Nearly 250 participants from MoES, LWU, mass organisations, party institutions, and the media joined the celebration
ກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານອົດສະຕຣາລີ ສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ໂດຍການຈັດກິດຈະກຳຮ່ວມກັນ ເພື່ອສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ການປົກປ້ອງເດັກ
ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ (ສສກ) ຮ່ວມກັບລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ ໄດ້ສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ໂດຍຈັດພິທີເພື່ອສະເຫຼີມສະຫຼອງ ແລະ ກິດຈະກຳຝຶກອົບຮົມ ທີ່ ນະຄອນຫຼວງວຽງຈັນ ໃນວັນທີ 27 ຫາ 28 ກໍລະກົດ 2026. ງານດັ່ງກ່າວໄດ້ຮັບກຽດເປັນປະທານໂດຍ ທ່ານ ປອ ນາງ ດາລາວອນ ກິດຕິພັນ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ເບັນນິຕາ ຊໍາເມີວິວ, ຮອງເອກອັກຄະລັດຖະທູດອົດສະຕຣາລີ ມີຜູ້ເຂົ້າຮ່ວມ 200 ກວ່າທ່ານ ເຊັ່ນ: ຄະນະກົມກະຊວງສຶກສາທິການ ແລະ ກິລາ, ສະມາຊິກສະຫະພັນແມ່ຍິງລາວ, ອົງການຈັດຕັ້ງມະຫາຊົນ, ຜູ້ອຳນວຍການສຳນັກຂ່າວ ແລະ ສື່ມວນຊົນ.
ພ້ອມດຽວກັນນີ້, ພິທີຍັງໄດ້ຕ້ອນຮັບການເຂົ້າຮ່ວມຂອງແຂກກິດຕິມະສັກຄື: ທ່ານ ນາງ ຜາສຸກ ວົງວິຈິດ, ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ທ່ານ ນາງ ມີນາ ສີວິໄລ, ປະທານສະຫະພັນແມ່ຍິງ ສູນກາງຊາວໜຸ່ມປະຊາຊົນປະຕິຫວັດລາວ, ທ່ານ ສະຫວັນຄອນ ຣາຊມຸນຕຣີ, ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ, ອະດີດຮອງລັດຖະມົນຕີກະຊວງຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ຮອ ປອ ພຸດ ສິມມາລາວົງ, ອະດີດລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ສຸດສາຍໃຈ ດວງສະຫວັນ, ຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ, ປະທານຄະນະບໍລິຫານງານ ສະຫະພັນແມ່ຍິງ ກະຊວງສຶກສາທິການ ແລະ ກິລາ.
ທ່ານ ປອ ນາງ ດາລາວອນ ໄດ້ກ່າວເປີດງານ ໂດຍທ່ານໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງການຮ່ວມມື ເພື່ອສົ່ງເສີມຄວາມສະ ເໝີພາບຍິງ-ຊາຍ ແລະ ການປົກປ້ອງເດັກ ຄື: “ງານໃນມື້ນີ້ ຍັງເປັນເປັນວາລະເພື່ອຍໍ້າເຖິງຄວາມສຳຄັນຂອງ ວຽກງານຄວາມສະ ເໝີພາບຍິງ-ຊາຍ ແລະ ການປົກປ້ອງເດັກ ແມ່ນຄວາມຮັບຜິດຊອບຂອງທຸກຄົນ. ສິ່ງດັ່ງກ່າວ ເປັນສ່ວນໜຶ່ງຂອງການປະຕິບັດປະຈຳວັນ ໃນໂຮງຮຽນ, ໃນສະຖາບັນ ແລະ ໃນວິທີ ທີ່ພວກເຮົາເຮັດວຽກຮ່ວມກັນ ເພື່ອອະນາຄົດຂອງເດັກທຸກຄົນ. ການຮ່ວມມືນີ້ ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງກະຊວງສຶກສາທິການ ແລະ ກິລາ ໃນການຫັນນະໂຍບາຍ ໄປສູ່ການຈັດຕັ້ງປະຕິບັດ ຍ້ອນການມີເຄື່ອງມືທີ່ໃຊ້ໄດ້ຈິງ, ການຮ່ວມມືທີ່ເຂັ້ມແຂງ ແລະ ຄວາມຮັບຮູ້ຂອງຄົນໃນສັງຄົມທີ່ເພີ່ມຂຶ້ນ. ພວກເຮົາຂໍສະແດງຄວາມຂອບໃຈຕໍ່ ການສະໜັບສະໜູນຢ່າງຕໍ່ເນື່ອງຂອງອົດສະຕຣາລີຕໍ່ວຽກງານບຸລິມະສິດທີ່ສຳຄັນເຫຼົ່ານີ້”.
ທ່ານ ນາງ ເບັນນິຕາ ຊຳເມີວິວ ກໍ່ໄດ້ກ່າວວ່າ: “ລັດຖະບານອົດສະຕຣາລີ ມີຄວາມພາກພູມໃຈ ທີ່ໄດ້ຢືນຢູ່ຄຽງຂ້າງກະຊວງສຶກສາທິການ ແລະ ກິລາ ໃນການສະໜັບສະໜູນວຽກງານການປົກປ້ອງເດັກ, ຄວາມສະເໝີພາບຍິງ-ຊາຍ ແລະ ຄວາມເປັນຜູ້ນຳຂອງແມ່ຍິງໃນຂະແໜງການສຶກສາ. ສິ່ງທີ່ເຮັດໃຫ້ການຮ່ວມມືນີ້ມີຄຸນຄ່າຫຼາຍ ບໍ່ແມ່ນພຽງແຕ່ໄລຍະເວລາການຮ່ວມມື ທີ່ມີມາຍາວນານ, ແຕ່ຍ້ອນຄວາມສາມາດຫັນປ່ຽນໃຫ້ໂຮງຮຽນ ແລະ ຊຸມຊົນ ເຫັນໄດ້ເຖິງຄຸນຄ່າທີ່ສຳຄັນຂອງວຽກງານທີ່ໄດ້ຮ່ວມມືກັນພັດທະນາ”.
Dr Daravone Kittiphan, Vice-Minister of Education and Sports opens the event
Ms Benita Sommerville, Deputy Ambassador, highlights Australia’s support for child protection, gender equality, and women’s leadership in education
ກິດຈະກຳດັ່ງກ່າວ ໄດ້ສະແດງໃຫ້ເຫັນເຖິງບົດບາດສຳຄັນຂອງແມ່ຍິງໃນຂະແໜງການສຶກສາ ໃນຖານະຜູ້ນຳທາງຄວາມຄິດ, ເປັນຜູ້ຕັດສິນໃຈ ແລະ ເປັນຕົວແທນຂອງການປ່ຽນແປງ. ຄະນະນຳຂອງສະຫະພັນແມ່ຍິງ ກະຊວງສຶກສາທິການ ແລະ ກິລາ ໄດ້ນຳສະເໜີຍຸດທະສາດ, ແຜນງານ 5 ປີ ແລະ ໄດ້ນຳພາຜູ້ເຂົ້າຮ່ວມ ຊົມງານວາງສະແດງກ່ຽວກັບປະຫວັດສາດຂອງສະຫະພັນແມ່ຍີງ. ງານນີ້ ຍັງໄດ້ເປີດໂອກາດທີ່ສຳຄັນ ໃຫ້ໂຄງການໃໝ່ ແມ່ຍິງໃນການເປັນຜູ້ນຳາ (Women In Leadership, WIL) ຂອງກະຊວງສຶກສາທິການ ແລະ ກິລາ ໄດ້ຮັບການຈັດຕັ້ງປະຕິບັດ. ໂຄງການ WIL ໄດ້ເລີ່ມຕົ້ນໃນເດືອນ ພຶດສະພາ 2026 ດ້ວຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ. ໂຄງການກຳລັງສະໜັບສະໜູນກຸ່ມສະມາຊິກຫຼັກ ໃນທົ່ວກະຊວງສຶກສາທິການ ແລະ ກິລາ ເພື່ອເສີມສ້າງການເຊື່ອມໂຍງວຽກງານ ຄວາມສະເໝີພາບຍິງ-ຊາຍ, ຄວາມພິການ ແລະ ການສຶກສາຮຽນຮ່ວມ (GEDSI) ໃນອົງກອນ ຜ່ານວິທີການຝຶກອົບຮົມຄູຝຶກເພື່ອຝຶກອົບຮົມຕໍ່ໃຫ້ແກ່ບັນດາສະມາຊິກທັງໝົດ. ຫຼັງຈາກສຳເລັດພິທີການສະເຫຼີມສະຫຼອງ ໃນຕອນເຊົ້າຂອງວັນທີ 23 ກໍລະກົດ 2026, ສະມາຊິກສະຫະພັນແມ່ 19 ທ່ານ ຂອງໂຄງການ WIL, ໄດ້ຈັດການຝຶກອົບຮົມກ່ຽວກັບຄວາມສະເໝີພາບຍິງ-ຊາຍ ແລະ ການປົກປ້ອງເດັກ ໃຫ້ແກ່ກຸ່ມສະມາຊິກ ຈຳນວນ 75 ທ່ານ ຈາກກະຊວງສຶກສາທິການ ແລະ ກິລາ.
Ms Benita and Dr Daravone sign a commitment board to turn guidance into practical action to protect children and advance gender equality
The seven guests of honour gather to celebrate shared commitment and progress for women and children
ທ່ານ ນາງ ເບັນນິຕາ ໄດ້ກ່າວວ່າ: “ສະຫະພັນແມ່ຍິງ ມີບົດບາດອັນສຳຄັນໃນການຮັບປະກັນ ດ້ານການເປັນກະບອກສຽງ, ແນວຄິດ ແລະ ການນຳພາຂອງແມ່ຍິງ ເພື່ອປະກອບສ່ວນເຂົ້າໃນການສ້າງໃຫ້ຂະແໜງການສຶກສາ ມີຄວາມສະເໝີພາບ ແລະ ເປັນເອກະພາບກັນ. ຫຼັງຈາກສຳເລັດການຝຶກອົບຮົມ, ສະມາຊິກ ສະຫະພັນແມ່ຍິງ ຈະເຮັດວຽກຮ່ວມກັບ ພະແນກຄວາມກ້າວໜ້າຂອງແມ່ຍິງ ເພື່ອຜັນຂະຫຍາຍຂໍ້ຄວາມສຳຄັນກ່ຽວກັບການປົກປ້ອງເດັກ ແລະ ຄວາມສະເໝີພາບຍິງ-ຊາຍ ພາຍໃນພະແນກການ ແລະ ອົງການຈັດຕັ້ງຂອງຕົນເອງ.
ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ຮ່ວມກັບ ພະແນກຄວາມກ້າວໜ້າຂອງແມ່ຍິງ, ໄດ້ນຳສະເໜີ ວິດີໂອໃໝ່ ການປົກປ້ອງ ແລະ ຮັກສາຄວາມປອດໄພສຳລັບເດັກ ຂອງກະຊວງສຶກສາທິການ ແລະ ກິລາ ເປັນຄັ້ງທຳອິດ. ໂດຍອີງໃສ່ຄຳແນະນຳກ່ຽວກັບການປົກປ້ອງ ແລະ ຮັກສາຄວາມປອດສຳລັບເດັກໃນຂະແໜງການສຶກສາ ຂອງກະຊວງສຶກສາທິການ ແລະ ກິລາ, ເຊິ່ງໄດ້ເຜີຍແຜ່ໃນເດືອນ ກໍລະກົດ 2024 ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ, ວິດີໂອດັ່ງກ່າວ ມີຈຸດປະສົງເພື່ອ ໃຫ້ຄຳແນະນຳ ທີ່ເປັນປະໂຫຍດ ແລະ ສາມາດເຂົ້າເຖິງໄດ້ງ່າຍ ໂດຍຜູ້ເຮັດວຽກໃນຂະແໜງການສຶກສາ ແລະ ທຸກຄົນທີ່ເຮັດວຽກໂດຍກົງກັບເດັກ. ວິດີໂອນຳສະເໜີ “ສິ່ງທີ່ຄວນເຮັດ ແລະ ສິ່ງທີ່ຫ້າມເຮັດ” ທີ່ສຳຄັນຫຼາຍ ເພື່ອປົກປ້ອງເດັກ, ແນະນຳວິທີການການລາຍງານພຶດຕິກຳທີ່ໜ້າສົງໄສ ຫຼື ສັນຍານຂອງການລ່ວງລະເມີດ. ວິດີໂອໄດ້ນຳໃຊ້ພາບເອນິເມຊັນ ເພື່ອສື່ສານຂໍ້ຄວາມໃນລັກສະນະທີ່ປອດໄພ ແລະ ເໝາະສົມ ໂດຍບໍ່ສະແດງພຶດຕິກຳທີ່ເປັນອັນຕະລາຍໂດຍຮູບພາບຕົວຈິງ.
ລັດຖະບານອົດສະຕຣາລີ ຍັງໄດ້ມອບອຸປະກອນເພື່ອຜະລິດວິດີໂອວິດີໂອ ແລະ ອຸປະກອນໄອທີ ມູນຄ່າ 37,662 ໂດລາອົດສະຕຣາລີ ຫຼື 585,793,000 ກີບ ເພື່ອສະໜັບສະໜູນວຽກງານຂອງທີມງານສື່ຂອງກະຊວງສຶກສາທິການ ແລະ ກິລາ.
Australia handed over video and IT equipment worth AUD 37,662 to support the MoES media team
Ms Phasouk Vongvichit, Vice-President of the Central Lao Women’s Union, gave an inspiring speech to mark the 71st anniversary of the LWU
ທ່ານ ນາງ ເບັນນິຕາ ໄດ້ກ່າວຕື່ມວ່າ: “ບົດບາດຂອງສື່ມວນຊົນແມ່ນມີຄວາມສຳຄັນເປັນຢ່າງຍິ່ງ ໃນການສື່ສານກ່ຽວກັບບູລິມະສິດຕ່າງໆເຊັ່ນ: ການສຶກສາຂັ້ນພື້ນຖານ, ການສຶກສາຮຽນຮ່ວມ, ຄວາມສະເໝີພາບຍິງ-ຊາຍ, ການປົກປ້ອງເດັກ ແລະ ບັນຫາການພັດທະນາທີ່ສຳຄັນອື່ນໆ, ໂດຍສະເພາະສຳລັບເດັກທີ່ດ້ອຍໂອກາດ. ນີ້ແມ່ນເຫດຜົນທີ່ລັດຖະບານອົດສະຕຣາລີ ມີຄວາມພູມໃຈ ທີ່ໄດ້ສະໜັບສະໜູນວຽກງານຂອງທີມງານສື່ຂອງກະຊວງສຶກສາທິການ ແລະ ກິລາ ຜ່ານການມອບອຸປະກອນໃນມື້ນີ້. ພວກເຮົາໃຫ້ຮັບຮູ້ບົດບາດສຳຄັນຂອງທີມງານສື່ ທີ່ມີບົດບາດໃນການສ້າງຄວາມເຂົ້າໃຈ, ຊ່ວຍປ່ຽນແປງແນວຄວາມຄິດ ແລະ ທັດສະນະຄະຕິ ຂອງທຸກຄົນໃນສັງຄົມ. ນີ້ແມ່ນການສະໜັບສະໜູນທີ່ເປັນປະໂຫຍດ ເພື່ອສ້າງຄວາມອາດສາມາດ ຂອງກະຊວງໃນການຜະລິດສື່ ທີ່ມີເນື້ອໃນຄຸນນະພາບ ແລະ ເຜີຍແຜ່ຂໍ້ຄວາມສຳຄັນຕ່າງໆໄດ້ຢ່າງກວ້າງຂຶ້ນ.”
ຫຼັງຈາກພິທີທາງການ, ທີມງານສື່ມວນຊົນຈາກຂັ້ນສູນກາງ ແລະ ທ້ອງຖິ່ນຂອງກະຊວງສຶກສາທິການ ແລະ ກິລາ, ພ້ອມກັບນັກຂ່າວຈາກຫຼາຍພາກສ່ວນ, ຈະໄດ້ເຂົ້າຮ່ວມການຝຶກອົບຮົມ ເພື່ອເສີມສ້າງຄວາມເຂົ້າໃຈຂອງກ່ຽວກັບການລາຍງານຂ່າວທີ່ມີຄວາມຮັບຜິດຊອບສູງ, ການປົກປ້ອງເດັກ, ການຖ່າຍຮູບ ແລະ ການຖ່າຍວິດີໂອເດັກຢ່າງປອດໄພ ລວມເຖິງການສື່ສານທີ່ສົ່ງເສີມຄວາມສະເໝີພາບຍິງ-ຊາຍ. ການຝຶກອົບຮົມ ຍັງໄດ້ເນັ້ນໜັກເຖິງບົດບາດສຳຄັນຂອງສື່ມວນຊົນ ທີ່ມີອິດທິພົນຕໍ່ການປ່ຽນແປງພຶດຕິກຳ ແລະ ໃນການເຜີຍແຜ່ຂໍ້ຄວາມທີ່ວ່າ ໂຮງຮຽນທີ່ປອດໄພ ແມ່ນສິ່ງຈຳເປັນເພື່ອຊຸກຍູ້ ສະຫວັດດີພາບ, ການມີສ່ວນຮ່ວມ, ການເຂົ້າຮຽນເປັນປະຈຳ ແລະ ການຮຽນຮູ້ຂອງເດັກ. ການຝຶກອົບຮົມຈະດຳເນີນໂດຍ ຄູຝຶກດ້ານວຽກງານຄວາມສະເໝິພາບຍິງ-ຊາຍ, ພະແນກຄວາມກ້າວໜ້າຂອງແມ່ຍິງ ແລະ ຈາກມະຫາວິທະຍາໄລແຫ່ງຊາດ.
Media teams from every province of the country joined the event and the following two days of training
Guests of honour visit the exhibition on MoES Women’s Union activities
ທ່ານ ປອ ນາງ ດາລາວອນ ໄດ້ກ່າວສະຫຼຸບວ່າ: “ພວກເຮົາມາຮ່ວມແຮງຮ່ວມໃຈກັນໃນທົ່ວກະຊວງສຶກສາທິການ ແລະ ກິລາ, ສະຫະພັນແມ່ຍິງ, ສື່ມວນຊົນ ແລະ ຄູ່ຮ່ວມງານທັງໝົດຂອງພວກເຮົາ ເພື່ອຫັນຄຳແນະນຳ ໄປສູ່ການຈັດຕັ້ງປະຕິບັດ, ສ້າງຄວາມຮັບຮູ້ທີ່ເຂັ້ມແຂງ ກ່ຽວກັບຄວາມສະເໝີພາບຍິງ-ຊາຍ ແລະ ສ້າງໂຮງຮຽນໃຫ້ເປັນສະຖານທີ່ ທີ່ປອດໄພ ແລະ ສົ່ງເສີມການຮຽນຮ່ວມ ເພື່ອເດັກທຸກຄົນ.”
ທ່ານ ນາງ ເບັນນິຕາ ໄດ້ກ່າວຕື່ມວ່າ: “ງານນີ້ ສະແດງໃຫ້ເຫັນວ່າ ການຮ່ວມມືທີ່ເຂັ້ມແຂງ ສາມາດບັນລຸໝາກຜົນໄດ້ຄືແນວໃດ. ລັດຖະບານອົດສະຕຣາລີ ມີຄວາມຍິນດີທີ່ຈະສະໜັບສະໜູນ ຄວາມພະຍາຍາມຂອງກະຊວງສຶກສາທິການ ແລະ ກິລາ ທີ່ໄດ້ຖືເອົາຄວາມເປັນຜູ້ນຳຂອງແມ່ຍິງ, ການປົກປ້ອງເດັກ ແລະ ຄວາມສະເໝີພາບຍິງ-ຊາຍ ມານຳສະເໜີຮ່ວມກັນໃນວາລະງານນີ້ ເພື່ອຮ່ວມກັນຮັບຮູ້ ແລະ ຊ່ວຍກັນໃນການຈັດຕັ້ງປະຕິບັດ.”


English