
“ກອງປະຊຸມພັດທະນາຫຼັກສູດສ້າງຄູປະຖົມສຶກສາ – ການປະເມີນຜົນ” ໃນລະຫວ່າງວັນທີ 9-13 ທັນວາ 2019
“ຖ້າຄູບໍ່ມີຄວາມຮູ້ພື້ນຖານ ກ່ຽວກັບລາຍວິຊາທີ່ຕົນສອນຢ່າງເລີກເຊິ່ງ, ມີທັກສະການສອນທີ່ດີ ແລະ ເຕັກນິກການສອນທີ່ເໝາະສົມ, ພວກເຮົາກໍ່ຈະບໍ່ສາມາດບັນລຸຜົນການຮຽນຂອງນັກຮຽນຕາມເປົ້າໝາຍໄດ້” ກ່າວໂດຍ ທ່ານ ເກດ ພັນລັກ, ຫົວໜ້າກົມສ້າງຄູ (ສຄ). ພ້ອມດຽວກັນນັ້ນ, ການວິໄຈຈາກທົ່ວໂລກຢຶນຢັນ ແລະ ຊີ້ໃຫ້ເຫັນແລ້ວວ່າ ຄຸນນະພາບຂອງຄູສອນແມ່ນມີຜົນກະທົບໂດຍກົງຕໍ່ຜົນສຳເລັດທາງດ້ານການຮຽນຮູ້ຂອງນັກຮຽນ.

ກອງປະຊຸມຖອດຖອນບົດຮຽນ ກອງທຶນນະວັດຕະກຳໃໝ່ດ້ານການສຶກສາຂອງແຜນງານບີຄວາ (BEQUAL Education Innovation Fund – BEIF)
ພວກເຮົາຈະສົ່ງເສີມ ແລະ ທົດລອງກິດຈະກຳໃໝ່ ແລະ ນະວັດຕະກຳໃໝ່ເພື່ອປັບປຸງການມີສ່ວນຮ່ວມ ແລະ ການເຂົ້າເຖິງການສຶກສາຊັ້ນປະຖົມສຶກສາແນວໃດ? ພວກເຮົາຈະເສີມສ້າງຄວາມເຂັ້ມແຂງໃຫ້ຂັ້ນແຂວງ, ຂັ້ນເມືອງ, ຂັ້ນໂຮງຮຽນ ແລະ ຊຸມຊົນໃຫ້ມີຄວາມສາມາດໃນການຄຸ້ມຄອງບໍລິຫານ, ປະສານງານ ແລະ ຈັດຕັ້ງປະຕິບັດກິດຈະກຳການສຶກສາຮູບແບບໃໝ່ເຫຼົ່ານີ້ແນວໃດ?

ໂຄງການທົດລອງໃໝ່ກ່ຽວກັບການຝຶກເວົ້າພາສາລາວສຳລັບນັກຮຽນຂັ້ນ ປ.1 ທີ່ເວົ້າພາສາລາວເປັນພາສາທີສອງ ໄດ້ເລີ່ມທົດລອງແລ້ວໃນ 4 ແຂວງ
ໃນເດືອນກັນຍາ 2019 ທີ່ຜ່ານມາ, ກະຊວງສຶກສາທິການ ແລະ ກິລາຂອງ ສປປ ລາວ, ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ແລະ ສະຫະພາບເອີຣົບ ໂດຍຜ່ານແຜນງານບີຄວາ ໄດ້ເລີ່ມຈັດຕັ້ງປະຕິບັດໂຄງການທົດລອງຝຶກເວົ້າພາສາລາວສຳລັບນັກຮຽນ ຂັ້ນ ປ.1 ຜູ້ທີ່ເລີ່ມເຂົ້າຮຽນໃໝ່ ແຕ່ບໍ່ຮູ້ພາສາລາວ ຫຼື ເຂົ້າໃຈພາສາລາວພຽງເລັກໜ້ອຍ

ກອງປະຊຸມພັດທະນາ ແລະ ປັບປຸງຫຼັກສູດການກໍ່ສ້າງຄູ ລະດັບອະນຸປະລິນຍາໃນລະຫວ່າງວັນທີ 11-15 ພະຈິກ 2019 ທີ່ສູນ ໄອຊີທີ ກະຊວງສຶກສາທິການ ແລະ ກິລາ
ນັບແຕ່ປີ 2015, ກະຊວງສຶກສາທິການ ແລະ ກິລາ (ສສກ), ພາຍໃຕ້ການສະໜັບສະໜູນຂອງລັດຖະບານອົດສະຕຣາລີ ແລະ ສະຫະພາບເອີຣົບ ໂດຍຜ່ານແຜນງານບີຄວາ ໄດ້ປັບປຸງຫຼັກສູດຊັ້ນປະຖົມສຶກສາ ແລະ ຫຼັກສູດສ້າງຄູປະຖົມສຶກສາ.

ການຮັບຮອງປຶ້ມແບບຮຽນ ແລະ ຄູ່ມືຄູ ຂັ້ນ ປ.2 ສະບັບປັບປຸງໃໝ່ ສຳລັບສົກຮຽນ 2020-21
ນັບຕັ້ງແຕ່ປີ 2015, ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ພັດທະນາຫຼັກສູດຊັ້ນປະຖົມສະບັບປັບປຸງໃໝ່ ຄຽງຄູ່ກັບສື່ການຮຽນການສອນສະບັບປັບປຸງໃໝ່ສຳລັບນັກຮຽນ ແລະ ຄູສອນ. ການຈັດຕັ້ງປະຕິບັດຫຼັກສູດສະບັບປັບປຸງໃໝ່ໄດ້ເລີ່ມນຳໃຊ້ໃນເດືອນກັນຍາ ສຳລັບຂັ້ນ ປ.1 ແລະ ການພັດທະນາຫຼັກສູດນີ້ຈະປັບປຸງໄປເທື່ອລະຂັ້ນຕໍ່ປີ

ອົດສະຕຣາລີສະໜັບສະໜູນເດັກນ້ອຍລາວໃນເຂດຫ່າງໄກສອກຫຼີກເພື່ອໃຫ້ເຂົາເຈົ້າໄດ້ມີໂອກາດເຂົ້າເຖິງການສຶກສາຫຼາຍຂຶ້ນ
ພິທີມອບຮັບໄດ້ຈັດຂຶ້ນຢູ່ທີ່ກະຊວງສຶກສາທິການ ແລະ ກິລາມື້ນີ້ໂດຍການເຂົ້າຮ່ວມຂອງທ່ານຜູ້ຕາງໜ້າຈາກກົມທີ່ກ່ຽວຂ້ອງໃນກະຊວງສຶກສາທິການ ແລະ ກິລາ, ພະແນກສຶກສາທິການ ແລະ ກິລາແຂວງຈາກ 9 ແຂວງ ທີ່ໄດ້ຮັບຜົນປະໂຫຍດຈາກການສະໜັບສະໜູນ, ພ້ອມກັນກັບຄູ່ຮ່ວມຈັດຕັ້ງປະຕິບັດ ແລະ ອົງການທີ່ບໍ່ຂຶ້ນກັບລັດຖະບານອື່ນໆ