ອາຈານ ສີເຟືອງ ສະແດງໂປສະເຕີກົດລະບຽບຫ້ອງ ແລະ ລະບົບການໃຫ້ລາງວັນ ໃນຫ້ອງຂອງລາວ

ການລົງຕິດຕາມໄດ້ສະແດງໃຫ້ເຫັນວ່າ ການເພີ່ມທະວີການສະຫນັບສະຫນູນດ້ານການສອນ ໄດ້ເຮັດໃຫ້ສາມາດປັບປຸງທັກສະການສອນໄດ້ດີຂຶ້ນກວ່າເກົ່າ

ນັບຕັ້ງແຕ່ຫຼັກສູດຊັ້ນປະຖົມສຶກສາແຫ່ງຊາດ ສະບັບປັບປຸງໃໝ່ ໄດ້ປະກາດນຳໃຊ້ນັບແຕ່ປີ 2019, ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ໂດຍຮ່ວມມືກັບລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ໄດ້ໃຫ້ການສະໜັບສະໜູນທາງດ້ານທຶນຮອນ ແລະ ວິຊາການ ເພີ່ມຕື່ມ ໃຫ້ແກ່ຫ້ອງການສຶກສາທິການ ແລະ ກິລາເມືອງເປົ້າໝາຍຂອງແຜນງານໃນ 28 ເມືອງ ຢູ່ໃນ 6 ແຂວງ ຄື: ແຂວງຜົ້ງສາລີ, ຫຼວງນ້ຳທາ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ ແລະ ເຊກອງ.

ຫຼັກສູດຊັ້ນປະຖົມສຶກສາແຫ່ງຊາດສະບັບປັບປຸງໃໝ່ ແມ່ນການປ່ຽນແປງອັນຍິ່ງໃຫຍ່ຕໍ່ກັບການຮຽນການສອນຊັ້ນປະຖົມສຶກສາໃນລາວ. ຄູທຸກຄົນຕ້ອງໄດ້ໃຊ້ເວລາເພື່ອທຳຄວາມເຂົ້າໃຈ ແລະ ຝຶກຊ້ອມ ບັນດາເຕັກນິກ ແລະ ວິທີການນສອນແບບໃໝ່ ໂດຍເນັ້ນການປະຕິບັດຕົວຈິງ. ຈຸດປະສົງຂອງການສະໜັບສະໜູນແມ່ນເພື່ອສ້າງຄວາມອາດສາມາດໃຫ້ແກ່ ພະນັກງານຫ້ອງການສຶກສາທິການ ແລະ ກິລາ ເມືອງແນ່ໃສ ເພື່ອໃຫ້ການຊ່ວຍເຫຼືອຄູ ໃນການນຳໃຊ້ຫຼັກສູດໃໝ່ ແລະ ສື່ການຮຽນການສອນເສີມ. ການຊ່ວຍເຫຼືອປະກອບມີ ການຊ່ວຍເຫຼືອທາງດ້ານງົບປະມານ ໂດຍການມອບທຶນສະໜັບສະໜູນວຽກສຶກສາ, ການສ້າງຂີດຄວາມສາມາດໃຫ້ແກ່ພະນັກນັກງານຫ້ອງການສຶກສາ ແລະ ກິລາ ເມືອງ , ການຈັດຝຶກອົບຮົມ ແລະ ການສະໜອງເຄື່ອງມືເພື່ອການເກັບກັບຂໍ້ມູນເປັນດີຈີຕອລ, ການລົງຕິດຕາມ ແລະ ລົງຢ້ຽມຢາມເພື່ອໃຫ້ການຊ່ວຍເຫຼືອດ້ານວິຊາການໃນລະຫວ່າງສົກຮຽນ.

ສົກຮຽນ 2022-23 ເປັນປີທີ 4 ທີ່ກະຊວງສຶກສາທິການ ແລະ ກິລາ ໂດຍການສະໜັບສະໜູນຈາກ ລັດຖະບານອົດສະຕຣາລີ ໄດ້ສະໜອງທຶນຊ່ວຍເຫຼືອເພີ່ມຕື່ມໃຫ້ແກ່ບັນດາເມືອງເປົ້າໝາຍ, ເຊິ່ງມີມູນຄ່າທັງໝົດ 979.521.000 ກີບ. ທຶນຊ່ວຍເຫຼືອດັ່ງກ່າວສາມາດຊ່ວຍໃຫ້ບັນດາເມືອງເປົ້າໝາຍດຳເນີນການລົງຊຸກຍູ້ຊ່ວຍເຫຼືອດ້ານການຈັດການຮຽນການສອນຢູ່ຫ້ອງຮຽນຂັ້ນ ປ.4 ໄດ້ 4.246 ຄັ້ງ.

ອາຈານ ວິໄລວອນ ກຳລັງໃຫ້ການຊ່ວຍເຫຼືອຄູໃນແຂວງເຊກອງ

ການລົງຢ້ຽມຢາມໂຮງຮຽນໃນເຂດຫ່າງໄກ ໃນແຂວງສາລະວັນ

ທ່ານ ເກດ ພັນລັກ, ຫົວໜ້າກົມສ້າງຄູ ໄດ້ລາຍງານໃຫ້ຊາບວ່າ: “ຫ້ອງການສຶກສາ ແລະ ກິລາ ເມືອງ ສາມາດນຳໃຊ້ທຶນຊ່ວຍເຫຼືອດັ່ງກ່າວ ເພື່ອສະໜັບສະໜູນການຮຽນ-ການສອນ ແລະ ການລົງຕິດຕາມບັນດາໂຮງຮຽນ ແລະ ກຸ່ມໂຮງຮຽນ. ຫ້ອງການສຶກສາ ແລະ ກິລາ ເມືອງ ໄດ້ຖຶກແນະນຳເພື່ອໃຫ້ບູລິມະສິດລົງຕິດຕາມຊ່ວຍເຫຼືອບັນດາໂຮງຮຽນທີ່ຍັງບໍ່ທັນປະຕິບັດໄດ້ດີ ເຊິ່ງສ່ວນຫຼາຍຈະຢູ່ເຂດຊຸມຊົນຫ່າງໄກ ທີ່ມີອັດຕານັກຮຽນທີ່ເປັນນັກຮຽນທີ່ບໍ່ເວົ້າພາສາລາວເປັນພາສາຫຼັກໃນຄອບຄົວ. ພ້ອມທັງສຸມໃສ່ການສະໜັບສະໜູນຄູໃນການປະຕິບັດຫຼັກສູດໃໝ່. ສີ່ງທ້າຍທາຍອີກຈຸດໜຶ່ງທີ່ຢູ່ເຂດເມືອງຫ່າງໄກແມ່ນຫ້ອງຮຽນສ່ວນຫລາຍ ແມ່ນເປັນຫ້ອງຄວບ”.

ໃນລະຫວ່າງສົກຮຽນ, ຫ້ອງການສຶກສາ ແລະ ກິລາ ເມືອງ ຄວນຮັບປະກັນວ່າ ຄູໄດ້ຮັບການຕິດຕາມການຊ່ວຍເຫຼືອແບບທາງໄກເປັນປະຈຳຢ່າງໜ້ອຍ 2 ຄັ້ງ. ເພື່ອໃຫ້ເຫັນໄດ້ເຖິງການປ່ຽນແປງດ້ານການປະຕິບັດຂອງຄູ ແລະ ການພັດທະນາຄຸນນະພາບການສອນ ເຊິ່ງໄດ້ແນະນຳໃຫ້ຄູ ຕ້ອງໄດ້ຮັບການຊ່ວຍເຫຼືອຢ່າງນ້ອຍທຸກໆ 2 ຄັ້ງຕໍ່ອາທິດ. ການຊ່ວຍເຫຼືອແບບທາງໄກສາມາດປະກອບມີ ການຕິດຕາມໂດຍການໂທລະສັບ, ສົ່ງຂໍ້ຄວາມລົງກຸ່ມວັອດແອັບ, ຊ່ວຍເຫຼືອຄູເພື່ອກະກຽມການສັງເກດການໂດຍເພື່ອນຮ່ວມງານ WhatsApp / SMS, ສະຫນັບສະຫນູນຄູອາຈານໃນການຈັດຕັ້ງການສັງເກດການສອນໃນໂຮງຮຽນດຽວກັນ ຫຼື ໂຮງຮຽນໃກ້ຄຽງ, ສະຫນັບສະຫນູນໃຫ້ຄູຮຽນຮູ້ໂດຍຜ່ານເພື່ອນຮ່ວມງານຂອງພວກເຂົາ.

ໃນຊຸມປີຜ່ານມານີ້, ຫ້ອງການສຶກສາ ແລະ ກິລາ ເມືອງ ແລະ ທີມງານລົງຕິດຕາມຂອງແຜນງານບີຄວາ ແລະ ທີ່ປຶກສາດ້ານການສອນ ໄດ້ມີໂອກາດລົງສັງເກດບັນດາຂໍ້ດີຂອງການໃຫ້ການຊ່ວຍເຫຼືອເພີ່ມຕື່ມ. ຄູສອນສ່ວນໃຫຍ່ໃນເມືອງເປົ້າໝາຍແມ່ນໄດ້ຝຶກການສອນຫຼັກສູດໃໝ່ທີ່ເນັ້ນການປະຕິບັດຕົວຈິງ. ເຕັກນິກທີ່ເຫັນໄດ້ວ່າຖືກນຳໃຊ້ເລື້ອຍທີ່ສຸດແມ່ນການໃຫ້ນັກຮຽນເຮັດກິດຈະກຳເປັນຄູ່ ຫຼື ເປັນກຸ່ມ ແລະ ຄູຖາມນັກຮຽນດ້ວຍຄຳຖາມເປີດ. ອັດຕາສ່ວນຂອງຄູທີ່ສັງເກດເຫັນວ່ານຳໃຊ້ເກນການປະເມິນນັກຮຽນແບບໃໝ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ນອກຈາກນີ້ ທາງຫ້ອງການສຶກສາທິການ ແລະ ກິລາເມືອງ ຍັງໄດ້ສັງເກດເຫັນວ່າ ໄດ້ມີການສົ່ງເສີມການສຶກສາຮຽນຮ່ວມ ແລະ ການຮັກສາຄວາມປອດໄພໃນລະຫວ່າງການດຳເນີນການຮຽນການສອນຢູ່ໃນລະດັບທີ່ດີ.

ການກະກຽມບົດຮຽນຮ່ວມກັນເພື່ອສະໜັບສະໜູນຄູໃນການທົດລອງວິຊາ ວິທະຍາສາດ ແລະ ສິ່ງແວດລ້ອມ

ການຮຽນການສອນໃໝ່ – ນັກຮຽນມີສ່ວນຮ່ວມໃນກິດຈະກຳກຸ່ມ

ທ່ານ ນາງ ວິໄລວອນ ແດງດາລາ, ຄູຝຶກຂັ້ນແຂວງປະຈຳແຂວງເຊກອງ. ໄດ້ກ່າວວ່າ, “ຂໍຂອບໃຈ ສຳລັບທຶນຊ່ວຍເຫຼືອ ເຊີ່ງມັນໄດ້ເຮັດໃຫ້ຂ້າພະເຈົ້າສາມາດລົງໄປຕິດຕາມໂຮງຮຽນຢູ່ເຂດຫ່າງໄກ 3 ຄັ້ງຕໍ່ພາກຮຽນ, ຂ້າພະເຈົ້າ ຍັງສາມາດເຫັນໄດ້ເຖິງການປັບປຸງການສອນທີ່ດີຂຶ້ນພາຍຫຼັງການລົງໄປຕິດຕາມ. ຂ້າພະເຈົ້າໄດ້ໃຊ້ເຄື່ອງມືຫຼາຍຢ່າງແຕກຕ່າງກັນເພື່ອຊ່ວຍເຫຼືອຄູເຊັ່ນ: ການສັງເກດຫ້ອງສອນ, ການສອນຮ່ວມກັນ ແລະ ການຂໍຄວາມຊ່ວຍເຫຼືອຜ່ານກຸ່ມວັອດແອັບ. ຂ້າພະເຈົ້າ ເຫັນວ່າຊຸດອຸປະກອນຊ່ວຍເຫຼືອຄູແມ່ນມີປະໂຫຍດຫລາຍ ເຊິ່ງມີຫລາຍບົດທີ່ເໝາະສຳລັບການຝຶກອົບຮົມ, ເອກະສານສາມາດນຳໃຊ້ໄດ້ງ່າຍ ແລະ ສາມາດຕອບໂຈດໃນການແກ້ໄຂສິ່ງທ້າທາຍສຳລັບຄູ ເຊັ່ນວ່າ: ວິທີການການສອນພາສາອັງກິດເຖິງແມ່ນວ່າຄູເອງຍັງຂາດຄວາມໝັ້ນໃຈດ້ານພາສາອັງກິດ, ຫຼື ການຄຸ້ມຄອງຫ້ອງຮຽນ ແລະ ສິ່ງສຳຄັນ ຂ້າພະເຈົ້າສາມາດສັງເກດເຫັນວ່າ ນັກຮຽນແມ່ນມີສ່ວນຮ່ວມ, ປະກອບສ່ວນໃນກິດຈະກໍາ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໄດ້ດີ”.

ຄວາມຄິດເຫັນຈາກຄູທ່ານອື່ນ ກໍ່ເຫັນດີເປັນເອກະສານພາບຄ້າຍຄືກັນ. ທ່ານ ນາງ ສີເຟືອງ ຈັນທະວິໄລ, ຄູສອນທີ່ເມືອງລະມາມ ກໍ່ໄດ້ກ່າວວ່າ: “ຂ້າພະເຈົ້າສອນຫ້ອງຄວບ ປ. 2 ແລະ ປ. 3 ເຊິ່ງທ້າທາຍຫຼາຍ. ການລົງຕິດຕາມໂຮງຮຽນຈາກທີມງານຜູ້ເຮັດວຽກສຶກສານິເທດ ໄດ້ຊ່ວຍໃຫ້ຂ້າພະເຈົ້າສາມາດແກ້ໄຂຂໍ້ຫຍຸ້ງຍາກ ແລະ ປັບປຸງການສອນໃຫ້ດີຂຶ້ນ. ຂ້າພະເຈົ້າ ໄດ້ບອກເຖິງຂໍ້ຫຍຸ້ງຍາກຕ່າງໆ ຈາກນັ້ນຜູ້ເຮັດວຽກສຶກສານະເທດໄດ້ແນະນຳເຕັກນິກສະເພາະໃຫ້ຂ້າພະເຈົ້າ. ຄຳແນະນຳດັ່ງກ່າວ ເຮັດໃຫ້ຂ້ພະເຈົ້າໄດ້ເຮັດສະເຕີໃນຫ້ອງຮຽນກ່ຽວກັບລະບຽບ ແລະ ການຍ້ອງຍໍ ເຊິ່ງຊ່ວຍໃຫ້ຂ້າພະເຈົ້າມີວິທີການທີ່ດີໃນການຍ້ອງຍໍນັກຮຽນໃນຫ້ອງຮຽນຢ່າງເໝາະສົມ. ພ້ອມທັງຕອນນີ້ ກໍ່ໄດ້ເຂົ້າໃຈວິທີການບັນທຶກເກນການປະເມີນນັກຮຽນແບບລູບຼິກ ແລະ ຂ້າພະເຈົ້າໄດ້ປຶກສາ ແລະ ຂໍຄຳແນະນຳຈາກຄູທ່ານອື່ນໃນໂຮງຮຽນຕື່ມ. ນອກຈາກນີ້, ກໍ່ຍັງໄດ້ສົ່ງຂໍ້ຄວາມຜ່ານກຸ່ມວັອດແອັບຫາຜູ້ເຮັດວຽກສຶກສານິເທດ ໃນກໍລະນີທີ່ມີບັນຫາດ້ານການສອນ”.

ໃນປີ 2023-2024, ລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ຈະສືບຕໍ່ໃຫ້ທຶນຊ່ວຍເຫຼືອບັນດາເມືອງເປົ້າໝາຍເຫຼົ່ານີ້ ເພື່ອສະໜັບສະໜູນການປະຕິບັດຫຼັກສູດປະຖົມສະບັບປັບປຸງໃໝ່ຂັ້ນ ປ.5. ທຶນດັ່ງກ່າວຈະໄດ້ມອບໃຫ້ຫ້ອງການສຶກສາທິການ ແລະ ກິລາ ເມືອງເປົ້າໝາຍ ເພື່ອນຳໄປໃຊ້ໃນການພັດທະນາວິຊາຄູ, ລວມທັງເຂດໃຫ້ບໍລິການຂອງທັງ 3 ວິທະຍາໄລຄູ ຄື ວິທະຍາໄລຄູຫຼວງນໍ້າທາ, ວິທະຍາໄລຄູຄັງໄຂ ແລະ ວິທະຍາໄລຄູສະຫວັນນະເຂດ.

ການປ່ຽນແປງຄັ້ງນີ້ຈະຮັບປະກັນວ່າ ການສະໜັບສະໜູນຂອງລັດຖະບານອົດສະຕຣາລີທີ່ຈະສືບຕໍ່ແມ່ນສອດຄ່ອງກັບບັນດາບູລິມະສິດຂອງແຜນພັດທະນາຂະແໜງການສຶກສາ ແລະ ກິລາ ຂອງກະຊວງສຶກສາທິການ ແລະ ກິລາ, ເຊິ່ງສ້າງຜົນສໍາເລັດຂອງການພັດທະນາຫຼັກສູດສະບັບປັບປຸງໃໝ່ ໂດຍຜ່ານການສຸມໃສ່ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ. ເປົ້າໝາຍຮ່ວມກັນຂອງລັດຖະບານອົດສະຕຣາລີ ແລະ ສປປ ລາວ ໃນການຫັນປ່ຽນຄັ້ງນີ້ ແມ່ນເພື່ອປັບປຸງຄຸນນະພາບການສອນ ແລະ ຜົນການຮຽນຂອງນັກຮຽນ, ໂດຍມີ ວິທະຍາໄລຄູ ເປັນໃຈກາງຂອງລະບົບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ.

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *