
ພວກເຮົາຈະປະດິດ ແລະ ນໍາໃຊ້ບັດຄໍາ ແລະ ບັດຮູບພາບຄືແນວໃດ: ວິດີໂອສໍາລັບການພັດທະນາຄູລ້າສຸດ ໄດ້ຖືກຜະລິດຂຶ້ນໂດຍກະຊວງສຶກສາທິການ ແລະ ກິລາ ແລະ ໄດ້ຮັບການສະໜັບສະໜູນຂອງລັດຖະບານອົດສະຕຣາລີ
Locally made teaching and learning resources is the topic of the new Role Model docuseries episode that has just been released on TV, radio and YouTube

ກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານອົດສະຕຣາລີ ໄດ້ເປີດການຝຶກອົບຮົມຄູສອນຊັ້ນປະຖົມສຶກສາຂັ້ນ ປ.4 ຢ່າງເປັນທາງການກ່ຽວກັບຫຼັກສູດສະບັບປັບປຸງໃໝ່ ເຊິ່ງເປັນການຝຶກອົບຮົມແບບປະສົມປະສານລະຫວ່າງຮູບແບບທາງໄກ ແລະ ແບບເຊິ່ງໜ້າ ເປັນເວລາ 6 ວັນ
The Master Trainers Training marks the beginning of an extensive series of cascade training to get over 9,000 Grade 4 teachers and pedagogical advisors ready to implement the new curriculum nationwide in September

ການສະໜັບສະໜູນ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ – ເລື່ອງລາວຂອງຄວາມສຳເລັດຈາກເມືອງ ສະໝ້ວຍ, ແຂວງ ສາລະວັນ
Australian Government, through its BEQUAL program, works with key counterparts at all levels of the Ministry of Education and Sports of Lao PDR to encourage and promote messages of gender equality and opportunities for women in implementation of program activities

“ກອງປະຊຸມພັດທະນາຫຼັກສູດສ້າງຄູປະຖົມສຶກສາ – ການປະເມີນຜົນ” ໃນລະຫວ່າງວັນທີ 9-13 ທັນວາ 2019
“ຖ້າຄູບໍ່ມີຄວາມຮູ້ພື້ນຖານ ກ່ຽວກັບລາຍວິຊາທີ່ຕົນສອນຢ່າງເລີກເຊິ່ງ, ມີທັກສະການສອນທີ່ດີ ແລະ ເຕັກນິກການສອນທີ່ເໝາະສົມ, ພວກເຮົາກໍ່ຈະບໍ່ສາມາດບັນລຸຜົນການຮຽນຂອງນັກຮຽນຕາມເປົ້າໝາຍໄດ້” ກ່າວໂດຍ ທ່ານ ເກດ ພັນລັກ, ຫົວໜ້າກົມສ້າງຄູ (ສຄ). ພ້ອມດຽວກັນນັ້ນ, ການວິໄຈຈາກທົ່ວໂລກຢຶນຢັນ ແລະ ຊີ້ໃຫ້ເຫັນແລ້ວວ່າ ຄຸນນະພາບຂອງຄູສອນແມ່ນມີຜົນກະທົບໂດຍກົງຕໍ່ຜົນສຳເລັດທາງດ້ານການຮຽນຮູ້ຂອງນັກຮຽນ.

ກອງປະຊຸມຖອດຖອນບົດຮຽນ ກອງທຶນນະວັດຕະກຳໃໝ່ດ້ານການສຶກສາຂອງແຜນງານບີຄວາ (BEQUAL Education Innovation Fund – BEIF)
ພວກເຮົາຈະສົ່ງເສີມ ແລະ ທົດລອງກິດຈະກຳໃໝ່ ແລະ ນະວັດຕະກຳໃໝ່ເພື່ອປັບປຸງການມີສ່ວນຮ່ວມ ແລະ ການເຂົ້າເຖິງການສຶກສາຊັ້ນປະຖົມສຶກສາແນວໃດ? ພວກເຮົາຈະເສີມສ້າງຄວາມເຂັ້ມແຂງໃຫ້ຂັ້ນແຂວງ, ຂັ້ນເມືອງ, ຂັ້ນໂຮງຮຽນ ແລະ ຊຸມຊົນໃຫ້ມີຄວາມສາມາດໃນການຄຸ້ມຄອງບໍລິຫານ, ປະສານງານ ແລະ ຈັດຕັ້ງປະຕິບັດກິດຈະກຳການສຶກສາຮູບແບບໃໝ່ເຫຼົ່ານີ້ແນວໃດ?

ໂຄງການທົດລອງໃໝ່ກ່ຽວກັບການຝຶກເວົ້າພາສາລາວສຳລັບນັກຮຽນຂັ້ນ ປ.1 ທີ່ເວົ້າພາສາລາວເປັນພາສາທີສອງ ໄດ້ເລີ່ມທົດລອງແລ້ວໃນ 4 ແຂວງ
ໃນເດືອນກັນຍາ 2019 ທີ່ຜ່ານມາ, ກະຊວງສຶກສາທິການ ແລະ ກິລາຂອງ ສປປ ລາວ, ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ແລະ ສະຫະພາບເອີຣົບ ໂດຍຜ່ານແຜນງານບີຄວາ ໄດ້ເລີ່ມຈັດຕັ້ງປະຕິບັດໂຄງການທົດລອງຝຶກເວົ້າພາສາລາວສຳລັບນັກຮຽນ ຂັ້ນ ປ.1 ຜູ້ທີ່ເລີ່ມເຂົ້າຮຽນໃໝ່ ແຕ່ບໍ່ຮູ້ພາສາລາວ ຫຼື ເຂົ້າໃຈພາສາລາວພຽງເລັກໜ້ອຍ

ກອງປະຊຸມພັດທະນາ ແລະ ປັບປຸງຫຼັກສູດການກໍ່ສ້າງຄູ ລະດັບອະນຸປະລິນຍາໃນລະຫວ່າງວັນທີ 11-15 ພະຈິກ 2019 ທີ່ສູນ ໄອຊີທີ ກະຊວງສຶກສາທິການ ແລະ ກິລາ
ນັບແຕ່ປີ 2015, ກະຊວງສຶກສາທິການ ແລະ ກິລາ (ສສກ), ພາຍໃຕ້ການສະໜັບສະໜູນຂອງລັດຖະບານອົດສະຕຣາລີ ແລະ ສະຫະພາບເອີຣົບ ໂດຍຜ່ານແຜນງານບີຄວາ ໄດ້ປັບປຸງຫຼັກສູດຊັ້ນປະຖົມສຶກສາ ແລະ ຫຼັກສູດສ້າງຄູປະຖົມສຶກສາ.

ການຮັບຮອງປຶ້ມແບບຮຽນ ແລະ ຄູ່ມືຄູ ຂັ້ນ ປ.2 ສະບັບປັບປຸງໃໝ່ ສຳລັບສົກຮຽນ 2020-21
ນັບຕັ້ງແຕ່ປີ 2015, ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ພັດທະນາຫຼັກສູດຊັ້ນປະຖົມສະບັບປັບປຸງໃໝ່ ຄຽງຄູ່ກັບສື່ການຮຽນການສອນສະບັບປັບປຸງໃໝ່ສຳລັບນັກຮຽນ ແລະ ຄູສອນ. ການຈັດຕັ້ງປະຕິບັດຫຼັກສູດສະບັບປັບປຸງໃໝ່ໄດ້ເລີ່ມນຳໃຊ້ໃນເດືອນກັນຍາ ສຳລັບຂັ້ນ ປ.1 ແລະ ການພັດທະນາຫຼັກສູດນີ້ຈະປັບປຸງໄປເທື່ອລະຂັ້ນຕໍ່ປີ