ນັກຮຽນຊ່ວຍເພື່ອນຮ່ວມຫ້ອງທີ່ມີບັນຫາດ້ານການເຄື່ອນໄຫວ ໃນຂະນະທີ່ຍ່າງໄປຫ້ອງຮຽນຮ່ວມກັນ

ທີມງານສຶກສາຄົ້ນຄວ້າກຳລັງສັງເກດການສອນໃນຫ້ອງຮຽນ ແລະ ສຳພາດນັກຮຽນ ທີ່ມີຄວາມພິການ ເພື່ອເຂົ້າໃຈສິ່ງທີ່ຊ່ວຍໃຫ້ເຂົາເຈົ້າພັດທະນາຕົນເອງໃນຫ້ອງຮຽນ ແລະ ຮຽນຮູ້ຮ່ວມກັບໝູ່ເພື່ອນ

ການເຂົ້າໃຈສິ່ງທີ່ເກີດຂຶ້ນໃນຫ້ອງຮຽນຕົວຈິງ ແມ່ນມີຄວາມສໍາຄັນສໍາລັບການປັບປຸງການສຶກສາສໍາລັບເດັກພິການ. ຄູສາມາດໃຊ້ວິທີການທີ່ແຕກຕ່າງກັນ ເພື່ອຊ່ວຍໃຫ້ນັກຮຽນມີສ່ວນຮ່ວມໃນບົດຮຽນ. ປະສົບການໃນຫ້ອງຮຽນຈະແຕກຕ່າງກັນຫຼາຍ ສໍາລັບນັກຮຽນທີ່ມີຄວາມຫຍຸ້ງຍາກໃນ ດ້ານການເບິ່ງເຫັນ, ການໄດ້ຍິນ, ການສື່ສານ, ການເຄື່ອນໄຫວ ຫຼື ດ້ານການຮຽນຮູ້. ການເຂົ້າໃຈປະສົບການເຫຼົ່ານີ້ ຈະຊ່ວຍໃຫ້ຄູ ແລະ ຜູ້ເຮັດວຽກສຶກສານິເທດ ເຂົ້າໃຈຕໍ່ຄວາມຕ້ອງການຂອງນັກຮຽນ ເພື່ອໃຫ້ນັກຮຽນ ທຸກຄົນສາມາດຮຽນຮູ້ຮ່ວມກັນໄດ້.

ກະຊວງສຶກສາທິການ ແລະ ກິລາ ຂອງ ສປປ ລາວ (ສສກ), ໂດຍໄດ້ຮັບການສະໜັບສະໜູນ ຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ, ກຳລັງນຳພາຂັ້ນຕອນໃໝ່ຂອງການສຶກສາຄົ້ນຄວ້າການຮຽນຮ່ວມຂອງນັກຮຽນພິການ. ໃນລະຫວ່າງວັນທີ 17 ຫາ 19 ພະຈິກ 2026, ທີມງານສຶກສາຄົ້ນຄວ້າ ໄດ້ລົງຕິດຕາມເພື່ອສັງເກດການສອນກິດຈະກຳໃນຫ້ອງຮຽນ ແລະ ສຳພາດນັກຮຽນພິການ ກ່ຽວກັບປະສົບການຂອງເຂົາເຈົ້າຢູ່ໂຮງຮຽນ. ການສຶກສາຄົ້ນຄວ້າດັ່ງກ່າວ ແມ່ນດຳເນີນໂດຍ ການນຳພາຂອງວິຊາການຫ້ອງການສຶກສາທິການ ແລະ ກິລາ ເມືອງຄູນ ແລະ ທີມງານວິຊາການຈາກ ວິທະຍາເຂດຄັງໄຂ, ມະຫາວິທະຍາໄລແຫ່ງຊາດສ້າງຄູແຫ່ງຊາດ ພາຍໃຕ້ການຊີ້ນຳຂອງກົມພັດທະນາການສຶກສາຄູ ແລະ ການບໍລິຫານການສຶກສາ.

ການສຶກສາຄົ້ນຄວ້າດັ່ງກ່າວ ຈະໄດ້ດຳເນີນໄປຕະຫຼອດສົກຮຽນ 2026–2027 ໃນໂຮງຮຽນປະຖົມຈຳນວນໜື່ງທີ່ເມືອງຄູນ ແຂວງຊຽງຂວາງ. ການສຶກສາຄົ້ນຄວ້າດັ່ງກ່າວ ແມ່ນກຳລັງສຶກສາເຖິງວິທີການນຳໃຊ້ ຊັບພະຍາກອນການສອນແບບຮຽນຮ່ວມ ໃນຫ້ອງຮຽນຕົວຈິງ ທີ່ພັດທະນາໂດຍ ກະຊວງສຶກສາທິການ ແລະ ກິລາ ໂດຍການສະໜັບສະໜູນດ້ານວິຊາການຈາກ ແຜນງານບີຄວາ. ຊັບພະຍາກອນດັ່ງກ່າວປະກອບມີ ເອກະສານເພື່ອຊ່ວຍໃຫ້ຄູເຂົ້າໃຈເຖິງຄວາມຕ້ອງການດ້ານການຮຽນຮູ້ ແລະ ການສະໜັບສະໜູນຂອງນັກຮຽນ, ຄຳແນະນຳໃນກາດັດນປັບການສອນຂອງເຂົາເຈົ້າ, ພ້ອມທັງມີວິດີໂອທີ່ສະແດງໃຫ້ເຫັນເຖິງ ລັກສະນະທ່າທາງຂອງນັກຮຽນ ໃນຫ້ອງຮຽນ ທີ່ອາດຈະຊີ້ບອກວ່າ ເດັກຕ້ອງການການເອົາໃຈໃສ່ເພີ່ມເຕີມເມື່ອໃດ. ການຄົ້ນຄວ້າດັ່ງກ່າວຈະຊ່ວຍປະເມີນ ວ່າເອກະສານເຫຼົ່ານີ້ມີຄວາມຊັດເຈນ, ໃຊ້ໄດ້ຈິງ ແລະ ເປັນປະໂຫຍດ ຕໍ່ຄູ ໃນການສິດສອນປະຈຳວັນຂອງເຂົາເຈົ້າຫຼືບໍ່.

ເພື່ອນຮ່ວມຫ້ອງຊ່ວຍນັກຮຽນທີ່ມີບັນຫາດ້ານການໄດ້ຍິນໃນເວລາຮຽນວິຊາພາສາລາວ

ທີມງານຄົ້ນຄວ້າສົນທະນາກັບນັກຮຽນເຖິງສິ່ງທີ່ງ່າຍ ຫຼື ຍາກສໍາລັບເຂົາເຈົ້າໃນໂຮງຮຽນ

ທ່ານ ປອ. ລຳພູນ ຫຼວງໄຊ, ຫົວໜ້າກົມພົດທະນາຄູ ແລະ ການບໍລິຫານການສຶກສາ ໄດ້ກ່າວວ່າ: “ກະຊວງສຶກສາທິການ ແລະ ກິລາ ຕ້ອງການສຶກສາຄົ້ນຄວ້າ ແລະ ສຶກສາຫຼັກຖານທີ່ສະທ້ອນເຖິງຄວາມເປັນຈິງຂອງໂຮງຮຽນ ແລະ ປະສົບການຂອງນັກຮຽນ. ໂດຍການສຶກສາການປະຕິບັດການສອນໃນຫ້ອງຮຽນ ແລະ ການຟັງຄຳເຫັນຈາກນັກຮຽນໂດຍກົງ, ພວກເຮົາຈະສາມາດລະບຸການສະໜັບສະໜູນ ທີ່ເປັນປະໂຫຍດທີ່ສຸດ ແລະ ເລືອກວິທີການສົ່ງເສີມການສອນຂອງຄູ.”

ໃນລະຫວ່າງການລົງສັງເກດການຂັ້ນທ້ອງຖິ່ນ, ທີມງານຄົ້ນຄວ້າ ກຳລັງສັງເກດວິທີທີ່ຄູຈັດກິດຈະກຳ ແລະ ຊ່ວຍເຫຼືອນັກຮຽນພິການໃນລະຫວ່າງການຮຽນ. ທີມງານສຶກສາຄົ້ນຄວ້າຈະສັງເກດ ວິທີທີ່ຄູດັດປັບກິດຈະກຳ, ໃຫ້ການສະໜັບສະໜູນເພີ່ມເຕີມ ແລະ ການມີສ່ວນຮ່ວມຂອງນັກຮຽນໃນການຮຽນໃນຫ້ອງຮຽນ. ພ້ອມທັງ ຈະສັງເກດເບິ່ງ ວິທີທີ່ນັກຮຽນປະຕິບັດຕາມຄຳແນະນຳ, ສື່ສານ, ເຮັດວຽກບ້ານໃຫ້ສຳເລັດ, ເຮັດກິດຈະກຳຮ່ວມກັບເພື່ອນຮ່ວມຫ້ອງ ແລະ ເຂົ້າຮ່ວມກິດຈະກຳໃນຫ້ອງຮຽນ.

ຄູ ພອນສະຫວັນ ຈັນທະລາ, ຄູສອນຫ້ອງຄວບ ປ. 3 ແລະ ປ.4 ໄດ້ກ່າວ່າ: “ໃນຫ້ອງຮຽນຂອງຂ້າພະເຈົ້າມີນັກຮຽນພິການ 1 ຄົນ, ລາວເປັນຄົນຫູໜວກ ແລະ ເວົ້າບໍ່ໄດ້. ໃນເວລາສອນ, ຂ້າພະເຈົ້າໄດ້ໃຊ້ພາສາກາຍເພື່ອສື່ສານກັບລາວ ແລະ ໄດ້ເອົາໃຈໃສ່ໃນການແນະນຳລາວເປັນພິເສດ ເຊັ່ນ: ໃນວິຊາຄະນິດສາດ, ຂ້າພະເຈົ້າໄດ້ໃຊ້ໄມ້ດິ້ວ ເພື່ອຊ່ວຍລາວນັບເລກ, ໃຊ້ບັດຄຳສັບ ແລະ ບັດຮູບພາບ ເພື່ອຊ່ວຍລາວໃນການຮຽນວິຊາພາສາລາວ. ພ້ອມທັງໃນຫ້ອງ, ກໍຍັງມີໝູ່ຮ່ວມຫ້ອງທີ່ພາລາວຂຽນໜັງສື ແລະ ພວກເຮົາພະຍາຍາມຊ່ວຍລາວ ໃຫ້ສາມາດຮຽນຮ່ວມກັບໝູ່ໃນຫ້ອງໃຫ້ໄດ້. ສິ່ງທ້າທາຍໃນການສອນຂອງຂ້າພະເຈົ້າ ແມ່ນການແບ່ງເວລາສອນນັກຮຽນ ໂດຍສະເພາະຜູ້ທີ່ມີຄວາມພິການ ອາດຈະບໍ່ທົ່ວເຖິງເທົ່າທີ່ຄວນ”.

ທີມງານຄົ້ນຄວ້າສັງເກດການສອນຂອງຄູ ໄດ້ຊ່ວຍເຫຼືອນັກຮຽນທີ່ມີຄວາມພິການໃນຫ້ອງຮຽນຄືແນວໃດ

ການຮວມມືດີຂຶ້ນ ເມື່ອເພື່ອນຮ່ວມຫ້ອງຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນການຮຽນຮູ້ ແລະ ເຂົ້າຮ່ວມກິດຈະກຳໃນຫ້ອງຮຽນ

ທີມງານຍັງໄດ້ສຳພາດນັກຮຽນທີ່ມີຄວາມພິການ. ການສົນທະນາເຫຼົ່ານີ້ ຊ່ວຍໃນການສຶກສາເຖິງ ສິ່ງທີ່ນັກຮຽນພົບວ່າງ່າຍ ຫຼື ຍາກຢູ່ໂຮງຮຽນ, ວິທີທີ່ຄູ ແລະ ເພື່ອນຮ່ວມຫ້ອງສະໜັບສະໜູນເຂົາເຈົ້າ, ແລະ ການຊ່ວຍເຫຼືອເພີ່ມເຕີມອັນໃດ ທີ່ສາມາດປັບປຸງການຮຽນຮູ້ ແລະ ການມີສ່ວນຮ່ວມຂອງເຂົາ. ນັກຮຽນຍັງຈະຖືກຖາມກ່ຽວກັບການເຂົ້າເຖິງຫ້ອງຮຽນ ແລະ ສິ່ງອຳນວຍຄວາມສະດວກອື່ນໆຂອງໂຮງຮຽນ, ແລະ ວິທີການປັບປຸງສິ່ງນີ້.

ການສໍາພາດນັກຮຽນແມ່ນໃຊ້ເຄື່ອງມືໃໝ່ທີ່ມີຄໍາຖາມ, ຮູບພາບ ແລະ ສັນຍາລັກບອກຄວາມຮູ້ສຶກທີ່ງ່ເຂົ້າໃຈງ່າຍ. ນັກຮຽນ ແລະ ຜູ້ສໍາພາດ ສາມາດເຫັນຮູບພາບດຽວກັນ, ເຮັດໃຫ້ນັກຮຽນເຂົ້າໃຈຄໍາຖາມ ແລະ ສະແດງຄວາມຄິດເຫັນຂອງເຂົາເຈົ້າໄດ້ງ່າຍຂຶ້ນ. ມີການສະໜັບສະໜູນດ້ານການແປພາສາຊົນເຜົ່າ ຫາກນັກຮຽນທີ່ສຳພາດຍັງບໍ່ສາມາດເວົ້າພາສາລາວໄດ້ດີເທື່ອ.

ນັກຮຽນຫ້ອງ ປ. 5 ຄົນໜຶ່ງໄດ້ໃຫ້ສຳພາດໃນລະຫວ່າງການສັງເກດການສອນໃນຫ້ອງຮຽນວ່າ: “ຫຼານມີຄວາມຫຍຸ້ງຍາກໃນການເບິ່ງເຫັນ ທີ່ບໍ່ສາມາດເບິ່ງເຫັນໄກໄດ້. ຄູໄດ້ຊ່ວຍເຫຼືອໃນການຮຽນເຊັ່ນ: ໄດ້ພິມເຈ້ຍທີ່ໂຕໜັງສືໃຫຍ່ມາໃຫ້ອ່ານ, ໄດ້ເອົາແຜ່ນຂະຫຍາຍມາໃຫ້ຊ່ວຍເບິ່ງ ແລະ ຄູໄດ້ເອົາໃຈໃສ່ອະທິບາຍເວລາບໍ່ເຂົ້າໃຈ. ໃນຫ້ອງກໍຍັງມີໝູ່ ທີ່ພາຮຽນ ແລະ ແນະນຳການຈົດກາຍ ຖ້າຫາກແນມບໍ່ເຫັນ. ການມາໂຮງຮຽນແມ່ນມ່ວນຫຼາຍ, ໄດ້ເຮັດກິດຈະກຳຫຼາຍໆຢ່າງກັບໝູ່ ແລະ ຕົນເອງກໍດີໃຈທີ່ໄດ້ຮຽນໜັງສືຮ່ວມກັບໝູ່”.

ການຮັບຟັງນັກຮຽນແມ່ນສ່ວນໜຶ່ງທີ່ສຳຄັນຂອງການສຶກສາຄົ້ນຄວ້າ ເພາະວ່າວິທີແກ້ໄຂດ້ານການສຶກສາ ຄວນໄດ້ຮັບ ການອອກແບບຮ່ວມກັບ ທຸກຄົນທີ່ມີຄວາມເຂົ້າໃຈກ່ຽວກັບສິ່ງທີ່ສາມາດປະຕິບັດໄດ້ ໃນສະຖານະການຂອງຕົນເອງ. ນັກຮຽນອາດຈະລະບຸອຸປະສັກ ທີ່ບໍ່ສາມາດເບິ່ງເຫັນໄດ້ ຜ່ານການສັງເກດການສອນໃນຫ້ອງຮຽນພຽງຢ່າງດຽວ. ທັດສະນະຂອງເຂົາເຈົ້າ ຍັງສາມາດເນັ້ນໃຫ້ເຫັນວິທີການຕ່າງໆ ທີ່ເຮັດໃຫ້ເຂົາເຈົ້າຮູ້ສຶກໝັ້ນໃຈ ແລະ ສາມາດເຂົ້າຮ່ວມໄດ້ຫຼາຍຂຶ້ນ.

ທ່ານ ໄມໂຄ ຄາຣີ, ເລຂາເອກ, ສະຖານທູດອົດສະຕຣາລີ ກ່າວວ່າ: “ການສະໜັບສະໜູນການສຶກສາຮຽນຮ່ວມ ຕ້ອງການຫຼາຍກວ່າການສ້າງຄຳແນະນຳ. ຄູຕ້ອງການເຄື່ອງມືທີ່ເຂົາເຈົ້າສາມາດເຂົ້າໃຈ ແລະ ນຳໃຊ້ໄດ້, ແລະ ນັກຮຽນຄວນມີສ່ວນຮ່ວມໃນການຕັດສິນໃຈກ່ຽວກັບການສຶກສາຂອງເຂົາເຈົ້າ. ລັດຖະບານອົດສະຕຣາລີ ມີຄວາມຍິນດີທີ່ຈະສະໜັບສະໜູນ ກະຊວງສຶກສາທິການ ແລະ ກິລາ ໃນການເກັບກຳຫຼັກຖານການປະຕິບັດຕົວຈິງ ທີ່ສາມາດປະກອບສ່ວນ ເຂົ້າໃນການສິດສອນທີ່ເຂັ້ມແຂງຂຶ້ນ ແລະ ການສະໜັບສະໜູນທີ່ດີຂຶ້ນສຳລັບນັກຮຽນທີ່ມີຄວາມພິການ.”

ຫຼັງຈາກວຽກງານການລົງຕິດຕາມຄັ້ງນີ້, ທີມງານສຶກສາຄົ້ນຄວ້າ ຈະສືບຕໍ່ເກັບກຳ ແລະ ວິເຄາະ ຂໍ້ມູນໃນລະຫວ່າງສົກຮຽນ 2026–2027. ການລົງຢ້ຽມຢາມໂຮງຮຽນໃນຄັ້ງຕໍ່ໄປ ຈະຊ່ວຍທົບທວນວິທີການນຳໃຊ້ເອກະສານ ແລະ ກຳນົດສິ່ງທີ່ຄວນປັບປຸງ ຫຼື ການສະໜັບສະໜູນເພີ່ມເຕີມທີ່ຄູອາຈານຕ້ອງການ.

ຜົນການສຶກສາຄົ້ນຄວ້າ ຄາດວ່າຈະໃຫ້ສຳເລັດໄດ້ພາຍໃນກາງປີ 2027. ຫຼັງຈາກນັ້ນ, ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບລັດຖະບານອົດສະຕຣາລີ ຈະນຳໃຊ້ຫຼັກຖານເພື່ອປັບປຸງສື່ການຮຽນການສອນສອນ ແລະ ສ້າງກິດຈະກຳທີ່ສົ່ງເສີມການສຶກສາຮຽນຮ່ວມໃນອະນາຄົດ. ໂດຍການລວມເອົາການສັງເກດການສອນໃນຫ້ອງຮຽນ ແລະ ຄຳເຫັນຂອງນັກຮຽນ, ການສຶກສາຄົ້ນຄວ້າ ຈະຊ່ວຍກຳນົດວິທີການປະຕິບັດຕົວຈິງ ເພື່ອສະໜັບສະໜູນນັກຮຽນພິການ ໃນ ສປປ ລາວ ໃຫ້ມີສ່ວນຮ່ວມ ແລະ ຮຽນຮູ້ໄດ້ດີຂຶ້ນ ເພື່ອໃຫ້ເຂົາເຈົ້າສາມາດປະກອບສ່ວນເຂົ້າໃນການພັດທະນາສັງຄົມ, ເສດຖະກິດ, ຊັບພະຍາກອນມະນຸດ ແລະ ອະນາຄົດຂອງປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງຍິ່ງຂຶ້ນ.

ຄູໃຊ້ບັດຄຳ ແລະ ບັດຮູບພາບເພື່ອຊ່ວຍນັກຮຽນທີ່ມີບັນຫາດ້ານການໄດ້ຍິນໃນການສື່ສານ