
ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ລັດຖະບານອົດສະຕຣາລີ ສະເຫຼີມສະຫຼອງການເລີ່ມຕົ້ນການສອນຫຼັກສູດສະບັບປັບປຸງໃໝ່ຂອງ ຂັ້ນ ປ.4 ແລະ ຮັບຮູ້ບົດບາດສຳຄັນຂອງຄູໃນຜົນສຳເລັດຂອງຫຼັກສູດສະບັບປັບປຸງໃໝ່ ໃນ ສປປ ລາວ
ເນື່ອງໃນໂອກາດວັນຄູ, ທ່ານ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍ ພະນະທ່ານ ຮອງເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ ໄດ້ມອບອຸປະກອນການຮຽນການສອນ ຂັ້ນ ປ.4 ໃຫ້ແກ່ຄູຢ່າງເປັນທາງການ

ອົດສະຕຣາລີ ສະໜັບສະໜູນກະຊວງສຶກສາທິການ ແລະ ກິລາ ໃນການຂຽນປຶ້ມແບບຮຽນ ແລະ ຄູ່ມືຄູ ສຳລັບຫຼັກສູດໃໝ່ວິຊາວິທະຍາສາດ ແລະ ສິ່ງແວດລ້ອມ ຊັ້ນ ປ.5
ຫຼັກສູດວິທະຍາສາດ ແລະ ສິ່ງແວດລ້ອມ ຊັ້ນປະຖົມສະບັບປັບປຸງໃໝ່ໄດ້ເໜັ້ນໃສ່ການຮຽນຮູ້ດ້ວຍການປະຕິບັດຕົວຈິງຜ່ານການທົດລອງ ທີ່ຈະຊ່ວຍໃຫ້ນັກຮຽນສາມາດໝູນໃຊ້ວິທະຍາສາດເຂົ້າໃນຊີວິດປະຈໍາວັນ ແລະ ໃນແວດລ້ອມຊຸມຊົນຂອງເຂົາເຈົ້າ

ລັດຖະບານປະເທດອົດສະຕຣາລີ ໂດຍຜ່ານແຜນງານບີຄວາ, ໄດ້ຕິດຕັ້ງລະບົບບັນທຶກສຽງທີ່ທັນສະໄໝໃໝ່ ຢູ່ໃນຫ້ອງສະຕູດິໂອສຽງ ຂອງກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ
The new sound recording system will enable the Ministry to enhance the quality of their radio program as well as their audio teaching and learning resources production

ກະຊວງສຶກສາທິການ ແລະ ກິລາ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໄດ້ເປັນເຈົ້າພາບໃນການຈັດກອງປະຊຸມກ່ຽວກັບໂຄງການທົດລອງການຝຶກເວົ້າພາສາລາວ, ຈຸດປະສົງແມ່ນເພື່ອປຶກສາຫາລືກັນກ່ຽວກັບພາກສ່ວນທີ່ກ່ຽວຂ້ອງໃນການສະໜັບສະໜູນນັກຮຽນ ຂັ້ນ ປ.1 ຜູ້ທີ່ບໍ່ເວົ້າພາສາລາວເປັນພາສາທີໜຶ່ງໃນໂຮງຮຽນປະຖົມສຶກສາຢູ່ເຂດຊົນນະບົດ
ຫຼັກສູດການຝຶກເວົ້າພາສາລາວໄດ້ເຮັດການທົດລອງມາເປັນເວລາ 2 ປີແລ້ວໃນ 80 ໂຮງຮຽນທີ່ຢູ່ຫ່າງໄກສອກຫຼີກ ແລະ ໃນປັດຈຸບັນ, ຫຼັກສູດດັ່ງກ່າວພວມໄດ້ຮັບການປັບປຸງ ເພື່ອກຽມພ້ອມຜັນຂະຫຍາຍນຳໃຊ້ໃນແຂວງອື່ນໆຕື່ມອີກ.