ໜ້າຫຼັກ / ກ່ຽວກັບແຜນງານບີຄວາ / ຄູ່ຮ່ວມງານຂອງພວກເຮົາ
ແຜນງານບີຄວາ ແມ່ນແຜນງານທີ່ນຳພາໂດຍກະຊວງສຶກສາທິການ ແລະ ກິລາ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ

ພະນັກງານວິຊາການຂອງແຜນງານ ໄດ້ຖືກຈັດສັນເຂົ້າໃນຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ເພື່ອຊ່ວຍກະຊວງສຶກສາທິການ ແລະ ກິລາ ໃນການຈັດຕັ້ງປະຕິບັດແຜນງານ ໂດຍສຸມໃສ່ໃນການພັດທະນາຫຼັກສູດຊັ້ນປະຖົມສຶກສາ, ການພັດທະນາວິຊາຊີບຄູ, ການບໍລິຫານ ແລະ ການສະໜັບສະໜູນຄູ, ແລະ ລວມໄປເຖິງການເຊື່ອມສານບັນດາຫຼັກການ ແລະ ການປະຕິບັດທີ່ສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ການສຶກສາຮຽນຮ່ວມ.
ກະຊວງສຶກສາທິການ ແລະ ກິລາ
ກະຊວງສຶກສາທິການ ແລະ ກິລາ ຂອງ ສປປ ລາວ ແມ່ນໜ່ວຍງານພາກລັດທີ່ຊີ້ນຳແຜນງານບີຄວາ. ວິໄສທັດດ້ານການສຶກສາຂອງກະຊວງ ເຖິງປີ 2030 ແມ່ນເພື່ອ “ສ້າງໂອກາດໃຫ້ແກ່ພົນລະເມືອງລາວໝົດທຸກຄົນ ສາມາດເຂົ້າເຖິງການສຶກສາໄດ້ຢ່າງສະເໝີພາບ ໂດຍສຸມໃສ່ໃນການພັດທະນາຄຸນນະພາບການສຶກສາ”.
ລັດຖະບານອົດສະຕຣາລີ
ລັດຖະບານອົດສະຕຣາລີ ແມ່ນຜູ້ໃຫ້ທຶນສອງຝ່າຍຫຼາຍທີ່ສຸດເຂົ້າໃນການສຶກສາຂັ້ນພື້ນຖານ ໃນ ສປປ ລາວ. ແຜນງານບີຄວາ ແມ່ນແຜນງານທີ່ສຳຄັນຂອງອົດສະຕຣາລີ ໃນ ສປປ ລາວ ດ້ວຍງົບປະມານລວມ 80 ລ້ານໂດລາອົດສະຕຣາລີ ສຳລັບແຜນງານໄລຍະທີ 1 ຈາກເດືອນພຶດສະພາ ປີ 2015 ເຖິງເດືອນມິຖຸນາ ປີ 2022 ແລະ ງົບປະມານເພີ່ມຕື່ມອີກ 52.8 ລ້ານໂດລາອົດສະຕຣາລີ ສຳລັບແຜນງານໄລຍະທີ 2 ຈາກເດືອນກໍລະກົດ ປີ 2022 ເຖິງເດືອນມິຖຸນາ ປີ 2028.
ນັບຕັ້ງແຕ່ເດືອນກັນຍາ 2017 ຫາ ເດືອນກັນຍາ 2019, ອົງການ USAID ໄດ້ປະກອບສ່ວນ ເພື່ອສະໜັບສະໜູນການຈັດພິມສື່ການຮຽນການສອນ. ເລີ່ມຈາກເດືອນມິຖຸນາ 2023 ຫາ ເດືອນມິຖຸນາ 2026, ອົງການ USAID ໄດ້ປະກອບສ່ວນ ສໍາລັບການສອນຫ້ອງຄວບ, ການສຶກສາຮຽນຮ່ວມ, ບົດຮຽນຝຶກເວົ້າພາສາລາວ ແລະ ຍັງຈະຊ່ວຍສະໜັບສະໜູນດ້ານອຸປະກອນ ICT ໃນເມືອງເປົ້າໝາຍຂອງແຜນງານບີຄວາ ໄລຍະທີ 2.
ສະຫະພາບເອີຣົບໄດ້ປະກອບສ່ວນ ເຂົ້າໃນກິດຈະກໍາທັງໝົດ ຈົນເຖິງເດືອນສິງຫາ ປີ 2020.
ນັບຕັ້ງແຕ່ເດືອນເມສາ 2016 ຫາ ເດືອນທັນວາ 2018, ແຜນງານບີຄວາໄດ້ຮ່ວມມືກັບອົງການແພລນສາກົນ (Plan International), ອົງການສຸພະນິມິດສາກົນ (World Vision), ອົງການຊ່ວຍເຫຼືອເດັກສາກົນ (Save the Children) ແລະ ອົງການຊາຍຟັນ (ChildFund) ຜ່ານໂຄງການຂອງກຸ່ມອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານຂອງແຜນງານບີຄວາ (BEQUAL NGO Consortium) ເພື່ອເພີ່ມການມີສ່ວນຮ່ວມໃນການຮຽນຂອງນັກຮຽນ ແລະ ຄູສອນ ໂດຍສະເພາະແມ່ນເດັກນ້ອຍທີ່ມີຄວາມພິການ.