ຄູສາທິດການສອນພ້ອມກັນເປັນຄູ່ ເຊິ່ງເປັນວິທີຂອງການສອນເປັນຄູ່

ວິດີໂອສຳລັບການພັດທະນາຄູ ຕອນໃໝ່ ທີ່ສະແດງໃຫ້ເຫັນເຖິງວິທີທີ່ຄູສາມາດປັບປຸງທັກສະຂອງເຂົາເຈົ້າໂດຍໃຊ້ເຕັກນິກການສອນເປັນຄູ່ໄດ້ອອກອາກາດແລ້ວ

ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໄດ້ນຳສະເໜີວີດີໂອສຳລັບການພັດທະນາຄູຕອນໃໝ່ ການນຳໃຊ້ ‘ການສອນເປັນຄູ່’ ເພື່ອສົ່ງເສີມໃຫ້ຄູໄດ້ຮຽນຮູ້ຈາກຄູດ້ວຍກັນ ແລະ ໄດ້ທົດລອງການປະຕິບັດເຕັກນິກການສອນແບບໃໝ່ໃນຫ້ອງຮຽນ. ການສອນເປັນຄູ່ ແມ່ນກິດຈະກໍາການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ເຊິ່ງຄູສອນສອງຄົນ, ຫຼື ຄູສອນຫນຶ່ງຄົນ ແລະ ຜູ້ສະຫນັບສະຫນູນດ້ານການສອນ ຈະເຮັດວຽກຮ່ວມກັນເພື່ອວາງແຜນການສອນ, ສອນ ແລະ ທົບທວນຄືນບົດຮຽນນຳກັນ. ຈຸດປະສົງຂອງການສອນເປັນຄູ່ ແມ່ນເພື່ອໃຫ້ຄູຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອຮຽນຮູ້ກິດຈະກຳໃນຫ້ອງຮຽນ ແລະ ວິທີການການສອນແບບໃໝ່. ເຊິ່ງວິທີດັ່ງກ່າວ ແມ່ນເໝາະສົມສໍາລັບຄູທີ່ມີປະສົບການທີ່ຈະແບ່ງປັນຄວາມຮູ້ ແລະ ຄວາມສາມາດຂອງເຂົາເຈົ້າ ເພື່ອຊ່ວຍເຫຼືອແບບ “ຝຶກສອນຕົວຈິງ” ກັບເພື່ອນຮ່ວມງານຂອງເຂົາເຈົ້າ. ວິທີນີ້ຈະຊຸກຍູ້ໃຫ້ມີຄວາມຄິດສ້າງສັນ, ແໜ້ນແຟ້ນຄວາມສາມັກຄີໃນການສອນລະຫວ່າງຄູ ແລະ ສ້າງກຸ່ມຂອງຄູເພື່ອຊ່ວຍເຫຼືອກັນ.

ວີດີໂອການສອນເປັນຄູ່ ແມ່ນຜະລິດໂດຍ ຂະແໜງສື່ອີເລັກໂຕຼນິກ ແລະ ການສຶກສາທາງໄກ ຂອງສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ໂດຍໄດ້ຮັບການສະໜັບສະໜູນຈາກ ຄູຈາກວິທະຍາໄລຄູ 6 ທ່ານ ຈາກ ວິທະຍາໄລຄູແຂວງສະຫວັນນະເຂດ, ວິທະຍາໄລຄູຄັງໄຂ ແລະ ວິທະຍາໄລຄູຫຼວງນ້ຳທາ ແລະ ວິຊາການຈາກກົມສ້າງຄູ.

ທ່ານ ຮສ.ປອ ອານຸລົມ ວິໄລພອນ, ຜູ້ອຳນວຍການ ສວສ ໄດ້ກ່າວວ່າ “ຄູສອນໃນ ສປປ ລາວ ໃນບາງບ່ອນອາດຈະເຮັດວຽກຢູ່ໃນສະພາບທີ່ຫຍຸ້ງຍາກ ແລະ ຫ່າງໄກ. ການຮຽນຮູ້ເອົາວິທີການໃໝ່ໆເຂົ້າໃນການສອນຕາມຄວາມຮຽກຮ້ອງຕ້ອງການ ເພື່ອຊ່ວຍໃຫ້ສາມາດປະຕິບັດການສອນດ້ວຍຫຼັກສູດຊັັ້ນປະຖົມສຶກສາສະບັບປັບປຸງໃໝ່ນັ້ນອາດເປັນສິ່ງທ້າທາຍ ຫາກບໍ່ໄດ້ຮັບການສະໜັບສະໜຸນ. ຈຸດປະສົງຂອງວິດີໂອສຳລັບການພັດທະນາຄູ ແມ່ນເພື່ອຊ່ວຍໃຫ້ຄູສອນຊັ້ນປະຖົມສຶກສາໄດ້ຮັບຄໍາແນະນໍາ ແລະ ເຫັນຕົວຢ່າງທີ່ຕົວຈິງຂອງວິທີການທີ່ເຂົາເຈົ້າສາມາດນໍາໃຊ້ວິທີການສອນແບບໃໝ່ ເພື່ອປັບປຸງທັກສະການສອນຂອງເຂົາເຈົ້າ ແລະ ແກ້ໄຂສິ່ງທ້າທາຍໃນການສອນ.”

ທ່ານ ນາງ ວາເນັດຊ້າ ເຮັກກາທີ້, ເລຂາເອກ, ສະຖານທູດອົດສະຕຣາລີ ໄດ້ກ່າວວ່າ, “ການຊ່ວຍເຫຼືອຂອງລັດຖະບານອົດສະຕຣາລີ ຕໍ່ຂະແໜງການສຶກສາຂອງ ສປປ ລາວ ໄດ້ຂະຫຍາຍກວ້າງໄປເຖິງການສ້າງຄວາມເຂັ້ມແຂງໃຫ້ແກ່ຄູສອນ ດ້ວຍວິທີການສິດສອນແບບໃໝ່ພາຍໃຕ້ຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງ. ຄຳໝັ້ນສັນຍາດັ່ງກ່າວ ແນໃສ່ຍົກສູງຄວາມສາມາດຂອງຄູ ເພື່ອເຮັດໃຫ້ຫຼັກສູດການຮຽນການສອນປະສົບຜົນສຳເລັດໂດຍ ສາມາດນຳໃຊ້ໄດ້ໃນຊີວິດ, ມີການຮ່ວມມືກັນ, ລວມເອົາປະສົບການຕົວຈິງໃນການຮຽນຮູ້, ຮັບປະກັນໃຫ້ຄູມີຄວາມໝັ້ນໃຈ, ຄູມີທັກສະໃນການສອນຫຼັກສູດທີ່ມີປະສິດທິພາບ ແລະ ໄດ້ຮັບການສະໜັບສະໜູນຈາກການພັດທະນາວິຊາຊີບຄູແບບຕໍ່ເນື່ອງຕາມຄວາມຕ້ອງການຂອງທ້ອງຖິ່ນຂອງຕົນ. ການຮ່ວມມືນີ້ກັບ ສວສ, ໂດຍຜ່ານແຜນງານບີຄວາ ເພື່ອຜະລິດວິດີໂອສຳລັບການພັດທະນາຄູຕອນໃໝ່ເພີ່ມ ແມ່ນສ່ວນໜຶ່ງຂອງຍຸດທະສາດຂອງພວກເຮົາເພື່ອສະໜັບສະໜູນການຮຽນຮູ້ດ້ວຍຕົນເອງ ແລະ ການພັດທະນາວິຊາຊີບຂອງຄູ.”

ຄູສາທິດການວາງແຜນກ່ອນການສອນເປັນຄູ່

ຄູຈາກວິທະຍາໄລຄູຊ່ວຍກຳກັບການຖ່າຍທຳ

ວີດີໂອການສອນເປັນຄູ່ ຖ່າຍທຳຢູ່ໃນຫ້ອງຮຽນຕົວຈິງ ທີ່ແຂວງສະຫວັນນະເຂດ. ວິດີໂອໄດ້ອະທິບາຍສາມຂັ້ນຕອນຂອງການສອນເປັນຄູ່ຄື: ການວາງແຜນກ່ອນການສອນເປັນຄູ່, ການດຳເນີນການສອນເປັນຄູ່ ແລະ ການສະທ້ອນຄືນຫຼັງການສອນເປັນຄູ່. ແຕ່ລະຂັ້ນຕອນເຫຼົ່ານີ້ຖຶກຖ່າຍທອດໂດຍການສອນຕົວຈິງຂອງຄູ, ຄູຝຶກ ແລະ ນັກຮຽນ. ເຕັກນິກທີ່ສະແດງໃຫ້ເຫັນແມ່ນງ່າຍ ແລະ ຈະຊ່ວຍໃຫ້ຄູມີຄວາມຫມັ້ນໃຈໃນການສິດສອນຫຼັກສູດສະບັບປັບປຸງ.

ວິດີໂອນີ້ ໄດ້ອອກອາກາດທາງ ຊ່ອງ Lao ESTV-ຊ່ອງໂທລະພາບສຶກສາ ແລະ ກິລາ ທາງຊ່ອງ 8 ຈານດາວທຽວລາວແຊັດ ແລະ ຍັງສາມາດເບິ່ງໄດ້ທາງ ແພຼັດຟອມ ຄັງປັນຍາລາວ ແລະ ຊ່ອງ ຢູທູບ Youtube ວິດີໂອສໍາລັບການພັດທະນາຄູ Teacher Development Videos.

ຖ່າຍທຳວິດີໂອສຳລັບການພັດທະນາຕອນໃໝ່

ຄະນະຖ່າຍທໍາ ແລະ ທີມນັກສະແດງ

ຊ່ອງ YouTube ວິດີໂອສຳລັບການພັດທະນາຄູ ໄດ້ສ້າງຂື້ນແຕ່ປີ 2019 ໂດຍ ກະຊວງສຶກສາທິການ ແລະ ກິລາ ໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ, ຜ່ານແຜນງານບີຄວາ. ຊ່ອງທາງດັ່ງກ່າວເປັນຜົນສໍາເລັດອັນຍິ່ງໃຫຍ່ເຊິ່ງໄດ້ຮັບເຖິງ 4 ລ້ານວິວ. ໃນຊ່ອງດັ່ງກ່າວຍັງມີວິດີໂອການສຳລັບການພັດທະນາຄູອີກຫຼາຍຕອນ, ສາລະຄະດີຄູຕົວແບບ ແລະ ສື່ການຮຽນການສອນທີ່ເປັນຟາຍສຽງສຳລັບຄູຊັ້ນປະຖົມສຶກສາ, ຄູຝຶກ ແລະ ຜູ້ເຮັດວຽກສຶກສານິເທດ. ມີບັນດາວິດີໂອຂອງຫຼາຍວິຊາ ແລະ ເຕັກນິກຕ່າງໆກ່ຽວກັບວິທີການປະຕິບັດວິທີການຮຽນການສອນແບບໃຫມ່ຂອງຫຼັກສູດ. ຫົວຂໍ້ວິດີໂອສຳລັບການພັດທະນາຄູແມ່ນໄດ້ຖືກຄັດເລືອກໂດຍອີງໃສ່ສິ່ງທ້າທາຍທີ່ສໍາຄັນທີ່ຄູໄດ້ພົບຕົວຈິງ ແລະ ຈາກຄໍາຄິດເຫັນຈາກຄູ. ຄູສາມາດນໍາໃຊ້ວິດີໂອເພື່ອກະກຽມບົດຮຽນ, ປັບປຸງວິທີການສອນຂອງຕົນ ແລະ ຮຽນຮູ້ ຫຼື ທົບທວນຄືນເຕັກນິກສະເພາະຈາກຄູຜູ້ທີ່ເຄີຍໄດ້ສອນຫຼັກສູດສະບັບປັບປຸງໃຫມ່. ພ້ອມທັງສາມາດເປີດຟ້າຍສຽງ, ເພງ ແລະ ບົດເລື່ອງພາສາອັງກິດ ໃຫ້ນັກຮຽນຟັງໃນຫ້ອງຮຽນ. ວິດີໂອທັງໝົດຖືກແປພາສາມືເພື່ອການເຂົ້າເຖິງໄດ້ຫຼາຍຂຶ້ນ.

ແຜນງານບີຄວາ ແມ່ນແຜນງານທີ່ນຳພາໂດຍລັດຖະບານລາວໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ແລະ ອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID). ແຜນງານນີ້ ໄດ້ສຸມໃສ່ການເສີມຂະຫຍາຍຜົນໄດ້ຮັບທາງດ້ານການຮຽນຮູ້ຂອງຊາວໜຸ່ມໃນ ປະເທດ, ໂດຍສະເພາະຜູ້ທີ່ຕ້ອງການຄວາມຊ່ວຍເຫຼືອ ແລະ ຜູ້ທີ່ດ້ອຍໂອກາດ. ແຜນງານບີຄວາ ຍັງຈະສືບຕໍ່ສຸມໃສ່ການຮັບປະກັນຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການສົ່ງເສີມການສຶກສາຮຽນຮ່ວມເຂົ້າໃນທຸກໆກິດຈະກໍາ.

ກົດຮັບຊົມວິດີໂອໄດ້ທີ່ລິ້ງນີ້: https://youtu.be/a6Cz1_-joRU?si=nK8_mXuc-xdlnc1B