ທຸກວັນສຸກ ຄູບຸນທຽນ ແລະ ຄູໃນໂຮງຮຽນຊ່ວຍກັນສ້າງສື່ການຮຽນການສອນ

ຕອນໃໝ່ຂອງສາລະຄະດີຄູຕົວແບບ ໄດ້ບອກເລົ່າເລື່ອງລາວຂອງຄູຈາກແຂວງຊຽງຂວາງທີ່ມີຄວາມຕັ້ງໃຈ ແລະ ອຸທິດຕົນຕໍ່ວຽກງານ

ຜູ້ອໍານວຍການໂຮງຮຽນມີບົດບາດສໍາຄັນໃນການປັບປຸງຜົນການຮຽນຂອງນັກຮຽນ ຍ້ອນວ່າຜູ້ອຳນວຍການສາມາດສ້າງສະພາບແວດລ້ອມການຮຽນຮູ້ທີ່ປອດໄພ ແລະ ເໝາະສົມສຳລັບການມີສ່ວນຮ່ວມຂອງນັກຮຽນ ແລະ ຄູໃນໂຮງຮຽນ.

ທີມງານໂທລະທັດ, ວິທະຍຸ ແລະ ໜັງສືພິມ ຈາກສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ຂອງກະຊວງສຶກສາທິການ ແລະ ກິລາ ສປປ ລາວ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ແລະ ອົງການພັດທະນາສາກົນຂອງສະຫະລັດອາເມລິກາ (ອົງການ USAID) ຜ່ານແຜນງານບີຄວາ, ໄດ້ອອກອາກາດ ສາລະຄະດີຄູຕົວແບບຕອນໃໝ່ ເຊິ່ງໄດ້ເລົ່າເລື່ອງຂອງຄູໃນໂຮງຮຽນຂອງລັດແຫ່ງໜຶ່ງ ທີ່ເມືອງຄຳ, ແຂວງຊຽງຂວາງ ທີ່ໄດ້ສ້າງແຮງບັນດານໃຈໃຫ້ຄູ.

ຄູ ບຸນທຽນ ທຳມະວົງແສງ ເປັນຄູສອນນັບແຕ່ປີ 1999. ລາວເປັນຜູ້ທີມີຄວາມກະຕືລືລົ້ນ ແລະ ອຸທິດຕົນເພື່ອໜ້າທີ່ວຽກງານ, ລາວໄດ້ຮັບການຍ້ອງຍໍ ຈາກກະຊວງສຶກສາທິການ ແລະ ກິລາຫຼາຍຄັ້ງ. ລາວໄດ້ສອນຢູ່ເຂດຫ່າງໄກເປັນເວລາຫຼາຍປີກ່ອນທີ່ຈະມາເປັນຜູ້ອໍານວຍການໂຮງຮຽນທີ່ເມືອງຄໍາ.

ຄູບຸນທຽນ ມີພູມໃຈຫຼາຍກັບສະພາບແວດລ້ອມທີ່ລາວໄດ້ສ້າງໃນໂຮງຮຽນຂອງລາວ ໂດຍໄດ້ຮັບການຊ່ວຍເຫຼືອ ແລະ ຮ່ວມມືຈາກຊຸມຊົນ, ລາວໄດ້ສ້າງຕູບອ່ານໃນເດີ່ນໂຮງຮຽນທີ່ຂຽວງາມ. ລາວໄດ້ບອກວ່າ: “ຊຸມຊົນຂອງພວກເຮົາບໍ່ມີງົບປະມານຫຼາຍ ແຕ່ຊາວບ້ານໄດ້ສະໜອງອຸປະກອນ ແລະ ເປັນແຮງງານຊ່ວຍໃນການສ້າງ”. ນັກຮຽນໄດ້ນຳໃຊ້ກະຕູບໃນເວລາພັກຜ່ອນເພື່ອອ່ານປຶ້ມນິທານ. ຄູ ບຸນທຽນ ໄດ້ບອກວ່າ “ການຮູ້ໜັງສືຂອງນັກຮຽນໄດ້ປັບປຸງດີຂຶ້ນຫຼາຍນັບຕັ້ງແຕ່ພວກເຮົາໄດ້ສ້າງມຸມອ່ານດ້ານນອກນີ້. ມັນໄດ້ຊ່ວຍສົ່ງເສີມໃຫ້ນັກຮຽນໄດ້ອ່ານກັບໝູ່ເພື່ອນ, ເຮັດໃຫ້ນັກຮຽນຫ້ອງໃຫຍ່ໄດ້ຊ່ວຍນັກຮຽນຫ້ອງນ້ອຍກວ່າອ່ານ ແລະ ນັກຮຽນສາມາດເອົາປຶ້ມກັບບ້ານໄປອ່ານກັບຄອບຄົວ”.

ໂຮງຮຽນຍັງມີສວນຜັກ-ສວນດອກໄມ້ ແລະ ໄດ້ລ້ຽງໄກ່. ຄູສອນນຳໃຊ້ສວນເຂົ້າໃນບົດຮຽນ ເພື່ອເອົາຄວາມຮູ້ໄປປະຕິບັດໃນວິຊາຕ່າງໆ ເຊັ່ນ: ບົດຮຽນວິຊາຄະນິດສາດ ນັກຮຽນໄດ້ນຳໃຊ້ສວນນີ້ ເພື່ອຮຽນຮູ້ກ່ຽວກັບການຄິດໄລ່ເນື້ອທີ່, ໃນບົດຮຽນວິຊາພາສາລາວ ນັກຮຽນໄດ້ຮຽນຮູ້ຊື່ຂອງພືດຜັກຊະນິດຕ່າງໆ ແລະ ການຂຽນຊື່. ຄູຍັງໃຊ້ສວນເພື່ອຊ່ວຍໃຫ້ນັກຮຽນຮຽນຮູ້ກ່ຽວກັບວົງຈອນຊີວິດຂອງໄກ່.

ຄູ ບຸນທຽນ ສົ່ງເສີມສຸຂະພາບ ແລະ ສຸຂະອະນາໄມຢູ່ໂຮງຮຽນ ແລະ ໄດ້ສ້າງບ່ອນລ້າງມື ໂດຍນຳໃຊ້ວັດສະດຸທີຫາໄດ້ງ່າຍໃນທ້ອງຖິ່ນ: “ສາມາດສ້າງໄດ້ງ່າຍ ແລະ ມູນຄ່າບໍ່ສູງ. ຢາກໃຫ້ນັກຮຽນເຂົ້າໃຈວ່າ ເຂົາເຈົ້າຄວນລ້າງມືເປັນປະຈຳ. ສຸຂະອະນາໄມເປັນສິ່ງສໍາຄັນຫຼາຍ, ເຂົາເຈົ້າບໍ່ສາມາດຮຽນໄດ້ດີຖ້າບໍ່ສະບາຍ”. ນັກຮຽນຍັງໄດ້ຮັບຄໍາແນະນໍາກ່ຽວກັບວິທີການຖູແຂ້ວຢ່າງຖືກຕ້ອງທຸກໆມື້ຫຼັງຈາກກິນອາຫານທ່ຽງ.

ສວນເພື່ອການຮຽນຮູ້ ວິຊາເລກ, ພາສາລາວ ແລະ ວິທະຍາສາດ

ນັກຮຽນມີຄວາມມ່ວນຊື່ນໃນການອ່ານຫຼັງຈາກພັກກິນເຂົ້າທ່ຽງ

ໂຮງຮຽນທີ່ຢູ່ໃກ້ໄດ້ມາຂໍຄຳແນະນຳ ແລະ ວິທີສ້າງບ່ອນລ້າງມືຂອງໂຮງຮຽນລາວ. ຄູ ບຸນທຽນໄດ້ຕີລາຄາການຮ່ວມມືກັບໂຮງຮຽນອື່ນໆວ່າ: “ເປັນສິ່ງສໍາຄັນທີ່ຈະແບ່ງປັນຄວາມຮູ້, ປະສົບການ ແລະ ຊັບພະຍາກອນ ໃຫ້ກັບຄູຈາກໂຮງຮຽນອື່ນໆ ໂດຍຜ່ານການມາຢ້ຽມຢາມຖອດຖອນບົດຮຽນ ຫຼື ໃນກອງປະຊຸມກຸ່ມໂຮງຮຽນ. ບໍ່ດົນມານີ້, ຂ້າພະເຈົ້າໄດ້ໃຫ້ຄໍາແນະນໍາກ່ຽວກັບວິທີກຈັດຕາຕະລາງສໍາລັບກະກຽມຈັດກິດຈະກໍາແບບຄູ່ ຫຼື ກຸ່ມ ຫຼາຍແບບໃນຫ້ອງຮຽນໃຫ້ແກ່ຄູທີ່ມາຖອດຖອນບົດຮຽນນຳ. ຄູຂອງພວກເຮົາຄົນໜຶ່ງແມ່ນເກັ່ງພາສາອັງກິດ, ລາວໄດ້ແນະນຳວິທີການສອນພາສາອັງກິດໂດຍໃຊ້ການອອກສຽງຕົວອັກສອນ ໃນກອງປະຊຸມກຸ່ມໂຮງຮຽນ”.

ບ່ອນລ້າງມືສ້າງດ້ວຍວັດສະດຸທີ່ບໍ່ແພງ ແລະ ຫາໄດ້ໃນທ້ອງຖິ່ນ

ໃນສາລະຄະດີຄູຕົວຕອນນີ້, ຄູບຸນທຽນໄດ້ເນັ້ນໜັກເຖິງບົດບາດສຳຄັນຂອງຜູ້ອຳນວຍການທີ່ຈະໃຫ້ການຊ່ວຍເຫຼືອຄູ. ໃນການສອນຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ ທີ່ໄດ້ຖືກສອນຢູ່ໃນທຸກຂັ້ນຮຽນ. ຄູທຸກຂັ້ນຮຽນກໍຕ້ອງການເວລາ ແລະ ການສະໜັບສະໜູນຢ່າງຕໍ່ເນື່ອງ ເພື່ອນຳເອົາວິທີການສອນແບບໃໝ່ໄປຈັດຕັ້ງປະຕິບັດໄດ້ຢ່າງຄົບຖ້ວນ. ລາວຈັດກອງປະຊຸມເປັນປົກກະຕິເພື່ອຮັບປະກັນວ່າຄູສອນໃນໂຮງຮຽນລາວໄດ້ຮ່ວມກັນສ້າງສື່ການຮຽນການສອນ, ແກ້ໄຂສິ່ງທ້າທາຍ, ແລະ ວາງແຜນຕ່າງໆ. ລາວມີສ່ວນຮ່ວມກັບຄູ ແລະ ຊຸກຍູ້ໃຫ້ເຂົາເຈົ້າສືບຕໍ່ພັດທະນາຄວາມຮູ້, ທັກສະ ແລະ ປະສົບການຂອງຕົນຢ່າງສະໝໍ່າສະເໝີ. ຄູບຸນທຽນ ນຳໃຊ້ຫຼາຍເຕັກນິກເພື່ອຊ່ວຍເຫຼືອຄູໃນໂຮງຮຽນ ເຊັ່ນ: ຈັດໃຫ້ມີການສອນເປັນຄູ່ລະຫວ່າງຄູສອງຂັ້ນຮຽນທີ່ຕ່າງກັນ ຫຼື ກັບຕົນເອງເປັນກໍ່ເປັນຄູເຊັ່ນກັນ. “ຂ້າພະເຈົ້າມັກຈະຈັດການສອນເປັນຄູ່ ຍ້ອນວ່າວິທີການນີ້ເຮັດໃຫ້ຄູເຫັນວິທີການສອນໃນຫ້ອງຮຽນທີ່ຕ່າງກັນ ແລະ ຊ່ວຍໃຫ້ເຂົາເຈົ້າສະທ້ອນຄືນເຖິງວິທີການສອນເຊິ່ງກັນ ແລະ ກັນ”. ລາວຍັງໃຊ້ການສັງເກດການສອນໃນຫ້ອງຮຽນເພື່ອຊ່ວຍຄູຂອງລາວແກ້ໄຂສິ່ງທ້າທາຍ ແລະ ປັບປຸງຄຸນນະພາບການສອນຂອງພວກເຂົາ. ຄູບຸນທຽນໄດ້ໃຫ້ຄຳເຫັນວ່າ: “ແຮງຈູງໃຈແມ່ນສໍາຄັນ; ນີ້ແມ່ນເຫດຜົນທີ່ຂ້າພະເຈົ້າຍ້ອງຍໍຄູໃນໂຮງຮຽນ ພ້ອມທັງໄດ້ໃຫ້ຄຳເຫັນໃນທາງບວກ ແລະ ສ້າງສັນ ພ້ອມທັງການລະມັດລະວັງຄຳເວົ້າທີ່ຈະບໍ່ກະທົບຈິດໃຈເຂົາເຈົ້າ. ຂ້າພະເຈົ້າຕ້ອງການໃຫ້ທີມງານຂອງເຮົາຮູ້ວ່າ ຂ້າພະເຈົ້າເປີດໃຈຮັບຟັງສະເໝີ ເພື່ອປຶກສາຫາລືແກ້ໄຂສິ່ງທ້າທາຍຮ່ວມກັນ ດ້ວຍຄວາມຊື່ສັດ ແລະ ບໍ່ມີອັກຄະຕິໃດໆ”.

ຄູ ບຸນທຽນ ເຊື່ອວ່າການປະສານງານກັບຊຸມຊົນ ແລະ ພໍ່ແມ່ນັກຮຽນແມ່ນສໍາຄັນ. ລາວຈັດກອງປະຊຸມຜູ້ປົກຄອງ ໂດຍສະເພາະໃນຕອນໄຂສົກຮຽນໃໝ່. ລາວ ແລະ ຄູໃນໂຮງຮຽນໄດ້ໂອ້ລົມກັບພໍ່ແມ່ນັກຮຽນກ່ຽວກັບຜົນການຮຽນ ແລະ ຄວາມກ້າວໜ້າຂອງນັກຮຽນຢ່າງເປັນປະຈຳ. 

ຄູບຸນທຽນປະສານງານກັບຜູ້ປົກຄອງນັກຮຽນ

ທີມງານຖ່າຍທຳແລະຄູບຸນທຽນ

ຜູ້ອຳນວຍການທີ່ມີຄວາມມຸ້ງໝັ້ນ ແລະ ຊຸກຍູ້ການປະກອບສ່ວນຂອງຄູ ຄືກັບຄູ ບຸນທຽນ ສາມາດສ້າງໝາກຜົນອັນໃຫຍ່ຫຼວງຕໍ່ຄຸນນະພາບຂອງການສຶກສາ ແລະ ອະນາຄົດຂອງຄົນຮຸ່ນໃຫມ່. ລາວຄືບຸກຄົນຕົວແບບ ທີ່ສ້າງແຮງບັນດານໃຈໃຫ້ແກ່ຄູ ແລະ ຜູ້ອໍານວຍການຄົນອື່ນໆ. ຄູ ບຸນທຽນເວົ້າວ່າ: “ຂ້າພະເຈົ້າເຊື່ອໝັ້ນວ່າໃນການສຶກສາ. ຂ້າພະເຈົ້າເລືອກເປັນຄູເພາະໄດ້ຮັບແຮງບັນດານໃຈຈາກຄູຂອງຕົນ ທີ່ພັດທະນາຂ້າພະເຈົ້າເປັນຄົນໃນວັນນີ້. ຂ້າພະເຈົ້າຢາກເປັນຜູ້ທີ່ຊ່ວຍໃຫ້ເດັກນ້ອຍໄດ້ພັດທະນາຕົນເອງ, ເຕີບໃຫຍ່ ແລະ ຄົ້ນພົບທ່າແຮງອັນບົ່ມຊ້ອນຂອງຕົນເອງ”.

ເລື່ອງລາວຂອງ ຄູ ບຸນທຽນ ສາມາດຮັບຊົມໄດ້ທາງຊ່ອງ YouTube: ວິດີໂອສໍາລັບການພັດທະນາຄູ Teacher Development Videos ແລະ ທາງຊ່ອງໂທລະພາບສຶກສາ ແລະ ກິລາ ທາງຈານດາວທຽມລາວແຊັດ ຊ່ອງ 8. ສາລະຄະດີຄູຕົວແບບ ແມ່ນໂຄງການທີ່ໄດ້ຮັບການສະໜັບສະໜູນໂດຍ ລັດຖະບານອົດສະຕຣາລີ ແລະ ອົງການ USAID ໂດຍຜ່ານແຜນງານບີຄວາ. ຈຸດປະສົງຂອງສາລະຄະດີທີ່ມີການສຳພາດຕົວຈິງນີ້ ແມ່ນເພື່ອສົ່ງເສີມ ແລະ ແບ່ງປັນການປະຕິບັດຕົວຈິງເພື່ອສົ່ງເສີມການສອນທີ່ດີທີ່ສຸດດ້ວຍຫຼັກສູດສະບັບປັບປຸງໃໝ່ ແລະ ຍົກໃຫ້ເຫັນວິທີທີ່ໄດ້ຮັບການພັດທະນາເພື່ອສາມາດຍົກໃຫ້ເຫັນຄວາມທ້າທາຍໃນການຮຽນການສອນ.

ທ່ານສາມາດເບິ່ງວິດີໂອໄດ້ທີ່ລິ້ງນີ້: https://youtu.be/21E4X1s4o0A?si=u9r1uCTOQ_vnC1fY