ແຜນງານບີຄວາ ກຳລັງນຳໃຊ້ວິທີການດຳເນີນງານແບບສອງວິທີ:

  1. ແຜນງານບີຄວາ ໃຫ້ການສະໜັບສະໜູນການພັດທະນານະໂຍບາຍທີ່ຄອບຄຸມທົ່ວຂະແໜງການ, ການເສີມສ້າງລະບົບ ແລະ ການນຳໃຊ້ຫຼັກສູດປະຖົມສຶກສາ ແລະ ບົດຮຽນຝຶກເວົ້າພາສາລາວ ໃນທົ່ວປະເທດ.

  2. ແຜນງານບີຄວາ ໃຫ້ການສະໜັບສະໜູນແບບເຂັ້ມແຂງຫຼາຍຂຶ້ນ ໃຫ້ແກ່ວິທະຍາໄລຄູ, ພະແນກສຶກສາທິການ ແລະ ກິລາແຂວງ, ພ້ອມຄະນະຊີ້ນຳ ແລະ ວິຊາການຂອງຫ້ອງການສຶກສາທິການ ແລະ ກິລາເມືອງ ເພື່ອປະຕິບັດລະບົບນະໂຍບາຍຂັ້ນສູນກາງ ໃຫ້ເໝາະສົມກັບສະພາບການ ແລະ ສອດຄ່ອງກັບຂັ້ນທ້ອງຖິ່ນ.

ເຂດບໍລິການວິທະຍາໄລຄູ ແລະ ເມືອງເປົ້າໝາຍ ຂອງແຜນງານບີຄວາ ໄລຍະ 2

ກົດເພື່ອດາວໂຫລດ

30 ເມືອງເປົ້າໝາຍຂອງແຜນງານບີຄວາ ໄລຍະ 2

ກົດເພື່ອດາວໂຫລດ