![Example of teaching materials for sign language and braille curriculum](https://bequal-laos.org/wp-content/uploads/2023/12/Example-of-teaching-materials-for-sign-language-and-braille-curriculum01.jpg)
ກະຊວງສຶກສາທິການ ແລະ ກິລາ (ສປປ ລາວ) ແລະ ລັດຖະບານອົດສະຕຣາລີ ຮ່ວມກັນຈັດງານລະນຶກວັນຄົນພິການສາກົນ ປີ 2023 ແລະ ກອງປະຊຸມສໍາມະນາເພື່ອເສີມສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈກ່ຽວກັບວຽກງານຄົນພິການ, ການປົກປ້ອງ ແລະ ການປະຕິບັດທີ່ດີທີ່ສຸດສຳລັບການຮັກສາຄວາມປອດໄພສຳລັບເດັກ
ເນື່ອງໃນໂອກາດວັນຄົນພິການສາກົນ, ກະຊວງສຶກສາທິການ ແລະ ກິລາ ແລະ ສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ ໄດ້ຈັດກອງປະຊຸມສຳມະນາຂື້ນ 2 ວັນ ພາຍໃຕ້ຫົວຂໍ້: ຄວາມເຂົ້າໃຈກ່ຽວກັບວຽກງານຄົນພິການ, ການປົກປ້ອງ ແລະ ການປະຕິບັດທີ່ດີທີ່ສຳລັບການຮັກສາຄວາມປອດໄພສຳລັບເດັກໃຫ້ແກ່ພະນັກງານຂັ້ນກະຊວງສຶກສາທິການ ແລະ ກິລາ
![Teacher confidently teaching English Phonics](https://bequal-laos.org/wp-content/uploads/2023/12/Teacher-confidently-teaching-English-Phonics-1.jpg)
ກະຊວງສຶກສາທິການ ແລະ ກິລາ ໄດ້ຮັບຮອງເອົາມາດຕະຖານການສອນຊັ້ນປະຖົມສຶກສາສະບັບປັບປຸງ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ແລະ ອົງການ USAID
ມາດຕະຖານການສອນຊັ້ນປະຖົມສຶກສາສະບັບປັບປຸງ ໄດ້ກຳນົດຢ່າງຊັດເຈນກ່ຽວກັບລະດັບຄາດໝາຍກ່ຽວກັບການຝຶກຊ້ອມເພື່ອພັດທະນາວິຊາຊີບຄູແບບຕໍ່ເນື່ອງ ແລະ ວິທີການສອນຂອງຄູສອນຊັ້ນປະຖົມສຶກສາໃຫ້ມີຄຸນນະພາບ ເພື່ອຊ່ວຍໃຫ້ນັກຮຽນບັນລຸດຜົນໄດ້ຮັບທາງດ້ານການຮຽນໃຫ້ດີຂຶ້ນ