ນັກເກັບກຳຂໍ້ມູນຝຶກຊ້ອມວິທີການຊ່ວຍເຫຼືອນັກຮຽນຜູ້ທີ່ມີຄວາມບົກພ່ອງທາງດ້ານສາຍຕາ ທີ່ໃຫ້ສຳພາດໃນການເກັບກຳຂໍ້ມູນຂອງການສຶກສາຄົ້ນຄວ້າກ່ຽວກັບການຮຽນ ແລະ ການສອນ ແບບມີສ່ວນຮ່ວມຂອງເດັກທຸກຄົນ

ການຄົ້ນຄວ້າຄັ້ງນີ້ ແມ່ນເພື່ອສຶກສາວິໄຈຄຸນນະພາບການຮຽນການສອນ ທີ່ຈະນຳໄປສູ່ການມີສ່ວນຮ່ວມຂອງນັກຮຽນໃນການຮຽນຫຼາຍຂື້ນ ແລະ ສາມາດປັບປຸງຜົນການຮຽນຂອງນັກຮຽນ

ນັບຕັ້ງແຕ່ກາງເດືອນກຸມພາ 2024, ທີມນັກເກັບຂໍ້ມູນ 23 ທ່ານ ຈາກບັນດາວິທະຍາໄລຄູຂອງກະຊວງສຶກສາທິການ ແລະ ກິລາ (ສສກ) ຈະເດີນທາງໄປໂຮງຮຽນຊັ້ນປະຖົມສຶກສາໃນ 30 ເມືອງເປົ້າໝາຍ ເພື່ອເກັບກຳຂໍ້ມູນທຽບຖານສຳລັບ ກໍລະນີສຶກສາຄົ້ນຄວ້າການຮຽນການສອນ ແບບເໝາະສົມສຳລັບເດັກທຸກຄົນ ເປັນໄລະເວລາ 3 ປີ ແລີ່ມແຕ່ປີ 2024-2026. ໃນລະຫວ່າງ ເດືອນກຸມພາ ແລະ ເດືອນມີນາ ຂອງທຸກປີ, ພວກເຂົາຈະດໍາເນີນການຄົ້ນຄ້ວາກໍລະນີສຶກສາແບບປະລິມານ ໂດຍການສໍາພາດກຸ່ມເປົ້າໝາຍ 21 ໂຮງຮຽນ. ໃນເດືອນເມສາ ຂອງທຸກປີ, ທີມງານຈະດໍາເນີນການປະເມີນຜົນການຮຽນກັບນັກຮຽນຂັ້ນ ປ.1 ໃນ 120 ໂຮງຮຽນ. ການສຶກສາຄົ້ນຄ້ວາແມ່ນນໍາພາໂດຍກົມສ້າງຄູ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ແລະ ອົງການພັດທະນາສາກົນຂອງປະເທດສະຫະລັດອາເມລິກາ (USAID) ໂດຍຜ່ານແຜນງານບີຄວາ.

ທ່ານ ເກດ ພັນລັກ, ຫົວໜ້າກົມສ້າງຄູໄດ້ກ່າວວ່າ: “ກົມສ້າງຄູໄດ້ຊີ້ນໍາການອອກແບບການສຶກສາວິໄຈ ການສອນທີ່ເໝາະສົມສຳລັບເດັກທຸກຄົນ ແລະ ວິທີການສະໜັບສະໜູນນັກເກັບຂໍ້ມູນຈະລົງໄປປະເມີນທີ່ໂຮງຮຽນ ແລະ ວິທີທີ່ຈະອໍານວຍຄວາມສະດວກໃຫ້ແກ່ການສົນທະນາກ່ຽວກັບຂໍ້ມູນທີ່ເກັບໄດ້ໃນເບື້ອງຕົ້ນ.”

ການສຶກສາຄົ້ນຄວ້າ ຈະລວບລວມເອົາຂໍ້ມູນດ້ານການປ່ຽນແປງ ແລະ ການປັບປຸງການປະຕິບັດການສິດສອນຂອງຄູ ຂັ້ນ ປ.1 , ປ.2 ແລະ ປ.3 ພ້ອມທັງສຶກສາວ່າ ການປະຕິບັດເຫຼົ່ານັ້ນ ແມ່ນມີຜົນກະທົບແນວໃດຕໍ່ກັບການມີສ່ວນຮ່ວມ ແລະ ການຮຽນຮູ້ຂອງນັກຮຽນ. ການສຶກສາຈະກໍານົດຍຸດທະສາດທີ່ມີປະສິດທິພາບໃນການສ້າງວັດທະນະທໍາສຳລັບ ການສອນ ແລະ ການຮຽນ ແບບທີ່ເໝາະສົມສຳລັບເດັກທຸກຄົນ ໃນໄລຍະເວລາ 3 ປີ. ຊຶ່ງມີຈຸດປະສົງເພື່ອຄົ້ນຫາວິທີການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ແລະ ການປະຕິບັດການສິດສອນທີ່ຕອບສະໜອງຄວາມຕ້ອງການຂອງນັກຮຽນ ແລະ ປະກອບສ່ວນເຂົ້າໃນການຮຽນການສອນ.

ນັກເກັບກຳຂໍ້ມູນສຳລັບການສຶກສາຄົ້ນຄວ້າກ່ຽວກັບການຮຽນ ແລະ ການສອນ ແບບມີສ່ວນຮ່ວມຂອງເດັກທຸກຄົນ ທີ່ໄດ້ລົງຢ້ຽມຢາມໂຮງຮຽນພິເສດເພື່ອທຳຄວາມເຂົ້າໃຈວິທີການສອນທີ່ນຳໃຊ້ກັບນັກຮຽນຜູ້ທີ່ມີຄວາມບົກພ່ອງທາງດ້ານສາຍຕາ ແລະ ການໄດ້ຍິນ

ນັກເກັບກຳຂໍ້ມູນລົງຢ້ຽມຢາມໂຮງຮຽນໃນເມືອງທ່າພັງທອງ,
ແຂວງສະຫວັນນະເຂດ

ການສຶກສາຮຽນຮ່ວມໝາຍເຖິງ ນັກຮຽນທຸກຄົນສາມາດເຂົ້າເຖິງການສຶກສາທີ່ມີຄຸນນະພາບ ທີ່ຕອບສະໜອງຄວາມຕ້ອງການ ຫຼາກຫຼາຍຂອງເຂົາເຈົ້າຢ່າງມີປະສິດທິພາບ ໃນສະພາບແວດລ້ອມທີ່ ພວກເຂົາເຈົ້າສາມາດປະກອບຄຳເຫັນ, ໄດ້ຮັບການຍອມຮັບ, ໄດ້ຮັບການເຄົາລົບ ແລະ ໄດ້ຮັບການຊ່ວຍເຫຼືອ. ການສຶກສາທີ່ລວມເອົາການສຶກສາຮຽນຮ່ວມແມ່ນເກີດຂຶ້ນໄດ້ເມື່ອມີການກຳນົດການສຶກສາແບບລັກສະນະແລກປ່ຽນ ເຊັ່ນ: ນັກຮຽນທີ່ມາຈາກພຶ້ນຖານທີ່ແຕກຕ່າງກັນ ແລະ ມີຄວາມສາມາດທີ່ຫຼາກຫຼາຍ ໄດ້ຮັບການຊ່ວຍເຫຼືອເພື່ອໃຫ້ສາມາດເອົາຊະນະອຸປະສັກທີ່ອາດເຮັດໃຫ້ເຂົາເຈົ້າບໍ່ໄດ້ມີສ່ວນຮ່ວມ.

ການສຶກສາດັ່ງກ່າວຈະດຳເນີນໃນ 120 ໂຮງຮຽນ ໃນ 30 ເມືອງໃນແຂວງເປົ້າໝາຍ 7 ແຂວງ (ຜົ້ງສາລີ, ຫຼວງນ້ຳທາ, ບໍ່ແກ້ວ, ຫົວພັນ, ຊຽງຂວາງ, ຄຳມ່ວນ ແລະ ສະຫວັນນະເຂດ). ໂຮງຮຽນທີ່ຖືກຄັດເລືອກແມ່ນອີງໃສ່ດ້ານຄວາມຫຼາກຫຼາຍຂອງນັກຮຽນທີ່ມາຮຽນ ເຊັ່ນ: ໂຮງຮຽນທີ່ມີນັກຮຽນຊົນເຜົ່າທີ່ບໍ່ເວົ້າພາສາລາວເປັນຫຼັກໃນຄອບຄົວ , ແລະ ນັກຮຽນທີ່ມີຄວາມພິການ ແລະ ນັກຮຽນທີ່ຕ້ອງໄດ້ຂາດຮຽນເພາະຈຳເປັນຕ້ອງໄດ້ຊ່ວຍວຽກຄອບຄົວ.

ໂດຍໄດ້ຮັບການສະໜັບສະໜູນຈາກສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ຈະມີນັກຮຽນຂັ້ນ ປ.1 ປະມານ 1.000 ຄົນ ໃນ 120 ໂຮງຮຽນ ຈະໄດ້ເຂົ້າຮ່ວມການທົດສອບວິຊາພາສາລາວໃນປີ 2024, 2025 ແລະ 2026. ສັງເກດການສອນຂອງຄູ120 ທ່ານ ເປັນຈຳນວນ 720 ຄັ້ງ , ໃນລະຫວ່າງການສຶກສາຄົ້ນຄວ້ານີ້ ປີໜຶ່ງຈະໄດ້ສັງເກດການສອນ 2 ຄັ້ງຕໍ່ປີ. ການສໍາພາດແບບລົງເລິກຈະຈັດຂຶ້ນໃນ 21 ໂຮງຮຽນໃນແຕ່ລະປີ ເພື່ອສຳພາດກຸ່ມຕົວຢ່າງເປົ້າໝາຍ ທີ່ປະກອບມີ: ນັກຮຽນຊັ້ນປະຖົມສຶກສາ, ພໍ່ແມ່ ຫຼື ຜູ້ປົກຄອງ, ຄູ, ຜູ້ອໍານວຍການໂຮງຮຽນ, ຜູ້ເຮັດວຽກສຶກສານິເທດພາຍໃນ, ທີມງານວິຊາການຈາກວິທະຍາໄລຄູ ແລະ ຜູ້ໃຫ້ຂໍ້ມູນຫຼັກຈາກກະຊວງສຶກສາທິການ ແລະ ກິລາ. .

ທ່ານ ເກດ ພັນລັກ ໄດ້ໃຫ້ຄຳເຫັນວ່າ: “ຜົນຂອງການສຶກສາຄັ້ງນີ້ ຈະຊ່ວຍໃຫ້ພວກເຮົາປັບປຸງລະບົບການພັດທະນາວິຊາຊີບຂອງຄູແບບຕໍ່ເນື່ອງ. ພວກເຮົາຈະກໍານົດກໍລະນີຜົນສໍາເລັດໃນການປະຕິບັດໜ້າທີ່ ການສິດສອນທີ່ນໍາໄປສູ່ການຮຽນຮູ້ຂອງນັກຮຽນທີ່ຄຳນຶງເຖິງການສຶກສາຮຽນຮ່ວມຢູ່ໃນໂຮງຮຽນຕົວຢ່າງ ແລະ ວິທີການພັດທະນາວິຊາຊີບຄູທີ່ຖືກນໍາໃຊ້. ວິທີການທີ່ດີເຫຼົ່ານັ້ນ ຈະໄດ້ຮັບການເຜີຍແຜ່ໃນທົ່ວປະເທດ ເພື່ອຊຸກຍູ້ການປະຕິບັດໜ້າທີ່ ຂອງຄູ ແລະ ນັກຮຽນ.”