ນັກເກັບກຳຂໍ້ມູນຈາກ ສສກ, ສກຂ ແລະ ວຄ
ຂັ້ນຕອນທຳອິດໄດ້ເລີ່ມຕົ້ນດ້ວຍການປະເມີນທັກສະພາສາລາວຂອງນັກຮຽນຊັ້ນປະຖົມສຶກສາ (EGLA) ເພື່ອເກັບກຳຂໍ້ມູນຂັ້ນທຽບຖານ (Baseline) ໃນການວັດແທກລະດັບທັກສະພາສາ ແລະ ການຮູ້ໜັງສືຂອງນັກຮຽນຊັ້ນ ປ.1 ແລະ ປ.3 ໃນຕົ້ນສົກຮຽນ
ກະຊວງສຶກສາທິການ ແລະ ກິລາ (ສສກ) ພາຍໃຕ້ການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ (BEQUAL) ໄດ້ເລີ່ມດຳເນີນການຄົ້ນຄວ້າໃໝ່ ກ່ຽວກັບປັດໄຈທີ່ຊ່ວຍສົ່ງເສີມທັກສະພາສາລາວ ແລະ ການຮູ້ໜັງສືຂອງນັກຮຽນ ໂດຍສະເພາະແມ່ນກຸ່ມນັກຮຽນທີ່ບໍ່ໄດ້ໃຊ້ພາສາລາວເປັນຫຼັກຢູ່ໃນຄອບຄົວ. ການຄົ້ນຄວ້າໃນຄັ້ງນີ້ ແມ່ນຈັດຕັ້ງປະຕິບັດໂດຍສູນຄົ້ນຄວ້າພາສາລາວ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ຮ່ວມກັບ ແຜນງານບີຄວາ (BEQUAL).
ຈຸດປະສົງຂອງການຄົ້ນຄວ້າ ແມ່ນເພື່ອສຶກສາການພັດທະນາການຮຽນຮູ້ຂອງນັກຮຽນ ຕະຫຼອດໄລຍະໜຶ່ງສົກຮຽນ ພ້ອມທັງປະເມີນວ່າ ວິທີການສອນ, ສະພາບແວດລ້ອມໃນຫ້ອງຮຽນ ແລະ ສື່ການຮຽນການສອນ ມີສ່ວນຊ່ວຍສົ່ງເສີມຄວາມກ້າວໜ້າຂອງເດັກຄືແນວໃດ. ທັງນີ້, ຜົນການຄົ້ນຄວ້າຈະຖືກນຳໃຊ້ເປັນຂໍ້ມູນພື້ນຖານເຂົ້າໃນການພັດທະນາຫຼັກສູດ, ການຍົກລະດັບວິຊາຊີບຄູ ແລະ ການຈັດຕັ້ງປະຕິບັດບົດຮຽນເສີມດ້ານພາສາຜ່ານສື່ການຮຽນການສອນຝຶກເວົ້າພາສາລາວໃນອະນາຄົດ.
ການຄົ້ນຄວ້າດັ່ງກ່າວ ໄດ້ເລີ່ມຕົ້ນດ້ວຍກອງປະຊຸມຂັ້ນເລີ່ມຕົ້ນ ແລະ ຕາມດ້ວຍກິດຈະກຳຝຶກອົບຮົມໃນອາທິດທີສອງຂອງເດືອນ ກັນຍາ 2026., ໂດຍມີຜູ້ຕາງໜ້າຈາກ ສສກ (ທັງຂັ້ນສູນກາງ ແລະ ທ້ອງຖິ່ນ) ກອງປະຊຸມໃນຄັ້ງນີ້ ມີຜູ້ຕາງໜ້າຈາກກະຊວງສຶກສາທິການ ແລະ ກິລາ (ສສກ) ທັງຂັ້ນສູນກາງ ແລະ ທ້ອງຖິ່ນ, ສະຖານທູດອົດສະຕຣາລີ ແລະ ສະພາຄົ້ນຄວ້າດ້ານການສຶກສາຂອງປະເທດອົດສະຕຣາລີ (Australian Council for Educational Research ຫຼື ACER) ເຂົ້າຮ່ວມ.
ທ່ານ ປອ ວົງເພັດ ອຸດົມລິດ, ຜູ້ອຳນວຍການ ສວສ ທັງເປັນປະທານກອງປະຊຸມ ໄດ້ກ່າວເນັ້ນໜັກວ່າ: “ການປັບປຸງທັກສະດ້ານພາສາ ແລະ ການຮູ້ໜັງສື ບໍ່ແມ່ນພຽງແຕ່ການສະໜອງປຶ້ມແບບຮຽນ ຫຼື ການຈັດບົດຮຽນເສີມເທົ່ານັ້ນ, ແຕ່ພວກເຮົາຍັງຈຳເປັນຕ້ອງເຂົ້າໃຈຢ່າງເລິກເຊິ່ງເຖິງສິ່ງທີ່ເກີດຂຶ້ນໃນຫ້ອງຮຽນ ບໍ່ວ່າຈະເປັນວິທີການສອນ, ສື່ການຮຽນການສອນ ແລະ ສະພາບແວດລ້ອມ ທີ່ມີຄວາມກ່ຽວພັນກັນໃນການສົ່ງເສີມການຮຽນຮູ້ຂອງເດັກ. ພ້ອມກັນນັ້ນ, ກໍຕ້ອງຊອກຫາວິທີສະໜັບສະໜູນຄູ ໃຫ້ສາມາດຕອບສະໜອງຕໍ່ຄວາມຕ້ອງການຂອງນັກຮຽນ ທີ່ມີພື້ນຖານທາງດ້ານພາສາທີ່ແຕກຕ່າງກັນຢ່າງມີປະສິດທິພາບ”.
ທ່ານ ໄມໂຄ ຄາຣີ, ເລຂາເອກ ສະຖານທູດອົດສະຕຣາລີ ໄດ້ກ່າວຕື່ມວ່າ: “ທັກສະດ້ານພາສາ ແລະ ການຮູ້ໜັງສື ທີ່ເຂັ້ມແຂງໃນຊັ້ນປະຖົມສຶກສາ ຖືເປັນພື້ນຖານອັນສຳຄັນ ໃຫ້ແກ່ການຮຽນຮູ້ໃນອະນາຄົດ. ລັດຖະບານອົດສະຕຣາລີ ມີຄວາມພາກພູມໃຈ ທີ່ໄດ້ສະໜັບສະໜູນການຄົ້ນຄວ້າໃນຄັ້ງນີ້ ເພື່ອຊ່ວຍໃຫ້ເດັກນ້ອຍທີ່ເລີ່ມເຂົ້າຮຽນ ແຕ່ຍັງມີຂໍ້ຈຳກັດດ້ານທັກສະພາສາລາວ ສາມາດມີສ່ວນຮ່ວມໃນຫ້ອງຮຽນໄດ້ຢ່າງເຕັມສ່ວນ, ປະສົບຜົນສຳເລັດໃນການຮຽນ, ສືບຕໍ່ມີຄວາມກະຕືລືລົ້ນໃນການສຶກສາ ແລະ ຫຼຸດຜ່ອນຄວາມສ່ຽງໃນການອອກໂຮງຮຽນກ່ອນກຳນົດ”.
ນັກເກັບກຳຂໍ້ມູນໄດ້ເຂົ້າຮ່ວມການຝຶກອົບຮົມການປະເມີນທັກສະພາສາລາວເປັນເວລາ 4 ວັນ
250 ໂຮງຮຽນໄດ້ເຂົ້າຮ່ວມການປະເມີນໃນການສຶກສາຄົ້ນຄວ້າ
ການປະເມີນທັກສະພາສາລາວຂອງນັກຮຽນຊັ້ນປະຖົມສຶກສາ (EGLA) ເປັນຂັ້ນຕອນທຳອິດຂອງການເກັບກຳຂໍ້ມູນພາກສະໜາມເພື່ອວັດແທກທັກສະດ້ານພາສາລາວຂອງນັກຮຽນ ເຊິ່ງໄດ້ເລີ່ມຕົ້ນຂຶ້ນຢ່າງເປັນທາງການໃນລະຫວ່າງວັນທີ 16 ກັນຍາ ຫາ 2 ຕຸລາ 2026 ນີ້ ໂດຍນັກເກັບກຳຂໍ້ມູນຈຳນວນ 60 ທ່ານ ທີ່ຜ່ານການຝຶກອົບຮົມ ທີ່ມາຈາກ ສວສ, ບັນດາກົມອ້ອມຂ້າງກະຊວງສຶກສາທິການ ແລະ ກິລາ, ພະແນກສຶກສາທິການແຂວງ ແລະ ວິທະຍາໄລຄູ ຈະໄດ້ລົງພື້ນທີ່ເກັບກຳຂໍ້ມູນຢູ່ໂຮງຮຽນປະຖົມຈຳນວນ 250 ແຫ່ງທົ່ວປະເທດ, ເຊິ່ງແບ່ງເປັນ 125 ແຫ່ງໃນເມືອງເປົ້າໝາຍຂອງແຜນງານບີຄວາ ແລະ ອີກ 125 ແຫ່ງໃນເມືອງນອກເປົ້າໝາຍ. ທັງນີ້, ທີມງານຈະດຳເນີນການປະເມີນນັກຮຽນຂັ້ນ ປ.1 ແລະ ປ.3 ທີ່ຖືກຄັດເລືອກ ຜ່ານກິດຈະກຳການຟັງ, ການເວົ້າ, ການຈື່ຈຳຕົວອັກສອນ ແລະ ສຽງ, ການອ່ານ ແລະ ການຂຽນ ເພື່ອໃຊ້ເປັນຂໍ້ມູນພື້ນຖານໃນການວັດແທກຄວາມກ້າວໜ້າທາງການຮູ້ໜັງສືຂອງນັກຮຽນໃນສົກຮຽນ 2026-2027 ໂດຍນັກຮຽນກຸ່ມດຽວກັນນີ້ ຈະໄດ້ຮັບການປະເມີນຄືນອີກຄັ້ງໃນເດືອນເມສາ 2027 ເພື່ອຊ່ວຍໃຫ້ທີມງານຄົ້ນຄວ້າສາມາດວິເຄາະ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບວິທີການຮຽນຮູ້ຂອງເດັກ, ລວມທັງການປຽບທຽບລະຫວ່າງກຸ່ມເດັກທີ່ເວົ້າພາສາລາວ ແລະ ເດັກທີ່ບໍ່ໄດ້ເວົ້າພາສາລາວເປັນຫຼັກຢູ່ເຮືອນ.
ສຳລັບນັກເກັບກຳຂໍ້ມູນ, ວຽກງານນີ້ບໍ່ແມ່ນພຽງແຕ່ການດຳເນີນການທົດສອບເທົ່ານັ້ນ, ແຕ່ໄດ້ສຳພາດເຖິງຄວາມສຳຄັນວ່າ:
ທ່ານ ນາງ ສີຄານ ເດດລໍວົງ, ຮອງຫົວໜ້າພາກວິຊາເຄມີສາດ ແລະ ຊີວະສາດ, ວິທະຍາໄລຄູ ຫຼວງນ້ຳທາ ໄດ້ກ່າວວ່າ: “ຂ້າພະເຈົ້າມີຄວາມສົນໃຈເປັນພິເສດ ຕໍ່ຂະບວນການເກັບກຳຂໍ້ມູນໃນຂັ້ນໂຮງຮຽນ, ເນື່ອງຈາກມັນຈະຊ່ວຍໃຫ້ພວກເຮົາສາມາດສັງເກດເຫັນສະພາບການຮຽນຮູ້ຂອງນັກຮຽນ, ໂດຍສະເພາະໃນເຂດຫ່າງໄກ ແລະ ໃນກຸ່ມນັກຮຽນຊົນເຜົ່າ ທີ່ກຳລັງຮຽນຮູ້ພາສາລາວ, ລວມທັງ ການສອນພາສາລາວຂອງຄູ ແລະ ສະພາບແວດລ້ອມໂດຍລວມຂອງໂຮງຮຽນ.”
ທ່ານ ນາງ ຄອນສະຫວັນ ໄຊສົມພູ, ຫົວໜ້າພາກວິຊາການສຶກສາກ່ອນໄວຮຽນ, ວິທະຍາໄລຄູ ສະຫວັນນະເຂດ ໄດ້ກ່າວວ່າ: “ຈຸດສຳຄັນຂອງການຄົ້ນຄວ້າຄັ້ງນີ້ ແມ່ນເພື່ອຮູ້ຈັກທັກສະການຮຽນຮູ້ດ້ານພາສາຂອງເດັກ, ເນື່ອງຈາກພາສາລາວເປັນພື້ນຖານສຳຄັນ ສຳລັບການຮຽນຮູ້ໂດຍລວມຂອງເຂົາເຈົ້າ. ຖ້າເດັກຂາດຄວາມເຂັ້ມແຂງດ້ານພາສາ, ການຮຽນຮູ້ວິຊາອື່ນໆ ກໍຈະກາຍເປັນສິ່ງທ້າທາຍຫຼາຍ.”
ທ່ານ ຈາ ເລົ່າ, ຫົວໜ້າໜ່ວຍງານໜ່ວຍງານຄຸ້ມຄອງສະຖິຕິ ແລະ ລາຍງານສ່ອງແສງ, ວິທະຍາໄລຄູຄັງໄຂ ໄດ້ກ່າວຕື່ມວ່າ: “ການປະເມີນຄວາມກ້າວໜ້າໃນການຮຽນຮູ້ຂອງນັກຮຽນໃນຄັ້ງນີ້ ຈະເປັນພື້ນຖານໃຫ້ແກ່ການຝຶກອົບຮົມຄູ, ການປັບປຸງຫຼັກສູດການສຶກສາຂັ້ນພື້ນຖານ (6+3+3) ແລະ ການພັດທະນາວຽກງານການພັດທະນາວິຊາຊີບຄູແບບຕໍ່ເນື່ອງ (CPD), ໂດຍສະເພາະໃນດ້ານພາສາລາວ.”
ການປະເມີນການຮູ້ໜັງສືຂອງນັກຮຽນທີ່ບໍ່ເວົ້າພາສາລາວເປັນຫຼັກໃນຄອບຄົວ
ທ່ານ ນາງ ສີຄານ ເດດລາວົງ, ວິທະຍາໄລຄູ ຫຼວງນໍ້າທາ
ການປະເມີນທັກສະພາສາລາວຂອງນັກຮຽນຊັ້ນປະຖົມສຶກສາ (EGLA) ສຳລັບການສຳຫຼວດຂໍ້ມູນຂັ້ນທຽບຖານ (baseline) ໃນແມ່ນສ່ວນໜຶ່ງຂອງການຄົ້ນຄວ້າກ່ຽວກັບການພັດທະນາດ້ານພາສາ ແລະ ການຮູ້ໜັງສືໃນວົງກວ້າງ. ພ້ອມກັນນີ້ ທີມງານຍັງຈະສຶກສາກ່ຽວກັບວິທີການສິດສອນໃນຫ້ອງຮຽນ, ສື່ການຮຽນການສອນວິຊາພາສາລາວ ແລະ ຝຶກເວົ້າພາສາລາວ, ລວມທັງ ປັດໄຈຕ່າງໆທີ່ກ່ຽວຂ້ອງກັບນັກຮຽນ, ຄູ ແລະ ໂຮງຮຽນ ເຊິ່ງອາດສົ່ງຜົນຕໍ່ການຮຽນຮູ້. ການຄົ້ນຄວ້ານີ້ ຈະເນັ້ນໃສ່ການພັດທະນາທັກສະພາສາປາກເປົ່າ, ການມີສ່ວນຮ່ວມຂອງນັກຮຽນ, ການຈັດການຮຽນການສອນທີ່ຕອບສະໜອງຄວາມຕ້ອງການທີ່ແຕກຕ່າງກັນຂອງນັກຮຽນ, ການນຳໃຊ້ພາສາແມ່ ແລະ ການສະໜັບສະໜູນຊ່ວຍເຫຼືອເດັກທີ່ມີລະດັບຄວາມຊຳນານດ້ານພາສາລາວທີ່ແຕກຕ່າງກັນ.
ຜົນການຄົ້ນຄວ້ານີ້ຈະສະໜັບສະໜູນບຸລິມະສິດຂອງກະຊວງສຶກສາທິການ ແລະ ກິລາ, ລວມທັງການປະຕິຮູບຫຼັກສູດແບບ 6+3+3, ການປັບປຸງຫຼັກສູດ ແລະ ສື່ການຮຽນການສອນ, ການພັດທະນາ ແລະ ນຳໃຊ້ບົດຮຽນຝຶກເວົ້າພາສາລາວ ຂັ້ນ ປ.2 ແລະ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ.
ທ່ານ ປອ. ວົງເພັດ ໄດ້ກ່າວສະຫຼຸບວ່າ: “ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ມີຄວາມມຸ່ງໝັ້ນ ທີ່ຈະຮັບປະກັນໃຫ້ການຄົ້ນຄວ້ານີ້ມີຄວາມລະອຽດຄົບຖ້ວນ, ສອດຄ່ອງກັບສະພາບການຂອງ ສປປ ລາວ ແລະ ເນັ້ນໃສ່ການປັບປຸງວຽກງານການຮຽນການສອນໃນພາກປະຕິບັດຕົວຈິງ. ຜ່ານການມີສ່ວນຮ່ວມຂອງບັນດາກົມຕ່າງໆ ຂອງກະຊວງສຶກສາທິການ ແລະ ກິລາ, ວິທະຍາໄລຄູ, ພະແນກສຶກສາທິການ ແລະ ກິລາແຂວງ ແລະ ຄູ່ຮ່ວມງານອື່ນໆ ໃນວຽກງານການຝຶກອົບຮົມ, ການທົດລອງນຳໃຊ້, ການເກັບກຳຂໍ້ມູນ, ການວິເຄາະ ແລະ ການປະເມີນຜົນຂໍ້ມູນ, ວຽກງານນີ້ ຈະຊ່ວຍເສີມສ້າງຂີດຄວາມສາມາດໃນການຄົ້ນຄວ້າລະດັບຊາດ ເພື່ອເກັບກຳຂໍ້ມູນ ແລະ ຂໍ້ພົບເຫັນທີ່ເຊື່ອຖືໄດ້.”
ທ່ານ ໄມໂຄ ຄາຣີ ໄດ້ກ່າວຕື່ມວ່າ: “ການຄົ້ນຄວ້ານີ້ ຖືເປັນການລົງທຶນທີ່ສຳຄັນຕໍ່ອະນາຄົດຂອງການສຶກສາໃນ ສປປ ລາວ. ການຄົ້ນພົບວິທີການທີ່ມີປະສິດທິຜົນໃນການສົ່ງເສີມທັກສະການຮຽນຮູ້ພາສາລາວ ຈະຊ່ວຍໃຫ້ຂໍ້ມູນສຳລັບການກຳນົດນະໂຍບາຍດ້ານການສຶກສາ, ເສີມສ້າງວິທີການສິດສອນ ແລະ ປັບປຸງສື່ການຮຽນການສອນ, ເຊິ່ງຈະຊ່ວຍຮັບປະກັນໃຫ້ເດັກໃນທົ່ວປະເທດມີໂອກາດທີ່ເທົ່າທຽມກັນໃນການປະສົບຜົນສຳເລັດ.”
ການເກັບກຳຂໍ້ມູນທຽບຖານ ຖືເປັນຈຸດເລີ່ມຕົ້ນຂອງຂະບວນການຄົ້ນຄວ້າ. ໃນໄລຍະໜຶ່ງປີຕໍ່ຈາກນີ້, ຂໍ້ມູນ ແລະ ຂໍ້ພົບເຫັນທີ່ໄດ້ຮັບຈາກນັກຮຽນ, ຄູ, ຫ້ອງຮຽນ ແລະ ສື່ການຮຽນການສອນ ຈະຖືກນຳມາວິເຄາະ ແລະ ປຶກສາຫາລືຮ່ວມກັບກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍພາກສ່ວນຕ່າງໆທີ່ກ່ຽວຂ້ອງ ໃນວຽກງານການສຶກສາ, ເພື່ອຊອກຫາວິທີການ ທີ່ສາມາດນຳໄປປະຕິບັດໄດ້ຈິງ ໃນການຊ່ວຍໃຫ້ເດັກທຸກຄົນ ໄດ້ພັດທະນາທັກສະດ້ານພາສາ ແລະ ການຮູ້ໜັງສື ທີ່ຈຳເປັນຕໍ່ຄວາມສຳເລັດຂອງເຂົາເຈົ້າ.
ທ່ານ ນາງ ຄອນສະຫວັນ ໄຊຊົມພູ, ວິທະຍາໄລຄູ ສະຫວັນນະເຂດ


English