Mr. Oudom Singdala and Ms. Rebecca McHugh chaired the workshop

ທ່ານ ອຸດົມ ສິງດາລາ ແລະ ທ່ານນາງ ລີເບັກກ້າ ແມັກຮິວ ຮ່ວມເປັນປະທານເປີດກອງປະຊຸມ

ທີມງານຈາກກະຊວງສຶກສາທິການ ແລະ ກິລາ ໄດ້ລະດົມຄວາມຄິດເພື່ອຜະລິດວິດີໂອສໍາລັບຄູ ເພື່ອສ້າງຄວາມເຂົ້າໃຈແລະ ປູກຈິດສໍານຶກກ່ຽວກັບວິທີ ການຮັບປະກັນຄວາມ ສະເຫມີພາບລະຫວ່າງຍິງ-ຊາຍໃນຫ້ອງຮຽນ

ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ລັດຖະບານອົດສະຕຣາລີ, ໂດຍຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດສໍາລັບການເຂົ້າເຖິງການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ) ໄດ້ຈັດກອງປະຊຸມຝຶກອົບຮົມ ແລະ ລະດົມຄວາມຄິດ 1 ວັນ ໃນຫົວຂໍ້ “ການຜະລິດວີດີໂອກ່ຽວກັບບົດບາດຍິງຊາຍ” ໃນທ້າຍເດືອນມັງກອນທີ່ຜ່ານມາ ເຊິ່ງມີຜູ້ຕາງຫນ້າຈຳນວນ 20 ທ່ານ ຈາກສູນໂຄສະນາຂ່າວສານການສຶກສາ ແລະ ກິລາ (ສຄຂ), ຂະແໜງສື່ເອເລັກໂຕຼນິກ ແລະ ການສຶກສາທາງໄກ (E-Learning), ພະແນກຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ແລະ ສະຖານທູດອົດສະຕຣາລີ ໄດ້ເຂົ້າຮ່ວມ ກອງປະຊຸມດັ່ງກ່າວ.

ກອງປະຊຸມຄັ້ງນີ້ແມ່ນໄດ້ຮັບກຽດເປັນປະທານໂດຍ ທ່ານ ນາງ ເລເບັກກ້າ ແມັກຮິວ, ຫົວໜ້າແຜນງານບີຄວາ ແລະ ທ່ານ ອຸດົມ ສິງດາລາ, ຮອງຜູ້ອໍານວຍການສູນໂຄສະນາຂ່າວສານການສຶກສາ ແລະ ກິລາ. ທ່ານ ນາງ ເລເບັກກ້າ ໄດ້ໃຫ້ຄໍາເຫັນໃນກອງປະຊຸມວ່າ: “ໃນປີຜ່ານມາເນື່ອງໃນ ໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນ, ແຜນງານບີຄວາ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕາລີ ໄດ້ຈັດກອງປະຊຸມເພື່ອໃຫ້ສ້າງຄວາມເຂົ້າໃຈເລິກເຊິ່ງຮ່ວມກັນກ່ຽວກັບຄວາມມີອະຄະຕິດ້ານບົດບາດຍິງ-ຊາຍ ແລະ ຄວາມຄິດຍຶດຕິດກ່ຽວກັບ ບົດບາດຍິງ-ຊາຍ. ໃນຕອນທ້າຍຂອງກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ສະທ້ອນໃຫ້ເຫັນເຖິງການປະຕິບັດຂອງເຂົາເຈົ້າ ແລະ ສົນທະນາວິທີການທີ່ເຂົາເຈົ້າສາມາດນໍາໃຊ້ຄວາມຮູ້ໃຫມ່ໃນການຜະລິດສື່ໃນອະນາຄົດ. ຈາກງານສະເຫຼີມສະຫຼອງໃນມື້ນັ້ນໄດ້ມີແນວຄວາມຄິດລີເລີ່ມທີ່ຈະຜະລິດວິດີໂອສົ່ງເສີມຄວາມສະເຫມີພາບລະຫວ່າງຍິງ-ຊາຍໃນຄັ້ງນີ້”.

Analysis of the video on gender bias

ການວິເຄາະວິດີໂອກ່ຽວກັບອັກຄະຕິດ້ານເພດ

Role game activity on gender role assumptions in jobs

ຜູ້ເຂົ້າຮ່ວມຫຼິ້ນເກມບົດບາດສົມມຸດກ່ຽວກັບໜ້າທີ່ຮັບຜິດຊອບດ້ານເພດໃນສຳນັກງານ

ທ່ານ ອຸດົມ ໄດ້ກ່າວວ່າ: “ພວກເຮົາພູມໃຈທີ່ກອງປະຊຸມຄັ້ງນີ້ ຊ່ວຍໃຫ້ພວກເຮົາສາມາດສືບຕໍ່ການປຶກສາຈາກປີຜ່ານມາກ່ຽວ ກັບການຜະລິດວີດີໂອສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ. ພວກເຮົາໄດ້ມີການສົນທະນາຫຼາຍຢ່າງກ່ຽວກັບວິທີຫຼີກລ່ຽງ ຄວາມບໍ່ສະເໝີພາບດ້ານບົດບາດຍິງ-ຊາຍ, ພ້ອມກັນນັ້ນກໍ່ຄຳນຶງເຖີງຄວາມຄວາມພິການ, ຊົນເຜົ່າ ແລະ ການສຶກສາຮຽນຮ່ວມ. ກ່ຽວກັບວຽກງານຂອງທີມງານ ສຄຂ ແລະ E-learning ໃນທຸກຂັ້ນຕອນຂອງການຜະລິດວິດີໂອ, ໂດຍສະເພາະການຂຽນບົດ ແລະ ການຄັດເລືອກນັກສະແດງ. ຂ້າພະເຈົ້າພູມໃຈທີ່ວິດີໂອທັງໝົດ ທີ່ໄດ້ຜະລິດໂດຍໄດ້ຮັບການສະໜັບສະໜູນຈາກ ລັດຖະບານອົດສະຕຣາລີ ແລະ ອົງການ USAID ຜ່ານແຜນງານບີຄວາ ເຊັ່ນ: ວິດີໂອການສໍາລັບພັດທະນາຄູ, ສາລະຄະດີຄູຕົວແບບ, ໂຄສະນາການຮັກສາປຶ້ມແບບຮຽນ ໄດ້ສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການສຶກສາຮຽນຮ່ວມແບບກ້າວໜ້າ ທັງມີການແປພາສາມື ທຸກວິດີໂອນັບແຕ່ປີ 2021 ເປັນຕົ້ນມາ.”

ໃນຂະແຫນງການສຶກສາ, ຄູມີບົດບາດສໍາຄັນໃນການປ້ອງກັນການມີແນວຄິດຍຶດຕິດກ່ຽວກັບບົດບາດຍິງ-ຊາຍ ແລະ ອະຄະຕິດ້ານ ບົດບາດຍິງ-ຊາຍໃນຫ້ອງຮຽນ. ໂດຍສະເພາະແມ່ນໃນການສຶກສາກ່ອນໄວຮຽນ ແລະ ຂັ້ນປະຖົມສຶກສາ, ສະຫມອງເດັກນ້ອຍ ແລະ ໄວໜຸ່ມກໍາລັງສ້າງຄວາມຄິດ ແລະ ເຊື່ອມຊືືມທຸກຂໍ້ຄວາມ. ດັ່ງນັ້ນ, ທີມຜະລິດສື່ ແລະ ສື່ດີຈີຕໍ ຂອງກະຊວງສຶກສາທິການ ແລະ ກິລາ ຈຶ່ງມີບົດບາດສໍາຄັນໃນການສ້າງສັງຄົມໃຫ້ມີຄວາມກ້າວໜ້າ ແລະ ຄໍານຶ່ງເຖິງທຸກຄົນ. ວິດີໂອ ແລະ ສື່ດິຈິຕໍ ສາມາດ ສົ່ງເສີມການຄວາມຮູ້ແບບກ້າວໜ້າດ້ານບົດບາດຍິງ-ຊາຍ ແລະ ການສຶກສາຮຽນຮ່ວມ, ກ້າວໄປເຖິງການສ້າງຄວາມແຕກຕ່າງໂດຍ ໃຫ້ໂອກາດແກ່ເດັກນ້ອຍທີ່ດ້ອຍໂອກາດໃຫ້ດີທີ່ສຸດ.

ກອງປະຊຸມໄດ້ດໍາເນີນໄປດ້ວຍຄວາມຫ້າວຫັນ ເຊິ່ງໄດ້ມີຫລາຍກິດຈະກໍາທີ່ປະຕິບັດຕົວຈິງ. ຜູ້ເຂົ້າຮ່ວມໄດ້ຮັບຊົມ 2 ວິດີໂອ ຕົວຢ່າງ ແລະ ສະທ້ອນຄືນກ່ຽວກັບສົມມຸດຕິຖານດ້ານບົດບາດຍິງ-ຊາຍ ແລະ ວິທີການລົບລ້າງຄວາມລໍາອຽງດ້ານບົດບາດຍິງ- ຊາຍ ໃນຫ້ອງຮຽນ. ມີການສະແດງບົດບາດສົມມຸດ ແລະ ສົນທະນາແບບໂຕ້ຕອບເພື່ອຍົກໃຫ້ເຫັນບາງຈຸດທີ່ສະແດງໃຫ້ເຫັນ ຄວາມລໍາອຽງດ້ານບົດບາດຍິງ-ຊາຍຢູ່ໃນຫ້ອງຮຽນໃນລາວ ແລະ ຈະໃຫ້ຄໍາແນະນໍາອັນໃດແກ່ຄູເພື່ອຊ່ວຍລົບລ້າງຄວາມຄິດ ດັ່ງກ່າວ. ທີມງານໄດ້ລະດົມຄວາມຄິດຮ່ວມກັນເພື່ອຂຽນບົດສັງລວມສໍາລັບວິດີໂອສົ່ງເສີມບົດບາດຍິງຊາຍ. ບົດສັງລວມແມ່ນຂັ້ນ ຕອນສໍາຄັນໃນການຜະລິດວິດີໂອ. ໃນບົດສັງລວມ ຈະລະບຸວ່າ: ໃຜຈະເປັນຜູ້ຊົມເປົ້າໝາຍ, ຈຸດປະສົງຂອງວິດີໂອແມ່ນຫຍັງ ແລະ ກໍານົດຂໍ້ຄວາມຫຼັກທີ່ຢາກຈະສື່ ແລະ ຂໍ້ຮຽກຮ້ອງໃຫ້ປະຕິບັດຫຼັງຮັບຊົມວິດີໂອໃນອະນາຄົດ. ບົດສັງລວມຈະຖືກນໍາໄປຜັນ ຂະຫຍາຍອອກເປັນບົດເລື່ອງຂອງວິດີໂອ ແລະ ກ້າວໄປເຖິງການສ້າງວິດີໂອສົ່ງເສີມບົດບາດຍິງ-ຊາຍໃນອະນາຄົດ ເຊິ່ງຄາດວ່າຈະສໍາເລັດຜ່ານໃນປີ 2024 ນີ້.

Participants works on game on gender assumptions

ຜູ້ເຂົ້າຮ່ວມສົນທະນາກ່ຽວກັບເກມສົມມຸດຕິຖານບົດບາດຍິງຊາຍ