Opening ceremony of the new BEQUAL office based in Savannakhet TTC

ອົດສະຕຣາລີ, ໂດຍຜ່ານທາງແຜນງານບີຄວາ ແລະ ກົມສ້າງຄູ ໄດ້ເຮັດວຽກຮ່ວມກັນ ເພື່ອເສີມສ້າງຂີດຄວາມສາມາດໃຫ້ແກ່ ວິທະຍາໄລຄູ ເປົ້າໝາຍ ໃນການປະຕິບັດວຽກງານການພັດທະນາວິຊາຊີບຄູແບບຕໍ່ເນື່ອງ

ໃນວັນທີ 29 ພະຈິກ ນີ້, ທ່ານ ເກດ ພັນລັກ, ຫົວໜ້າກົມສ້າງຄູ (ກົມ ສຄ) ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນ. ຣີເບັກກ້າ ແມັກຮິວ, ຫົວຫນ້າທີມຂອງແຜນງານບີຄວາ ໄດ້ໄປຢ້ຽມຢາມວິທະຍາໄລຄູ (ວຄ) ສະຫວັນນະເຂດ ເພື່ອທຳການເປີດຫ້ອງການຂອງແຜນງານບີຄວາ ຢູ່ທີ່ ວຄ ດັ່ງກ່າວ ຢ່າງເປັນການ. ໃນພິທີ ພວກທ່ານ ໄດ້ພົບປະກັບ ທ່ານ ລັດສະໝີ ພະໄຊສີ, ຜູ້ອຳນວຍການ ວຄ ສະຫວັນນະເຂດ ແລະ ບຸກຄະລາກອນທີ່ກ່ຽວຂ້ອງ ຂອງ ວຄ ດັ່ງກ່າວ ເພື່ອສະແດງຄວາມຂອບໃຈ ທີ່ທາງ ວຄ ສະຫວັນນະເຂດ ໄດ້ຕົກລົງເຫັນດີ ແລະ ອະນຸຍາດໃຫ້ເປີດຫ້ອງການຂອງແຜນງານບີຄວາ ໄລຍະທີ 2 ຢູ່ໃນ ວຄ ດັ່ງກ່າວ ແລະ ທັງສອງຝ່າຍ ຍັງໄດ້ສົນທະນາກັນ ກ່ຽວກັບການວາງແຜນ ແລະ ການປະສານສົມທົບກັນ ເພື່ອຈັດຕັ້ງປະຕິບັດວຽກງານຮ່ວມກັນ. ນອກຈາກນີ້, ບັນດາຕົວແທນຈາກ ສກຂ ແຂວງສະຫວັນນະເຂດ ແລະ ແຂວງຄຳມ່ວນ ກໍຍັງໄດ້ເຂົ້າຮ່ວມໃນການສົນທະນາ ແລະ ພິທີເປີດຫ້ອງການໃນຄັ້ງນີ້ນຳ.

ທ່ານ ເກດ ພັນລັກ ໄດ້ກ່າວວ່າ “ການສ້າງຕັ້ງຫ້ອງການຂອງແຜນງານບີຄວາ ໄລຍະທີ 2 ຢູ່ໃນ ວຄ ເປົ້າໝາຍທັງສາມແຫ່ງ ແມ່ນສ່ວນສຳຄັນໃນການຮັບປະກັນໃຫ້ການປະສານງານກັນ ລະຫວ່າງກົມສ້າງຄູ ແລະ ລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ໃຫ້ມີປະສິດທິພາບ ແລະ ສະດວກຂຶ້ນ. ລັດຖະບານ ອົດສະຕຣາລີ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະໃຫ້ການສະໜັບສະໜູນ ເພື່ອປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດການເຂົ້າເຖິງການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ຢູ່ໃນ ລາວ ໃຫ້ດີຂຶ້ນ. ກົມ ສຄ ຈະເຮັດວຽກຮ່ວມກັນກັບແຜນງານບີຄວາ ເພື່ອຮັບປະກັນວ່າ: ວິໄສທັດດັ່ງກ່າວນີ້ ຈະຖືກຮັບຮູ້ຢ່າງກວ້າງຂວາງ ແລະ ເພື່ອຮັບປະກັນໃຫ້ຄູສອນ ສາມາດປັບປຸງຮູບແບບການສອນ ແລະ ການປະຕິບັດໜ້າທີ່ຂອງຕົນ ຢູ່ໃນຫ້ອງຮຽນ ໄດ້ຢ່າງມີປະສິດທິພາບ.”

ໃນໂອກາດດຽວກັນນີ້, ທ່ານ ນ. ຣີເບັກກ້າ ແມັກຮິວ ກໍໄດ້ກ່າວວ່າ “ລັດຖະບານອົດສະຕຣາລີ, ໂດຍຜ່ານແຜນງານບີຄວາ, ໄດ້ສຸມໃສ່ການປະຕິບັດການ ເພື່ອຮັບປະກັນວ່າ ຄູປະຖົມ ມີຂີດຄວາມສາມາດທີ່ເພີ່ມຂຶ້ນ ເພື່ອໃຫ້ສາມາດຕອບສະໜອງຄວາມຕ້ອງການດ້ານການຮຽນຮູ້ຂອງນັກຮຽນໄດ້ດີຂຶ້ນໄດ້. ແຜນງານບີຄວາ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະປະຕິບັດວຽກຮ່ວມກັບກົມ ສຄ ແລະ ວຄ ເປົ້າໝາຍຂອງພວກເຮົາ ເພື່ອທຳການເສີມສ້າງຂີດຄວາມສາມາດຂອງພະນັກງານທີ່ກ່ຽວຂ້ອງ ເພື່ອໃຫ້ປະຕິບັດບັນດາກິດຈະກຳ ແລະ ໃຫ້ການສະໜັບສະໜູນການພັດທະນາວິຊາຊີບຄູ ໄດ້ຢ່າງມີຄຸນນະພາບ. ໃນໄລຍະທີ 2 ຂອງແຜນງານ ແມ່ນຈະສຸມໃສ່ ປັບປຸງຄຸນນະພາບການສອນ ແລະ ພວກເຮົາ ດີໃຈຫຼາຍ ທີ່ສາມາດເຮັດວຽກໂດຍກົງກັບ ວຄ ເພື່ອສະໜັບສະໜູນການປັບປຸງ ແລະ ບັນດາໂຄງການລິເລີ່ມທີ່ສຳຄັນຫຼາຍໃນຂົງເຂດນີ້.”

Director of Savannakhet TTC welcoming the Department of Teacher Education and BEQUAL Team to the new office in the TTC

Visiting the new BEQUAL office in Savannakhet TTC

ຈຸດສຸມຂອງແຜນງານບີຄວາ ໃນໄລຍະທີ 2 ແມ່ນ ເພື່ອປັບປຸງຄຸນນະພາບຂອງການສອນໃນຊັ້ນປະຖົມ. ເປົ້າໝາຍຂອງແຜນງານ ສຳລັບໄລຍະທີ 2 ແມ່ນ “ໃຫ້ເດັກຍິງ ແລະ ເດັກຊາຍ ໃນເກນອາຍຸເຂົ້າຮຽນຊັ້ນປະຖົມທຸກຄົນ, ໂດຍສະເພາະແມ່ນເດັກດ້ອຍໂອກາດ, ມີຜົນການຮຽນທີ່ດີຂຶ້ນ ເຊິ່ງເປັນການຢັ້ງຢືນຈຸດສຸມຂອງແຜນງານບີຄວາ ທີ່ເນັ້ນໃສ່ນັກຮຽນທີ່ດ້ອຍໂອກາດ. ເປົ້າໝາຍຫຼັກຂອງແຜນງານ ແມ່ນການເນັ້ນໜັກໃສ່ບັນຫາຄວາມສະເໝີພາບຍິງຊາຍ, ການຍົກສູງບົດບາດຂອງຄົນພິການ ແລະ ການມີສ່ວນຮ່ວມຂອງທຸກຄົນໃນສັງຄົມ.

ບູລິມະສິດທີ່ສຳຄັນໜຶ່ງ ຂອງແຜນງານໃນໄລຍະທີ 2 ແມ່ນເພື່ອສະໜັບສະໜູນກົມ ສຄ ໃນການພັດທະນາລະບົບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ (CPD) ເພື່ອສະໜອງການສະໜັບສະໜູນດ້ານການສອນແບບຕໍ່ເນື່ອງ ແລະ ໂດຍກົງ ໃຫ້ແກ່ຄູປະຖົມ ເພື່ອໃຫ້ສາມາດບັນລຸໄດ້ຕາມຈຸດປະສົງຂອງການປັບປຸງການສອນ. ພາຍໃຕ້ການຊີ້ນຳຂອງກົມ ສຄ, ທີມງານພະນັກງານ ທີ່ຈະໃຫ້ການສະໜັບສະໜູນດ້ານການສອນ ໃນຂັ້ນໂຮງຮຽນ ຈະໄດ້ຮັບການຝຶກອົບຮົມພັດທະນາຂີດຄວາມສາມາດ ແລະ ໃຫ້ການຊ່ວຍເຫຼືອຄູ ດ້ວຍວິທີການແບບທ້ອງຖິ່ນ ທີ່ສາມາດຕອບສະໜອງໄດ້ຕາມຄວາມຕ້ອງການດ້ານການພັດທະນາຂອງຄູ. ແຜນງານບີຄວາ ຈະເຮັດວຽກຮ່ວມກັນ ເພື່ອເສີມສ້າງຂີດຄວາມສາມາດຂອງພະນັກງານຫຼັກແຫຼ່ງ ວຄ ເພື່ອໃຫ້ສາມາດຈັດຝຶກອົບຮົມ ແລະ ໃຫ້ການຊ່ວຍເຫຼືອດ້ານວິຊາການ ແກ່ພະນັກງານທີ່ໃຫ້ການຊ່ວຍເຫຼືອດ້ານການນິເທດໃນຂັ້ນໂຮງຮຽນ ເພື່ອຮັບປະກັນໃຫ້ພວກເຂົາ ມີຄວາມຮູ້ຄວາມສາມາດ ໃນການປະຕິບັດໜ້າທີ່ບົດບາດຂອງພວກເຂົາໄດ້.

ໃນໄລຍະທີ 2 ນີ້, ແຜນງານບີຄວາ ຈະເຮັດວຽກໂດຍກົງກັບ ວຄ ເປົ້າໝາຍທັງສາມແຫ່ງ (ສະຫວັນນະເຂດ, ຫຼວງນ້ຳທາ ແລະ ຄັງໄຂ), ພະແນກສຶກສາທິການ ແລະ ກິລາແຂວງເປົ້າໝາຍ 7 ແຂວງ (ສກຂ – ຫຼວງນໍ້າທາ, ບໍ່ແກ້ວ, ຜົ້ງສາລີ, ຊຽງຂວາງ, ຫົວພັນ, ສະຫວັນນະເຂດ ແລະ ຄໍ່າມ່ວນ) ແລະ 30 ເມືອງເປົ້າໝາຍ ຢູ່ພາຍໃນແຂວງເຫຼົ່ານີ້. ເພື່ອໃຫ້ການປະສານງານເປັນໄປດ້ວຍຄວາມສະດວກ ແລະ ມີປະສິດທິພາບນັ້ນ, ແຜນງານ ຈະສ້າງຕັ້ງຫ້ອງການ ຢູ່ພາຍໃນ ວຄ ເປົ້າໝາຍທັງສາມແຫ່ງ ໂດຍຈະມີທີມງານຂອງແຜນງານ ບີຄວາ ປະຈຳຫ້ອງການຢູ່ໃນ ວຄ ແຕ່ລະແຫ່ງ ຈຳນວນສາມຄົນ. ຫ້ອງການ ຢູ່ທີ່ ວຄ ສະຫວັນນະເຂດ ແມ່ນຫ້ອງການທຳອິດໃນຈຳນວນສາມແຫ່ງ ທີ່ພ້ອມເປີດດຳເນີນງານ. ສ່ວນຫ້ອງການອີກສອງແຫ່ງ ຢູ່ທີ່ ວຄ ຫຼວງນໍ້າທາ ແລະ ຄັງໄຄ ແມ່ນຈະພ້ອມເປີດໃຊ້ງານຢ່າງເປັນທາງການໃນເດືອນມັງກອນ 2023.

ກົມສ້າງຄູ ມີໜ້າທີ່ຮັບຜິດຊອບໂດຍລວມ ກ່ຽວກັບການຄຸ້ມຄອງ ແລະ ການຈັດຕັ້ງປະຕິບັດວຽກງານ CPD ສໍາລັບຄູ ໃນທົ່ວປະເທດ ໂດຍຜ່ານທາງ ວຄ ແລະ ໂດຍໄດ້ຮັບການຮ່ວມມືຈາກ ພະແນກ ສຶກສາທິການ ແລະ ກິລາແຂວງ (ສກຂ) ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງ (ສກມ). ແຜນງານບີຄວາ ຈະສະໜັບສະໜູນກົມ ສຄ ໃນການເຜີຍແຜ່ວິໄສທັດ ກ່ຽວກັບວຽກງານ CPD ສຳລັບຄູ ໂດຍຜ່ານການປະສານສົມທົບກັບ ວຄ, ສກຂ ແລະ ສກມ ເປົ້າໝາຍ.

ທ່ານ ເກດ ພັນລັກ ໄດ້ກ່າວວ່າ “ຂ້າພະເຈົ້າ ຫວັງໄວ້ວ່າ ການຮ່ວມມືຂອງພວກເຮົາ ແລະ ລັດຖະບານອົດຕຣາລີ ໃນໄລຍະທີ 2 ຂອງແຜນງານບີຄວາ ຈະໄດ້ສືບຕໍ່ໄປ ແລະ ໄດ້ຮັບຜົນສຳເລັດເປັນຢ່າງດີ ພວກເຮົາຈະໄດ້ເຮັດວຽກຮ່ວມກັນ ເພື່ອປັບປຸງຄຸນນະພາບຂອງການຮຽນ ການສອນໃນຊັ້ນປະຖົມ ຢູ່ໃນ ສປປ ລາວ.”

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *