ທ່ານ. ປອ ນາງ ສີສຸກ ວົງວິຈິດ ຮ່ວມກັບ ທ່ານນາງ ວາແນັດຊ້າ ເຮກາທີ້ ໄດ້ໃຫ້ກຽດກ່າວເປີດກອງປະຊຸມ ການເລີ່ມຈັດຕັ້ງປະຕິບັດມາດຕະຖານການສອນຊັ້ນປະຖົມສຶກສາ

ມາດຕະຖານການສອນຊັ້ນປະຖົມສຶກສາ ໄດ້ກໍານົດຄວາມຄາດຫວັງພື້ນຖານທີ່ຈະແຈ້ງສໍາລັບການພັດທະນາວິຊາຊີບ ການດຳເນີນງານການປະຕິບັດງານຂອງຄູສອນຊັ້ນປະຖົມສຶກສາເພື່ອສະໜັບສະໜູນການຮຽນຮູ້ຂອງນັກຮຽນໃຫ້ດີຂຶ້ນ

ໃນວັນທີ 22 ກຸມພາ 2024, ທ່ານ. ປອ ນາງ ສີສຸກ ວົງວິຈິດ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ວາແນັດຊ້າ ເຮກາຕີ້, ເລຂາເອກ ສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ ໄດ້ໃຫ້ກຽດກ່າວເປີດກອງປະຊຸມ “ການເລີ່ມຈັດຕັ້ງປະຕິບັດມາດຕະຖານການສອນຊັ້ນປະຖົມສຶກສາ” ເພື່ອສຶກສາຫາໂອກາດໃນການນຳໃຊ້ມາດຕະຖານດັ່ງກ່າວໃນທົ່ວຊັ້ນປະຖົມສຶກສາ ເພື່ອປັບປຸງຄຸນນະພາບຂອງການສິດສອນ. ບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ, ແລະ ຜູ້ຕາງໜ້າຈາກກົມທີ່ກ່ຽວຂ້ອງຂອງກະຊວງສຶກສາທິການ ແລະ ກິລາ, ລວມທັງຜູ້ອຳນວຍການ ແລະ ຮອງອຳນວຍການຈາກວິທະຍາໄລຄູທັງ 8 ແຫ່ງ ແລະ ຜູ້ຕາງໜ້າຈາກສະຖານທູດອົດສະຕຣາລີ ກໍ່ໄດ້ເຂົ້າຮ່ວມໃນກອງປະຊຸມດັ່ງກ່າວນີ້.

ທ່ານ. ປອ ນາງ ສີສຸກ ວົງວິຈິດ ໄດ້ກ່າວວ່າ: “ມາດຕະຖານການສອນຊັ້ນປະຖົມສຶກສາ ເປັນເຄື່ອງມືຫຼັກໃນການຮັບປະກັນຄຸນນະພາບຂອງລະບົບການສຶກສາຄູ ແລະ ເພື່ອຮັບປະກັນປະສິດທິພາບ ແລະ ຄວາມສອດຄ່ອງກັບການພັດທະນາວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນຊັ້ນປະຖົມສຶກສາ. ກົມສ້າງຄູ ຈະເປັນເຈົ້າການນຳພາການຈັດຕັ້ງປະຕິບັດມາດຕະຖານການສອນຊັ້ນປະຖົມສຶກສາ ເພື່ອຈຸດປະສົງຂອງການພັດທະນາວິຊາຊີບຄູ”.

ທ່ານນາງ ວາແນັດຊ້າ ເຮກາທີ້ ໄດ້ກ່າວວ່າ: “ລັດຖະບານອົດສະຕຣາລີ ຮັບຮູ້ເຖິງບົດບາດອັນສຳຄັນຂອງຄູໃນການສ້າງອະນາຄົດຂອງຄົນຮຸ່ນໃໝ່. ຄູເປັນຜູ້ເຮັດໃຫ້ບົດຮຽນໃນຫຼັກສູດມີຄວາມໜ້າສົນໃຈສຳລັບນັກຮຽນຂອງເຂົາເຈົ້າ ໂດຍການສ້າງທັກສະໃນການຮຽນຮູ້ຜ່ານການປະຕິບັດຕົວຈິງ, ການຮ່ວມມືກັນ, ການສື່ສານກັນ ແລະ ການແກ້ໄຂບັນຫາ. ລັດຖະບານອົດສະຕຣາລີມຸ່ງໝັ້ນທີ່ຈະປັບປຸງທັກສະການສອນຂອງຄູສອນຊັ້ນປະຖົມສຶກສາ ເພື່ອໃຫ້ນັກຮຽນບັນລຸຜົນການຮຽນທີ່ດີຂຶ້ນ. ພວກເຮົາເຊື່ອໝັ້ນວ່າ ການຈັດຕັ້ງປະຕິບັດມາດຕະຖານການສອນຊັ້ນປະຖົມສຶກສາທີ່ມີປະສິດທິຜົນນີ້ແມ່ນມີຄວາມສໍາຄັນຢ່າງຍິ່ງຕໍ່ກັບການປັບປຸງຜົນການຮຽນຂອງນັກຮຽນ”.

ຜູ້ເຮັດວຽກສຶກສານິເທດພາຍໃນໄດ້ຮັບການຝຶກອົບຮົມໃນການນຳໃຊ້ມາດຕະຖານການສອນຊັ້ນປະຖົມສຶກສາ ເພື່ອໃຫ້ການຊ່ວຍເຫຼືອຄູ

ຄູໃຫ້ນັກຮຽນມີສ່ວນຮ່ວມໃນກິດຈະກຳວິທະຍາສາດ ແລະ ສິ່ງແວດລ້ອມ

ໃນປີ 2023, ກົມສ້າງຄູ ໂດຍການສະໜັບສະໜູນຈາກ ລັດຖະບານອົດສະຕຣາລີ ແລະ ອົງການເພື່ອການພັດທະນາສາກົນຂອງສະຫະລັດອາເມລິກາ (USAID) ໂດຍຜ່ານແຜນງານບີຄວາ, ໄດ້ນຳພາຄະນະທີມເຮັດວຽກວິຊາການ ແລະ ຜູ້ຕາງໜ້າຈາກກົມທີ່ກ່ຽວຂ້ອງພາຍໃນກະຊວງສຶກສາທິການ ແລະ ກິລາ ເພື່ອມາທົບທວນຄືນມາດຕະຖານການສອນຊັ້ນປະຖົມສຶກສາ, ຊຶ່ງຈຸດປະສົງແມ່ນເພື່ອເຊື່ອມໂຍງມາດຕະຖານດັ່ງກ່າວໃຫ້ສອດຄ່ອງກັບຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ ແລະ ລະບົບໃໝ່ຂອງການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ຂອງກະຊວງສຶກສາທິການ ແລະ ກິລາ. ມາດຕະຖານການສອນຊັ້ນປະຖົມສຶກສາ ໄດ້ຮັບການອະນຸມັດຈາກ ທ່ານ. ປອ ນາງ ສີສຸກ ວົງວິຈິດ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໃນເດືອນ ພະຈິກ ປີ 2023. ລັດຖະບານອົດສະຕາລີ ໄດ້ສະໜັບສະໜູນການຈັດພິມ ແລະ ແຈກຢາຍມາດຕະຖານດັ່ງກ່າວໃຫ້ແກ່ ບັນດາກົມຕ່າງໆຂອງກະຊວງສຶກສາທິການ ແລະ ກິລາ, 8 ວິທະຍາໄລຄູ, 18 ພະແນກສຶກສາທິການ ແລະ ກິລາແຂວງ, 148 ຫ້ອງການສຶກສາທິການ ແລະ ກິລາເມືອງ ພ້ອມດ້ວຍ ຄູສອນ ແລະ ຜູ້ອຳນວຍການໂຮງຮຽນປະຖົມໃນທົ່ວປະເທດ.

ໃນເດືອນ ທັນວາ 2023 ແລະ ເດືອນມັງກອນ 2024, ພະນັກງານວິຊາການຈາກວິທະຍາໄລຄູ ຈຳນວນ 146 ທ່ານ ແລະ ຜູ້ເຮັດວຽກສຶກສານິເທດພາຍໃນຈຳນວນ 1.044 ທ່ານ ໄດ້ຮັບການຝຶກອົບຮົມກ່ຽວກັບວິທີການນໍາໃຊ້ມາດຕະຖານການສອນຊັ້ນປະຖົມສຶກສາ ເພື່ອສະຫນັບສະໜູນການພັດທະນາວິຊາຊີບຄູແບບຕໍ່ເນື່ອງຂອງຄູ. ເປົ້າໝາຍໄລຍະຍາວແມ່ນເພື່ອໃຫ້ຄູຊັ້ນປະຖົມສຶກສາທັງໝົດໃນ ສປປ ລາວ ນຳໃຊ້ມາດຕະຖານການສອນຊັ້ນປະຖົມສຶກສາຢ່າງເປັນປົກກະຕິ ເພື່ອສະທ້ອນຄືນເຖິງການປະຕິບັດໜ້າທີ່, ກຳນົດຄວາມຕ້ອງການການຮຽນຮູ້ ແລະ ມີສ່ວນຮ່ວມໃນບັນດາກິດຈະກຳຕ່າງໆຂອງການພັດທະນາວິຊາຊີບຄູແບບຕໍ່ເນື່ອງ. ຄຸນນະພາບຂອງຄູໄດ້ຮັບການປັບປຸງ ແລະ ໃນທີ່ສຸດກໍຈະສົ່ງຜົນໃນການປັບປຸງການມີສ່ວນຮ່ວມຂອງນັກຮຽນ ແລະ ຜົນໄດ້ຮັບທາງດ້ານການຮຽນດີຂຶ້ນ.

ໃນລະຫວ່າງກອງປະຊຸມການເລີ່ມຈັດຕັ້ງປະຕິບັດນີ້, ຜູ້ເຂົ້າຮ່ວມໄດ້ກໍານົດ 4 ຂົງເຂດທີ່ສໍາຄັນໃນລະບົບການສຶກສາຊັ້ນປະຖົມ ທີ່ ປະສົມປະສານມາດຕະຖານການສອນຊັ້ນປະຖົມສຶກສາເຂົ້າໃນລະບົບ ເຊິ່ງປະກອບມີ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງຂອງຄູ, ການຝຶກອົບຮົມ, ການປະເມີນ ແລະ ການຮັບຮອງມາດຖານຂອງຄູໃນອະນາຄົດ, ການປະເມີນການປະຕິບັດງານໜ້າທີ່ຂອງຄູປະຈຳການ ແລະ ການວາງແຜນພັດທະນາໂຮງຮຽນ. ໃນກອງປະຊຸມໄດ້ມີການເຫັນດີເປັນເອກະພາບຂອງຜູ້ເຂົ້າຮ່ວມ ດ້ວຍການລະບຸມາດຕະຖານການສອນຊັ້ນປະຖົມສຶກສາເຂົ້າໃນ ສີ່ດ້ານທີ່ກ່າວມານີ້. ກະຊວງສຶກສາທິການ-ກິລາຈະນຳໃຊ້ວິທີການແບບລວມສູນເພື່ອປັບປຸງຄຸນນະພາບຂອງການສິດສອນ. ໃນກອງປະຊຸມຄັ້ງນີ້ໄດ້ມີການຕົກລົງເຫັນດີເປັນເອກະພາບກັນຂັ້ນຕອນຕ່າງໆທີ່ຕ້ອງໄດ້ພດຳເນີນການໃນລະດັບນະໂຍບາຍ ແລະ ທາງດ້ານການປະຕິບັດ.

ຄູຈັດກິດຈະກໍາກຸ່ມເພື່ອກະຕຸ້ນການຮຽນຮູ້ໂດຍຜ່ານການຮ່ວມມື ແລະ ມີສ່ວນຮ່ວມຂອງນັກຮຽນ

ທ່ານ ນາງ ວາແນັດຊ້າ ເຮກາທີ້ ໄດ້ກ່າວຕື່ມອີກວ່າ “ການຮັບປະກັນວ່ານັກຮຽນຊັ້ນປະຖົມສຶກສາທຸກຄົນຈະສາມາດເຂົ້າເຖິງການສຶກສາທີ່ມີຄຸນນະພາບຢ່າງເທົ່າທຽມກັນ, ໂດຍສະເພາະແມ່ນຜູ້ທີ່ດ້ອຍໂອກາດ, ແມ່ນສິ່ງທີ່ສໍາຄັນຢ່າງຍິ່ງຂອງການຮ່ວມມືອັນຍາວນານລະຫວ່າງ ລັດຖະບານອົດສະຕຣາລີ ແລະ ລັດຖະບານແຫ່ງ ສປປ ລາວ ເພື່ອສ້າງພື້ນຖານສໍາລັບອະນາຄົດທີ່ຈະເລີນຮຸ່ງເຮືອງ”.

ທ່ານ. ປອ ນາງ ສີສຸກ ໄດ້ກ່າວໃນຕອນທ້າຍຂອງກອງປະຊຸມວ່າ: “ການຈັດຕັ້ງປະຕິບັດມາດຕະຖານການສອນຊັ້ນປະຖົມສຶກສາຢ່າງຄົບຖ້ວນສົມບູນແມ່ນສອດຄ່ອງກັບບັນດາຜົນໄດ້ຮັບລະດັບສູງໃນແຜນພັດທະນາຂະແໜງການສຶກສາ ແລະ ກິລາ ຂອງກະຊວງສຶກສາທິການ ແລະ ກິລາ ປີ 2021-2025 ແລະ ເປັນກຸນແຈສຳຄັນໃນການເສີມສ້າງການຮຽນຮູ້ ແລະ ການມີສ່ວນຮ່ວມຂອງນັກຮຽນຂັ້ນປະຖົມ”.

ມາດຕະຖານການສອນຊັ້ນປະຖົມສຶກສາ ໃນ ສປປ ລາວ ສະບັບປັບປຸງໃໝ່