະຍາໄລສ້າງຄູດົງຄຳຊ້າງ. ກອງປະຊຸມສຳມະນາດັ່ງກ່າວ ແມ່ນພາຍໃຕ້ຫົວຂໍ້ “ການປູກຈິດສຳນຶກກ່ຽວກັບການປົກປ້ອງເດັກ, ການສ້າງຄວາມປອດໄພ ແລະ ການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ໃນຂະແໜງການສຶກສາ” ໃຫ້ກຽດເປັນຄະນະປະທານກອງປະຊຸມ ໂດຍທ່ານ ປອ ນາງ ສີສຸກ ວົງວິຈິດ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ວາເນັດຊ້າ ເຮັກກາທີ້, ເລຂາເອກ, ສະຖານທູດອົດສະຕາລີ. ໃນພິທີມີແຂກທີ່ຖືກເຊີນເຂົ້າຮ່ວມ ທັງໝົດ 330 ກວ່າທ່ານ, ເຊີ່ງມາຈາກກະຊວງສຶກສາທິການ, ມະຫາວິທະຍາໄລແຫ່ງຊາດ, ຄູ-ອາຈານ ແລະ ນັກສຶກສາ ຈາກວິທະຍາໄລຄູດົງຄຳຊ້າງ, ຄະນະພັດທະນາການສຶກສາຂັ້ນບ້ານ ແລະ ອົງການຈັດຕັ້ງອ້ອມຂ້າງ. ກອງປະຊຸມຄັ້ງນີ້ ແມ່ນຈັດໂດຍພະແນກຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ, ຫ້ອງການກະຊວງສຶກສາ.

ຄູ-ອາຈານ ແມ່ນມາຈາກວິທະຍາໄລສ້າງຄູດົງຄຳຊ້າງ ແລະ ມະຫາວິທະຍາໄລແຫ່ງຊາດ ໄດ້ເຂົ້າຮ່ວມເພື່ອສະເຫຼີມສະຫຼອງວັນແມ່ຍິງສາກົນ

ທ່ານ ປອ ນາງ ສີສຸກ ວົງວິຈິດ ກ່າວວ່າ “ຫົວຂໍ້ໂຄສະນາສໍາລັບງານວັນແມ່ຍິງສາກົນ ໃນປີນີ້ແມ່ນ “Inspire Inclusion” ຫຼື “ສົ່ງເສີມການມີສ່ວນຮ່ວມ”. ເມື່ອພວກເຮົາສົ່ງເສີມໃຫ້ຄົນອື່ນເຂົ້າໃຈ ແລະ ເຫັນຄຸນຄ່າໃນຄວາມສະ ເໝີພາບຂອງແມ່ຍິງ, ນັ້ນຄືການທີ່ພວກເຮົາກຳລັງສ້າງໂລກທີ່ດີກວ່າ. ບັນດາທ່ານ ແມ່ນຄູຜູ້ສິດສອນ ແລະ ທ່ານຄືຜູ້ທີ່ຈະເປັນຄູ-ອາຈານໃນອະນາຄົດຂອງຊາດ. ຂ້າພະເຈົ້າຫວັງວ່າ ກອງປະຊຸມສຳມະນາຄັ້ງນີ້ຈະເປັນອີກເວທີໜື່ງ ທີ່ສ້າງແຮງບັນດານໃຈໃຫ້ກັບຕົວທ່ານ ເພື່ອສ້າງຄວາມສະເໝີພາບ ແລະ ຜັນຂະຫຍາຍແນວຄວາມຄິດນີ້ ເຂົ້າໃນການຈັດຕັ້ງປະຕິບັດວຽກງານສອນຂອງທ່ານ ໃນປະຈຸບັນ ແລະ ໃນຕໍ່ໜ້າ.”

ທ່ານ ນາງ ວາແນັດຊ້າ ກ່າວຕື່ມວ່າ “ວັນແມ່ຍິງສາກົນໄດ້ໃຫ້ໂອກາດໃຫ້ພວກເຮົາເວົ້າເຖິງສິ່ງທີ່ຍັງຄົງຄ້າງຢູ່ໃນຄວາມພະຍາຍາມຂອງພວກເຮົາ ເພື່ອບັນລຸຄວາມສະເໝີພາບທາງເພດ ແລະ ຮຽກຮ້ອງໃຫ້ມີການປ່ຽນແປງໃນທາງບວກເພື່ອສ້າງຄວາມເຂັ້ມແຂງຂອງແມ່ຍິງ. ອົດສະຕຣາລີ ພູມໃຈທີ່ໄດ້ສະໜັບສະໜູນກະຊວງສຶກສາທິການ ແລະ ກິລາ ເພື່ອຍົກສູງຄວາມຮັບຮູ້ຂອງຄູໃນອະນາຄົດ ກ່ຽວກັບຄວາມສຳຄັນຂອງຄວາມກ້າວໜ້າຂອງແມ່ຍິງ ແລະ ການປົກປ້ອງເດັກ. ຄໍາໝັ້ນສັນຍາຂອງອົດສະຕຣາລີຕໍ່ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການສຶກສາຮຽນຮ່ວມຢູ່ໃນລາວ ພາຍໃຕ້ການເປັນຄູ່ຮ່ວມງານອັນຍາວນານຂອງພວກເຮົາກັບລັດຖະບານ ສປປ ລາວ ເພື່ອເຮັດໃຫ້ເດັກນ້ອຍທຸກຄົນເຂົ້າເຖິງການສຶກສາຊັ້ນປະຖົມສຶກສາທີ່ມີຄຸນນະພາບຢ່າງສະເໝີພາບ.”

ຄູ ແມ່ນມີບົດບາດສໍາຄັນໃນການຮັບປະກັນການມີສ່ວນຮ່ວມຂອງເດັກທຸກຄົນ, ໂດຍບໍ່ຈຳແນກ ເພດ, ຊົນເຜົ່າ, ຫຼື ຄວາມສາມາດຂອງເຂົາເຈົ້າ. ແຕ່ເພື່ອຮັບປະກັນການມີສ່ວນຮ່ວມນັ້ນ, ທ່ານຍັງຕ້ອງການສະພາບແວດລ້ອມທີ່ປອດໄພສໍາລັບຜູ້ຮຽນ. ດັ່ງນັ້ນ, ກອງປະຊຸມ ໄດ້ເລີ່ມຕົ້ນດ້ວຍການສະເໜີເອກະສານສໍາລັບການປົກປ້ອງ ແລະ ຮັກສາຄວາມປອດໄພສຳລັບເດັກ, ພັດທະນາໂດຍ ກະຊວງສຶກສາທິການ ແລະ ກິລາ ພາຍໃຕ້ການສະໜັບສະໜູນຈາກລັດຖະບານອົດສະຕຣາລີ. ເອກະສານດັ່ງກ່າວ ແມ່ນອະທິບາຍກ່ຽວກັບການຮັບປະກັນໃຫ້ນັກຮຽນ, ເດັກຍິງ ແລະ ເດັກຊາຍທຸກຄົນສາມາດເຂົ້າເຖິງການສຶກສາໃນສະພາບແວດລ້ອມທີ່ເອື້ອອຳນວຍ ແລະ ມີຄວາມປອດໄພໃນການຮຽນ. ນອກຈາກນີ້, ເອກະສານຍັງອະທິບາຍກ່ຽວກັບວິທີການປົກປ້ອງເດັກ ເຊັ່ນ: ສິ່ງທີ່ຄວນເຮັດ ແລະ ຂໍ້ຫ້າມ ໃນການເຄື່ອນໄຫວວຽກງານປົກປ້ອງເດັກ, ພ້ອມດຽວກັນນີ້ ຍັງມີຂໍ້ແນະນໍາໃນທາງປະຕິບັດສໍາລັບຄູສອນ ເພື່ອຊ່ວຍສ້າງສິ່ງແວດລ້ອມທີ່ດີຂອງເດັກ.

ຄຳປາໄສ ແລະ ການນຳສະເໜີ ທັງໝົດໄດ້ຖືກແປເປັນພາສາມືເພື່ອໃຫ້ທຸກຄົນສາມາດເຂົ້າເຖິງໄດ້

ຄູ ແມ່ນມີບົດບາດສໍາຄັນໃນການຮັບປະກັນການມີສ່ວນຮ່ວມຂອງເດັກທຸກຄົນ

ຫຼັງຈາກນັ້ນພິທີ ຍັງໄດ້ມີເວທີສົນທະນາທາງວິຊາການ ໃນຫົວຂໍ້ “ການຊຸກຍູ້ຄວາມສະເໝີພາບຍິງ-ຊາຍ ແລະ ການສະໜັບສະໜູນຄວາມກ້າວໜ້າຂອງແມ່ຍິງ”. ແຂກຖືກເຊີນເຂົ້າຮ່ວມໃນການສົນທະນາຄັ້ງນີ້ ມີຈໍານວນ 6 ທ່ານ ເຊີ່ງໄດ້ໃຫ້ກຽດແລກປ່ຽນປະສົບການ ແລະ ຄວາມຮູ້ກ່ຽວກັບວຽກງານການສ້າງຄວາມເຂັ້ມແຂງ ແລະ ການສ້າງຄວາມສະເໝີພາບຍິງ-ຊາຍໃນສັງຄົມ. ຄູອາຈານພ້ອມກັບນັກສຶກສາຮຽນຮ່ວມ ຄົນໜຶ່ງໄດ້ເລົ່າປະສົບການ ການຮຽນໃນວິຊາການຮຽນຮ່ວມ ທີ່ເຮັດໃຫ້ຕົນເຂົ້າໃຈການຮຽນຮູ້ທີ່ແຕກຕ່າງຂອງນັກຮຽນ ແລະ ຈຸດພິເສດຂອງນັກຮຽນ. ສິ່ງຄັນແມ່ນຄວາມເອົາໃຈໃສ່ ແລະ ອຸທິດຕົນຂອງຄູ ພ້ອມກັບການສືບຕໍ່ຮຽນຮູ້ຢູ່ຕະຫຼອດເວລາ ເພື່ອພັດທະນາທັກສະຂອງຄູ. ນອກຈາກນີ້, ຄູອາຈານ ທີ່ໄດ້ຖືກຮັບເຊີນໃນພິທີ ຍັງໄດ້ແລກປ່ຽນປະສົບການຂອງຕົນໃນການປະຕິບັດການສຶກສາຮຽນຮ່ວມ, ເຂົ້າໃຈການສ້າງພື້ນທີ່ປອດໄພ ໂດຍສະເພາະແມ່ນເພື່ອສົ່ງເສີມໃຫ້ແມ່ຍິງເຂົ້າເຖີງການສຶກສາ ດ້ວຍຄວາມເປັນທໍາ ແລະ ມີຄວາມສະເໝີພາບ.

ທ່ານ ນາງ ວັນມະນີ ວັນນະສີ, ຫົວໜ້າພະແນກເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ໄດ້ໃຫ້ຄຳເຫັນວ່າ: “ເມື່ອໄດ້ຮັບຟັງການບັນຍາຍ ຫຼື ການສົນທະນາວິຊາການກ່ຽວກັບຫົວຂໍ້ດັ່ງກ່າວ, ຂ້າພະເຈົ້າ ເຊື່ອໝັ້ນວ່າ ສິ່ງນີ້ຈະເປັນການເຜີຍແຜ່ ແລະ ໃຫ້ຄວາມຮູ້ໄດ້ຫຼາຍ ເຊີ່ງມັນຈະເປັນອີກໜື່ງທ່າແຮງໃນການສົ່ງເສີມໃຫ້ແມ່ຍິງ ມີຄວາມເຂັ້ມແຂງ, ສາມາດເອົາຊະນະອຸປະສັກທຸກຢ່າງ ແລະ ບັນລຸເປົ້າໝາຍຂອງຕົນທີ່ຕັ້ງໄວ້.”

ທ່ານ ນາງ ວາແນັດຊ້າ ກ່າວຕື່ມອີກວ່າ “ແມ່ຍິງ ແລະ ເດັກຍິງ, ໂດຍສະເພາະແມ່ນກຸ່ມທີ່ຄົນດ້ອຍໂອກາດ, ຍັງຄົງປະເຊີນໜ້າກັບສິ່ງກີດຂວາງໃນການກ້າວສູ່ບົດບາດຜູ້ນຳ. ການສຶກສາ ແລະ ຄູສອນ ມີບົດບາດອັນສຳຄັນໃນການຊຸກຍູ້ການເຂົ້າຮ່ວມ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ.”

ທ່ານ ປອ ນາງ ສີສຸກ ວົງວິຈິດ ໄດ້ສະຫຼຸບຕອນທ້າຍວ່າ “ຂ້າພະເຈົ້າຫວັງວ່າ ຈະໄດ້ເຫັນຄູສອນ ແລະ ນັກສຶກສາ ຜູ້ທີ່ຈະເປັນຄູສອນໃນອະນາຄົດ ພ້ອມກັນເປັນເຈົ້າການໃນການຈັດຕັ້ງປະຕິບັດບັນດາເນື້ອໃນ ແລະ ຈິດໃຈຂອງວຽກງານການປົກປ້ອງເດັກ, ການສ້າງຄວາມເຂັ້ມແຂງຂອງແມ່ຍິງ ແລະ ການສຶກສາຮຽນຮ່ວມ ເພື່ອສ້າງສັງຄົມທີ່ມີຄວາມສະເໝີພາບສໍາລັບຄົນລຸ້ນຕໍ່ໆໄປ.”

ກອງປະຊຸມດັ່ງກ່າວ ແມ່ນໄດ້ຖືກຈັດຂຶ້ນ ຕາມແຜນງານບີຄວາ (BEQUAL). BEQUAL ເປັນແຜນງານທີ່ລັດຖະບານລາວກໍາລັງດໍາເນີນ ພາຍໃຕ້ການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ແລະ ອົງການພັດທະນາສາກົນຂອງປະເທດສະຫະລັດອາເມລິກາ (USAID).

ຫຼັກສູດສະບັບປັບປຸງໃໝ່ໄດ້ຮັບການພັດທະນາໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີເພື່ອສົ່ງເສີມຄວາມເທົ່າທຽມທາງເພດ ແລະ ການມີສ່ວນຮ່ວມ