ຜູ້ເຮັດວຽກສຶກສານິເທດພາຍໃນເຂົ້າຮ່ວມການຝຶກອົບຮົມຄູຝຶກໃນແຂວງສະຫວັນນະເຂດ

ໄດ້ນຳໃຊ້ແທັບເລັດຈຳນວນ 1.245 ເຄື່ອງ ໃນການເກັບກຳຂໍ້ມູນ ແລະ ການຝຶກອົບຮົມໃຫ້ແກ່ທີມງານຜູ້ເຮັດວຽກສຶກສານິເທດຢູ່ໃນ 30 ເມືອງເປົ້າໝາຍຂອງແຜນງານບີຄວາ

ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ແລະ ອົງການ USAID ໂດຍຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າເຖິງການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ) ໄດ້ເປີດຊຸດຝຶກອົບຮົມຄັ້ງທີສອງ ເພື່ອຝຶກການໃຫ້ການຊ່ວຍເຫຼືອຄູສອນຊັ້ນປະຖົມສຶກສາ. ກອງປະຊຸມເພື່ອສະໜັບສະໜູນຄູຊັ້ນປະຖົມສຶກສາໃນວຽກງານການພັດທະນາວິຊາາຊີບຄູແບບຕໍ່ເນື່ອງຈະໄດ້ຈັດຂຶ້ນໃນກາງເດືອນ ກໍລະກົດ 2023 ຢູ່ທີ່ວິທະຍາໄລຄູສະຫວັນນະເຂດ, ວິທະຍາໄລຄູຫຼວງນ້ໍາທາ ແລະ ວິທະຍາໄລຄູຄັງໄຄ. ການຝຶກອົບຮົມດັ່ງກ່າວແມ່ນເພື່ອຝຶກໃຫ້ແກ່ກຸ່ມພະນັກງານຜູ້ເຮັດວຽກສຶກສານິເທດພາຍໃນ ເພື່ອຊ່ວຍເຫຼືອດ້ານການສອນ ໃນ 30 ເມືອງເປົ້າໝາຍຂອງແຜນງານບີຄວາ ເຊິ່ງຈະດຳເນີນໄປຈົນຮອດກາງ ເດືອນສິງຫາ 2023 ນີ້.

ຮອບການຝຶກອົບຮົມນີ້ ປະກອບມີການຝຶກອົບຮົມດ້ານນຳໃຊ້ເຕັກໂນໂລຊີເພື່ອການສື່ສານ ແລະ ຂໍ້ມູນຂ່າວສານໃຫ້ແກ່ຜູ້ເຮັດວຽກສຶກສານິເທດພາຍໃນທັງໝົດ, ທີມງານວິຊາການຂອງວິທະຍາໄລຄູ ແລະ ພະນັກງານຈາກຫ້ອງການສຶກສາທິການ ແລະ ກິລາ ເມືອງເປົ້າໝາຍຈໍານວນ 30 ເມືອງ ເຊິ່ງພວກເຂົາຈະຮັບແທັບເລັດເພື່ອໃຊ້ໃນວຽກງານ. ໃນໄລຍະການຝຶກອົບຮົມຊຸດໃໝ່ນີ້ຈະໃຊ້ເວລາ 5 ວັນ, ເຂົາເຈົ້າຈະໄດ້ຮຽນຮູ້ພື້ນຖານການນຳໃຊ້ແທັບເລັດ (ເລີ່ມຕົ້ນດ້ວຍການຮຽນນຳໃຊ້ແທັບເລັດ, ໜ້າທີ່ພື້ນຖານຂອງແທັບເລັດ ແລະ ການແກ້ໄຂບັນຫາ) ແລະ ຍັງວິທີການເຂົ້າເຖິງສື່ການຮຽນການສອນດິຈິຕອນທີ່ມີຢູ່ ເຊັ່ນ: ຊ່ອງທາງ ຢູທູບ ວິດີໂອສຳລັບການພັດທະນາຄູ ແລະ ທາງຄັງປັນຍາລາວ. ພວກເຂົາເຈົ້າຍັງຈະໄດ້ຮຽນຮູ້ວິທີການນໍາໃຊ້ ອຸປະກອນເພື່ອການສື່ສານ ແລະ ຂໍ້ມູນຂ່າວສານ ສໍາລັບການເກັບຂໍ້ມູນ ແລະ ການເກັບບັນທຶກຂໍ້ມູນຈາກການລົງຕິດຕາມໂຮງຮຽນ. ຈຸດປະສົງແມ່ນເພື່ອໃຫ້ເຂົາເຈົ້າສາມາດປະສົມປະສານເຄື່ອງມືທັນສະໄໝ ເຂົ້າໃນພາລະບົດບາດຂອງເຂົາເຈົ້າໃນລະບົບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ເພື່ອເປົ້າໝາຍສ້າງຄວາມເຂັ້ມແຂງດ້ານຄຸນນະພາບດ້ານການສອນ ແລະ ປັບປຸງຜົນການຮຽນຂອງນັກຮຽນ ແລະ ການມີສ່ວນຮ່ວມຂອງພວກເຂົາ.

ແນະນຳການເຮັດວຽກຂອງແບບຟອມທີ່ກ່ຽວຂ້ອງກັບວຽກງານຂອງຜູ້ເຮັດວຽກສຶກສານິເທດພາຍໃນ

ທີມງານຜູ້ເຮັດວຽກສຶກສານິເທດພາຍໃນຝຶກກອກຂໍ້ມູນແບບຟອມການຕິດຕາມໃນການລົງຢ້ຽມຢາມໂຮງຮຽນ

ໃນລະບົບໃໝ່ຂອງການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ແລະ ການສະໜັບສະໜູນຄູຢ່າງຕໍ່ເນື່ອງ ແມ່ນໄດ້ອຳນວຍຄວາມສະດວກໂດຍທີມງານຜູ້ເຮັດວຽກສຶກສານິເທດພາຍໃນ ທີ່ໄດ້ຖຶກຄັດເລືອກໃນເດືອນ ກຸມພາ-ມີນາ 2023 ທີ່ຜ່ານມາ ໃນ 30 ເມືອງເປົ້າໝາຍຈາກ 7 ແຂວງ (ຜົ້ງສາລີ, ຫຼວງນ້ຳທາ, ບໍ່ແກ້ວ, ຫົວພັນ, ຊຽງຂວາງ, ສະຫວັນນະເຂດ ແລະ ຄຳມ່ວນ). ທີມງານຜູ້ເຮັດວຽກສຶກສານິເທດພາຍໃນ ແມ່ນຖຶກຄັດເລືອກໂດຍອີງໃສ່ລະດັບໂຮງຮຽນ ແລະ ປະກອບມີ 1.043 ທ່ານ, ຜູ້ອໍານວຍການ ແລະ ຮອງອໍານວຍການ (40%) ແລະ ຄູ (60%). 56% ຂອງສະມາຊິກທີມງານຜູ້ເຮັດວຽກສຶກສານິເທດພາຍໃນ ແມ່ນເພດຍິງ. ໃນ 3 ວິທະຍາໄລຄູ ເປົ້າໝາຍຄື: ວິທະຍາໄລຄູສະຫວັນນະເຂດ, ວິທະຍາໄລຄູຄັງໄຂ ແລະ ວິທະຍາໄລຄູຫຼວງນ້ຳທາ ເຊິ່ງຈະນຳພາທີມງານຜູ້ເຮັດວຽກສຶກສານິເທດພາຍໃນ ສ້າງຂີດຄວາມສາມາດເພື່ອໃຫ້ການຊ່ວຍເຫຼືອທີ່ມີຄຸນນະພາບແກ່ຄູສອນຊັ້ນປະຖົມສຶກສາ. ການຝຶກອົບຮົມຄັ້ງທີ 1 ໄດ້ຈັດຂຶ້ນໃນເດືອນເມສາ 2023 ໂດຍເນັ້ນໃສ່ທັກສະການອໍານວຍຄວາມສະດວກ, ຫຼັກການການຮຽນຮູ້ຂອງຜູ້ໃຫຍ່ ແລະ ເຄື່ອງມືພາກປະຕິບັດເພື່ອສະໜັບສະໜູນຄູເຂົ້າຮ່ວມໃນກິດຈະກຳການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ເຊັ່ນ: ການໄປລົງໄປຕິດຕາມໂຮງຮຽນ, ການໃຫ້ຄໍາປຶກສາ, ການສັງເກດການສອນຂອງຄູໃນໂຮງຮຽນດ້ວຍກັນ ແລະ ຮອບວຽນການຮຽນ. ການຝຶກອົບຮົມຄັ້ງທີສອງ ແມ່ນຈະສຸມໃສ່ການປະຕິບັດການສອນທີ່ສາມາດນໍາໃຊ້ໃນຫ້ອງຮຽນ, ຮຽນນຳໃຊ້ແທັບເລັດ ແລະ ວິທີການນໍາໃຊ້ແທັບເລັດເພື່ອສະໜັບສະໜູນຄູໃນວຽກງານການພັດທະນາວິຊາຊີບຄູແບບຕໍ່ເນື່ອງ.

ຊ່ວຍເຫຼືອຄູ່ຮ່ວມງານໃນການນຳໃຊ້ແທັບເລັດເຂົ້າໃນວຽກງານ

ທ່ານ ເກດ ພັນລັກ, ຫົວໜ້າກົມສ້າງຄູ ໄດ້ກ່າວວ່າ: “ຍັງມີຄວາມຫຍຸ້ງຍາກຫຼາຍຢ່າງຕໍ່ການເຂົ້າເຖິງສື່ການຮຽນການສອນແບບດີຈີຕອນ ເຊັ່ນ: ຄອມພິວເຕີ ແລະ ອິນເຕີເນັດ ເຊັ່ນດຽວກັບການພັດທະນາຄວາມສາມາດດ້ານວິຊາການໃນການນຳໃຊ້ເຄື່ອງມືດັ່ງກ່າວ. ການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ແລະ ອົງການ USAID ໂດຍຜ່ານແຜນງານບີຄວາ ແມ່ນເປັນສິ່ງທີ່ດີ ເພື່ອຊ່ວຍເຫຼືອທີມງານດ້ານວິຊາການຈາກວິທະຍາໄລຄູ ແລະ ທີມງານຜູ້ເຮັດວຽກສຶກສານິເທດ ດ້ານອຸປະກອນ ແລະ ການຈັດການຝຶກອົບຮົມ ຈະຊ່ວຍພັດທະນາບັນດາທັກສະພຶ້ນຖານດ້ານເຕັກນິກ ເພື່ອຮູ້ນຳໃຊ້ສື່ການການຮຽນການສອນທີ່ເປັນດີຈີຕອນ”.

ພະນັກງານຫ້ອງການສຶກສາທິການ ແລະ ກິລາເມືອງ ຈະໃຊ້ແທັບແລັດໃນລະຫວ່າງການລົງຕິດຕາມໂຮງຮຽນເພື່ອເກັບກໍາຂໍ້ມູນກ່ຽວກັບການຈັດຕັ້ງປະຕິບັດລະບົບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ. ທີມງານດ້ານວິຊາການວິທະຍາໄລຄູ ຈະໃຊ້ແທັບເລັດເພື່ອສະຫນອງການສະຫນັບສະຫນູນຢ່າງຕໍ່ເນື່ອງໃຫ້ແກ່ຜູ້ເຮັດວຽກສຶກສານິເທດພາຍໃນຈາກທາງໄກ ໂດຍໃຊ້ຊ່ອງທາງ ຜ່ານຊູມ (Zoom) ແລະ ວອັດແອັບ (WhatsApp). ແທັບເລັດຍັງຈະຊ່ວຍໃຫ້ພວກເຂົາສາມາດສົ່ງຕໍ່ສື່ການຮຽນການສອນໃຫ້ແກ່ທີມງານຜູ້ເຮັດວຽກສຶກສານິເທດພາຍໃນ ແລະ ຮ່ວມມືກັບພະນັກງານຫ້ອງການສຶກສາທິການ ແລະ ກິລາເມືອງ ເພື່ອໃຫ້ການຊ່ວຍເຫຼືອຢ່າງຫຼາກຫຼາຍ ແລະ ເອົາໃຈໃສ່ໃຫ້ແກ່ທີມເຮັດວຽກສຶກສານິເທດພາຍໃນ. ນອກຈາກນັ້ນ, ທີມງານວິຊາການຍັງສາມາດໃຊ້ແທັບເລັດເຂົ້າໃນການຝຶກການພັດທະນາວິຊາຊີບຄູແບບຕໍ່ເນື່ອງຂອງດ້ວຍການຮຽນຮູ້ແບບດິຈິຕອນ.

ພາກສ່ວນອື່ນໆຂອງການຝຶກອົບຮົມປະກອບດ້ວຍການລົງເລິກລາຍລະອຽດໃນປຶ້ມຄູ່ມືຄູ ແລະ ການຮຽນຮູ້ດ້ວຍການປະຕິບັດຕົວຈິງ ໂດຍສະເພາະວິຊາພາສາລາວ, ຄະນິດສາດ ແລະ ວິທະຍາສາດ ແລະ ສິ່ງແວດລ້ອມ ແລະ ການແນະນຳວິທີການນຳໃຊ້ຄູ່ມືຄູສຳລັບການວາງແຜນ ແລະ ການສອນ. ການຝຶກອົບຮົມຍັງເນັ້ນໃສ່ທັກສະດ້ານວິຊາຊີບ ແລະ ທັດສະນະຄະຕິທີ່ດີ ລວມທັງການປົກປ້ອງ ເດັກ ແລະ ສະພາບແວດລ້ອມທີ່ມີຄວາມປອດໄພ.

ທ່ານ ເກດ ພັນລັກ ໄດ້ກ່າວສະຫຼຸບໃນຕອນທ້າຍວ່າ: “ທີມງານຜູ້ເຮັດວຽກສຶກສານິເທດພາຍໃນ ຈະເລີ່ມຕົ້ນໃຫ້ການຊ່ວຍເຫຼືອຄູຊັ້ນປະຖົມສຶກສາໃນທ້ອງຖິ່ນຂອງຕົນໃນໄລຍະເປີດສົກຮຽນໃໝ່ໃນເດືອນກັນຍານີ້. ເຂົາເຈົ້າຈະລົງໄປຕິດຕາມເພື່ອນທີ່ເປັນຄູດ້ວຍກັນໃນໂຮງຮຽນປະຖົມແຫ່ງອື່ນ ແລະ ໃຫ້ຄຳແນະນຳລາຍບຸກຄົນ ເພື່ອຊ່ວຍເຂົາເຈົ້າປັບປຸງທັກສະ ແລະ ຄວາມຮູ້ກ່ຽວກັບການສອນຂອງເຂົາເຈົ້າ. ຂອບໃຈທີ່ໄດ້ມີແທັບເລັດຊ່ວຍ, ພວກເຂົາເຈົ້າຈະສາມາດເຂົ້າເຖິງການສິດສອນ ແລະ ການຮຽນຮູ້ໄດ້ສະດວກຂຶ້ນເພື່ອສົ່ງຕໍ່ຄວາມຮູ້ດັ່ງກ່າວແກ່ບັນດາຄູ, ເປັນເຄື່ອງມືນຳໃຊ້ເຂົ້າໃນວຽກງານການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ແລະ ເຕັກນິກເພື່ອແກ້ໄຂສິ່ງທ້າທາຍທີ່ຄູອາດຈະພົບ.”

ທີມງານຜູ້ເຮັດວຽກສຶກສານິເທດພາຍໃນ ທີມທຳອິດທີ່ໄດ້ຮັບແທັບເລັດເພື່ອນຳໃຊ້ເຂົ້າໃນວຽກງານຂອງພວກເຂົາເຈົ້າຢູ່ທີ່ວິທະຍາໄລຄູແຂວງສະຫວັນນະເຂດ