ໜ້າຫຼັກ /
ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບລັດຖະບານອົດສະຕຣາລີ ແລະ ລັດຖະບານຍີ່ປຸ່ນ ໃຫ້ການສະໜັບສະໜູນສະຖານການສຶກສາ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ທີ່ແຂວງຫຼວງນໍ້າທາ ແລະ ແຂວງອຸດົມໄຊ
ໂຮງຮຽນປະຖົມ ທີ່ໄດ້ຮັບຜົນກະທົບຈາກໄພພິບັດ ທີ່ແຂວງຫຼວງນ້ຳທາ ແລະ ອຸດົມໄຊ ຈະໄດ້ຮັບປຶ້ມແບບຮຽນ ແລະ ອຸປະກອນການຮຽນການສອນ ເພື່ອຊ່ວຍໃຫ້ຄູ ແລະ ນັກຮຽນສາມາດສືບຕໍ່ການຮຽນການສອນໄດ້
ກະຊວງສຶກສາທິການ ແລະ ກິລາຮ່ວມກັບລັດຖະບານອົດສະຕຣາລີ ໄດ້ເລີ່ມຕົ້ນດຳເນີນການເກັບຂໍ້ມູນພາກສະໜາມ ເພື່ອສົ່ງເສີມທັກສະດ້ານພາສາ ແລະ ການຮູ້ໜັງສືຂອງເດັກ ນັກຮຽນຊັ້ນປະຖົມສຶກສາຕອນຕົ້ນ
ຂັ້ນຕອນທຳອິດໄດ້ເລີ່ມຕົ້ນດ້ວຍການປະເມີນທັກສະພາສາລາວຂອງນັກຮຽນຊັ້ນປະຖົມສຶກສາ (EGLA) ເພື່ອເກັບກຳຂໍ້ມູນຂັ້ນທຽບຖານ (Baseline) ໃນການວັດແທກລະດັບທັກສະພາສາ ແລະ ການຮູ້ໜັງສືຂອງນັກຮຽນຊັ້ນ ປ.1 ແລະ ປ.3 ໃນຕົ້ນສົກຮຽນ
ສປປ ລາວ ໂດຍໄດ້ຮັບການສະໜັບສະໜູນ ຈາກປະເທດອົດສະຕຣາລີ, ນຳສະເໜີຜົນສຳເລັດຂອງສື່ການຮຽນ-ການສອນພາສາລາວ ທີ່ ມະຫາວິທະຍາໄລ ອອກສະຟອດ, ສະຫະລາຊະອານາຈັກອັງກິດ
ການນຳສະເໜີດັ່ງກ່າວໄດ້ເນັ້ນໃຫ້ເຫັນວ່າ ຂໍ້ມູນຫຼັກຖານ, ການຄົ້ນຄວ້າຈາກຫ້ອງຮຽນ ແລະ ການຮ່ວມມືກັນ ໄດ້ຊ່ວຍເສີມສ້າງພື້ນຖານດ້ານພາສາ ແລະ ການອ່ານ-ການຂຽນພາສາລາວ ໃຫ້ແກ່ນັກຮຽນຂັ້ນ ປ.1 ຢ່າງເຂັ້ມແຂງ, ໂດຍສະເພາະແມ່ນເດັກທີ່ບໍ່ເວົ້າພາສາລາວເປັນຫຼັກຢູ່ໃນຄອບຄົວ
ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບລັດຖະບານອົດສະຕຣາລີ ໄດ້ອອກວິດີໂອໃໝ່ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ເຮັດວຽກໃນຂະແໜງການສຶກສາ ໃນການສະໜັບສະໜູນນັກຮຽນພິການໃຫ້ດີຂຶ້ນ
ວິດີໂອສຳລັບການພັດທະນາຄູ ຕອນໃໝ່ ຕອນທີ 29 ຊ່ວຍໃຫ້ຄູສາມາດລະບຸຄວາມຕ້ອງການໃນການຮຽນຂອງນັກຮຽນ ເພື່ອໃຫ້ ສາມາດດັດປັບການຮຽນການສອນໃຫ້ເໝາະສົມກັບນັກຮຽນທຸກຄົນ


